20:46 | 08/04/2025

ມາ​ເລ​ເຊຍ ​ແລະ ຫຼາຍ​ປະ​ເທດ​ ຕີລາຄາສູງທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ໂທລະສັບ​ກັບ​ປະທານາທິບໍດີ ອາ​ເມ​ລິ​ກາ, ສະໜັບສະໜູນ​ວິ​ທີເຂົ້າເຖິງ​ຂອງ​ຫວຽດນາມ

ຫວຽດນາມ ສືບ​ຕໍ່​ປະສານ​ສົມທົບ ​ແລະ ​ແລກປ່ຽນ​ກັບ ອາ​ເມ​ລິ​ກາ
ເຊີດຊູພາສາ​ຫວຽດນາມ: ​ເຜີຍ​ແຜ່​ຄວາມ​ຮັກ​ແພງ​ໃຫ້​ແກ່​ເດັກນ້ອຍ​ຢູ່​ນະຄອນ New York, ອາ​ເມ​ລິ​ກາ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ຂໍ້ມູນໃຫ້ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່ຽວກັບເລື່ອງ ມາເລເຊຍ ໃນຖານະເປັນປະທານອາຊຽນ 2025, ຈະຈັດກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ໃນວັນທີ 10 ເມສາ 2025 ເພື່ອປຶກສາຫາລື, ຕີລາຄາສະພາບການ, ມາດຕະການເພີ່ມທະວີການເຊື່ອມຕໍ່ ແລະ ຮ່ວມມືລະຫວ່າງ ອາເມລິກາ ໃນສະພາບການທີ່ອາເມລິກາ ປະກາດນະໂຍບາຍພາສີໃໝ່.

ມາ​ເລ​ເຊຍ ​ແລະ ຫຼາຍ​ປະ​ເທດ​ ຕີລາຄາສູງທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ໂທລະສັບ​ກັບ​ປະທານາທິບໍດີ ອາ​ເມ​ລິ​ກາ, ສະໜັບສະໜູນ​ວິ​ທີເຂົ້າເຖິງ​ຂອງ​ຫວຽດນາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ Anwar Ibrahim ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ຕີ​ລາ​ຄາ​ຫລາຍ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ພົ້ນ​ເດັ່ນ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ - ພາບ: VGP/Nhat Bac.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແຈ້ງໃຫ້ຊາບກ່ຽວກັບບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການພົບປະແລກປ່ຽນກັບຝ່າຍ ອາເມລິກາ, ໃນນັ້ນມີ ການໂທລະສັບລະຫວ່າງທ່ານເລຂາທິການໃຫຍ່ ໂຕເລີມ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ເມື່ອວັນທີ 4 ເມສາ 2025 ເພື່ອປຶກສາ​ຫາລື​ບັນດາ​ມາດ​ຕະການ​ລົບ​ລ້າງ​ສິ່ງ​ກີດຂວາງ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ, ມຸ່ງ​ໄປ​ເຖິງ​ການ​ຄ້າ​ທີ່​ຍຸດຕິ​ທຳ ​ແລະ ຍືນ​ຍົງ, ​ເປັນ​ເອກະ​ພາບ​ຜົນ​ປະ​ໂຫຍ​ດຂອງ​ທຸກ​ຝ່າຍ; ​ໃນ​ນັ້ນ​ມີ​ການ​ພິຈາລະນາ​ຄວາມ​ເປັນ​ໄປ​ໄດ້​ທີ່​ຫວຽດນາມ​ຈະ​ຫຼຸດ​ພາສີ​ນຳ​ເຂົ້າ​ໃຫ້​ເຫຼືອ 0% ສຳລັບ​ສິນຄ້າ​ນຳ​ເຂົ້າ​ຈາກ​ອາ​ເມ​ລິ​ກາ, ພ້ອມ​ກັນ​ນັ້ນ​ສະ​ເໜີ​ໃຫ້​ອາ​ເມ​ລິ​ກາ​ປະຕິບັດ​ອັດຕາ​ພາສີ​ທີ່​ຄ້າຍຄື​ກັນ​ກັບ​ສິນຄ້າ​ນຳ​ເຂົ້າ​ຈາກ​ຫວຽດນາມ ​ແລະ ສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ລົງ​ນາມ​ໃນ​ສັນຍາ​ສອງຝ່າຍ​ລະຫວ່າງ​ສອງ​ປະ​ເທດ ເພື່ອຫັນບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ກ່າວ​ມາ​ນີ້ເປັນລະອຽດ ແລະ ກ່າວ​ວ່າ ຈະ​ສົ່ງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ດຶກເຟີກໄປ​ອາ​ເມ​ລິ​ກາ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ນີ້​ຢ່າງ​ລະ​ອຽດ.

ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິງຈິງ ​ໄດ້​ຊົມ​ເຊີຍ​ຂໍ້​ລິ​ເລີ່​ມຂອງ​ມາ​ເລ​ເຊຍ​ໃນ​ການຈັດ​ຕັ້ງ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ​ແລະ ຢືນຢັນ​ຈະ​ສົ່ງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ ​ແບ່ງປັນ​ວ່າ ມາ​ເລ​ເຊຍ ​ແລະ ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ໄດ້​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ເລື່ອງ​ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ​ໄດ້​ໂທລະສັບ​ກັບ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump, ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ສະໜັບສະໜູນ​ວິ​ທີ​ການ​ຂອງ ຫວຽດນາມ ກ່ຽວ​ກັບ​ບັນຫາ​ນີ້.

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວ​ກັບ​ບາງ​ມາດ​ຕະການ​ທີ່​ມາ​ເລ​ເຊຍ​ ເປັນ​ປະທານ​ອາ​ຊຽນ​ເພື່ອ​ແກ້​ໄຂ​ບັນຫາ​ມຽນມາ, ​ໃນ​ນັ້ນ​ມີ​ການ​ຢ້ຽມຢາມ​ມຽນມາ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ​ໃນ​ວັນ​ທີ 5 ​ເມສາ 2025; ​ເນັ້ນ​ໜັກ​ເຖິງ​ນະ​ໂຍບາຍ​ຂອງ​ມາ​ເລ​ເຊຍ​ໃນ​ການ​ຊຸກຍູ້​ການ​ເຈລະຈາ, ຮັບປະກັນ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ​ໃນ​ການ​ແກ້​ໄຂ​ບັນຫາ​ມຽນມາ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊົມເຊີຍຄວາມມານະພະຍາຍາມຂອງ ມາເລເຊຍ ໃນຖານະປະທານອາຊຽນ ໃນການແກ້ໄຂບັນຫາມຽນມາ, ໂດຍສະເພາະແມ່ນການໜູນຊ່ວຍຢ່າງມີປະສິດທິຜົນຂອງມາເລເຊຍ ກໍ່ຄືຄວາມຮັບຜິດຊອບ ແລະ ບົດບາດຢ່າງຕັ້ງໜ້າໃນການຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືຂອງອາຊຽນ ເພື່ອຊ່ວຍໃຫ້ມຽນມາ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພແຜ່ນດິນໄຫວເມື່ອບໍ່ດົນມານີ້.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ແຈ້ງໃຫ້ຊາບກ່ຽວກັບບັນດາມາດຕະການໜູນຊ່ວຍຂອງຫວຽດນາມ ເພື່ອຊ່ວຍ ມຽນມາ ໃນທັນທີຫຼັງເກີດແຜ່ນດິນໄຫວ, ໃນນັ້ນມີການສົ່ງກຳລັງກູ້ໄພ 100 ກວ່າຄົນ, ພ້ອມກັບອຸປະກອນການແພດ, ເຄື່ອງໃຊ້, ຢາປົວພະຍາດຈຳນວນຫຼາຍໄປ ມຽນມາ ແລະ ມອບເງິນຊ່ວຍເຫຼືອ 300.000 USD ໜູນຊ່ວຍມຽນມາ; ຢືນຢັນ​ວ່າ ຫວຽດນາມ ຈະສືບຕໍ່​ພ້ອມ​ກັບ​ມາ​ເລ​ເຊຍ ​ແລະ ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຕົວ​ກາງ ​ແລະ ​ໄກ່​ເກ່ຍ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ເພື່ອ​ຊຸກຍູ້​ການ​ເຈລະຈາ ​ແລະ ຄວາມ​ປອງ​ດອງ​ຊາດ​ຢູ່ ມຽນມາ.

ນາຍົກລັດຖະມົນຕີ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ແລກປ່ຽນ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ສອງ​ປະ​ເທດ, ພາກ​ພື້ນ ​ແລະ ​ໂລກ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ຢ້ຽມ​ຢາມ​ສະ​ຖານ​ທູດ, ພົບ​ປະ​ກັບ​ພະນັກງານບັນ​ດາອົງການຜູ້ຕາງໜ້າ ແລະປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ຢ້ຽມ​ຢາມ​ສະ​ຖານ​ທູດ, ພົບ​ປະ​ກັບ​ພະນັກງານບັນ​ດາອົງການຜູ້ຕາງໜ້າ ແລະປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ

ຍສໝ - ​ເນື່ອງ​ໃນ​ໂອກາດການ​ຢ້ຽມຢາມ​ທາງ​ລັດຖະກິດໄປຍັງສາທາລະນະ​ລັດ ອິນ​ໂດ​ເນ​ເຊຍ, ການ​ຢ້ຽມຢາມຢ່າງເປັນທາງການຄະນະ​ເລຂາ ອາ​ຊຽນ ​ແຕ່​ວັນ​ທີ 9-11 ມີນາ, ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ແລະ ພັນລະຍາພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ສະຖານທູດ, ພົບ​ປະ​ກັບ​ ພະນັກງານບັນ​ດາອົງການຜູ້ຕາງໜ້າ ແລະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ

ອະດີດ​ເອກ​ອັກຄະ​ລັດຖະທູດ​ຫຼາຍ​ທ່ານ ​ເລັ່ງລັດ​ໃຫ້​ທ່ານລັດຖະມົນຕີການຕ່າງປະເທດ ອາ​ເມ​ລິ​ກາ ສືບ​ຕໍ່​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ຢູ່ ຫວຽດນາມ, ລາວ, ກຳປູ​ເຈຍ

ອະດີດ​ເອກ​ອັກຄະ​ລັດຖະທູດ​ຫຼາຍ​ທ່ານ ​ເລັ່ງລັດ​ໃຫ້​ທ່ານລັດຖະມົນຕີການຕ່າງປະເທດ ອາ​ເມ​ລິ​ກາ ສືບ​ຕໍ່​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ຢູ່ ຫວຽດນາມ, ລາວ, ກຳປູ​ເຈຍ

ຍສໝ - ອະດີດເອກອັກຄະລັດຖະທູດ ອາເມລິກາ 17 ທ່ານ ໄດ້ສົ່ງຈົດໝາຍເຖິງ​ທ່ານລັດຖະມົນຕີການຕ່າງປະເທດ ອາ​ເມ​ລິ​ກາ Marco Rubio ເພື່ອສະແດງຄວາມເປັນຫ່ວງກ່ຽວກັບການຢຸດໂຄງການຊ່ວຍເຫຼືອຕ່າງປະເທດຂອງ ອາເມລິກາ, ເຊິ່ງເຮັດໃຫ້ບັນດາການເຄື່ອນໄຫວເກັບ​ກູ້​ລະ​ເບີດ​ທີ່​ໄດ້​ຮັບ​ທຶນ​ຈາກ ອາ​ເມ​ລິ​ກາ ​ໃນ​ຫວຽດນາມ, ລາວ​, ​ກຳປູ​ເຈຍ ​ຖືກຢຸດສະຫງັກ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-20784.html

In bài biết