ກ່າເມົາ-ຄຳມ່ວນ ຈັດກອງປະຊຸມຕີລາຄາໂຄງການປູກເຂົ້າປະສົມກັບການລ້ຽງກຸ້ງ
![]() | ນັກຮຽນ, ນັກສຶກສາ 50 ຄົນຈາກ ກ່າເມົາ ໄດ້ຮັບທຶນການສຶກສາ The Corea Peace3000 |
![]() | ກ່າເມົາ ປະກາດຈັດອັນດັບຮ່ອງຮອຍ “ສິລາລຶກລະນຶກ ລຸງໂຮ່ ກັບຕົ້ນໝາກນ້ຳນົມພາກໃຕ້” |
ເຂົ້າຮ່ວມກອງປະຊຸມມີ ທ່ານ ໂຮ່ຈຸ່ງຫວຽດ ກໍາມະການຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງ ກ່າເມົາ ແລະ ທ່ານ ເຈີນຮົ່ງກວນ ກໍາມະການຄະນະປະຈຳພັກແຂວງ, ເລຂາພັກນະຄອນກ່າເມົາ. ຝ່າຍແຂວງຄຳມ່ວນ ມີທ່ານ ປອ ແກ້ວອຸດອນ ບຸດສິງຂອນ, ກຳມະການຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຄຳມ່ວນ.
![]() |
ຄະນະເຈົ້າໜ້າທີ່ແຂວງ ກ່າເມົາ ໄດ້ລົງສຳຫຼວດໂຄງການປູກເຂົ້າປະສົມກັບການລ້ຽງກຸ້ງຢູ່ບ້ານສອງເມືອງ ແລະ ປຶກສາຫາລືກັບປະຊາຊົນໃນເຂດໂຄງການ. |
ໂຄງການໂຄງການປູກເຂົ້າປະສົມກັບການລ້ຽງກຸ້ງກ້າມແມ່ນໄດ້ຮັບການຜັນຂະຫຍາຍໂດຍພະແນກກະສິກຳແລະ ສິ່ງແວດລ້ອມແຂວງ ກ່າເມົາ, ສສ ຫວຽດນາມ ໂດຍສົມທົບກັບພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ, ສປປ ລາວ ຢູ່ບ້ານໜອງປິງ, ເມືອງຍົມມະລາດ ແລະ ບ້ານສອງເມືອງ, ເມືອງໜອງບົກ, ແຂວງຄຳມ່ວນ, ມີ 21 ຄອບຄົວເຂົ້າຮ່ວມ.
ເພື່ອປະຕິບັດໂຄງການນີ້, ຂະແໜງວິຊາສະເພາະແຂວງກ່າເມົາ ໄດ້ຈັດຊື້ອຸປະກອນ, ກຸ້ງພັນຂົນສົ່ງຈາກແຂວງກ່າເມົາ ໄປແຂວງຄຳມ່ວນ ແລະ ໄດ້ສົ່ງພະນັກງານໄປໜູນຊ່ວຍການຝຶກອົບຮົມຖ່າຍທອດເຕັກນິກ.
![]() |
ຄະນະຜູ້ແທນແຂວງກ່າເມົາ ເຂົ້າຮ່ວມການເຮັດວຽກກັບການນຳແຂວງຄຳມ່ວນ. |
ຜົນໄດ້ຮັບໃນເບື້ອງຕົ້ນສະແດງໃຫ້ເຫັນວ່າ, ໂຄງການໄດ້ນຳມາເຊິ່ງຜົນດີ, ເຖິງຢ່າງໃດກໍຕາມ, ປະສິດທິພາບເຂົ້າ, ກຸ້ງຍັງບໍ່ບັນລຸຕາມເປົ້າໝາຍທີ່ວາງອອກ. ສະເລ່ຍປະສິດທິພາບເຂົ້າໃນເຂດໂຄງການບັນລຸ 3,74 ໂຕນ/ເຮັກຕາ, ສູງກວ່າ 0,3 ໂຕນ/ເຮັກຕາ ທຽບໃສ່ເຂດນອກໂຄງການ. ກ່ຽວກັບກຸ້ງກ້າມ, ຫຼັງຈາກການລ້ຽງໄດ້ 5 ເດືອນ, ກຸ້ງບັນລຸນ້ຳໜັກສະເລ່ຍ 24 ໂຕ/ກິໂລ. ເນື່ອງຈາກວ່າ 2 ເມືອງບໍ່ມີນໍ້າໃຊ້ເພີ່ມເຕີມເຂົ້າໃນນາລ້ຽງ ສະນັ້ນ ບັນດາຄອບຄົວດຳເນີນເກັບກ່ຽວໄດ້ໄວກວ່າທີ່ຄາດໝາຍ, ປະສິດທິພາບສະເລ່ຍ 75 ກິໂລ/ເຮັກຕາ.
![]() |
ທ່ານ ປອ ແກ້ວອຸດອນ ບຸດສິງຂອນ, ຮອງເຈົ້າແຂວງໆຄໍາມ່ວນ ກ່າວທີ່ການເຮັດວຽກກັບຄະນະເຈົ້າໜ້າທີ່ແຂວງກ່າເມົາ. |
ຂະແໜງການໜ້າທີ່ສອງແຂວງໄດ້ປຶກສາຫາລືເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງດ້ານວິຊາການ, ຜ່ານຜ່າຈຸດອ່ອນເພື່ອບັນລຸໝາກຜົນການປະຕິບັດໂຄງການຢ່າງມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.
ທ່ານ ໂຮ່ຈຸ່ງຫວຽດ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງ ກ່າເມົາ ໄດ້ຊົມເຊີຍ ແຂວງ ຄຳມ່ວນ ກ່ຽວກັບທິດທາງໃໝ່ໃນການຜະລິດເມື່ອສົມທົບກັບແຂວງ ກ່າເມົາ ເພື່ອຜັນຂະຫຍາຍປະຕິບັດໂຄງການປູກເຂົ້າປະສົມກັບການລ້ຽງກຸ້ງກ້າມ. ແຂວງກ່າເມົາ ຍິນດີເມື່ອປະກອບສ່ວນເຂົ້າໃນການປະຕິບັດຢ່າງຜົນສຳເລັດເບື້ອງຕົ້ນຂອງໂຄງການນີ້. ຂະແໜງການໜ້າທີ່ສອງແຂວງມີຄວາມຕັດສິນໃຈຫຼາຍ, ບັນດາຄອບຄົວໃນເຂດໂຄງການກໍ່ມີຄວາມຕື່ນເຕັ້ນຫຼາຍຕໍ່ໝາກຜົນຂອງໂຄງການ ແລະ ມີທິດທາງພັດທະນາໄປສູ່ຮູບແບບການຜະລິດໃໝ່ຢູ່ທ້ອງຖິ່ນ.
ກ່ອນໜ້ານີ້, ຄະນະເຈົ້າໜ້າທີ່ແຂວງ ກ່າເມົາ ໄດ້ຖະຫວາຍທູບທຽນຢູ່ວິຫານບູຊາລຸງໂຮ່ ແລະ ຢ້ຽມຢາມໂຮງຮຽນວິຊາຊີບລາວ-ຫວຽດ ຢູ່ບ້ານສອງເມືອງ, ເມືອງໜອງບົກ.
![]() |
ຄະນະເຈົ້າໜ້າທີ່ແຂວງ ກ່າເມົາ ໄດ້ຖະຫວາຍທູບທຽນຢູ່ວິຫານບູຊາລຸງໂຮ່ ຢູ່ບ້ານສອງເມືອງ, ເມືອງໜອງບົກ. |
![]() |
ຄະນະຜູ້ແທນແຂວງ ກ່າເມົາ ໄດ້ໄປຢ້ຽມຢາມໂຮງຮຽນວິຊາຊີບ ລາວ-ຫວຽດນາມ ຢູ່ ບ້ານສອງເມືອງ, ເມືອງໜອງບົກ. |
![]() | ໃນ 9 ເດືອນຕົ້ນປີ 2023 ກ່າເມົາ ດຶງດູດ16 ຕື້ດົ່ງຈາກບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຕ່າງປະເທດ ຍສໝ - ນີ້ແມ່ນຂໍ້ມູນໃນກອງປະຊຸມສະຫຼຸບວຽກງານໄຕມາດ 3 ຂອງສະຫະພັນບັນດາອົງການມິດຕະພາບແຂວງກ່າເມົາ ທີ່ຈັດຂຶ້ນໃນວັນທີ 17 ຕຸລາ. |
![]() | ຄຳມ່ວນ (ສປປ.ລາວ) ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 93 ພັນຄົນ ໃນ 3 ເດືອນທ້າຍປີ 2023 ຍສໝ - ແຂວງຄໍາມ່ວນ ເປັນແຂວງໜຶ່ງຂຶ້ນຊື່ເປັນທີ່ຮັບຮູ້ ແລະ ໂດ່ງດັງກ່ຽວກັບມໍລະດົກດ້ານວັດທະນະທໍາ ແລະ ປະຫວັດສາດ ຈົນກາຍເປັນແຫລ່ງທ່ອງທ່ຽວຍອດນິຍົມທ່ີຫລາຍຄົນຢາກໄປສໍາຜັດໂດຍສະເພາະພະທາດສີໂຄດ ຕະບອງສ້າງ ຂຶ້ນໃນສະໄໝອານາຈັກສີໂຄດຕະ ບອງ (ສະຕະວັດທີ 6-8) |
ແທັງຮັ່ງ