ບັນດາການເຄື່ອນໄຫວທີ່ອຸດົມສົມບູນໃນງານບຸນວັດທະນະທຳຫວຽດນາມ ຢູ່ Sakai, ຍີ່ປຸ່ນ
![]() | ການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 55 ປີແຫ່ງການພົວພັນຫວຽດນາມ - ສີລັງກາ |
![]() | ນະຄອນໂຮ່ຈິມິນ ແລະ ຍີ່ປຸ່ນ ເປີດກວ້າງການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການແລກປ່ຽນປະຊາຊົນ |
“ວັນບຸນວັດທະນະທຳ ຫວຽດນາມ 2025” ໂດຍສະມາຄົມສົ່ງເສີມການຮ່ວມມືເສດຖະກິດຫວຽດນາມ - ຍີ່ປຸ່ນ ຈັດຕັ້ງ, ພາຍໃຕ້ການໜູນຊ່ວຍຂອງກົງສຸນໃຫຍ່ຫວຽດນາມ ປະຈຳ Osaka. ທີ່ເຫດການຈະມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຄື: ສະທ້ອນໃຫ້ເຫັນພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ, ສ້າງແຜນທີ່ຫວຽດນາມ ໂດຍຄາດວ່າຈະມີຜູ້ເຂົ້າຮ່ວມ 5.000 ຄົນໄດ້ຮັບການພິຈາລະນາບັນທຶກ Guinness, ສະແດງຊຸດເຊື້ອຍາວ ແລະ ຊຸດເຊຶ້ອຫວຽດນາມ ລາຍການສະແດງສິລະປະໂດຍມີການເຂົ້າຮ່ວມຂອງບັນດານັກສິລະປິນທີ່ມີຊື່ສຽງຢູ່ພາຍໃນປະເທດ.
![]() |
ບັນດາຜູ້ແທນເຂົ້າຮ່ວມງານບູນ ຫວຽດນາມ 2024 ຢູ່ Osaka, ຍີ່ປຸ່ນ. |
ທ່ານ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳ Osaka ໂງຈິ້ງຮ່າ ໃຫ້ຮູ້ວ່າ “ປີນີ້ແມ່ນປີທີ 8 ຂອງໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ຖືກຈັດຂຶ້ນຢູ່ Osaka. ເຫດການນີ້ ແມ່ນໂອກາດເພື່ອໃຫ້ຊາວຫວຽດນາມ ຢູ່ເຂດ Kansai - Osaka ເວົ້າສະເພາະ ແລະ ຍີ່ປຸ່ນ ເວົ້າລວມ ຢູ່ຍີ່ປຸ່ນໄດ້ພົບປະ, ຢ້ຽມຢາມເຊິ່ງກັນ ແລະ ກັນ, ຫວນຄືນກ່ຽວກັບກົກເຄົ້າເຫງົ້າກໍ. ປີນີ້ເປັນປີພິເສດທີ່ມີຫຼາຍປີທີ່ສຳຄັນຂອງປະເທດສະນັ້ນ ງານບຸນຈຶ່ງມີຫຼາຍກິດຈະກຳ. ການເຊີນນັກສິລະປິນຈາກລາຍການ “Anh trai vu ngan chong gai” ມາສະແດງ ກໍ່ແມ່ນຂອງຂວັນພິເສດທີ່ຜູ້ຈັດຕັ້ງຢາກມອບໃຫ້ປະຊາຊົນ. ພວກຂ້າພະເຈົ້າຫວັງວ່າ ໃນສອງມື້ຕໍ່ໜ້ານີ້, ທ່ານຈະມີປະສົບການທີ່ໜ້າສົນໃຈຫຼາຍຢ່າງເມື່ອມາຮອດບຸນ”.
ທ່ານ ຫວູຮວ່າງດຶກ, ປະທານສະມາຄົມສົ່ງເສີມການຮ່ວມມືເສດຖະກິດ ຫວຽດນາມ - ຍີ່ປຸ່ນ, ຫົວໜ່ວຍປະຕິບັດເຫດການນີ້ ໃຫ້ຮູ້ວ່າ “ໂຄງການຄາດວ່າຈະດຶງດູດຜູ້ເຂົ້າຮ່ວມປະມານ 20.000 ຄົນ. ຄະນະຈັດຕັ້ງຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອແນໃສ່ໂຄສະນາພາບພົດ ແລະ ປະຊາຊົນ ຫວຽດນາມ ບໍ່ພຽງແຕ່ເຖິງປະຊາຊົນ ຍີ່ປຸ່ນ ເທົ່ານັ້ນ ຫາກຍັງເຖິງເພື່ອນມິດສາກົນ”.
ທ່ານນາງ ເລເທືອງ, ປະທານສະມາຄົມຊາວ ຫວຽດນາມ ຢູ່ເຂດ Kansai ໃຫ້ຮູ້ວ່າ “ບຸນວັດທະນະທຳ ຫວຽດນາມ 2025 ຈະລວມມີບັນດາເຫດການທີ່ອຸດົມສົມບູນ, ນັບແຕ່ການລະຫຼິ້ນພື້ນເມືອງ, ຮ້ານອາຫານເຖິງການສາຍຮູບເງົາ, ການສະແດງດົນຕີ..., ພິເສດແມ່ນການເຄື່ອນໄຫວຄືນໃໝ່ຂອງພິທີສະເຫຼີມສະຫຼອງ. ແຕ່ລະເຫດການໃນງານບຸນແມ່ນມຸ່ງໄປເຖິງຕົ້ນກຳເນີດ, ປຸກລະດົມຄວາມພາກພູມໃຈຂອງລູກຫຼານຊາວ ລາກຮົ່ງ, ຊຸກຍູ້ໃຫ້ປະຊາຊົນຢູ່ຫ່າງໄກສອກຫຼີກມີຄວາມສາມັກຄີ, ເຮັດວຽກງານ, ຮ່ຳຮຽນ, ປະກອບສ່ວນສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ”.
“ບຸນວັດທະນະທຳຫວຽດນາມ 2025” ຖືກຈັດຕັ້ງເພື່ອແນໃສ່ເຊີດຊູນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ອະນຸລັກຮັກສາບັນດາຮີດຄອງປະເພນີວັດທະນະທຳ, ຫວນຄືນເຖິງຮາກຖານ, ໂຄສະນາເຜີຍແຜ່ວັດທະນະທຳ, ປະຫວັດສາດ ຫວຽດນາມ ເຖິງເພື່ອນມິດສາກົນ. ເປັນການສະແດງໃຫ້ເຫັນວ່າ, Festival ໄດ້ດຳເນີນກ່ອນງານວາງສະແດງໂລກ (EXPO 2025 Osaka, Kansai), ເປີດກາລະໂອກາດຊຸກຍູ້ການຄ້າ, ການທ່ອງທ່ຽວ, ການລົງທຶນ, ການແລກປ່ຽນລະຫວ່າງປະຊາຊົນຫວຽດນາມ - ຍີ່ປຸ່ນ.
![]() | ການພົບປະ, ແລກປ່ຽນກັບບັນດາອະດີດນັກສຶກສາຫວຽດນາມ ທີ່ຮ່ຳຮຽນຢູ່ກວາງຊີ, ຈີນ ຍສໝ - ວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ຈີນ ສົມທົບກັບສູນວັດທະນະທຳ ຈີນ ປະຈຳ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມພົບປະລະຫວ່າງຄະນະຜູ້ແທນແຂວງກວາງຊີ, ຈີນ ກັບຜູ້ຕາງໜ້ານັກຮຽນ ແລະ ນັກສຶກສາຫວຽດນາມ ລຸ້ນໃໝ່ທີ່ເຄີຍຮຽນຢູ່ແຂວງກວາງຊີ. ເຫດການແມ່ນເພື່ອຫວນຄືນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ຈີນ ແລະ ... |
ມີງດຶກ