ອິດສະຣາແອນ ຍາມໃດກໍຕ້ອນຮັບນັກຮຽນ, ນັກສຶກສາ ຫວຽດນາມ
![]() | ທີ່ເພິ່ງ, ຜູ້ສົ່ງແຮງບັນດານໃຈໃຫ້ແກ່ນັກຮຽນ, ນັກສຶກສາ ລາວ |
![]() | ນັກຮຽນ, ນັກສຶກສາ 50 ຄົນຈາກ ກ່າເມົາ ໄດ້ຮັບທຶນການສຶກສາ The Corea Peace3000 |
ທ່ານເອກອັກຄະລັດຖະທູດ Yaron Mayer ໃຫ້ຮູ້ວ່າ ເລືອກຕັ້ງປະຊາຊົນເປັນສູນກາງ ສະນັ້ນ ອິດສະຣາແອນ ຍາມໃດກໍ່ຕ້ອນຮັບນັກຮຽນ, ນັກສຶກສາຫວຽດນາມ ເວົ້າລວມ ແລະ ນັກສຶກສາ ເກີນເທີ ເວົ້າສະເພາະ ໄປຮ່ຳຮຽນ, ພິເສດແມ່ນຂົງເຂດກະສິກຳເຕັກໂນໂລຢີສູງ. ປະຈຸປັນ ອິດສະຣາແອນ ໄດ້ວາງພື້ນຖານການຮ່ວມມືໄລຍະຍາວ ແລະ ມີປະສິດທິຜົນກັບນະຄອນ ເກີນເທີ ໂດຍຜ່ານຫຼາຍການເຄື່ອນໄຫວກັບມະຫາວິທະຍາໄລ ແຄ໋ງຮ່ວາ.
![]() |
ທ່ານ ເຢືອງຕ໋ຽນຫຽນ (ຊ້າຍ), ຮອງປະທານຜູ້ປະຈຳຄະນະກຳມະການປະຊາຊົນນະຄອນ ເກີນເທີ ໄດ້ມອບຂອງທີ່ລະນຶກໃຫ້ທ່ານເອກອັກຄະລັດຖະທູດ Yaron Mayer ທີ່ການຕ້ອນຮັບ. |
ທ່ານເອກອັກຄະລັດຖະທູດ Yaron Mayer ກໍ່ປາດຖະໜາວ່າ ສັນຍາການຄ້າເສລີ ຫວຽດນາມ - ອິດສະຣາແອນ (VIFTA) ຈະມີຜົນສັກສິດໃນປີ 2024 ຈະສ້າງຄວາມສະດວກໃຫ້ແກ່ການພັດທະນາການພົວພັນຮ່ວມມືລະຫວ່າງ ອິດສະຣາແອນ ແລະ ຫວຽດນາມ ເວົ້າລວມ ແລະ ແຂວງ ເກີນເທີ ເວົ້າສະເພາະໃນຫຼາຍຂົງເຂດ.
ກ່າວຄຳປາໄສທີ່ການພົບປະ, ທ່ານຮອງປະທານຜູ້ປະຈຳຄະນະກຳມະການປະຊາຊົນນະຄອນ ເກີນເທີ ເຢືອງຕ໋ຽນຫຽນ ເນັ້ນໜັກວ່າ ອິດສະຣາແອນ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການຄຸ້ມຄອງແຫຼ່ງນ້ຳ, ກະສິກຳເຕັກໂນໂລຢີສູງ, ພະລັງງານທົດແທນ, ການສຶກສາ, ການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນການນຳໃຊ້ເຕັກໂນໂລຢີສູງເຂົ້າໃນກະສິກຳ ແລະ ນີ້ແມ່ນຂົງເຂດທີ່ແຂວງ ເກີນເທີ ໃຫ້ຄວາມສົນໃຈ ແລະ ປາດຖະໜາຢາກຮ່ວມມື.
ຕາມທ່ານ ເຢືອງຕ໋ຽນຫຽນ ແລ້ວ, ເກີນເທີ ແມ່ນໜຶ່ງໃນ 6 ນະຄອນທີ່ຂຶ້ນກັບສູນກາງ, ມີຈຸດທີ່ຕັ້ງພິເສດນອນໃນໃຈກາງເຂດທົ່ງພຽງແມ່ນ້ຳກິວລອງ ແລະ ໄດ້ຮັບການກຳນົດວ່າແມ່ນນະຄອນທີ່ຂະຫຍັນຂັນເຄື່ອນເພື່ອການພັດທະນາຂອງທົ່ວພາກພື້ນ, ດ້ວຍເງື່ອນໄຂສະດວກໃຫ້ແກ່ການຄ້າຫຼາຍຮູບຫຼາຍແບບ, ນຳມາສູ່ພາກພື້ນ, ພາຍໃນ ແລະ ສາກົນ. ທ່າແຮງຂອງນະຄອນເກີນເທີ ແມ່ນການບໍລິການ, ການທ່ອງທ່ຽວ ແລະ ກະສິກຳມີຄຸນນະພາບສູງ. ສິນຄ້າຂອງນະຄອນທີ່ໄດ້ສົ່ງອອກໄປຍັງທ້ອງຕະຫຼາດສາກົນລວມມີ: ເຂົ້າ, ອາຫານທະເລ, ເຄື່ອງຕ່ຳແຜ່ນຕັດຫຍິບ, ຜະລິດຕະພັນກະເສດ ແລະ ຜະລິດຕະພັນກະເສດປຸງແຕ່ງ.
![]() |
ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກທີ່ການຕ້ອນຮັບ. |
ຢືນຢັນວ່າ ເຂດການຮ່ວມມືລະຫວ່າງນະຄອນ ເກີນເທີ ກັບຄູ່ຮ່ວມມືຂອງ ອິດສະຣາແອນ ແມ່ນໃຫຍ່ຫຼວງ, ການນຳນະຄອນ ເກີນເທີ ປາດຖະໜາຢາກສົມທົບກັບສະຖານທູດ ອິດສະຣາແອນ ປະຈຳ ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວແລກປ່ຽນມິດຕະພາບຄື: ວັນວັດທະນະທຳ ອິດສະຣາແອນ - ເກີນເທີ; ການປູກຕົ້ນໄມ້ມິດຕະພາບ; ຈັດຕັ້ງກອງປະຊຸມສຳມະນາໂດຍສຸມໃສ່ບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ທ່າແຮງ; ຈັດຕັ້ງຊຸດຝຶກອົບຮົມໄລຍະສັ້ນໃຫ້ແກ່ພະນັກງານ, ນັກຊ່ຽວຊານໃນຂົງເຂດກະສິກຳເຕັກໂນໂລຢີສູງ, ການສຶກສາ, ສາທາລະນະສຸກ...
ການນຳນະຄອນ ກໍ່ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ ຈະເອົາໃຈໃສ່ ແລະ ໜູນຊ່ວຍແນະນຳຮູບພາບ, ທ່າແຮງ ແລະ ນະໂຍບາຍດຶງດູດການລົງທຶນຂອງນະຄອນ ເກີນເທີ ໃຫ້ແກ່ບັນດາວິສາຫະກິດ ແລະ ນັກລົງທຶນ ອິດສະຣາແອນ ທີ່ມາຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບກາລະໂອກາດລົງທຶນ, ຊຸກຍູ້ການຄ້າຢູ່ນະຄອນ ໃນໄລຍະຈະມາເຖິງ.
ໃນຂອບເຂດການໄປປະຕິບັດງານຢູ່ນະຄອນ ເກີນເທີ, ທ່ານເອກອັກຄະລັດຖະທູດ Yaron Mayer ພ້ອມດ້ວຍຄະນະປະຕິບັດງານ ຈະມີການພົບປເຮັດວຽກກັບມະຫາວິທະຍາໄລ ເກີນເທີ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ການເຮັດວຽກໃຫ້ນັກສຶກສາ; ຢ້ຽມຢາມບາງວິສາຫະກິດຢູ່ສວນກ້າເຕັກໂນໂລຢີອຸດສາຫະກຳຫວຽດນາມ - ສ.ເກົາຫຼີ KVIP, ເຊິ່ງພວມນຳໃຊ້ເຕັກໂນໂລຢີ ອິດສະຣາແອນ ນການປູກ cordyceps ແລະ ໝາກໄມ້ແຫ້ງ; ເຂົ້າຮ່ວມງານວາງສະແດງອຸດສາຫະກຳກຸ້ງສາກົນ ຫວຽດນາມ 2025 - ແມ່ນເຫດການມີວິສາຫະກິດ ອິດສະຣາແອນ ໃນຂົງເຂດກະສິກຳເຕັກໂນໂລຢີສູງເຂົ້າຮ່ວມ... |
![]() | ນັກຮຽນ, ນັກສຶກສາ ດົງທ໋າບ ພົບປະແລກປ່ຽນກັບນັກສຶກສາລາວ ແລະ ກຳປູເຈຍ ຍສໝ - ວັນທີ 7 ກຸມພາ, ຄະນະປະຈໍາຄະນະຊາວໜຸ່ມແຂວງ, ສະມາຄົມສະຫະພັນຊາວໜຸ່ມ ຫວຽດນາມ ແຂວງ ດົງທ໋າບ ໄດ້ສົມທົບກັນຈັດຕັ້ງໂຄງການພົບປະ, ແລກປ່ຽນລະຫວ່າງນັກສຶກສາ ລາວ, ກຳປູເຈຍ ກັບສະຫະພັນກຳມະບານ, ຄະນະຕິດຕໍ່ພົວພັນນັກສຶກສາ ແລະ ນັກຮຽນ, ນັກສຶກສາ ແຂວງ ດົງທ໋າບ ເນື່ອງໃນໂອກາດລະດູບານໃໝ່ປີມະເສັງ 2025. |
![]() | ຍ້ອງຍໍໃຫ້ບັນດານັກສຶກສາ ຫວຽດນາມ ທີ່ໄດ້ຮັບນາມມະຍົດ “ນັກສຶກສາ 5 ດີ” ຢູ່ສະຫະພັນ ລັດເຊຍ ໃນປີ 2024. ຍສໝ - ວັນທີ 7 ມັງກອນ 2025, ຢູ່ສະຫະພັນ ລັດເຊຍ ໄດ້ດຳເນີນລາຍການສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຂອງນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາ ຫວຽດນາມ; ພິທີສະຫຼຸບວຽກງານຂອງສະມາຄົມນັກສຶກສາ ຫວຽດນາມ ປະຈຳ ລັດເຊຍ ໃນປີ 2024 ແລະ ຊົມເຊີຍ, ຍ້ອງຍໍນາມມະຍົດ “ນັກສຶກສາ ... |
ມີງດຶກ