ແຜ່ຂະຫຍາຍພາສາ ຫວຽດ ຢູ່ ໄທ
![]() | ວິສາຫະກິດ ຫວຽດນາມ ຢູ່ ຍີ່ປຸ່ນ - ໄທ - ຫວຽດນາມ ເຊື່ອມຕໍ່ ແລະ ຮ່ວມມື |
![]() | ສູນກາງແນວໂຮມປະເທດຫວຽດນາມ ເຊີດຊູຕົວແທນພີ່ນ້ອງຊາວຫວຽດນາມ ຢູ່ຕ່າງປະເທດທີ່ດີເດັ່ນ 8 ກົມກອງລວມໝູ່ ແລະ 18 ບຸກຄົນ |
ໍທ່ານ ຮສຈ.ປອ Anchalee Chansem, ຫົວໜ້າຄະນະມະນຸດສາດ, ມະຫາວິທະຍາໄລ Srinakharinwirot ໃຫ້ຮູ້ວ່າ ວິຊາພາສາຫວຽດນາມ ໄດ້ຮັບການສອນຢູ່ໂຮງຮຽນດັ່ງກ່າວເປັນເວລາ 10 ກວ່າປີແລ້ວ. ເລີ່ມຕົ້ນແມ່ນພາກສ່ວນໜຶ່ງຂອງພາກວິຊາພາສາຕາເວັນອອກ, ຕໍ່ມາພາສາຫວຽດນາມ ໄດ້ຖືກຍົກລະດັບໃຫ້ກາຍເປັນສ່ວນໜຶ່ງຂອງບັນດາໂຄງການສາກົນດ້ານພາສາສື່ສານ, ແລະ ໄດ້ຮັບການປັບປຸງໃໝ່ໃຫ້ກາຍເປັນພາກສ່ວນໜຶ່ງຂອງພາສາ ແລະ ວັດທະນະທຳອາຊຽນ.
![]() |
ທ່ານ ຮສຈ.ປອ Anchalee Chansem ພ້ອມດ້ວຍນັກສຶກສາພາກວິຊາພາສາຫວຽດນາມ ຢູ່ຄະນະນຸດສາດ, ມະຫາວິທະຍາໄລ Srinakharinwirot. ພາບ: Huy Tien/TTXVN |
ທ່ານ ຮສຈ.ປອ Anchalee ຢືນຢັນວ່າ ພາສາຫວຽດນາມ ເປັນພາສາທີ່ມີປະໂຫຍດຫຼາຍສຳລັບນັກຮຽນ ເພາະວ່າເຂົາເຈົ້າສາມາດພິຈາລະນາເປັນເຄື່ອງມືໃນການສະໝັກວຽກ. ທ່ານ ຮສ.ປອ ເນັ້ນໜັກວ່າ “ຂ້າພະເຈົ້າເຊື່ອວ່າ ນັບແຕ່ພວກເຮົາອາໄສຢູ່ໃນປະຊາຄົມອາຊຽນດຽວກັນ, ສະນັ້ນ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນທັງດ້ານພາສາ ແລະ ວັດທະນະທຳ ຈະປັບປຸງຄວາມສະໜິດຕິດພັນຂອງພວກເຮົາ ແລະ ອາຊີບຂອງນັກສຶກສາໃນອະນາຄົດ”.
ພວກຂ້າພະເຈົ້າໄດ້ໄປຢ້ຽມຢາມຫ້ອງຮຽນພາສາຫວຽດນາມ ຂອງອາຈານ ຫງວຽນທິຈ່ຽມ, ຄະນະມະນຸດສາດ, ມະຫາວິທະຍາໄລ Srinakharinwirot. ມີນັກສຶກສາ20 ກວ່າຄົນພວມຟັງຄູສອນອະທິບາຍຄຳສັບທີ່ອອກສຽງຄືກັນແຕ່ຄວາມໝາຍຕ່າງກັນໃນພາສາຫວຽດນາມ. ບັນຍາກາດໃນຫ້ອງຮຽນເລີ່ມມີຊີວິດຊີວາເມື່ອຄູສອນປ່ຽນເກມເພື່ອຝຶກແອບໃຊ້ຄຳສັບທີ່ນ້ອງຫາກໍ່ຮຽນມາ.
ອາຈານ ຫງວຽນທິຈ່ຽມ ໃຫ້ຮູ້ວ່າ ການສອນພາສາຫວຽດນາມ ຢູ່ໄທແມ່ນວຽກງານທີ່ລະອຽດລະອໍ, ເພາະບັນດາຄູອາຈານຕ້ອງກະກຽມແຜນການຮຽນຂອງຕົນ, ອອກແບບບົດບັນຍາຍ ແລະ ສ້າງຫຼັກສູດໃຫ້ເໝາະສົມກັບແຕ່ລະຂັ້ນ. ນອກຈາກນັ້ນ, ຄູຍັງຕ້ອງໄດ້ຄິດເຖິງວິທີການຫັນປ່ຽນການບັນຍາຍເປັນເກມທີ່ຫນ້າສົນໃຈເພື່ອດຶງດູດນັກຮຽນ. ອາຈານແບ່ງປັນວ່າ ແຕ່ໂຊກດີ, ຍຸກອິນເຕີເນັດໃນປະຈຸບັນໄດ້ຊ່ວຍຄູສອນຫຼາຍຢ່າງໃນການສ້າງບົດຮຽນ, ກໍ່ສ້າງເກມ, ຊອກຫາວິດີໂອອັບເດັດບັນດາບັນຫາໃນປະຈຸບັນ, ຂ່າວກິລາ, ອາຫານ, ວັດທະນະທຳທີ່ພວມໄດ້ຮັບຄວາມສົນໃຈຂອງໄວໜຸ່ມເພື່ອນຳໃຊ້ເປັນອຸປະກອນສອນພາສາຫວຽດນາມ. ຍ້ອນແນວນັ້ນ, ນັກສຶກສາໄທ ຍັງສາມາດດູດດື່ມພາສາຫວຽດນາມ ສະໄໝໃໝ່ ໄດ້ຢ່າງງ່າຍດາຍ.
ອາຈານ Parinya Chimbanlang, ຜູ້ທີ່ໄດ້ສອນພາສາຫວຽດນາມ ເປັນເວລາ 7 ປີ ຢູ່ຄະນະມະນຸດສາດ, ມະຫາວິທະຍາໄລ Srinakharinwirot, ແບ່ງປັນຄວາມຫຍຸ້ງຍາກ ແລະ ຂໍ້ສະດວກໃນການສອນພາສາຫວຽດນາມ. ອາຈານ ເວົ້າວ່າ “ພາສາຫວຽດນາມ ແລະ ໄທ ແມ່ນຢູ່ໃນລະບົບພາສາດຽວກັນ, ສະນັ້ນການອອກສຽງກໍບໍ່ຍາກເກີນໄປສຳລັບນັກສຶກສາໄທ. ນອກນັ້ນ, ພາສາຫວຽດນາມ ກໍໃຊ້ຕົວອັກສອນລາຕິນ, ດັ່ງນັ້ນສຳລັບຊາວໄທ, ຮຽນພາສາຫວຽດນາມ ແມ່ນງ່າຍກວ່າຄົນຫວຽດນາມ ຮຽນພາສາໄທ.”
![]() |
ອາຈານ Parinya Chimbanlang, ຜູ້ທີ່ໄດ້ສອນພາສາຫວຽດນາມ ເປັນເວລາ 7 ປີ ຢູ່ຄະນະມະນຸດສາດ, ມະຫາວິທະຍາໄລ Srinakharinwirot. ພາບ: Huy Tien/TTXVN |
Thầy Parinya cũng tin tưởng rằng sinh viên học tiếng Việt sẽ có nhiều cơ hội tìm được việc làm tốt, nhất là khi giữa Thái Lan và Việt Nam có nhiều hoạt động đầu tư, trao đổi giao thương, trong khi nhiều tập đoàn lớn của Thái Lan đều đã và đang hoạt động kinh doanh tại Việt Nam.
ອາຈານ Parinya ກໍ່ເຊື່ອໝັ້ນວ່າ ນັກສຶກສາທີ່ຮຽນພາສາຫວຽດນາມ ຈະມີໂອກາດຫຼາຍເພື່ອຊອກໄດ້ວຽກເຮັດງານທຳທີ່ດີ, ພິເສດແມ່ນເມື່ອມີການເຄື່ອນໄຫວລົງທຶນ ແລະ ການຄ້າລະຫວ່າງໄທ ແລະ ຫວຽດນາມ ຫຼາຍແຫ່ງ, ໃນຂະນະທີ່ບັນດາວິສາຫະກິດໃຫຍ່ຂອງໄທ ພວມດຳເນີນທຸລະກິດຢູ່ ຫວຽດນາມ.
ບໍ່ພຽງແຕ່ຢູ່ມະຫາວິທະຍາໄລ Srinakharinwirots ເທົ່ານັ້ນ, ພາສາຫວຽດນາມ ຍັງໄດ້ຮັບການສອນຢູ່ມະຫາວິທະຍາໄລໃຫຍ່ອີກຫຼາຍແຫ່ງຂອງໄທເຊັ່ນ: ມະຫາວິທະຍາໄລ Chulalongkorn, ມະຫາວິທະຍາໄລ Mahidol, ມະຫາວິທະຍາໄລ Thammasat, ມະຫາວິທະຍາໄລ Chiang Mai, ມະຫາວິທະຍາໄລ Udon Thani Rajabhat...
ອາຈານ ໂດ້ຖຸ໋ຍຮ່າ, ຄູສອນຄະນະອັກສອນສາດ ຂຶ້ນກັບມະຫາວິທະຍາໄລ Chulalongkorn, ໃຫ້ຮູ້ວ່າ ພາສາຫວຽດນາມ ໄດ້ຮັບຖືວ່າເປັນພາສາຕ່າງປະເທດຢູ່ຄະນະວິຊາມາເປັນເວລາຫຼາຍປີ. ນັກສຶກສາຫລາຍຄົນທີ່ເຄີຍຮຽນພາສາຫວຽດນາມ ໃນຫ້ອງຮຽນຂອງອາຈານ ໄດ້ກາຍເປັນນັກການທູດທີ່ເຮັດວຽກຢູ່ສະຖານທູດໄທ ປະຈຳຫວຽດນາມ.
ອາດເວົ້າໄດ້ວ່າ ໃນຊຸມປີມໍ່ໆມານີ້, ການເຄື່ອນໄຫວຮໍ່າຮຽນພາສາຫວຽດນາມຂອງນັກສຶກສາ ໄທ ໄດ້ຮັບຄວາມເອົາໃຈໃສ່ ແລະ ໜູນຊ່ວຍຢ່າງຕັ້ງໜ້າຈາກບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ໄທ. ເມື່ອເດືອນພະຈິກຜ່ານມາ, ສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ໜູນຊ່ວຍ “ງານແຂ່ງຂັນເວົ້າພາສາຫວຽດນາມ ປະຈຳໄທ” ຄັ້ງທຳອິດຂອງມະຫາວິທະຍາໄລ Srinakharinwirot ຈັດຕັ້ງ, ໄດ້ດຶງດູດນັກສຶກສາພາສາຫວຽດນາມ ຈາກ 5 ມະຫາວິທະຍາໄລທົ່ວປະເທດໄທເຂົ້າຮ່ວມ. ທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ຢືນຢັນວ່າ ສະຖານທູດ ຫວຽດນາມ ປະຈຳ ໄທ ຈະສືບຕໍ່ໜູນຊ່ວຍ, ຮ່ວມເດີນທາງກັບບັນດາໂຮງຮຽນໃນການພັດທະນາບັນດາໂຄງການສອນພາສາຫວຽດນາມ, ປະກອບສ່ວນຊຸກຍູ້ການຮຽນພາສາຫວຽດນາມ ແລະ ເພີ່ມທະວີຄວາມເຂົ້າໃຈວັດທະນະທຳ ຫວຽດນາມ ຢູ່ ໄທ.
![]() | ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມພິທີຖວາຍຜ້າ ກະຖິນ ຢູ່ ຖາຍບີ່ງ ຍສໝ - ວັນທີ 2 ພະຈິກ, ຄະນະປະຕິບັດງານຂອງສະມາຄົມມິດຕະພາບ ຫວຽດນາມ - ໄທ ໂດຍທ່ານ ຫງວຽນຫວຽດລວານ, ຮອງປະທານທັງເປັນເລຂາທິການສະມາຄົມ, ໄດ້ນຳໜ້າເຂົ້າຮ່ວມພິທີຖວາຍຜ້າກະຖິນ ຢູ່ວັດ ຟຸກມິງ ເທຣະວາດ, ແຂວງ ຖາຍບີ່ງ ຕາມຄຳເຊີນຂອງສະຖານທູດ ໄທ ປະຈຳ ຫວຽດນາມ ແລະ ສະມາຄົມມິດຕະພາບ ໄທ ... |
ມີງດຶກ