ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ໃນສະພາບການໃໝ່ຢ່າງບໍ່ຢຸດຢັ້ງ
ສະມາຄົມມິດຕະພາບຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ, ແມ່ນຂົວຕໍ່ສຳຄັນໃຫ້ນ້ຳໃຈມິດຕະພາບ | |
ເຊື່ອມຕໍ່ ຫວຽດນາມ ແລະ ຈີນ ຜ່ານການປູກຕົ້ນໄມ້ມິດຕະພາບ |
ພັກກອມມູນິດອິນດູຈີນ, ຕົ້ນກໍາເນີດຂອງພັກກອມມູນິດຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 3 ກຸມພາ 1930, ພາຍໃຕ້ການນຳພາໂດຍກົງ ແລະຮອບດ້ານຂອງປະທານ ໂຮ່ຈີມິນ, ບໍ່ພຽງແຕ່ຊ່ວຍການ ຕໍ່ສູ້ຂອງປະຊາຊົນສາມປະເທດອິນດູຈີນ ຫວຽດນາມ-ລາວ-ກຳປູເຈຍ ບັນລຸບາດກ້າວພັດທະນາ, ຫາກຍັງສ້າງປະຖົມປັດໄຈໃຫ້ແດ່ການສ້າງຕັ້ງ ຂອງ ພັກປະຊາຊົນ ປະຕິວັດລາວ ເມື່ອຫ່າງຈາກນີ້ 70 ປີກ່ອນໃນ ວັນທີ 22 ມີນາ 1955 ອີກດ້ວຍ.
20 ປີແຫ່ງການຕໍ່ສູ້ຕ້ານຈັກກະພັດອາເມລິກາ ເປັນໄລຍະຂອງຕໍ່ສູ້ຢ່າງດຸ ເດືອດ ແລະລຳບາກ, ແຕ່ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດ ສ່ອງໄສຂອງພັກປະຊາຊົນ ປະຕິວັດລາວ, ກໍາລັງປະຕິວັດລາວ ໄດ້ມີ ຍຸດທະວິທີ ທີ່ໄຫວພິບ, ເຂົ້າຮ່ວມລັດຖະບານສະຫະພັນ 3 ເທື່ອໃນເມື່ອປີ 1957, 1962 ແລະ 1973 ແລະໝັ້ນຄົງ ເຂັ້ມແຂງກວ່າພາຍຫຼັງແຕ່ລະຄັ້ງ.
ນັບແຕ່ປີ 1975 ເປັນຕົ້ນມາ, ພັກປະຊາຊົນປະຕິວັດລາວເປັນພັກກຳອຳນາດ ແລະ ໄດ້ສ້າງຕັ້ງອໍານາດການປົກຄອງໃໝ່; ສຸມໃສ່ນຳພາການຟື້ນຟູເສດຖະກິດ-ສັງຄົມ, ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະຜົນຮ້າຍຢ້ອນຫຼັງຈາກສັງຄົມທີ່ຖືກປະໄວ້ໂດຍລະບອບເກົ່າ, ນໍາຊີວິດການເປັນຢູ່ຂອງປະຊາຊົນຫັນເປັນປົກກະຕິເທື່ອລະກ້າວ; ພ້ອມກັນນັ້ນ, ສຸມໃສ່ພັດທະນາການສຶກສາ, ລົບລ້າງໄພກືກໜັງສື, ອະນຸລັກຮັກສາ ແລະ ພັດທະນາວັດທະນະທຳອັນດີງາມຂອງປະເທດຊາດ ແລະຂອງຊາດ.
ໃນໄລຍະຕົ້ນຂອງພາລະກິດປົກປັກຮັກສາປະເທດຊາດ ແລະສ້າງສາ ປະເທດຊາດ, ພັກປະຊາຊົນ ປະຕິວັດລາວ ຍາມໃດກໍ່ຖືເປັນສຳຄັນ ແລະ ສຸມໃສ່ເຂົ້າໃນວຽກງານກໍ່ສ້າງພັກ, ວາງອອກບັນດາໜ້າທີ່ ແລະ ທິດທາງໃນ ການກໍ່ສ້າງພັກໃນໄລຍະໃໝ່ຄື: “ກໍ່ສ້າງພັກຕ້ອງເລີ່ມຈາກໜ້າທີ່ການເມືອງ ແລະສຸມໃສ່ປະຕິບັດສຳເລັດໜ້າທີ່ການເມືອງຂອງພັກ; ກໍ່ສ້າງພັກໃຫ້ໝັ້ນຄົງ ເຂັ້ມແຂງໃນທັງ 3 ດ້ານ ຄື: ການເມືອງ, ແນວຄິດ; ກົງຈັກ; ກໍ່ສ້າງພັກ ຕິດພັນກັບກໍ່ສ້າງອໍານາດການປົກຄອງ; ແລະຂະບວນການ ມະຫາຊົນ”
![]() |
ບັນຍາກາດທີ່ພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງ ຕັ້ງ ພັກປະຊາຊົນ ປະຕິວັດລາວ (22-3-1955 / 22-3-2025). ພາບ: ສໍານັກຂ່າວສານຫວຽດນາມ |
ໂດຍເລີ່ມຈາກສະພາບຕົວຈິງຂອງລາວ ນັບແຕ່ປີ 1975 ແລະ ດ້ວຍການສະຫຼ່າາສ່ອງແສງຂອງພັກ, ໃນກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ໃນປີ 1986, ພັກປະຊາຊົນ ປະຕິວັດລາວ ໄດ້ສະເໜີແນວທາງປ່ຽນແປງໃໝ່, ເລີ່ມຈາກການປ່ຽນແປງໃໝ່ທາງດ້ານເສດຖະກິດ, ຕົ້ນຕໍແມ່ນປ່ຽນແປງໃໝ່ ນະໂຍບາຍດ້ານເສດຖະກິດ; ກຳນົດຕົວ ແລະ ນຳໃຊ້ພື້ນຖານເສດ ຖະກິດຫຼາຍພາກສ່ວນ, ເສດຖະກິດຕະຫຼາດ, ເປີດກວ້າງການຮ່ວມມືກັບ ຕ່າງປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ຫັນປ່ຽນຈາກ ເສດຖະກິດທຳມະຊາດ ແລະເຄິ່ງທຳມະຊາດ, ກຸ້ມຕົນເອງເປັນເສດຖະກິດ ສິນຄ້າ; ກອງປະຊຸມໃຫຍ່ຄັ້ງທີ V, VI, VII, VIII, IX, X ແລະ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ສືບຕໍ່ນຳພາການຈັດຕັ້ງຜັນຂະຫຍາຍແນວທາງ ປ່ຽນແປງໃໝ່, ດ້ວຍການກວດກາ, ສະຫຼຸບ, ຕີລາຄາ ແລະຖອດຖອນບົດຮຽນຈາກສະພາບຕົວຈິງໃນແຕ່ລະໄລຍະຢ່າງມີລະບົບ ແລະຕໍ່ເນື່ອງ, ພ້ອມກັນນັ້ນໄດ້ຮັບການຍົກລະດັບເທື່ອລະກ້າວ ແລະນໍາແນວທາງປ່ຽນ ແປງໃໝ່ຮອບດ້ານມີຫຼັກການຂອງພັກນັບມື້ນັບຮອບສົມບູນແບບ.
ປະຈຸບັນ, ປະເທດລາວມີການພົວພັນທາງການທູດກັບ 149 ປະເທດ, ມີອົງການຜູ້ຕາງໜ້າການທູດຂອງລາວຢູ່ 42 ປະເທດ, ມີອົງການຜູ້ຕາງໜ້າຕ່າງປະເທດຢູ່ລາວ 33 ແຫ່ງ, ມີການພົວພັນທາງ ການທູດກັບ 140 ກວ່າພັກການເມືອງ ແລະ ການພົວພັນເສດຖະກິດກັບ 50 ກວ່າປະເທດ.
ໃນຕະຫຼອດໄລຍະ 70 ປີແຫ່ງການສ້າງຕັ້ງ, ຕໍ່ສູ້, ເຕີບໂຕ ແລະນຳພາການປະຕິວັດ, ພັກປະຊາຊົນປະຕິວັດລາວ ຍາມໃດກໍ່ຮັກສາຄຸນທາດທາງດ້ານການເມືອງ, ຄຸນທາດການປະຕິວັດວິທະຍາສາດ; ຍຶດໝັ້ນຕໍ່ລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກ, ປະເທດ ແລະລັກສະນະພິເສດຂອງລາວ; ພັກປະຊາຊົນປະຕິວັດລາວ ຍາມໃດ ກໍ່ຢຶດໝັ້ນ, ສະເໝີຕົ້ນສະເໝີປາຍຕໍ່ອຸດົມການສັງຄົມນິຍົມ, ດ້ວຍການສ້າງ ແລະບົວລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນແບບ, ໝັ້ນແກ່ນ ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ.
ກ້າວເຂົ້າສູ່ໄລຍະໃໝ່ໃນປັດຈຸບັນ, ພັກປະຊາຊົນ ປະຕິວັດລາວ ໄດ້ຊີ້ນຳ ນຳພາ ປະຕິບັດໂຄງການດໍາເນີນງານແຫ່ງຊາດ 2 ຄັ້ງຢ່າງທັນການ ແລະ ປະສົບຜົນສໍາເລັດ, ລວມມີ ໂຄງການດໍາເນີນງານແຫ່ງຊາດແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະໂຄງການດໍາເນີນງານ ແຫ່ງຊາດສະກັດກັ້ນ ແລະຕ້ານຢາເສບຕິດ ໃນປີ 2021. ຫວ່າງແລ້ວນີ້ ສູນກາງພັກປະຊາຊົນປະຕິວັດລາວ ກໍ່ໄດ້ປະກາດມະຕິກ່ຽວກັບການສ້າງ ເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະມະຕິກ່ຽວກບັການປັບປຸງກົງ ຈັກຈັດຕັ້ງ, ສ້າງການປ່ຽນແປງຢ່າງຕັ້ງໜ້າ ແລະເລິກເຊິ່ງ, ນໍາປະເທດລາວໝັ້ນແກ່ນກ້າວໄປຕາມເສັ້ນທາງສັງຄົມນິຍົມ.
ສະພາບການໂລກ ແລະພາກພື້ນໃນປັດຈຸບັນ ພວມມີການປ່ຽນແປງຢ່າງ ວ່ອງໄວ ແລະຜັນປ່ຽນຢ່າງສັບສົນ, ເລີ່ມຈາກສະພາບຕົວຈິງ “ນໍ້າໃຈ ອ້າຍນ້ອງ” ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ, ຍ້ອນວ່າ ມີຕົ້ນກຳເນີດຈາກພັກກອມມູນິດອິນດູຈີນ ໂດຍ ປະທານ ໂຮ່ຈີມິນ ສ້າງຕັ້ງ ແລະນຳພາໂດຍກົງ ຮອບດ້ານ, ບົນພື້ນຖານ ສາຍພົວພັນສະໜິດຕິດພັນ, ສັດຊື່ບໍລິສຸດ, ຮ່ວມສຸກຮ່ວມທຸກ, ຂຸມ ຕະຄອງດຽວກັນຕໍ່ສູ້ຕ້ານສັດຕູໂຕດຽວກັນ, ຍາດເອົາເອກະລາດແຫ່ງຊາດ ມາໃຫ້ແຕ່ລະປະເທດຫວຽດນາມ ແລະລາວ, ພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ ຍາມໃດກໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບົນຈິດໃຈ “ຂົ້ົ້ົ້າເມັດຫັກ ຜັກເສັ້ນໜຶ່ງກໍ່ແບ່ງກັນກິນ”, ຈັບມືກັນກ້າວໄປໜ້າ; ສືບຕໍ່ນຳພາ 2 ປະເທດພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ.
![]() | ຜັນຂະຫຍາຍການຮ່ວມມືລະຫວ່າງກະຊວງພາຍໃນ ຫວຽດນາມ ແລະ ລາວ ໄລຍະ 2023-2026 ຢ່າງມີປະສິດທິຜົນ ຍສໝ - ວັນທີ 10 ກຸມພາ 2025, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກກັບ ທ່ານ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນລາວ. |
![]() | ການນຳພັກ, ລັດ ເຂົ້າສຸສານເພື່ອຂ່ຳນັບ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກ. ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ວັນທີ 3 ກຸມພາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າສຸສານເພື່ອຂ່ຳນັບ ປະທານ ໂຮ່ຈີມິນ. |
ແສງເດືອນ