ຫງວຽນທິດີ້ງ - ເພື່ອນສະໜິດສະໜົມຂອງປະຊາຊົນກູບາ
![]() | ຫວຽດນາມ-ກູບາ ປັບປຸງ, ພັດທະນາສາຍພົວພັນມິດຕະພາບແບບພິເສດຢ່າງບໍ່ຢຸດຢັ້ງ |
![]() | ນໍ້າໃຈສັດຊື່ບໍລິສຸດແບບພິເສດ ຫວຽດນາມ-ກູບາ |
ຫວຽດນາມ ແລະ ກູບາ ມີລັກສະນະຄ້າຍຄືກັນຫຼາຍຢ່າງໃນປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດ, ໂດຍສະເພາະແມ່ນປະກົດຕົວຂອງວິລະຊົນເພດຍິງ. ຖ້າຫວຽດນາມມີ ຮ່າຍບາຈືງ, ບາຈ້ຽວ, ຫງວຽນທິມິງຄາຍ, ຫງວຽນທິດີ້ງ, ຫງວຽນທິບີງ, ກູບາມີແມ່ Mariana Grajales Cuello - ແມ່ເຫຼັກໃນສົງຄາມຕໍ່ຕ້ານລັດທິອານານິຄົມຂອງແອສປາໂຍນ, ພ້ອມກັບທະຫານທີ່ສັດຊື່ເຊັ່ນ Melba Hernández, Haydée Santamaría, Vilma Espin ...
ນີ້ແມ່ນສ່ວນໜຶ່ງຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງ ຫວຽດນາມ ແລະ ກູບາ, ປະຊາຊົນສອງປະເທດໃນແຖວໜ້າຕ້ານລັດທິອານານິຄົມ, ລັດທິຈັກກະພັດ, ປົດປ່ອຍຊາດ ແລະ ກໍ່ສ້າງລະບອບປະຊາທິປະໄຕ, ຍຸຕິທຳ, ເສລີ ແລະ ຄວາມຜາສຸກຂອງປະຊາຊົນໃນ 65 ປີຜ່ານມາ (1960-2025).
![]() |
ທ່ານນາງ ຫງວຽນທິດີ້ງ ໄດ້ມີການພົບປະກັບບັນດາທະຫານຂອງກອງພັນໃຫຍ່ປືນໃຫຍ່ປ້ອງກັນອາກາດກູບາ. (ພາບ: TTXVN) |
ຈາກການລຸກຮືຂຶ້ນບັ້ນໃຫຍ່ ເບັ໋ນແຈ່ ໄປຮອດ “ໝູ່ບ້ານເບັ໋ນແຈ່” ໃນປະເທດກູບາ
ນຶ່ງປີຫຼັງຈາກກູບາໄດ້ຮັບການປົດປ່ອຍ (1 ມັງກອນ 1959), ການລຸກຮືຂຶ້ນບັ້ນໃຫຍ່ໄດ້ເກີດຂຶ້ນຢູ່ ເບັ໋ນແຈ່ (17 ມັງກອນ 1960). ປະຊາຊົນກູບາມີຄວາມຕື່ນເຕັ້ນແລະເຫັນຫວຽດນາມເປັນສະຫາຍຮ່ວມກັນແບ່ງປັນໄຟໃນສະໜາມຮົບຕ້ານອາເມລິກາ.
ວັນທີ 20 ທັນວາ 1969, ໝູ່ບ້ານ “ເບັ໋ນແຈ່” ໄດ້ກຳເນີດຂຶ້ນຢູ່ແຂວງ Artemisa (ກູບາ) ໃນການເຄື່ອນໄຫວຢ່າງກ້ວາງຂວາງຢູ່ ກູບາ ເພື່ອສະແດງນ້ຳໃຈສາມັກຄີ, ສະໜັບສະໜູນ, ຊຸກຍູ້ປະຊາຊົນພາກໃຕ້ເວົ້າລວມ ແລະ ປະຊາຊົນຊາວ ເບັ໋ນແຈ່ ເວົ້າສະເພາະໃນການຕໍ່ສູ້ຕ້ານຜູ້ຮຸກຮານ ແລະ ຝູງຊົນ. ໝູ່ບ້ານ ເບັ໋ນແຈ່ ມີແບບເຮືອນຂອງລຸງໂຮ່, ເປັນສັນຍາລັກແຫ່ງຄວາມສາມັກຄີລະຫວ່າງປະຊາຊົນຫວຽດນາມ ແລະ ກູບາ. ແຕ່ລະປີ, ໝູ່ບ້ານ ເບັ໋ນແຈ່ ໄດ້ຈັດງານບຸນກຸດຈີນຕາມຮີດຄອງປະເພນີຂອງຫວຽດນາມ ແລະ ເນື່ອງໃນໂອກາດບຸນເຕັດດົງກອຍ (17 ມັງກອນ 1960).
ຈາກດິນແດນ ລຸກຮືຂຶ້ນບັ້ນໃຫຍ່ ເບັ໋ນແຈ່, ທ່ານນາງ ຫງວຽນທິດີ້ງ ໄດ້ກາຍເປັນສັນຍາລັກອັນສວຍງາມຂອງແມ່ຍິງຫວຽດນາມ ໃນສົງຄາມຕ້ານ ອາເມລິກາ, ປົດປ່ອຍພາກໃຕ້ ແລະ ປະເທດເປັນເອກະພາບ. ທ່ານນາງ ມີຊື່ສຽງຍ້ອນບົດບາດເປັນຜູ້ບັນຊາການກອງທັບຜົມຍາວພາກໃຕ້, ດ້ວຍຍຸດທະສາດການໂຈມຕີສາມງ່າມທີ່ມີປະສິດທິຜົນ.
ທ່ານນາງ ບ່າດີ້ງ ແລະ ປະຊາຊົນກູບາ
ໃນຊີວິດປະຕິວັດອັນສະຫງ່າລາສີ, ທ່ານນາງ ຫງວຽນທິດີ້ງໄດ້ດຳລົງຕຳແໜ່ງສຳຄັນຫຼາຍຢ່າງຄື: ຮອງຜູ້ບັນຊາການບັນດາກຳລັງປະກອບອາວຸດປົດປ່ອຍພາກໃຕ້ (1965 – 1975); ປະທານສະຫະພັນແມ່ຍິງ ປົດປ່ອຍພາກໃຕ້ຫວຽດນາມ (1965); ກໍາມະການສູນກາງພັກຊຸດທີ 4, 5, 6; ປະທານສະຫະພັນແມ່ຍິງຫວຽດນາມ ຊຸດທີ 5, 6(1982 - 1992); ຮອງປະທານສະພາແຫ່ງລັດ (1987 - 1992); ຄະນະຜູ້ແທນສະພາແຫ່ງຊາດ ຊຸດທີ 6, 7, 8; ພິເສດແມ່ນປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ (1983-1992).
![]() |
ການນຳ Fidel Castro ໄດ້ຕ້ອນຮັບທ່ານນາງ ຫງວຽນທິດີ້ງ ມາຢ້ຽມຢາມ ກູບາ ໃນວັນທີ 18 ກໍລະກົດ 1974. (ພາບ: KT) |
ເດືອນກໍລະກົດ ປີ 1974, ນາຍພົນຍິງ ຫງວຽນທິດີ້ງ ໄປຢ້ຽມຢາມ ກູບາ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ຈິງໃຈຈາກທ່ານປະທາ Fidel Castro ແລະ ບັນດາການນຳພັກ ແລະ ລັດ. ຢູ່ທີ່ນີ້, ທ່ານນາງ ໄດ້ຮັບຫຼຽນໄຊແຫ່ງຊາດຂອງຫາດຊາຍ Hiron, ແມ່ນລາງວັນອັນສູງສົ່ງຂອງລັດ ກູບາ.
ທ່ານນາງໄດ້ສະແດງຄວາມຮູ້ສຶກຕື້ນຕັນໃຈເມື່ອເລົ່າຄືນການຢ້ຽມຢາມຄັ້ງນີ້ໃນຂະນະທີ່ທ່ານຍັງມີຊີວິດຢູ່ວ່າ “ບັນດາສະຫາຍ Fidel Castro, ເລຂາເອກ ພັກກອມມູນິດກູບາ; Raul Castro, ລັດຖະມົນຕີວ່າການກະຊວງການທະຫານປະຕິວັດກູບາ; ທ່ານນາງ Vilma Espin - ປະທານສະມາຄົມແມ່ຍິງ ກູບາ ແລະ ທ່ານນາງ Melba Hernandez - ປະທານຄະນະກຳມາທິການສາມັກຄີ ກູບາ - ຫວຽດນາມ ໄດ້ຈັບມືອວຍພອນຂ້າພະເຈົ້າຢ່າງໜັກແໜ້ນ. ໃນເວລານັ້ນ, ຫົວໃຈຂອງຂ້າພະເຈົ້າເຕັມໄປດ້ວຍຄວາມຮູ້ສຶກ, ສົງໄສວ່າພວກເຮົາຕ້ອງເຮັດແນວໃດ ເພື່ອຕອບສະຫນອງຄວາມໄວ້ວາງໃຈ ແລະ ຄວາມຄາດຫວັງຂອງຫມູ່ເພື່ອນທົ່ວໂລກ”.
ໃນຫໍອາໄລຫາທ່ານນາງ ຫງວຽນທິດີ້ງ ຢູ່ຖະໜົນ Pasteur, ມີຮູບການຢືນຢູ່ຄຽງຂ້າງຜູ້ນຳ Fidel Castro, ໄດ້ບັນທຶກພາບພົດຂອງສອງຄົນທີ່ເຂົ້າສູ່ປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ, ເຖິງວ່າຢູ່ຫ່າງຈາກກັນເຄິ່ງໂລກກໍ່ຕາມ, ແຕ່ຍັງໃກ້ຊິດ ແລະ ຄ້າຍຄືກັນ.
ນັກປະພັນ ງວຽນຫງອກ ເຄີຍຂຽນກ່ຽວກັບທ່ານນາງ ຫງວຽນທິດີ້ງ ວ່າ “ທ່ານນາງອາດເປັນໜຶ່ງໃນປະຊາຊົນຫວຽດນາມ ທີ່ມີເພື່ອນມິດທີ່ສຸດໃນໂລກ, ຈາກປະຊາຊົນທຳມະດາສາມັນເຖິງປະມຸກລັດທີ່ມີຊື່ສຽງ ແລະ ຈາກຫຼາຍລະບອບການເມືອງ. ທ່ານນາງເປັນແມ່ຍິງນ້ອຍ,ຖ່ອມຕົວ, ມີຄວາມຮູ້, ສະໜິດສະໜົມ, ສະຫງ່າງາມ, ສະແດງໃຫ້ເຫັນຫວຽດນາມ ທີ່ຕໍ່ສູ້ຢ່າງໝັ້ນຄົງ ແລະ ມີຄວາມໝັ້ນໃຈ”.
ສັນຍາລັກມິດຕະພາບ ຫວຽດນາມ-ກູບາ
ເດືອນພຶດສະພາ 1982, ຄະນະຜູ້ແທນວຽກງານຂອງສະມາຄົມມິດຕະພາບຫວຽດນາມ - ກູບາ ໄດ້ໄປຮອດ ເບັ໋ນແຈ່. ໃນການຢ້ຽມຢາມຄັ້ງນີ້, ຝ່າຍກູບາ ມີທ່ານນາງ Melba Hernandez, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ກູບາ ປະຈຳ ຫວຽດນາມ ເປັນຫົວໜ້າຄະນະ. ເຂົ້າຮ່ວມມີທ່ານນາງ ຫງວຽນທິດີ້ງ, ໃນຂະນະນັ້ນທີ່ເປັນປະທານສະຫະພັນແມ່ຍິງຫວຽດນາມ. ເປົ້າໝາຍອງການຢ້ຽມຢາມຄັ້ງນີ້, ທ່ານນາງ Menba ປາດຖະໜາຢາກພົບປະກັບການນຳແຂວງ ເພື່ອສະແດງຄວາມປາດຖະໜາຂອງຊາວ ກູບາ ທີ່ຢາກມີໝູ່ບ້ານ Moncada ຢູ່ ເບັ໋ນແຈ່, ເພາະວ່າ ຢູ່ ກູບາ ມີໝູ່ບ້ານ ເບັ໋ນແຈ່ ຢູ່ແລ້ວ.
ເພື່ອຕອບສະໜອງຄວາມຮັກແພງອັນລ້ຳຄ່າຂອງປະຊາຊົນບັນດາປະເທດບ້ານໃກ້ເຮືອນຄຽງ, ການນຳແຂວງ ເບັ໋ນແຈ່ ໄດ້ສະເໜີໃຫ້ 3 ຕາແສງຖືກຕັ້ງຊື່ວ່າ “ໝູ່ບ້ານ Moncada” ລວມມີ: ຕາແສງ ເຕິນຊວນ (ບາຈີ່), ດິງຖຸ່ຍ (ມໍໄກ) – ບ່ອນທີ່ຂະບວນການລຸກຮືຂຶ້ນບັ້ນໃຫຍ່ ເລີ່ມດຳເນີນ ແລະ ເລືອງຮວາ (ຢົງຈອມ) – ແມ່ນບ່ອນທີ່ແມ່ນ້ຳຖືກຂະໜານນາມວ່າ “ແມ່ນ້ຳ ແບກດັ່ງ” ມີຊື່ສຽງໃນການຈົມກຳປັ່ນຮົບອາເມລິກາຫຼາຍລຳ.
ພາຍຫຼັງການປຶກສາຫາລື ແລະ ວິເຄາະແລ້ວ, ການນຳແຂວງ ໃຫ້ຮູ້ວ່າ ເຖິງວ່າ ເລືອງຮວາ ສ້າງຕັ້ງໜ່ວຍພັກຫຼັງ ແຕ່ກໍ່ມີຜົນສຳເລັດຫຼາຍຢ່າງໃນສະໄໝສົງຄາມຕ້ານທານ, ພິເສດແມ່ນບັນດາຜົນງານຂອງກຳປັ່ນຮົບອາເມລິກາ, ສະນັ້ນ ຈຶ່ງໄດ້ຮັບນາມມະຍົດວ່າ “ແມ່ນ້ຳ ແບກດັ່ງ” ຂອງຍຸກສະໄໝ. ພາຍຫຼັງສົງຄາມ, ເລືອງຮວາແມ່ນໜຶ່ງໃນບັນດາຕາແສງທີ່ມີພື້ນຖານເສດຖະກິດຟື້ນຟູ, ຄົມມະນາຄົມໄວ, ເປັນບ້ານຂອງບັນດາສະຫະກອນການຄ້າທີ່ຄຶກຄື້ນ ແລະ ມີຊື່ສຽງທີ່ສຸດຂອງແຂວງ. ນີ້ແມ່ນບ້ານເກີດເມືອງນອນຂອງພົນເອກ ຫງວຽນທິດີ້ງ. ເລືອກ ເລືອງຮວາ ແມ່ນຄຸ້ມຄ່າ.
ພາຍຫຼັງການພົບປະຄັ້ງນີ້, ທ່ານນາງ Melba ໄດ້ຮຽກຮ້ອງໃຫ້ກູບາລາຍງານວ່າ, ຈະມີ “ໝູ່ບ້ານ Moncada -ເລືອງຮວາ ຢູ່ ເບັ໋ນແຈ່”. ທຸກຂັ້ນຕອນເພື່ອຮັບຮູ້ຢ່າງເປັນທາງການແມ່ນໝູ່ບ້ານ Moncada - ເລືອງຮວາ ຢູ່ ເບັ໋ນແຈ່ ໄດ້ດຳເນີນໄປຢ່າງວ່ອງໄວ. ວັນທີ 1 ມັງກອນປີ 1983, ເນື່ອງໃນໂອກາດວັນຊາດສາທາລະນະລັດ ກູບາ, ໝູ່ບ້ານ Moncada - ເລືອງຮວາໄດ້ເກີດຂຶ້ນຢ່າງເປັນທາງການ, ກາຍເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງ ຫວຽດນາມ - ກູບາ.
ປີ 2023, ແຂວງ ເບັ໋ນແຈ່ ໄດ້ຈັດຕັ້ງໂຄງການກໍ່ສ້າງບ້ານອະນຸສອນສະຖານ Moncada ດ້ວຍຍອດຈຳນວນເງິນລົງທຶນ ແລະ ກໍ່ສ້າງກ່ວາ 4,5 ຕື້ດົ່ງ. ໃນນັ້ນ, ບັນດາສະມາຊິກພັກ, ພະນັກງານ, ລັດຖະກອນ, ພະນັກງານລັດຖະກອນ ແລະ ກຳລັງປະກອບອາວຸດຢູ່ເມືອງ ເຈືອງເຕີນ ປະກອບສ່ວນເງິນເດືອນ 2 ວັນ ດ້ວຍຍອດຈຳນວນເງິນ 1,2 ຕື້ດົ່ງ, ສ່ວນເຫຼືອແມ່ນໄດ້ມາຈາກງົບປະມານຂອງເມືອງ. ເຮືອນອະນຸສອນສະຖານດັ່ງກ່າວສ້າງຂຶ້ນດ້ວຍເນື້ອທີ່ທັງໝົດ 290 ມ2, ມີພື້ນຖານຄອນກຣີດ, ຖັນ, ໂຄນ, ແລະ ເສົາ. ໂຄງການອະນຸລັກຮັກສາ ແລະ ແນະນຳບັນດາເອກະສານ, ຮູບພາບ ແລະ ວັດຖຸພັນກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ກູບາ ເວົ້າລວມ ແລະ ບ້ານ Monada ກັບໝູ່ບ້ານ ເບັ໋ນແຈ່ ເວົ້າສະເພາະ.
ຢູ່ກູບາ, ມີໂຮງຮຽນ, ບ້ານ, ຂົວ 100 ກວ່າແຫ່ງທີ່ຕັ້ງຊື່ຕາມຫວຽດນາມ. ຢູ່ໝູ່ບ້ານ Moncada, ຕາແສງ ເລືອງຮວາ, ແຂວງ ຢົງຈອມ, ຫຼາຍຄອບຄົວໄດ້ແຂວນຮູບຜູ້ນຳ Fidel Castro ເພື່ອເປັນການສະແດງຄວາມຮັກແພງ ແລະ ຄວາມຊົມເຊີຍ.
ທ່ານນາງ ສາດສະດາຈານປະຫວັດສາດ Christine Whate, ມະຫາວິທະຍາໄລສັງລວມ Hawaii, ອາເມລິກາ, ເຄີຍຂຽນຈົດໝາຍເຖິງທ່ານນາງ ຫງວຽນທີດີ້ງ, ໃນນັ້ນ ມີຕອນວ່າ“ຂ້າພະເຈົ້າຮູ້ສຶກເປັນກຽດຫຼາຍທີ່ໄດ້ຂຽນຈົດໝາຍສະບັບນີ້ມາຢ້ຽມຢາມທ່ານນາງ, ແມ່ນແມ່ຍິງທີ່ມີຊື່ສຽງ ແລະ ມີບົດບາດສຳຄັນໃນປະຫວັດສາດໂລກ, ເປັນແບບຢ່າງຂອງແມ່ຍິງແທ້ໆ.ຂ້າພະເຈົ້າດີໃຈທີ່ໄດ້ນຳໃຊ້ບົດບັນທຶກຊ່ວຍຈຳເພື່ອສອນນັກຮຽນຮູ້ກ່ຽວກັບຮີດຄອງປະເພນີປະຕິວັດຂອງຫວຽດນາມ”.
ສືບຕໍ່ສືບທອດມູນເຊື້ອອັນລ້ຳຄ່າຂອງທ່ານນາງ ບ່າດີ້ງ ແລະ ບັນດາລຸ້ນພໍ່ແມ່ອ້າຍນ້ອງ, ການພົວພັນ ຫວຽດນາມ - ກູບາ ໄດ້ສ່ອງແສງໃຫ້ເຫັນບັນດາໜ້າປະຫວັດສາດໃໝ່ກັບລັດທິສາກົນທີ່ບໍລິສຸດຂອງບັນດານັກປະຕິວັດທີ່ແທ້ຈິງໃນການຕໍ່ສູ້ປົກປັກຮັກສາ, ປັບປຸງ ແລະ ພັດທະນາສັງຄົມນິຍົມໃນທຸກຂົງເຂດ.
ບັນດາການຢ້ຽມຢາມຄັ້ງປະຫວັດສາດຂອງການນຳຂັ້ນສູງ 2 ປະເທດໄດ້ສ້າງທິດທາງ, ເນື້ອໃນ ແລະ ວິທີແກ້ໄຂເພື່ອພັດທະນາການພົວພັນຫວຽດນາມ - ກູບາ ໃນສະພາບການໃໝ່. ສອງປະເທດສືບຕໍ່ປ່ຽນໃໝ່ບັນດາວິທີການຮ່ວມມືເພື່ອແນໃສ່ຍົກສູງພາກຕົວຈິງ, ປະສິດທິຜົນ, ສຸມໃສ່ຊຸກຍູ້ການຮ່ວມມືໃນຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ຄວາມສົນໃຈຄື: ການຄ້າ, ການລົງທຶນ, ກະສິກຳ, ເຕັກໂນໂລຢີວະພາບ, ສາທາລະນະສຸກ, ກໍ່ສ້າງ, ອຸດສາຫະກຳ, ຄົມມະນາຄົມຂົນສົ່ງ, ຂໍ້ມູນການສື່ສານ, ການເງິນ, ການທະນາຄານ, ວັດທະນະທຳ, ກິລາ, ການສຶກສາ ແລະ ບຳລຸງສ້າງ ແລະ ວິທະຍາສາດເຕັກໂນໂລຢີ.
ໃນປະຫວັດສາດໂລກ, ບໍ່ຄ່ອຍມີສາຍພົວພັນມິດຕະພາບທີ່ສະໜິດສະໜົມ ແລະ ໝັ້ນຄົງຄືລະຫວ່າງຫວຽດນາມ ແລະ ກູບາ. ແລະ ໃນມິດຕະພາບອັນຍິ່ງໃຫຍ່ນັ້ນ, ຂຸນເສິກທີ່ເປັນຜູ້ຍິງ ຫງວຽນທິດີ້ງ ແມ່ນສັນຍາລັກຕະຫຼອດໄປ!
![]() | ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກູບາ ແຂວງ ກວາງບິ່ງ ຍສໝ - ວັນທີ 18 ກຸມພາ, ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກູບາ ແຂວງ ກວາງບິ່ງ ຊຸດທີ 1, ອາຍຸການ 2025-2030 ໄດ້ໄຂຂຶ້ນຢູ່ແຂວງ ກວາງບິ່ງ. |
![]() | ກູບາ ຍ້ອງຍໍນ້ຳໃຈອ້າຍນ້ອງທີ່ຈົງຮັກພັກດີ, ສັດຊື່ບໍລິສຸດກັບຫວຽດນາມ ຍສໝ - ວັນທີ 19 ກຸມພາ, ຢູ່ La Habana, ທ່ານ Bruno Rodríguez Parrilla ກຳມະການກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ລັດຖະມົນຕີກະຊວງການຕ່າງປະເທດກູບາ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນທີ່ບັນລຸໄດ້ໃນການໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ເຊິ່ງທ່ານໄດ້ຮັບການຕ້ອນຮັບດ້ວຍ “ນ້ຳໃຈຮັກແພງແຂກຄົນຢ່າງສຸດຈິດສຸດໃຈ ແລະ ໃຫ້ຄຳໝັ້ນສັນຍາຍາມໃດກໍ່ໜູນຊ່ວຍ ກູບາ ບັນລຸເກີນກາຍຄາດໝາຍທັງໝົດ”. |
ມີງດຶກ