ວິສາຫະກິດ ຫວຽດນາມ ຢູ່ ຍີ່ປຸ່ນ - ໄທ - ຫວຽດນາມ ເຊື່ອມຕໍ່ ແລະ ຮ່ວມມື
![]() | ຫວຽດນາມ-ລາວ-ກຳປູເຈຍ ເພີ່ມທະວີຄວາມສາມັກຄີ, ເພີ່ມປະສິດທິຜົນການຮ່ວມມື, ເຊື່ອມຕໍ່ ໃນໄລຍະພັດທະນາໃໝ່ |
![]() | ການຮ່ວມມືຢູ່ທ້ອງຖິ່ນແມ່ນຊ່ອງທາງທີ່ແທ້ຈິງໃນການພົວພັນ ຫວຽດນາມ - ຍີ່ປຸ່ນ |
ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ພວມອາໄສ ແລະ ດຳເນີນທຸລະກິດຢູ່ ຍີ່ປຸ່ນ ແລະ ໄທ ມີໂອກາດພົບປະ, ເຊື່ອມຕໍ່, ຮ່ວມມື ແລະ ແລກປ່ຽນກັບບັນດາວິສາຫະກິດໜຸ່ມ ຫວຽດນາມ.
ກ່າວຄຳປາໄສທີ່ເປີດເວທີ, ທ່ານນາງ ຫວູຈີມາຍ, ຫົວໜ້າກົງສູນໃຫຍ່ ຫວຽດນາມ ປະຈຳ Fukuoka, ປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ ໃນສະພາບການທີ່ໂລກ ແລະ ພາກພື້ນພວມປະສົບກັບບັນດາສິ່ງທ້າທາຍ ແບບເກົ່າ ແລະ ແບບໃໝ່, ປະຊາຄົມນັກທຸລະກິດຂອງພວກເຮົາບໍ່ວ່າຢູ່ພາຍໃນ ຫຼື ຕ່າງປະເທດຕ້ອງລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ. ເວທີແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດເຂົ້າເຖິງຕະຫຼາດ, ຊອກຫາຄູ່ຮ່ວມມືຍຸດທະສາດ ແລະ ເປີດກວ້າງການເຄື່ອນໄຫວດຳເນີນທຸລະກິດຢູ່ພາກພື້ນ. ພ້ອມກັນນັ້ນ, ເຫດການກໍ່ປະກອບສ່ວນຍົກສູງທີ່ຕັ້ງ ແລະ ຮູບພາບຂອງປະຊາຄົມຊາວຫວຽດນາມ ໃນເວທີສາກົນ. ນີ້ກໍ່ແມ່ນຂົວເຊື່ອມຕໍ່ຊ່ວຍໃຫ້ປະຊາຄົມວິສາຫະກິດ ຫວຽດນາມ ຢູ່ຕ່າງປະເທດຕິດພັນກັບກັບບ້ານເກີດເມືອງນອນ ແລະ ອະນຸລັກຮັກສາສີສັນວັດທະນະທຳ ຫວຽດນາມ.
ແບ່ງປັນກ່ຽວກັບຄວາມສາມາດບົ່ມຊ້ອນການຮ່ວມມືດ້ານການຄ້າ, ການທ່ອງທ່ຽວ ແລະ ກາລະໂອກາດລົງທຶນຢູ່ ຍີ່ປຸ່ນ, ພ້ອມກັບບັນດາທ່າແຮງຂອງປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ, ທ່ານນາງ ຫວູຈີ່ມາຍ ໃຫ້ຮູ້ວ່າ Kyushu ແມ່ນເຂດທີ່ສຸມໃສ່ຫຼາຍຂະແໜງອຸດສາຫະກຳເຊັ່ນ ນ້ຳມັນເຊື້ອໄຟ, ການຜະລິດລົດໃຫຍ່, ທາດເຄິ່ງຊັກນຳໄຟຟ້າ ແລະ ໂລຫະ.
ຕາມທ່ານນາງ ຫວູຈີມາຍ ແລ້ວ, Kyushu ແມ່ນປະຕູສຳຄັນຂອງຍີ່ປຸ່ນ ໃນການທ່ອງທ່ຽວ ແລະ ການຄ້າສາກົນ. ດ້ວຍປະຊາກອນປະມານ 1,274 ລ້ານຄົນ, ກວມເອົາ 10,2% ຂອງປະຊາກອນທັງຫມົດຂອງຍີ່ປຸ່ນ. ເນື້ອທີ່ ແລະ GDP ກວມເອົາປະມານ 10% ຂອງຍີ່ປຸ່ນທັງຫມົດ, ດັ່ງນັ້ນ ຂອບຂະຫນາດເສດຖະກິດຂອງ Kyushu ຖືກເອີ້ນວ່າ "10% ເສດຖະກິດ". Kyushu ແມ່ນບ່ອນຜະລິດລົດໃຫຍ່ແຖວໜ້າຂອງຍີ່ປຸ່ນ, ກວມເອົາປະມານ 15% ຂອງສ່ວນແບ່ງຕະຫຼາດທັງຫມົດຂອງຍີ່ປຸ່ນໃນຈໍານວນລົດທີ່ຜະລິດ.
![]() |
ເວທີປາໄສ “ເຊື່ອມຕໍ່ການຄ້າ ແລະ ການທ່ອງທ່ຽວລະຫວ່າງ ຍີ່ປຸ່ນ - ໄທ - ຫວຽດນາມ” ມີການເຂົ້າຮ່ວມຂອງຜູ້ແທນວິສາຫະກິດເກືອບ 100 ຄົນທີ່ມາຈາກ 3 ປະເທດ. |
“ໃນໄລຍະຈະມາເຖິງ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Fukuoka ຈະສຸມໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວເພື່ອຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ ແລະ ເປີດກວ້າງການເຊື່ອມຕໍ່ກັບ ໄທ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງ ແລະ ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາວິສາຫະກິດຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະ ເປີດກວ້າງການຮ່ວມມືຢ່າງມີປະສິດທິຜົນ,” ທ່ານນາງ ຫວູຈີມາຍ, ກົງສູນໃຫຍ່ ຫວຽດນາມ ປະຈຳ Fukuoka, ປະເທດ ຍີ່ປຸ່ນ ເນັ້ນໜັກ.
ກ່າວຄຳປາໄສທີ່ເວທີ, ທ່ານ ດິງຮ່ວາງລິງ, ຫົວໜ້າກົງສູນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ, ໄທ ໃຫ້ຮູ້ວ່າ: ໃນໄລຍະມໍ່ໆມານີ້, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ໄທ ນັບມື້ນັບພັດທະນາຢ່າງເລິກເຊິ່ງ ແລະ ແທດຈິງ, ສ້າງພື້ນຖານອັນສຳຄັນເພື່ອຊຸກຍູ້ການຮ່ວມມືພັດທະນາເສດຖະກິດລະຫວ່າງສອງປະເທດ.
ຢູ່ພາກຕາເວັນອອກສຽງເໜືອຂອງໄທ, ອຸດອນ ທານີ ແມ່ນສູນກາງເສດຖະກິດ, ການຄ້າ ແລະ ການເຊື່ອມຕໍ່ທີ່ສຳຄັນ. ດ້ວຍໂຄງລ່າງຄົມມະນາຄົມທີ່ພັດທະນາແລ້ວ, ທາງລົດໄຟຄວາມໄວສູງທີ່ພວມກໍ່ສ້າງ ແລະ ສະໜາມບິນສາກົນ, ອຸດອນທານີ ພວມກາຍເປັນສະຖານທີ່ດຶງດູດໃຫ້ບັນດານັກລົງທຶນ.
![]() |
ບັນດາວິສາຫະກິດເຂົ້າຮ່ວມພິທີລົງນາມທີ່ເວທີ. |
ນີ້ແມ່ນແຫຼ່ງກຳລັງສຳຄັນທີ່ເຂົ້າຮ່ວມການຮ່ວມມືດ້ານເສດຖະກິດໂດຍກົງ ແລະ ທັງເປັນສວມບົດບາດຂົວເຊື່ອມຕໍ່ສົ່ງເສີມຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ພາກຕາເວັນອອກສ່ຽງເໜືອ ໄທ.
ດ້ວຍບັນດາທ່າໄດ້ປຽບຂ້າງເທິງ, ທ່ານ ດິງຮວ່າງລິງ ເຊື່ອໝັ້ນວ່າ ບັນດາວິສາຫະກິດ ຍີ່ປຸ່ນ ແລະ ຫວຽດນາມ ສາມາດໝູນໃຊ້ກາລະໂອກາດເພື່ອເປີດກວ້າງຕະຫຼາດ, ຮ່ວມມື ແລະ ພັດທະນາຢ່າງແຮງໃນໄລຍະຈະມາເຖິງ.
ຕີລາຄາສູງຂໍ້ລິເລີ່ມຈັດຕັ້ງເວທີຂອງສອງອົງການຕາງໜ້າ ຫວຽດນາມ ຢູ່ ໄທ ແລະ ຍີ່ປຸ່ນ, ປະຊາຄົມວິສາຫະກິດ ຫວຽດນາມ ຢູ່ 3 ປະເທດ ຫວຽດນາມ - ໄທ - ຍີ່ປຸ່ນ, ທ່ານ ຫງວຽນແມ້ງດົງ, ຮອງປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ແລະ ຄະນະກຳມະບານແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ ຈະສ້າງເງື່ອນໄຂເພື່ອເພີ່ມທະວີກຳລັງແຮງເຊື່ອມຕໍ່ປະຊາຄົມວິສາຫະກິດຢູ່ຕ່າງປະເທດນຳເອົາບັນດາການນຳໃຊ້ຢ່າງແທດຈິງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ.
ທີ່ເວທີ, ໄດ້ດຳເນີນພິທີລົງນາມລະຫວ່າງບັນດາສະມາຄົມ ແລະ ວິສາຫະກິດຊາວຫວຽດນາມ ຢູ່ 3 ປະເທດ ຫວຽດນາມ - ໄທ - ຍີ່ປຸ່ນ.
![]() | ພາສາ ແລະ ດົນຕີ ສ້າງຂົວເຊື່ອມຕໍ່ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ |
![]() | ເປີດສະຫຼອງບ້ານວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຢູ່ ລອງອານ |
ແທັງຮັ່ງ