ແມ່ຍິງຫວຽດນາມ - ລາວ ຈັດຕັ້ງການເຄື່ອນໄຫວແບບອາສາສະໝັກໃຈ ເພື່ອສະເຫຼີມສະຫຼອງວັນທີ 8 ມີນາ
ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ຈັດຕັ້ງພິທີມິດຕິງ ແລະ ການເຄື່ອນໄຫວອາສາສະໝັກ ເນື່ອງໃນໂອກາດສະເຫຼີມສະຫຼອງ 115 ປີແຫ່ງວັນແມ່ຍິງ 8 ມີນາ (8 ມີນາ 1910 – 8 ມີນາ 2025). ເຂົ້າຮ່ວມມີທ່ານນາງ ກຽວທິຮັ່ງຟຸກ, ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ແຂວງຫຼວງພະບາງ, ທ່ານນາງ ປະທານສະຫະພັນແມ່ຍິງແຂວງຫຼວງພະບາງ ບົວສອນ ໄຊຍະໄຊ, ແລະ ຜູ້ຕາງໜ້າແມ່ຍິງຈາກບັນດາພະແນກ, ຂະແໜງການ, ຜູ້ຕາງໜ້າສະມາຄົມຫວຽດນາມ ແຂວງຫຼວງພະບາງ ແລະ ສະມາຄົມວິສາຫະກິດຫວຽດນາມ ຢູ່ພາກເໜືອຂອງລາວ.
![]() |
ໂຄງການ ໄດ້ຫຸງເຝີ 300 ກວ່າຖ້ວຍໃຫ້ແກ່ບັນດາອ້າຍຈົວຢູ່ວັດ ພະໂອ, ບ້ານ ພະໂອ, ນະຄອນ ຫຼວງພະບາງ. |
ໂດຍຜ່ານການເຄື່ອນໄຫວນີ້, ເອື້ອຍນ້ອງສະຖານກົງສູນໃຫຍ່ຫວຽດນາມ ແລະ ບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງ, ສະມາຄົມຊາວຫວຽດນາມ ແຂວງ ຫຼວງພະບາງ ແລະ ສະມາຄົມວິສາຫະກິດຫວຽດນາມ ຢູ່ພາກເໜືອລາວ ໄດ້ມີເງື່ອນໄຂພົບປະ, ແບ່ງປັນຄວາມຫຍຸ້ງຍາກ ເພື່ອມານະພະຍາຍາມສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ໄດ້ເປັນຢ່າງດີ, ປະກອບສ່ວນອັນສຳຄັນເຂົ້າໃນການປົກປັກຮັກສາ, ປັບປຸງ ແລະ ພັດທະນາສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ
ໂຄງການໄດ້ບໍລິຈາກເຂົ້າສານ 1 ໂຕນ, ນ້ຳມັນ 10 ຖັງ, ໄຂ່, ນ້ຳຫວານ, ນ້ຳຕອງ 1.000 ໜ່ວຍ ແລະ ຫຸງເຝີ 300 ກວ່າຖ້ວຍໃຫ້ແກ່ບັນດາອ້າຍຈົວຢູ່ວັດ ພະໂອ, ບ້ານ ພະໂອ, ນະຄອນ ຫຼວງພະບາງ. ການເຄື່ອນໄຫວອາສາສະໝັກໄດ້ສ້າງຂີດໝາຍຫຼາຍຢ່າງ, ມອບຄຸນຄ່າຢ່າງແທດຈິງໃຫ້ຜູ້ທີ່ຕ້ອງການ, ເຜີຍແຜ່ຄວາມຮັກແພງ, ຍົກສູງສະຕິວິໄນໃນຊຸມຊົນ, ສາມັກຄີ, ເຕັມໄປດ້ວຍຈິດໃຈທີ່ດີ, ຈູດໄຟແຫ່ງຄວາມກະຕືລືລົ້ນ, ມີແຮງຈູງໃຈໃນຊີວິດຫຼາຍຂຶ້ນ.
![]() | ຮ່າໂນ້ຍ ຈະສະແດງ drone 2.025 ໜ່ວຍເພື່ອສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ ປີມະເສັງ 2025 ຍສໝ - ວັນທີ 6 ມັງກອນນີ້, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ ຈະຈັດຕັ້ງລາຍການປະສານດົນຕີແສງສີ - ຕ້ອນຮັບປີໃໝ່ 2025 ຢູ່ເຂດສີ່ແຍກ ຫງວຽນຮ່ວາງຕົ່ນ - ລາກລອງກວນ (ໄຕໂຮ່, ຮ່າໂນ້ຍ) ໃນເວລາ 20:00 ໂມງຂອງວັນທີ 18 ມັງກອນນີ້. |
ມີງດຶກ