ຊາວ ບັກຢາງ ຢູ່ ສ.ເກົາຫຼີ: ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານ ແລະ ຊີວິດ
![]() | ຫວຽດນາມ “ຮັກສາ” ບັນດານັກລົງທຶນ ສ.ເກົາຫຼີ |
![]() | ອາສາສະໝັກ ສ.ເກົາຫຼີ ປະຈຳ ຫວຽດນາມ: ມຸ່ງໄປເຖິງຊຸມຊົນສາມັກຄີ ແລະ ແບ່ງປັນ |
ກ່າວຄຳປາໄສທີ່ການພົບປະ, ທ່ານ ຫງວຽນງອກຮຸ່ງ, ປະທານສະມາຄົມໄທບ້ານ ບັກຢາງ ຢູ່ ສ.ເກົາຫຼີ ໃຫ້ຮູ້ວ່າ ເຖິງວ່າຈະດຳລົງຊີວິດຢູ່ຫ່າງໄກກໍ່ຕາມ, ແຕ່ຄວາມຮັກແພງຕໍ່ບ້ານເກີດເມືອງນອນຂອງລູກຫຼານແຂວງ ບັກຢາງ ແຕ່ລະຄົນຍັງບໍ່ມີວັນສູນເສຍ. ສະມາຄົມໄທບ້ານ ບັກຢາງ ຢູ່ ສ.ເກົາຫຼີບໍ່ພຽງແຕ່ແມ່ນບ່ອນເຊື່ອມຕໍ່ເທົ່ານັ້ນ ຫາກຍັງແມ່ນບ້ານລວມ, ເຊິ່ງປະຊາຊົນໄດ້ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານ ແລະ ຊີວິດ.
![]() |
ກອງປະຊຸມພົບປະໃນຕົ້ນປີຂອງສະມາຄົມໄທບ້ານ ບັກຢາງ ຢູ່ ສ.ເກົາຫຼີ. (ພາບ: ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ບັກຢາງ) |
ເຖິງວ່າໄດ້ຮັບການສ້າງຕັ້ງຂຶ້ນໃໝ່, ແຕ່ສະມາຄົມໄທບ້ານ ບັກຢາງ ຢູ່ ສ.ເກົາຫຼີ ໄດ້ຈັດຕັ້ງການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງ, ສະແດງໃຫ້ເຫັນນ້ຳໃຈສາມັກຄີ ແລະ ຄວາມຮັກແພງເຊິ່ງກັນ ແລະ ກັນ. ສະມາຄົມໄດ້ໜູນຊ່ວຍປະຊາຊົນຮັກສາສະຖຽນລະພາບຢູ່ຕ່າງປະເທດ, ໄດ້ຈັດຕັ້ງຢ່າງມີຜົນສຳເລັດການແຂ່ງຂັນບານເຕະປະຊາຄົມຊາວຫວຽດນາມ ຄັ້ງທີ 7 ຢູ່ນະຄອນ Bucheon, ສ້າງຕັ້ງທີມກິລາບານເຕະ ບັກຢາງ FC. ພິເສດ, ສະມາຄົມໄດ້ອຸປະຖຳໜູນຊ່ວຍພີ່ນ້ອງຮ່ວມຊາດທີ່ປະສົບກັບຄວາມຫຍຸ້ງຍາກຢ່າງຮີບດ່ວນ, ໜູນຊ່ວຍ 13 ຄອບຄົວທີ່ໄດ້ຮັບຜົນກະທົບຈາກພາຍຸລູກທີ 3 (Yagi) ໃນປີ 2024 ຢູ່ ບັກຢາງ.
ໃນປີ 2025, ສະມາຄົມໄທບ້ານ ບັກຢາງ ຢູ່ ສ.ເກົາຫຼີ ສືບຕໍ່ວາງອອກເປົ້າໝາຍເຊື່ອມຕໍ່ປະຊາຄົມ, ສ້າງຕັ້ງບັນດາກຸ່ມອາສາສະໝັກ, ຮ່ວມມືກັບແຂວງບ້ານເກີດເພື່ອນຳໃຊ້ເຕັກນິກທີ່ກ້າວໜ້າຂອງ ສ.ເກົາຫຼີ ເຂົ້າໃນບັນດາຂົງເຂດທີ່ເໝາະສົມ. ພ້ອມກັນນັ້ນ, ສະມາຄົມຈະເຂົ້າຮ່ວມບັນດາການເຄື່ອນໄຫວເພື່ອການກຸສົນຄື ກໍ່ສ້າງເຮືອນເພື່ອກຸສົນຢູ່ ບັກຢາງ, ປະກອບສ່ວນໂຄສະນາເຜີຍແຜ່ກຳລັງແຮງຂອງປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ.
ທ່ານ ຫຼີ໋ຮ່ວນ, ປະທານເຊື້ອສາຍ ຫຼີ໋ຮວາເຊີນ, ຊາວແຂວງ ບັກນິງ ໃຫ້ຮູ້ວ່າ ບັກຢາງ, ບັກນິງ ແລະ ບັນດາແຂວງອື່ນໆຂອງຫວຽດນາມ ລ້ວນແຕ່ເປັນອ້າຍນ້ອງຮ່ວມມືກໍ່ສ້າງປະຊາຄົມທີ່ເຂັ້ມແຂງ, ປະກອບສ່ວນເພີ່ມພຸນຄຸນສ້າງການພົວພັນມິດຕະພາບລະຫວ່າງ ຫວຽດນາມ - ສ.ເກົາຫຼີ.
ເນື່ອງໃນໂອກາດນີ້, ສະຫະພັນບັນດາອົງການມິດຕະພາບ ບັກຢາງ ໄດ້ສົ່ງຈົດໝາຍຢື້ຢາມ, ລະດົມປະຊາຊົນ, ຫວັງວ່າສະມາຄົມໄທບ້ານແຂວງ ບັກຢາງ ຢູ່ ສ.ເກົາຫຼີ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງບັນດາອົງການຈັດຕັ້ງ, ວິສາຫະກິດ ສ.ເກົາຫຼີ ແລະ ຫວຽດນາມ. ສະມາຄົມຄາດວ່າຈະປະກອບສ່ວນຊຸກຍູ້ຮູບພາບ, ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ ບັກຢາງ ໃຫ້ແກ່ເພື່ອນມິດສາກົນ, ພ້ອມກັນນັ້ນ ກໍລະດົມບັນດາວິສາຫະກິດ ສ.ເກົາຫຼີ ເອົາໃຈໃສ່ ແລະ ລົງທຶນພັດທະນາຢູ່ທ້ອງຖິ່ນ.
![]() | ລູກເຮືອ ຫວຽດນາມ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ ສ.ເກົາຫຼີ ຍສໝ - ຕອນຄ່ຳວັນທີ 12 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໃຫ້ຮູ້ວ່າ ລູກເຮືອຫວຽດນາມ ທັງ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ນອກຝັ່ງເກາະ Jeju (ສ.ເກົາຫຼີ). |
![]() | ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju-Jeonnam (ສ.ເກົາຫຼີ) ເປີດຫ້ອງການໃໝ່ ຍສໝ - ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju – Jeonnam (ສ.ເກົາຫຼີ) ຫາກໍ່ຈັດຕັ້ງພິທີເປີດຫ້ອງການໃໝ່ຢ່າງສົມກຽດ, ສົມທົບກັບລາຍການຕ້ອນຮັບປີໃໝ່ວົງຄະນະຍາດທີ່ມີຄວາມໝາຍຢູ່ສູນການຄ້າ Gwangju Outlet. |
ມີງດຶກ