ເຈື່ອງຊາ - ສະຖານທີ່ພົບປະສັງສັນອັນສັກສິດຂອງຊາວຫວຽດນາມ ທີ່ຫ່າງໄກຈາກປະເທດຊາດ
![]() | ນຳໄຟຟ້າມາໃຫ້ໝູ່ເກາະ ເຈື່ອງຊາ |
![]() | ຫມູ່ເກາະ ເຈື່ອງຊາ: ເຮືອນຍາມ DK1 ຕ້ອນຮັບບຸນເຕັດ |
ແຕ່ລະປີ, ມີກຳປັ່ນກອງທັບເຮືອ ລ້ຽວຟອງໄປເຖິງ ເຈື່ອງຊາ ໄດ້ນຳມາບັນດາທະຫານໄປປະຕິບັດໜ້າທີ່, ພ້ອມກັນນັ້ນ, ຍັງໄດ້ບັນທຸກນ້ຳໃຈຂອງລູກຫຼານຊາວ ຫວຽດນາມ ຫຼາຍຄົນຢູ່ໄກຈາກບ້ານເກີດເມືອງນອນ. ເຖິງວ່າຫ່າງຈາກທາງທະເລຫຼາຍພັນໄມທະເລກໍ່ຕາມ, ແຕ່ ເຈື່ອງຊາ ກໍ່ແມ່ນບ່ອນພົບປະທີ່ສັກສິດໃນໃຈຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ຈາກການເດີນທະເລເຕັມໄປດ້ວຍອາລົມເຖິງບັນດາການເຄື່ອນໄຫວໃນທົ່ວໂລກຢ່າງແທດຈິງ, ຊາວຫວຽດນາມ ຢູ່ຕ່າງປະເທດໄດ້ ແລະ ພວມສົ່ງຄວາມຮູ້ສຶກທາງໃຈເຖິງບັນດານັກຮົບຢູ່ບ່ອນຄື້ນຟອງສາຍລົມຂອງປະເທດຊາດທີ່ຮັກແພງ.
![]() |
ຄະນະຜູ້ແທນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມການເດີນທາງ ເຈື່ອງຊາ ແລະ ເຮືອນທໍ່ DK1 ປີ 2024. |
ຊາວຫວຽດນາມ ຢູ່ຕ່າງປະເທດ ໄດ້ປ່ຽນຄວາມຮັກແພງ, ຄວາມຈິງໃຈຂອງຕົນທີ່ມີຕໍ່ທະເລ, ໝູ່ເກາະເປັນການເຄື່ອນໄຫວຢ່າງແທດຈິງ, ປະກອບສ່ວນພັດທະນາ ເຈື່ອງຊາ. ທ່ານ ຫງວຽນແມ້ງດົງ, ຮອງປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ແບ່ງປັນວ່າ: “ໃນ 20 ປີຜ່ານມາ, ໃນການຜັນຂະຫຍາຍມະຕິເລກທີ 36, ພວກເຮົາ ໄດ້ເຫັນຢ່າງຈະແຈ້ງເຖິງການປະກອບສ່ວນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດນັບມື້ນັບເພີ່ມຂຶ້ນ ແລະ ການເບິ່ງແຍງດູແລຂອງພັກ, ລັດທີ່ມີຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດນັບມື້ນັບເພີ່ມຂຶ້ນ, ຕໍາແຫນ່ງຂອງປະເທດເຊາດພີ່ມຂຶ້ນ. ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນັບມື້ນັບມີຄວາມຮັບຜິດຊອບສູງກ່ວາອີກໃນການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ແລະ ປັບປຸງ, ເພີ່ມທະວີທີ່ຕັ້ງຂອງປະເທດຊາດ.”
ຈາກບັນດາກຳປັ່ນບັນທຸກເຕັມໄປດ້ວຍຂອງຂວັນ, ຈົດໝາຍ ແລະ ຄວາມຮັກແພງທີ່ຈິງໃຈຕໍ່ ເຈື່ອງຊາ ເຖິງບັນດາໂຄງການລົງທຶນດ້ານການສຶກສາ, ການແພດ, ພ້ອມກັບການເຄື່ອນໄຫວຂົນຂວາຍໜູນຊ່ວຍຫຼາຍຢ່າງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ອົດສະຕຣາລີ, ອາເມລິກາ, ຝລັ່ງ, ເຢຍລະມັນ, ສ.ເກົາຫຼີ, ຍີ່ປຸ່ນ, ສິງກະໂປ, ມາເລເຊຍ..., ທັງໝົດນຳມາເຊິ່ງບັນດາການປ່ຽນແປງຢ່ໃຫ້ໝູ່ເກາະຢ່າງຕັ້ງໜ້າ, ປະກອບສ່ວນຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ແລະ ບັນດານັກຮົບທີ່ພວມອາໄສ, ເຮັດວຽກໃນໝູ່ເກາະ.
![]() |
ເດັກນ້ອຍຢູ່ໝູ່ເກາະ ເຈື່ອງຊາ ມີຄວາມດີໃຈທີ່ໄດ້ຮັບຂອງຂວັນຈາກບັນດາຄູອາຈານ ຫວຽດນາມ ຢູ່ Berlin, ສາທາລະນະລັດສະຫະພັນ ເຢຍລະມັນ. |
ທ່ານ ນາງ ເຈິ່ນທິຈາງ, ປະທານສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ໃຫ້ຮູ້ວ່າ: ປີ 2024, ປະຊາຄົມຊາວ ຫວຽດນາມ ຢູ່ ມາເລເຊຍ ໄດ້ບໍລິຈາກເງິນທັງໝົດກວ່າ 88 ລ້ານດົ່ງ ເພື່ອໜູນຊ່ວຍໂຄງການ “ເຈື່ອງຊາຂຽວ” ໃຫ້ແກ່ຜູ້ຕາງໜ້າເຫຼົ່າທັບເຮືອຫວຽດນາມ. ນອກຈາກນັ້ນ, ຜູ້ຕາງໜ້າ ມາເລເຊຍ ທີ່ເຂົ້າຮ່ວມໃນການເດີນທະເລ ຍັງໄດ້ນຳເອົາຂອງຂວັນສ່ວນຕົວໄປມອບໃຫ້ບັນດາທະຫານ ແລະ ປະຊາຊົນຢູ່ບັນດາຈຸດເກາະ, ໃນນັ້ນ ມີກີຕ້າ ukulele ຂອງ ນ້ອງ ເລຫງວຽນລຶວອ່ານ, ນັກຮຽນຊາວຫວຽດນາມ ຢູ່ ມາເລເຊຍ, ໄປມອບໃຫ້ບັນດານັກຮົບທີ່ພວມປະຕິບັດໜ້າທີ່ຢູ່ໝູ່ເກາະ.
ບໍ່ພຽງແຕ່ຜູ້ເຖົ້າແກ່ຊາວຫວຽດນາມເທົ່ານັ້ນ, ຫາກຍັງແມ່ນລຸ້ນໜຸ່ມຊາວຫວຽດນາມ ຢູ່ຕ່າງປະເທດ ກໍ່ໃຫ້ຄວາມເອົາໃຈໃສ່ເຖິງເຈື່ອງຊາ ເປັນຢ່າງດີ. ຜ່ານບັນດາການໂອ້ລົມເຈລະຈາ, ການສຳມະນາ, ຄ້າຍລະດູຮ້ອນ, ຊາວໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍຄົນ ໄດ້ເຂົ້າໃຈກ່ຽວກັບອະທິປະໄຕເຂດທະເລ, ໝູ່ເກາະ ຫຼາຍກວ່າອອີກ ແລະ ຕັດສິນໃຈທີ່ຈະເຜີຍແຜ່ນ້ຳໃຈຮັກຊາດຕໍ່ເພື່ອນມິດສາກົນ.
![]() |
ເຈື່ອງຊາ ຍາມໃດກໍ່ຢູ່ໃນໃຈຂອງຊາວໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມາທີ່ນີ້ຄັ້ງດຽວ. |
ຜ່ານບັນດາຄວາມອາລົມຈິດທີ່ປາບປື້ມ, ເຕັມໄປດ້ວຍຄວາມພູມໃຈ ແລະ ສະເທືອນໃຈເມື່ອໄດ້ໄປຮອດໝູ່ເກາະ, ໄດ້ເຫັນໂດຍກົງເຖິງຊີວິດຂອງບັນດາທະຫານ ແລະ ປະຊາຊົນຢູ່ເກາະທີ່ຫ່າງໄກ, ເດັກນ້ອຍທີ່ຢູ່ໄກຈາກບ້ານ ໄດ້ສາມາດເຫັນດ້ວຍຕາຂອງຕົນເອງ, ໄດ້ສຳຜັດດ້ວຍມືຂອງຕົນເອງເຖິງດິນແດນອັນສັກສິດ ແລ້ວເພື່ອກັບຄືນໄປດ້ວຍນ້ຳໃຈຮັກຊາດອັນແຮງກ້າກວ່າ, ຕັດສິນໃຈທີ່ຈະເຜີຍແຜ່ໃຫ້ເຖິງຊຸມຊົນທີ່ເຂົາເຈົ້າອາໄສຢູ່.
ຫົວໃຈຂອງຊາວຫວຽດນາມ ຢູ່ຕ່າງປະເທດ ຍາມໃດກໍມຸ່ງໄປເຖິງ ເຈື່ອງຊາ, ນຳເອົາຄວາມເອກອ້າງທະນົງໃຈທີ່ຈະຮ່ວມເດີນທາງພ້ອມກັບບ້ານເກີດເມືອງນອນໃນພາລະກິດປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ. ເຖິງວ່າຫ່າງຈາກບ້ານເກີດເມືອງນອນຫຼາຍພັນກິໂລແມັດກໍ່ຕາມ, ແຕ່ ເຈື່ອງຊາ ຍັງຄົງຢູ່ໃນໃຈຂອງຊາວຫວຽດນາມ ຄືຈັງຫວະຢ່າງບໍ່ຢຸດຢັ້ງຂອງຄື້ນຟອງບ້ານເກີດເມືອງນອນ.
![]() | ທະຫານເຮືອເຂດ 4 ຂົນສົ່ງຂອງຂວັນບຸນເຕັດໄປ ເຈື່ອງຊາ ຍສໝ - ສະຫາຍ ຫງວຽນເຕີນຕວນ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງແຄ໋ງຮ່ວາ ແບ່ງປັນວ່າ: ນີ້ແມ່ນການເຄື່ອນໄຫວປະຈຳປີໃນໂອກາດບຸນເຕັດ ແລະລະດູບານໃໝ່ວຽນມາ, ກິດຈະກຳນີ້ບໍ່ພຽງແຕ່ເຕັມໄປດ້ວຍຄວາມຮັກແພງຈາກເຂດດິນຕໍ່ແຜ່ນເທົ່ານັ້ນ, ຫາກກໍາປັ່ນແຕ່ລະຖ້ຽວຍັງເຕັມໄປດ້ວຍຄວາມຮັກແພງ, ຄວາມເຊື່ອໝັ້ນ, ຂອງຂວັນທີ່ລຽບງ່າຍ ແລະຄວາມອົບອຸ່ນຂອງລະດູບານໃໝ່ມາຍັງພະນັກງານ, ນັກຮົບ, ປະຊາຊົນຢູ່ເມືອງເກາະ ເຈື່ອງຊາ. |
![]() | ຮູບພາບພິທີເຄົາລົບທຸງຢູ່ເກາະ ເຈື່ອງຊາ ຍສໝ - ຕໍ່ໜ້າຫຼັກໝາຍອະທິປະໄຕ ແລະ ທຸງຊາດຢູ່ເກາະເຈື່ອງຊາ, ເນື່ອງໃນໂອກາດຢ້ຽມຢາມໝູ່ເກາະເຈື່ອງຊາ ແລະ ເຮືອນຍາມ DK1 ແຕ່ວັນທີ 18-23 ເມສາ, ບັນດາຜູ້ແທນຄະນະປະຕິບັດງານເລກ 4 ພ້ອມກັບພະນັກງານ, ນັກຮົບ ແລະ ປະຊາຊົນໄດ້ປະຕິບັດພິທີເຄົາລົບທຸງໃນບັນຍາກາດອັນສະຫງ່າ ແລະເຕັມໄປດ້ວຍຄວາມຮັກແພງ. |
ແທັງຮັ່ງ