ຫວຽດນາມ ໄດ້ຮັບອຸປະກອນເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມທີ່ທັນສະໄໝຈາກ ຍີ່ປຸ່ນ
![]() | ເປີດກວ້າງການພົວພັນ ຫວຽດນາມ - ຍີ່ປຸ່ນ |
![]() | ກອງປະຊຸມກາງສະໄໝຕີລາຄາການຜັນຂະຫຍາຍຂໍ້ຕົກລົງແຜນການຮ່ວມມືຫວຽດນາມ - ລາວ |
ກ່າວຄຳປາໄສທີ່ເຫດການນີ້, ທ່ານເອກອັກຄະລັດຖະທູດ Ito Naoki ໃຫ້ຮູ້ວ່າ ລັດຖະບານ ຍີ່ປຸ່ນ ໄດ້ຮ່ວມມືກັບ ຫວຽດນາມ ໃນການເກັບກູ້ລະເບີດ ແລະ ວັດຖຸລະເບີດທີ່ຍັງເຫຼືອຈາກສົງຄາມມາເປັນເວລາ 20 ປີ ດ້ວຍບັນດາໂຄງການໜູນຊ່ວຍອື່ນໆຕົ້ນຕໍຢູ່ພາກກາງ ຫວຽດນາມ, ໂດຍຜ່ານ JICA, ກອງທຶນເຊື່ອມໂຍງ ອາຊຽນ - ຍີ່ປຸ່ນ, ກະຊວງການຕ່າງປະເທດ. ຜ່ານນັ້ນ, ຊ່ວຍໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ປອດໄພ, ຄວາມສະຫງົບໃນການເຮັດວຽກ, ຜະລິດ ແລະ ພັດທະນາເສດຖະກິດ.
![]() |
ທ່ານພົນໂທ ຮ່ວາງຊວນຈ໋ຽນ ແລະ ທ່ານເອກອັກຄະລັດຖະທູດ Ito Naoki ຢ້ຽມຢາມເຂດວາງສະແດງອຸປະກອນເກັບກູ້ລະເບີດ. (ພາບ: ກະຊວງປ້ອງກັນປະເທດ) |
ທ່ານພົນໂທ ຮ່ວາງຊວນຈ໋ຽນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍຢ່າງຕົວຈິງຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ. ທ່ານກ່າວວ່າ ໂຄງການດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນການຮ່ວມມືອັນດີງາມລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນການປະກອບສ່ວນອັນລ້ຳຄ່າຂອງສອງຝ່າຍໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ.
ໂຄງການດັ່ງກ່າວໄດ້ສະໜອງເຕັກໂນໂລຢີທີ່ກ້າວໜ້າໃຫ້ ຫວຽດນາມ ເຊັ່ນອຸປະກອນຕັດຕົ້ນໄມ້, ອຸປະກອນເກັບກູ້ລະເບີດໂດຍນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າຂອງຍີ່ປຸ່ນ. ໂຄງການດັ່ງກ່າວຍັງໄດ້ຝຶກອົບຮົມ, ບຳລຸງສ້າງ, ຖ່າຍທອດເຕັກໂນໂລຢີໃຫ້ແກ່ທີມງານຄຸ້ມຄອງອຸປະກອນຂອງ VNMAC ດ້ານເຕັກນິກ ແລະ ເຕັກໂນໂລຢີໃໝ່ໃນການເກັບກູ້ລະເບີດ; ບຳລຸງສ້າງກ່ຽວກັບມາດຕະຖານ, ຂັ້ນຕອນການເກັບກູ້ລະເບີດດ້ວຍອຸປະກອນກົນຈັກເພື່ອປັບປຸງການຜະລິດ, ຈຳກັດຄວາມພະຍາຍາມຂອງມະນຸດ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນປະຕິບັດວຽກງານນີ້; ຜັນຂະຫຍາຍການທົດສອບການເກັບກູ້ບໍ່ແຮ່ໂດຍໃຊ້ອຸປະກອນໃໝ່ທີ່ໄດ້ຮັບຈາກຍີ່ປຸ່ນ.
ກ່ອນໜ້ານັ້ນ, ວັນທີ 21 ທັນວາ 2024 ຢູ່ຮ່າໂນ້ຍ, ທ່ານພົນໂທ ຮ່ວາງຊວນຈ໋ຽນ ແລະທ່ານເອກອັກຄະລັດຖະທູດ Ito Naoki ໄດ້ລົງນາມໃນຈົດໝາຍທາງການແລກປ່ຽນກ່ຽວກັບໂຄງການ “ສະໜອງອຸປະກອນເກັບກູ້ລະເບີດ” ມູນຄ່າ 500 ລ້ານເຢນ ພາຍໃຕ້ໂຄງການຮ່ວມມືຊ່ວຍເຫຼືອລ້າຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ VNMAC.
ໂຄງການດັ່ງກ່າວ ແມ່ນໜຶ່ງໃນບັນດາບຸລິມະສິດຂອງໂຄງການ 504, ມຸ່ງໄປເຖິງເປົ້າໝາຍຫຼຸດຜ່ອນການປົນເປື້ອນຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຈາກສົງຄາມຢູ່ ຫວຽດນາມ, ພິເສດແມ່ນເຂດທີ່ມີມົນລະພິດຢ່າງໜັກໜ່ວງ, ເພື່ອອະນາໄມສິ່ງແວດລ້ອມ ແລະ ຮັບປະກັນທີ່ດິນນຳໃຊ້ຢ່າງປອດໄພ.
ຕາມສະຖິຕິແລ້ງ, ພາຍຫຼັງທົດສະວັດຂອງການເກັບກູ້ລະເບີດຮອດທ້າຍປີ 2024, ຫວຽດນາມ ຍັງຄົງມີເນື້ອທີ່ປະມານ 5,6 ລ້ານເຮັກຕາ (ກວມ 17,71% ຂອງເນື້ອທີ່ທັງໝົດໃນທົ່ວປະເທດ) ທີ່ຖືກປົນເປື້ອນຈາກລະເບີດຝັງດິນທີ່ຍັງເຫຼືອຈາກສົງຄາມ.
ການໄດ້ຮັບອຸປະກອນທີ່ທັນສະໄໝຈາກຍີ່ປຸ່ນ ຈະຊ່ວຍຊຸກຍູ້ຂະບວນການອະນາໄມດິນ, ຫຼຸດຜ່ອນຄວາມສ່ຽງຈາກອຸບັດຕິເຫດ, ຮັບປະກັນຄວາມປອດໄພໃຫ້ປະຊາຊົນ, ພ້ອມກັນນັ້ນ ສ້າງເງື່ອນໄຂສະດວກໃຫ້ແກ່ການຜະລິດ ແລະ ການພັດທະນາເສດຖະກິດ. ບໍ່ພຽງແຕ່ໜູນຊ່ວຍດ້ານເຕັກນິກເທົ່ານັ້ນ, ການຮ່ວມມືນີ້ ຫາກຍັງປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຍີ່ປຸ່ນ, ສະແດງໃຫ້ເຫັນຄຳໝັ້ນສັນຍາອັນໜັກແໜ້ນຂອງສອງຝ່າຍໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ຊຸກຍູ້ການພັດທະນາແບບຍືນຍົງ.
ກ່ອນໜ້ານີ້, ໃນໄລຍະປີ 2010-2016, ຍີ່ປຸ່ນໄດ້ອຸປະຖຳ 5,5 ລ້ານ USD ໃຫ້ແກ່ບັນດາໂຄງການສຳຫຼວດ ແລະ ເກັບກູ້ລະເບີດຢູ່ແຂວງ ກວາງຈີ້ ແລະ ຮ່າຕິ້ງ.
![]() | ຢັ້ງຢືນທີ່ຕັ້ງບົດບາດຂອງ ຫວຽດນາມ ໃນກະແສຂອງຍຸກສະໄໝ ຍສໝ - ໃນສະພາບການປັດຈຸບັນ, ຫວຽດນາມ ຕ້ອງຢຶດໝັ້ນກັບເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ເພີ່ມທະວີກຳລັງແຮງສັງລວມຂອງຊາດ, ປົກປັກຮັກສາປະເທດຊາດຢ່າງໝັ້ນແກ່ນໃນທຸກກໍລະນີ. |
ມີງດຶກ