ນະຄອນໂຮ່ຈິມິນ ແລະ ຍີ່ປຸ່ນ ເປີດກວ້າງການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການແລກປ່ຽນປະຊາຊົນ
![]() | ເປີດຕົວປຶ້ມສອງພາສາ ຫວຽດນາມ-ອັງກິດ ກ່ຽວກັບຄວາມງາມ, ວັດທະນະທຳຂອງ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ |
![]() | Fukushima ປາດຖະໜາຢາກຮ່ວມມືດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວກັບ ຫວຽດນາມ |
ກ່າວຄຳປາໄສທີ່ເຫດການ, ທ່ານ ຮວິ່ງແທງເຍີນ ໄດ້ທວນຄືນບັນດາເສັ້ນທາງພັດທະນາຂອງການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງການພົວພັນທາງການທູດເມື່ອປີ 1973. ພາຍຫຼັງໄດ້ຮັບການຍົກລະດັບຫຼາຍຢ່າງ, ການພົວພັນລະຫວ່າງ 2 ປະເທດ ກໍ່ໄດ້ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ ແລະ ໃນໂລກ. ນີ້ແມ່ນພະຍານຫຼັກຖານໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຢ່າງເລິກເຊິ່ງລະຫວ່າງ 2 ປະເທດໃນຫຼາຍຂົງເຂດ.
![]() |
ທ່ານ ຮວິ່ງແທງເຍີນ, ຮອງປະທານສະພາປະຊາຊົນນະຄອນໂຮ່ຈິມິນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ໂຮ່ຈີມິນ ໄດ້ສົ່ງຄຳອວຍພອນວັນເກີດເຖິງກະສັດຍີ່ປຸ່ນ Naruhito. (ພາບ: ໜັງສືພິມ ກົງລີ) |
ນອກຈາກການຮ່ວມມືດ້ານເສດຖະກິດແລ້ວ, ການເຄື່ອນໄຫວແລກປ່ຽນວັດທະນະທຳ ແລະ ປະຊາຊົນລະຫວ່າງສອງປະເທດກໍ່ດຳເນີນໄປຢ່າງຟົດຟື້ນ. ທ່ານ ຮວິ່ງແທງເຍີນ ໃຫ້ຮູ້ວ່າ ໃນປີຜ່ານມາ, ສະມາຄົມໄດ້ສົມທົບກັບສະຖານກົງສູນໃຫຍ່ຍີ່ປຸ່ນ ເພື່ອຈັດຕັ້ງບັນດາເຫດການທີ່ເປັນໜ້າສົນໃຈ, ພົ້ນເດັ່ນແມ່ນ ງານບຸນ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 9 ໄດ້ດຶງດູດນັກທ່ອງທ່ຽວ 428.000 ເທື່ອຄົນ, ດ້ວຍບັນດາລາຍການສະແດງເຊື້ອຍາວ, ເຕັ້ນ Yosakoi, ສິລະປະດື່ມນ້ຳຊາ...
ທ່ານກົງສູນໃຫຍ່ Ono Masuo ໄດ້ຕີລາຄາສູງບັນດາການເຄື່ອນໄຫວຢ່າງແທດຈິງຂອງສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ ແລະ ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນໂຮ່ຈິມິນ ເພື່ອເພີ່ມທະວີການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດໃນຫຼາຍປີຜ່ານມາ. ທ່ານກໍ່ໄດ້ສະແດງຄວາມປາດຖະໜາວ່າ ການພົວພັນມິດຕະພາບລະຫວ່າງສອງປະເທດຈະສືບຕໍ່ພັດທະນາແບບຍືນຍົງ, ຜ່ານຜ່າທຸກສິ່ງທ້າທາຍ ແລະ ກ້າວໄປໄກໃນເວທີສາກົນ.
ພ້ອມກັນນັ້ນ, ທ່ານຍັງຄາດວ່າ ບັນດາສາຂາສະມາຄົມໃໝ່ທີ່ໄດ້ຮັບການສ້າງຕັ້ງຂອງສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ນະຄອນໂຮ່ຈິມິນ ຈະປະກອບສ່ວນເປີດກ້ວາງ ແລະ ເພີ່ມທະວີພື້ນຖານມິດຕະພາບລະຫວ່າງປະຊາຊົນ ຍີ່ປຸ່ນ ແລະ ປະຊາຊົນນະຄອນ ໂຮ່ຈີມິນ.
![]() | ຫວຽດນາມ-ລາວ ຊຸກຍູ້ການຮ່ວມມືຫຼາຍດ້ານ ຍສໝ - ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການຜັນ ຂະຫຍາຍຂໍ້ຕົກລົງສະບັບຕ່າງໆທີ່ບັນລຸໄດ້ໃນການພົບປະລະຫວ່າງສອງກົມການເມືອງ ແລະໝາກຜົນກອງປະຊຸມຄັ້ງທີ 47 ຄະນະກຳມະການ ຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ຜ່ານມາ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດການເມືອງ - ການພົວພັນ ຕ່າງປະເທດ - ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການລົງທຶນ - ການຄ້າ, ການເຊື່ອມຕໍ່ຄົມມະນາຄົມ. |
![]() | Global Times (ຈີນ): ຊຸກຍູ້ການຮ່ວມມືຢ່າງເເທດຈິງກັບຫວຽດນາມ ຈາກ 5 ດ້ານ ຍສໝ - ປີ 2025 ສະເຫຼີມສະຫຼອງ75 ປີແຫ່ງການສ້າງສາຍພົວພັນທາງການທູດລະຫວ່າງ ຈີນ-ຫວຽດນາມ, ພ້ອມກັນນັ້ນ ແມ່ນປີພົບປະແລກປ່ຽນມະນຸດສະທຳ ຈີນ-ຫວຽດນາມ. ໃນໂທລະເລກອວຍພອນ, ການນຳຂອງສອງປະເທດໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງຊຸກຍູ້ບັນດາຜົນງານໃໝ່ໃນການສ້າງປະຊາຄົມແບ່ງປັນອານາຄົດ ຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ, ຊຸກຍູ້ຄວາມຮັບຮູ້ລວມຂັ້ນສູງກ່ຽວກັບ "6 ກ່ວາ" ໃນການພົວພັນສອງປະເທດໃຫ້ເຂົ້າສູ່ຕົວຈິງ. |
ມີງດຶກ