ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ ແລະ ປົກປ້ອງສິດທິມະນຸດ
![]() | ສິດທິມະນຸດຢູ່ ຫວຽດນາມ: ບັນດາຂີດໝາຍໃນການເດີນທາງເພື່ອມະນຸດ |
![]() | "ການປົກປ້ອງສິດທິມະນຸດແມ່ນເຮັດໃຫ້ປະຊາຊົນທຸກຄົນນັບມື້ນັບອີ່ມໜຳສຳລານ ແລະ ມີຄວາມຜາສຸກ" |
![]() |
ທ່ານ ມາຍຟານຢຸ້ງ ຫົວໜ້າຄະນະຜູ້ແທນຖາວອນ ຫວຽດນາມ ອ້ອມຂ້າງ ສະຫະປະຊາຊາດ. |
ຕາມນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ປະຈຳ ນະຄອນ Geneva, ວັນທີ 26 ກຸມພາ, ໃນຂອບເຂດວາລະປະຊຸມທີ່ກອງປະຊຸມຄັ້ງທີ 58 ຂອງສະພາສິດທິມະນຸດ ສະຫະປະຊາຊາດ, ທ່ານ ມາຍຟານຢຸ້ງ ຫົວໜ້າຄະນະຜູ້ແທນຖາວອນ ຫວຽດນາມ ອ້ອມຂ້າງ ສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການສາກົນຢູ່ Geneva ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ.
ທ່ານເອກອັກຄະລັດຖະທູດ ມາຍຟານຢຸ້ງ ໄດ້ອວຍພອນປະທານຂອງສະພາສິດທິມະນຸດ ສປຊ ຄົນໃໝ່ ແລະ ຢືນຢັນການຮ່ວມມືຢ່າງແໜ້ນແຟ້ນຈາກຝ່າຍ ຫວຽດນາມ.
ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ສຳເລັດວົງຈອນຮອບທີ 4 ຂອງກົນໄກກວດກາຄືນປະຈຳໄລຍະໄປທົ່ວ (UPR) ໃນເດືອນກັນຍາ ປີ 2024 ແລະ ພວມສ້າງແຜນການສັງລວມເພື່ອປະຕິບັດບັນດາຂໍ້ສະເໜີທີ່ໄດ້ຮັບການຮັບຮອງ.
ໃນປີ 2025, ຫວຽດນາມ ຈະດຳເນີນບັນດາການສົນທະນາກ່ຽວກັບບົດລາຍງານແຫ່ງຊາດກ່ຽວກັບການຜັນຂະຫຍາຍປະຕິບັດບັນດາສົນທິສັນຍາສາກົນທີ່ສຳຄັນກ່ຽວຂ້ອງເຖິງສິດທິມະນຸດຄື CRPD, ICCPR, CEDAW.
ເຖິງວ່າຈະປະສົບກັບສິ່ງທ້າທາຍຫຼາຍຢ່າງທີ່ແຕກຕ່າງກັນກໍ່ຕາມ, ພື້ນຖານເສດຖະກິດ ຫວຽດນາມ ໄດ້ເຕີບໂຕກວ່າ 7% ໃນປີ 2024, ຮັບປະກັນການແພດໄດ້ເປີດກວ້າງ ແລະ ຄຸນນະພາບການສຶກສາໃນທົ່ວປະເທດກໍ່ໄດ້ຮັບການປັບປຸງ. ຫວຽດນາມ ວາງເປົ້າໝາຍເຕີບໂຕກວ່າ 8% ໃນປີ 2025, ສ້າງພື້ນຖານໃຫ້ແກ່ການເຕີບໂຕເປັນສອງຕົວເລກນັບແຕ່ປີ 2026 ແລະ ບັນດາເງື່ອນໄຂທີ່ດີກວ່າໃນການຊຸກຍູ້ສິດທິມະນຸດ.
ທ່ານເອກອັກຄະລັດຖະທູດ ກໍ່ເນັ້ນໜັກເຖິງຄຳໝັ້ນສັນຍາຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ດ້ວຍເປົ້າໝາຍທີ່ບັນລຸໄດ້ net-zero ໃນປີ 2050 ແລະ ຮັບປະກັນຂະບວນການຫັນປ່ຽນດ້ານພະລັງງານຢ່າງຍຸດຕິທຳ.
ທີ່ກອງປະຊຸມຄັ້ງທີ 56 ຂອງສະພາສິດທິມະນຸດ ສະຫະປະຊາຊາດ ໃນປີ 2024, ຫວຽດນາມ ພ້ອມກັບ ບັງກະລາເທດ ແລະ ຟີລິບປິນ ໄດ້ແນະນຳມະຕິປະຈຳປີກ່ຽວກັບສິດທິມະນຸດ ແລະ ການປ່ຽນແປງຂອງດິນຟ້າອາກາດ, ສຸມໃສ່ການຫັນປ່ຽນຢ່າງຍຸດຕິທຳ.
ໂດຍເນັ້ນໜັກເຖິງບົດບາດຕັ້ງໜ້າໃນການຊຸກຍູ້ ແລະ ປົກປັກຮັກສາສິດທິມະນຸດ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸ້ງ ໄດ້ແຈ້ງວ່າ ຫວຽດນາມ ອອກສະໝັກເລືອກຕັ້ງເຂົ້າໃນສະພາສິດທິມະນຸດ ສປຊ ອາຍຸການ 2026 – 2028 ອີກຄັ້ງໜຶ່ງ, ດ້ວຍການສະໜັບສະໜູນເປັນເອກະພາບຂອງບັນດາປະເທດ ອາຊຽນ.
ທ່ານເອກອັກຄະລັດຖະທູດຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມື ເພື່ອຊຸກຍູ້ໂຄງການສິດທິມະນຸດຮອບດ້ານ, ສ້າງ, ອີງໃສ່ການສົນທະນາ ແລະ ການຮ່ວມມື.
![]() | ຂີດໝາຍຂອງ ຫວຽດນາມ ໃນປີທຳອິດທີ່ຮັບດຳລົງຖານະເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ ຍສໝ - ເນື່ອງໃນໂອກາດ ຫວຽດນາມ ຮັບດຳລົງຖານະເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ ໄດ້ໜຶ່ງປີ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຫວຽດຮຸ່ງ ໄດ້ຕີລາຄາ, ໃຫ້ຂໍ້ສັງເກດກ່ຽວກັບບັນດາຂີດໝາຍຂອງ ຫວຽດນາມ ໃນປີທີ່ຜ່ານມາ ແລະ ທິດທາງໃນຕໍ່ໜ້າ. |
![]() | ສະພາສິດທິມະນຸດສະຫະປະຊາຊາດໄດ້ຮັບຮອງເອົາບົດລາຍງານປະເທດ UPR Cycle IV ຂອງຫວຽດນາມ ຍສໝ - ຕອນບ່າຍວັນທີ 10 ພຶດສະພາ, ຢູ່ສຳນັກງານອົງການສະຫະປະຊາຊາດທີ່ນະຄອນເຈນີວາ ປະເທດສະວິດ, ຄະນະເຮັດວຽກກ່ຽວກັບການກົນໄກກວດຄືນກຳນົດເວລາແຜ່ໄປທົ່ວ (UPR) ຮອບທີ 4 ຂອງສະພາສິດທິມະນຸດສະຫະປະຊາຊາດ ໄດ້ຕົກລົງຮັບຮອງເອົາບົດລາຍງານແຫ່ງຊາດ UPR ຂອງຫວຽດນາມ. |
ແທັງຮັ່ງ