ນັກສຶກສາລາວ ເຂົ້າຮ່ວມການເສັງ “ນ້ອງຮັກພາສາຫວຽດ”
![]() | ນັກສຶກສາລາວ ຕື່ມອີກ 79 ຄົນມີຄອບຄົວຊ່ວຍອຸປະຖຳຢູ່ ຫວຽດນາມ |
![]() | ນັກສຶກສາລາວ ຢູ່ ກວາງຫງາຍ ຊອກຮູ້ມູນເຊື້ອປະຫວັດສາດ ແລະ ວັດທະນະທຳ ຫວຽດນາມ |
![]() |
ຜູ້ຕາງໜ້າຄະນະຈັດຕັ້ງໄດ້ມອບຂອງຂວັນໃຫ້ບັນດານັກຮຽນທີ່ໄດ້ຮັບລາງວັນ. (ພາບ: ໂດບາແທັງ/ສຳນັກຂ່າວສານ ຫວຽດນາມ) |
ຕອນບ່າຍວັນທີ 21 ກຸມພາ, ຢູ່ແຂວງ ສະຫວັນນະເຂດ, ພາກກາງຂອງລາວ, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ແຂວງສະຫວັນນະເຂດ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ປະຈຳແຂວງ ສະຫວັນນະເຂດ ແລະ ໂຮງຮຽນມັດທະຍົມມິດຕະພາບ ລາວ-ຫວຽດນາມ ແຂວງ ສະຫວັນນະເຂດ ຈັດຕັ້ງການເສັງ “ນ້ອງຮັກພາສາ ຫວຽດນາມ” ເພື່ອເສີມຂະຫຍາຍທັກສະຂອງບັນດານ້ອງນັກຮຽນໃນການສະແດງອອກຄວາມຮູ້ກ່ຽວກັບພາສາ ຫວຽດ ທີ່ເຂົາເຈົ້າໄດ້ຮຽນມາ.
ເຂົ້າຮ່ວມພິທີມີຜູ້ຕາງໜ້າສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ແຂວງ ສະຫວັນນະເຂດ; ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ແຂວງ ສະຫວັນນະເຂດ ພ້ອມກັບຄູອາຈານ ແລະ ບັນດານ້ອງນັກຮຽນເປັນຈຳນວນຫຼວງຫຼາຍ.
ການເສັງດັ່ງກ່າວໄດ້ດຶງດູດນັກຮຽນຈາກລະດັບຊັ້ນປະຖົມເຖິງລະດັບມັດທະຍົມຕອນຕອນປາຍ 200 ກວ່າຄົນ ແລະ ໄດ້ແບ່ງອອກເປັນຫຼາຍທີມເພື່ອຕອບຄຳຖາມຂອງຄະນະຈັດຕັ້ງ ແລະ ທີມທີ່ໄດ້ຄະແນນສູງສຸດຈະເປັນທິມຊະນະ.
ໃນບັນຍາກາດທີ່ຄຶກຄື້ນ ແລະ ຟົດຟື້ນ, ບັນດານັກຮຽນໄດ້ນຳໃຊ້ຄວາມຮູ້ທີ່ໄດ້ຮຽນມາຢ່າງເຕັມທີ່ ເພື່ອສຳເລັດການເສັງຂອງທີມເຂົາເຈົ້າເປັນຢ່າງດີ.
ຕາມຄະນະຈັດຕັ້ງແລ້ວ, ດ້ວຍຄວາມມຸ່ງມາດປາດຖະໜາຢາກສ້າງສະໜາມຫຼິ້ນທີ່ປອດໃສ ແລະ ເປັນປະໂຫຍດໃຫ້ແກ່ນັກຮຽນພາຍຫຼັງເວລາຮຽນທີ່ເຄັ່ງຕຶງ, ສ້າງເງື່ອນໄຂຍູ້ແຮງກິດຈະກຳນອກຫຼັກສູດໃນໂຮງຮຽນ, ຊ່ວຍໃຫ້ບັນດານັກຮຽນໄດ້ສະແດງຄວາມຮູ້ຂອງຕົນ, ໄດ້ແລກປ່ຽນກັບໝູ່ເພື່ອນ, ພັດທະນາທັກສະສື່ສານຢ່າງກ້າຫານເມື່ອເຂົ້າຮ່ວມບັນດາກິດຈະກຳ, ພິເສດແມ່ນເມື່ອຢືນຢູ່ຕໍ່ໜ້າຝູງຊົນ.
ນອກຈາກນັ້ນ, ການເສັງກໍ່ແນໃສ່ໂຄສະນາເຜີຍແຜ່ຢ່າງເລິກເຊິ່ງເຖິງນັກຮຽນທຸກຄົນກ່ຽວກັບແນວຄິດທຸ່ມກາຍທຸ່ມໃຈເພື່ອອະນາຄົດ. ຈາກນັ້ນ, ກໍ່ມີຄວາມຮັບຮູ້ທີ່ຖືກຕ້ອງກ່ຽວກັບບົດບາດຂອງຊາວໜຸ່ມ, ລຸ້ນໜຸ່ມຕໍ່ກັບອະນາຄົດຂອງຕົນເອງ ແລະ ຂອງປະເທດຊາດ, ສ້າງແຮງຈູງໃຈໃນການຝຶກຝົນຫຼໍ່ຫຼອມຄວາມຮູ້, ຄວາມກ້າຫານ, ຄວາມໝັ້ນໃຈ, ຄວາມມານະຈິດຜ່ານຜ່າທຸກຄວາມຫຍຸ້ງຍາກ, ບືນຕົວຂຶ້ນຢ່າງສຳເລັດຜົນ.
ສິ້ນສຸດການເສັງ, ຄະນະຈັດຕັ້ງໄດ້ມອບໃບຍ້ອງຍໍ ແລະ ບັນດາຂອງຂວັນໃຫ້ບັນດາທີມທີ່ຍາດໄດ້ລາງວັນທີໜຶ່ງ, ທີສອງ, ທີສາມ ແລະ ລາງວັນຊົມເຊີຍ.
![]() | ນັກສຶກສາລາວ ເຂົ້າຮ່ວມການແຂ່ງຂັນເວົ້າພາສາຫວຽດນາມ ຍສໝ - ຈຸດປະສົງຂອງການແຂ່ງຂັນແມ່ນເພື່ອແນໃສ່ຊຸກຍູ້ຂະບວນການຮຽນພາສາຫວຽດນາມ ສໍາລັບນັກສຶກສາລາວ, ສ້າງເງື່ອນໄຂໃຫ້ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ຕາມມະຫາວິທະຍາໄລ, ວິທະຍາໄລແຫ່ງຕ່າງໆໃນບໍລິເວນແຂວງທ໊າຍງວຽນ... |
![]() | ນັກສຶກສາລາວ 19 ຄົນ ສຳເລັດການຮຽນພາສາຫວຽດ 9 ເດືອນ ຢູ່ ຫວຽດນາມ ຍສໝ - ໃນຕອນບ່າຍວັນທີ 15 ມິຖຸນາ, ຢູ່ໄທຫງວຽນ, ມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລໄທຫງວຽນ ໄດ້ຈັດຕັ້ງພິທີປິດຊຸດຮຽນພາສາຫວຽດນາມ ສຳລັບນັກສຶກສາລາວ 19 ຄົນ, ສົກຮຽນ 2022-2023. |
ແທັງຮັ່ງ