ຫວຽດນາມ “ຮັກສາ” ບັນດານັກລົງທຶນ ສ.ເກົາຫຼີ
![]() | ຫວຽດນາມ ສືບຕໍ່ແມ່ນຈຸດໝາຍປາຍທາງນິຍົມທີ່ສຸດສຳລັບບັນດາຄອບຄົວ ສ.ເກົາຫຼີ ທີ່ມີເດັກນ້ອຍ. |
![]() | ລູກເຮືອ ຫວຽດນາມ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ ສ.ເກົາຫຼີ |
ແຮງດຶງດູດຂອງຫວຽດນາມ
ຕາມຂໍ້ມູນກົມໃຫ່ຍສະຖິຕິແລ້ວ, ໃນ 11 ເດືອນຂອງປີ 2024, ສ.ເກົາຫຼີ ໄດ້ປະກອບສ່ວນ 3,89 ຕື້ USD, ເທົ່າກັບ 12,4% ຍອດຈຳນວນທຶນ FDI. ເຖິງວ່າຫຼຸດລົງ 9% ເມື່ອທຽບໃສ່ໄລຍະດຽວກັນ, ແຕ່ ສ.ເກົາຫຼີ ຍັງຄົງຢູ່ໃນອັນດັບທີ 2 ໃນຈຳນວນ 110 ປະເທດ ແລະ ເຂດແຄ້ວນທີ່ລົງທຶນເຂົ້າ ຫວຽດນາມ.
![]() |
ທ່ານ Hong Sun, ປະທານສະມາຄົມວິສາຫະກິດ ສ.ເກົາຫຼີ ປະຈຳ ຫວຽດນາມ. (ພາບ: KT) |
ການອະທິບາຍເລື່ອງ ຫວຽດນາມ ກາຍເປັນຈຸດຫມາຍປາຍທາງການລົງທຶນທີ່ດຶງດູດຂອງບັນດານັກລົງທຶນ ສ.ເກົາຫຼີ, ທ່ານ Hong Sun, ປະທານສະມາຄົມວິສາຫະກິດ ສ.ເກົາຫຼີ ປະຈຳ ຫວຽດນາມ (KoCham), ກ່າວວ່າ: ຄຽງຂ້າງຄວາມສະຖຽນລະພາບທາງດ້ານການເມືອງ ແລະ ທີ່ຕັ້ງພູມສາດທີ່ສະດວກສະບາຍ, ການເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ ກໍ່ແມ່ນຈຸດພົ້ນເດັ່ນໃນພາກພື້ນ ແລະ ໃນໂລກ. ຫວຽດນາມກໍ່ກໍາລັງສຸມໃສ່ບັນດາໂຄງການໂຄງລ່າງທີ່ມີຂອບຂະໜາດໃຫຍ່ຄື: ລະບົບທາງດ່ວນ, ທາງລົດໄຟຄວາມໄວສູງ ເໜືອ - ໃຕ້, ຖ້ຽວທາງລົດໄຟເຊື່ອມຕໍ່ກັບບັນດາປະເທດໃນພາກພື້ນ, ການເລີ່ມຕົ້ນໂຄງການໄຟຟ້ານິວເຄຼຍຄືນໃໝ່, ບັນດາທ່າກຳປັ່ນໃຫຍ່... ພ້ອມກັນນີ້ກໍ່ໃຫ້ບູລິມະສິດຂະຫຍາຍເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ນະວັດຕະກຳ, ການເລີ່ມປະກອບການ... ລັດຖະບານ ຫວຽດນາມ ມີຫຼາຍນະໂຍບາຍພິເສດດ້ານພາສີ, ໜູນຊ່ວຍວິສາຫະກິດ ແລະ ສົນທະນາເຈລະຈາກັບວິສາຫະກິດຕ່າງປະເທດເປັນປະຈຳ. ພິເສດ, ຫວຽດນາມ ແມ່ນປະເທດທີ່ມີລັກສະນະຄ້າຍຄືກັນຫຼາຍດ້ານກ່ຽວກັບວັດທະນະທຳ, ສາສະໜາກໍ່ຄືຄົນ ສ.ເກົາຫຼີ. ສິ່ງນັ້ນແມ່ນສ້າງຄວາມສະໜິດສະໜົມ, ອຸ່ນອ່ຽນໃຈ ແລະ ປັບຕົວເຂົ້າໄດ້ງ່າຍເມື່ອມາດໍາເນີນທຸລະກິດຢູ່ ຫວຽດນາມ, ນັ້ນກໍ່ແມ່ນເຫດຜົນ.
“ຮັກສາ” ບັນດານັກລົງທຶນ ສ.ເກົາຫຼີ ໄວ້
ທ່ານ Hong Sun, ປະທານສະມາຄົມວິສາຫະກິດ ສ.ເກົາຫຼີ ປະຈຳ ຫວຽດນາມ. (ພາບ: KT)
ຕາມ ທ່ານ Hong Sun ກ່າວວ່າ, ຄົນຫວຽດນາມ ດຸໝັ່ນ, ມີຫົວຄິດປະດິດສ້າງ ແລະ ກ້າປະເຊີນໜ້າກັບສິ່ງທ້າທາຍ. ທ່ານໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ ເປັນເວລາ 30 ກວ່າປີ, ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ດ້ວຍຈິດໃຈບຸກບືນຂຶ້ນຕາມສະພາບຄວາມຫຍຸ້ງຍາກຂອງຄົນ ຫວຽດນາມ ຍາມໃດກໍ່ເຮັດໃຫ້ທ່ານມີຄວາມນັບຖື. ພາຍຫຼັງພາຍຸໄຕ້ຝຸ່ນ Yagi, ວິສາຫະກິດ ຫວຽດນາມ ລ້ວນແຕ່ພະຍາຍາມຢ່າງເຕັມທີ່ເພື່ອກໍ່ສ້າງຂະບວນການຟື້ນຟູການຜະລິດຄືນໃໝ່. ຍ້ອນຈິດໃຈນີ້ ຈິ່ງໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສະພາບແວດລ້ອມດຳເນີນທຸລະກິດທີ່ຫມັ້ນຄົງ, ເປັນໜ້າເຊື່ອຖືໃຫ້ແກ່ນັກລົງທຶນ.
ຫຼາຍຂົງເຂດການລົງທຶນທີ່ມີແງ່ຫວັງ
ຍ້ອນບັນດາປັດໄຈທີ່ກ່າວມາຂ້າງເທິງນັ້ນ, ບັນດານັກລົງທຶນ ສ.ເກົາຫຼີ ບໍ່ພຽງແຕ່ຮັກສາທີ່ຕັ້ງຢູ່ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປີດກວ້າງການລົງທຶນເຂົ້າໃນບັນດາຂົງເຂດທີ່ມີມູນຄ່າເພີ່ມສູງອີກດ້ວຍ.
ຕາມການພິນິດໄສຂອງ ທ່ານ Hong Sun ແລ້ວ, ປີ 2025 ຈະມີຄວາມຫຼາກຫຼາຍຂຶ້ນຕື່ມໃນຂົງເຂດການລົງທຶນຂອງ ສ.ເກົາຫຼີ ມາຍັງ ຫວຽດນາມ, ບໍ່ພຽງແຕ່ເປັນຂົງເຂດການຜະລິດ, ປະດິດສ້າງເທົ່ານັ້ນ ແຕ່ຍັງເປັນບັນດາໂຄງການພະລັງງານນັບຕື້ໂດລາສະຫະລັດ. ລະອຽດ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດມີກາລະໂອກາດຫຼາຍຢ່າງເພື່ອພັດທະນາຂະແໜງອຸດສາຫະກຳທາດເຄິ່ງຊັກນຳໄຟຟ້າ. ສະນັ້ນ, ບັນດາກຸ່ມວິສາຫະກິດຂະໜາດໃຫຍ່ຂອງ ສ.ເກົາຫຼີ ຍັງຄົງສືບຕໍ່ພິຈາລະນາໂອກາດການລົງທຶນເປີດກວ້າງບັນດາຕ່ອງໂສ້ມູນຄ່າການສະໜອງເຄິ່ງຊັກນຳໄຟຟ້າຢູ່ ຫວຽດນາມ. ພິເສດ, ບັນດານັກລົງທຶນ ສ.ເກົາຫຼີ ກໍາລັງມີຄວາມສົນໃຈ ແລະ ຄາດວ່າຈະສາມາດເຂົ້າຮ່ວມໃນຂົງເຂດທີ່ລັດຖະບານ ຫວຽດນາມ ກະກຽມລົງທຶນ ຈຳນວນໜຶ່ງເຊັ່ນ: ເສັ້ນທາງລົດໄຟຄວາມໄວສູງ ເໜືອ - ໃຕ້, ເສັ້ນທາງລົດໄຟໃນຕົວເມືອງ, ພະລັງງານນິວເຄຼຍ, ໄຟຟ້າ...
“ພວກຂ້າພະເຈົ້າກໍ່ພວມລໍຖ້າລັດຖະບານພິຈາລະນາອະນຸມັດໂຄງການຕ່າງໆທີ່ວິສາຫະກິດ ສ.ເກົາຫຼີ ສາມາດເຂົ້າຮ່ວມໄດ້. ຖ້າແງ່ຫວັງນີ້ເປັນໄປໃນດ້ານຕັ້ງໜ້າ, ພວກຂ້າພະເຈົ້າຄາດວ່າ ຈະເພີ່ມທະວີການລົງທຶນຂອງບັນດາວິສາຫະກິດ ສ.ເກົາຫຼີ ຢູ່ ຫວຽດນາມ ໃຫ້ເຖິງລະດັບສູງສຸດເປັນປະຫວັດການ”, ວາລະສານເວທີວິສາຫະກິດ ໄດ້ຄັດຄໍາເວົ້າຂອງທ່ານ Hong Sun.
![]() |
ສູນ R&D ຂອງ Samsung ຢູ່ເຂດຕົວເມືອງ ໂຮ່ເຕີຍ ຕາເວັນຕົກ, ຮ່າໂນ້ຍ. (ພາບ: KT) |
ບັນດາຂົງເຂດໃໝ່ທີ່ຢູ່ ຫວຽດນາມ ດຶງດູດນັກລົງທຶນ ສ.ເກົາຫຼີ ໂດຍທ່ານ Choi Joo Ho, ຜູ້ອຳນວຍການໃຫຍ່ Samsung ຫວຽດນາມ ແລະ ຜູ້ສືບທອດໜ້າທີ່ນັ້ນແມ່ນ ທ່ານ Na Ki Hong ໄດ້ແບ່ງປັນໃນການພົບຮ່ວມ ນາຍົກລັດຖະມົນຕີ Pham Minh Chinh ໃນວັນທີ 12 ກຸມພາ. ທ່ານທັງສອງໄດ້ກ່າວ່າ ພ້ອມກັບການລົງທຶນໃນຂົງເຂດດັ້ງເດີມ, ໃນໄລຍະຈະມາເຖິງ, Samsung ຈະສືບຕໍ່ເປີດກວ້າງການລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດໃໝ່ຄື: ປັນຍາປະດິດ, ອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ເຂົ້າຮ່ວມຂະບວນການຫັນເປັນດີຈີຕອນຢູ່ ຫວຽດນາມ ຢ່າງຕັ້ງໜ້າ... ປະຈຸບັນ, Samsung ແມ່ນນັກລົງທຶນໂດຍກົງຈາກຕ່າງປະເທດທີ່ໃຫຍ່ທີ່ສຸດຢູ່ ຫວຽດນາມ ໂດຍລວມຍອດລົງທຶນຈົດທະບຽນ 23,2 ຕື້ USD. ປີ 2024, ລາຍຮັບ ແລະ ສົ່ງອອກຂອງກຸ່ມບໍລິສັດບັນລຸໄດ້ 62,5 ຕື້ USD ແລະ 54,4 ຕື້ USD ຕາມລຳດັບ.
ດ້ວຍຄວາມຫຼາກຫຼາຍໃນເນື້ອໃນການລົງທຶນ ແລະ ຄວາມເຊື່ອໝັ້ນເຂົ້າໃນສະພາບແວດລ້ອມການດຳເນີນທຸລະກິດທີ່ໝັ້ນຄົງ, ຄາດວ່າ ກະແສເງິນທຶນຈາກ ສ.ເກົາຫຼີ ທີ່ໄຫລເຂົ້າ ຫວຽດນາມ ຈະສືບຕໍ່ເພີ່ມຂຶ້ນຢ່າງແຂງແຮງ. ນີ້ບໍ່ພຽງແຕ່ແມ່ນກາລະໂອກາດໃຫ້ກັບວິສາຫະກິດ ຫວຽດນາມ ເພື່ອເຂົ້າຮ່ວມໃນຕ່ອງໂສ້ການສະໜອງໃນທົ່ວໂລກເທົ່ານັ້ນ, ແຕ່ຍັງແມ່ນກຳລັງຊຸກຍູ້ການເຕີບໂຕເສດຖະກິດແບບຍືນຍົງອີກດ້ວຍ.
![]() | ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju-Jeonnam (ສ.ເກົາຫຼີ) ເປີດຫ້ອງການໃໝ່ ຍສໝ - ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju – Jeonnam (ສ.ເກົາຫຼີ) ຫາກໍ່ຈັດຕັ້ງພິທີເປີດຫ້ອງການໃໝ່ຢ່າງສົມກຽດ, ສົມທົບກັບລາຍການຕ້ອນຮັບປີໃໝ່ວົງຄະນະຍາດທີ່ມີຄວາມໝາຍຢູ່ສູນການຄ້າ Gwangju Outlet. |
![]() | ສ້າງຕັ້ງສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ ຍສໝ - ວັນທີ 20 ມັງກອນນີ້, ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແລະ ສະມາຄົມຊາວ ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ ໄດ້ຈັດງານພົບປະແລກປ່ຽນມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແລະ ເປີດຕົວສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ນະຄອນ ຫ່າຍຟ່ອງ. |
ທອງມີ ສີຫາວົງ