22:15 | 26/02/2025

ບັນດາແຫຼ່ງທ່ອງທ່ຽວສຸດຍອດທີ່ສຸດຂອງໂລກໃນປີ 2025

ໜັງສືພິມ ອິນໂດເນເຊຍ ຕີລາຄາ ການທ່ອງທ່ຽວຂອງຫວຽດນາມ ໄດ້ຟື້ນຟູຢ່າງແຮງທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້
ໄປປະເທດລາວ, 'ຊ້າລົງ' ເພື່ອ...ຮັກ!
ບັນດາແຫຼ່ງທ່ອງທ່ຽວສຸດຍອດທີ່ສຸດຂອງໂລກໃນປີ 2025

Osaka ຈະຈັດຕັ້ງ​​ງານ​ວາງສະ​ແດງໃນ​ໂລກ - EXPO 2025 ​ແຕ່​ເດືອນ​ເມສາ​ ຫາ​ ເດືອນ​ຕຸລາ. ຍ້ອນນະຄອນນີ້ ໄດ້​ມີ​ຊື່​ສຽງ​ຫຼາຍ, ສະນັ້ນ ນັກທ່ອງ​ທ່ຽວ​ສາມາດເປີດກວ້າງ​ການ​ຄົ້ນຫາ​ເຂດ Kansai, ລວມມີ 10 ​ແຂວງ​ໃນ​ພາກ​ກາງ - ​ພາກ​ໃຕ້​ຂອງ​ຍີ່ປຸ່ນ.

ບັນດາແຫຼ່ງທ່ອງທ່ຽວສຸດຍອດທີ່ສຸດຂອງໂລກໃນປີ 2025

ໂດຍຕັ້ງຫ່າງຈາກເກາະ Barbados ຂອງເຂດ Caribe ໃນເຄິ່ງເວລາຖ້ຽວບິນ, Bequia ແມ່ນຫນຶ່ງໃນ 32 ເກາະທີ່ຂຶ້ນກັບ St. Vincent ແລະ Grenadines. ນີ້​ແມ່ນ​ຈຸດ​ຫມາຍ​ປາຍ​ທາງ​ທີ່​ສວຍ​ງາມດ້ວຍຫາດ​ຊາຍ​ສີ​ຂາວ​, ​ອຸນ​ຫະ​ພູມ​ທີ່​ອົບ​ອຸ່ນ​ຕະ​ຫຼອດ​ປີ​.

ບັນດາແຫຼ່ງທ່ອງທ່ຽວສຸດຍອດທີ່ສຸດຂອງໂລກໃນປີ 2025

ລົງຕົວຈິງການຕັ້ງຄ້າຍຢູ່ທົ່ງນາເກືອ Salar de Uyuni ຢູ່ ໂບລິເວຍ. ປະເທດນີ້ຍັງເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວສໍາລັບໜອງ Titicaca ທີ່ຕິດກັບປະເທດ ເປຣູ ໃນສາຍພູ Andes - ຫນຶ່ງໃນບັນດາໜອງນ້ຳສູງທີ່ສຸດໃນໂລກ, ເຂດຮ່ອງຮອຍ Tiwanaku ນັບແຕ່ໄລຍະກ່ອນ Inca ຫຼື Sucre - ຫນຶ່ງໃນມໍລະດົກໂລກທີ່ UNESCO ໄດ້ຈົດທະບຽນ.

ບັນດາແຫຼ່ງທ່ອງທ່ຽວສຸດຍອດທີ່ສຸດຂອງໂລກໃນປີ 2025

ຫນຶ່ງໃນນະຄອນຫຼວງຂອງວັດທະນະທໍາ ເອີຣົບ 2025 - Chemnitz ແມ່ນນອນໃນບັນດານະຄອນທີ່ໜ້າຈັບໃຈທີ່ສຸດຂອງເຢຍລະມັນ. ບ່ອນນີ້ມີງານບຸນດົນຕີ jazz, indie ແລະ ເຕັ້ນລໍາ, ສິລະປະຖະຫນົນ, ບັນດາຂະບວນແຫ່ລົດເກົ່າບູຮານ ແລະ ງານວາງສະແດງ.

ບັນດາແຫຼ່ງທ່ອງທ່ຽວສຸດຍອດທີ່ສຸດຂອງໂລກໃນປີ 2025

ໃນພາກໃຕ້ຂອງ ອາຟຣິກາ, ປະເທດນ້ອຍ Eswatini ຮ່ວມມືກັບແຂວງ Mpumalanga ຂອງ ອາຟຣິກາໃຕ້ ແລະ ປະເທດບ້ານໃກ້ເຮືອນຄຽງ ໂມຊຳບິກ ເພື່ອສ້າງເປັນຂໍ້ລິເລີ່ມການທ່ອງທ່ຽວຂ້າມຊາຍແດນທີ່ເອີ້ນວ່າ TRILAND 2024-2025. ໃນນັ້ນ, ພູຫີນ Sibebe ຢູ່ Eswatini ແມ່ນກ້ອນຫີນ granite ກາງແຈ້ງທີ່ໃຫຍ່ທີ່ສຸດໃນໂລກ.

ບັນດາແຫຼ່ງທ່ອງທ່ຽວສຸດຍອດທີ່ສຸດຂອງໂລກໃນປີ 2025

Gdańsk (ໂປແລນ) ເປັນສະຖານທີ່ມີຊື່ສຽງໃນປະຫວັດສາດທີ່ຕິດກັບສົງຄາມໂລກຄັ້ງທີສອງ. ປະຈຸບັນ, Gdańsk ໄດ້ຖືກສ້າງຄືນໃຫມ່ເກືອບຫມົດຫຼັງຈາກສົງຄາມ, ກາຍເປັນຫນຶ່ງໃນນະຄອນທີ່ສວຍງາມ ແລະ ມີຫຼາຍສີສັນທີ່ສຸດຂອງໂປແລນ.

ບັນດາແຫຼ່ງທ່ອງທ່ຽວສຸດຍອດທີ່ສຸດຂອງໂລກໃນປີ 2025

ປາ​ກິ​ດສະ​ຖານ ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ພະ​ຈົນ​ໄພ​ທີ່​ຫນ້າ​ສົນ​ໃຈ ​ຍ້ອນມີ​ທິວ​ທັດ​ພູ​ເຂົາ​ທີ່​ໃຫຍ່ໂຕມະໂຫຖານ​. ປະເທດນີ້ກຳມະສິດ 5 ໃນ 14 ຈອມພູ "ສູງ 8.000 ແມັດ", ໃນນັ້ນ, ມີ K2, ຈອມພູສູງອັນດັບທີສອງໃນໂລກ ແຕ່ມີຄວາມຫຍຸ້ງຍາກ ແລະ ອັນຕະລາຍທີ່ສຸດ.

ບັນດາແຫຼ່ງທ່ອງທ່ຽວສຸດຍອດທີ່ສຸດຂອງໂລກໃນປີ 2025

ເພື່ອໄປເຖິງເກາະ Niue ນ້ອຍຂອງ Polynesian ຕັ້ງຢູ່ລະຫວ່າງ Fiji ແລະ ໝູ່ເກາະ Cook, ນັກທ່ອງທ່ຽວຈໍາເປັນຕ້ອງໄດ້ບິນລົງຈາກ Auckland (ນິວຊີແລນ). ບັນດາສະຖານທີ່ລອຍນ້ໍາ ແລະ ດໍານ້ໍາພ້ອມກັບໂອກາດເບິ່ງປາວານພວມລໍຖ້ານັກທ່ອງທ່ຽວຢູ່ທີ່ນີ້.

ບັນດາແຫຼ່ງທ່ອງທ່ຽວສຸດຍອດທີ່ສຸດຂອງໂລກໃນປີ 2025

ບັນດານະຄອນເຊັ່ນ: Marrakech, Essaouira, Fes, Casablanca ຫຼື ນະຄອນຫຼວງ Rabat ຂອງ ມາຣົກ ຍາມໃດກໍ່ນຳໜ້າໃນບັນຊີລາຍຊື່ຂອງຈຸດຫມາຍປາຍທາງໃຝ່ຝັນຂອງນັກທ່ອງທ່ຽວຫຼາຍຄົນ.

ບັນດາແຫຼ່ງທ່ອງທ່ຽວສຸດຍອດທີ່ສຸດຂອງໂລກໃນປີ 2025

San Francisco de Campeche ແມ່ນເມືອງເອກຂອງລັດນ້ອຍ Campeche (ເມັກຊິໂກ). ຜູ້ທີ່ຫຼົງໄຫຼສະຖາປັດຕະຍະກຳ ແລະ ປະຫວັດສາດ ຈະມັກນະຄອນທ່າເຮືອແຫ່ງນີ້, ເຊິ່ງກຳມະສິດເທດສະບານເກົ່າບູຮານທີ່ມີຝາອ້ອມຮອບ ໄດ້ຖືກຈົດຊື່ເຂົ້າເປັນມໍລະດົກໂລກ.

ບັນດາແຫຼ່ງທ່ອງທ່ຽວສຸດຍອດທີ່ສຸດຂອງໂລກໃນປີ 2025

ນ້ຳຕົກຕາດ Huka ໃຫຍ່ໂຕໃນ Taupō (ນິວຊີແລນ), ໄດ້ຮັບຖືວ່າຈະສ້າງພະລັງງານຢ່າງພຽງພໍເພື່ອຕື່ມໃສ່ສະລອຍນ້ຳຂະໜາດໃຫຍ່ ໂອລິມປິກ ພາຍໃນ 11 ວິນາທີ. ພື້ນຖານອາຫານທີ່ເປັນເອກະລັກພິເສດ ກໍ່ແມ່ນຈຸດເດັ່ນຂອງເທດສະບານນີ້, ເປັນບ່ອນທີ່ມີງານບຸນອາຫານ Treats of Taupō ທີ່ມີຊື່ສຽງ.

ບັນດາແຫຼ່ງທ່ອງທ່ຽວສຸດຍອດທີ່ສຸດຂອງໂລກໃນປີ 2025

ທັດສະນີຍະພາບທີ່ງາມຕາ ແລະ ບັນດາໃຈກາງເມືອງທີ່ເປັນເອກະລັກພິເສດຂອງອາຊີກາງ ພວມຢັ້ງຢືນຄວາມດຶງດູດເປັນພິເສດ. ນຳໜ້າແມ່ນນະຄອນທີ່ໃຫຍ່ທີ່ສຸດຂອງ ກາຊັກສະຖານ - Almaty. ບ່ອນນີ້ກຳມະສິດບັນດາຫໍພິພິທະພັນ ທີ່ໃຫຍ່ໂຕມະໂຫຖານ, ລວມມີ ຫໍພິພິທະພັນສິລະປະແຫ່ງຊາດ Abilkhan Kasteev, ເຊິ່ງວາງສະແດງຜົນງານສີລະປະຫຼາຍກວ່າ 20.000 ຜົນງານ ແລະ ສູນວັດທະນະທຳຍຸກສະໄໝ Tselinny ຈະຍ້າຍໄປຮາກຖານໃໝ່ໃນປີ 2025.

ປະຊາຊົນ ແລະນັກທ່ອງທ່ຽວນັບເປັນໝື່ນຄົນ ໄປເອົາບຸນ ນາເຊີນດົ່ງຟູ (ແທ່ງຮວ່າ)

ປະຊາຊົນ ແລະນັກທ່ອງທ່ຽວນັບເປັນໝື່ນຄົນ ໄປເອົາບຸນ ນາເຊີນດົ່ງຟູ (ແທ່ງຮວ່າ)

ຍສໝ - ​ແຕ່ລະ​ປີ ມາຮອດ​ໂອກາດ​ເວລາສົ່ງປີເກົ່າຕ້ອນຮັບປີໃໝ່, ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​​ນັບເປັນໝື່ນຄົນຈາກທົ່ວທຸກສາລະທິດ​ມາ​ເຕົ້າ​ໂຮມ​ກັນ​ໄປ​ເອົາບຸນ ຟູນາ ຫຼື​ເອີ້ນ​​ວ່າ ນາ​ເຊີນ​ດົ່ງ​ຟູ (ຂຶ້ນກັບ​ຕາ​ແສງ ຊວນ​ຢູ່, ​ເມືອງ ​ຍື່ແທ່ງ, ​ແຂວງ ​ແທ່ງ​ຮວ່າ) ເພື່ອຖະຫວາຍທູບທຽນຈາລຶກບຸນຄຸນບັນດາວິລະຊົນຂອງຊາດ ຂັບໄລ່ສັດຕູຜູ້ຮຸກຮານພາຍນອກ ເພື່ອປົກປັກຮັກສາປະເທດຊາດ, ຂໍໃຫ້ມີໂຊກລາບ.

ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ແຂ່ງຝົນ​ເຂົ້າ​ຮ່ວມ​ງານ​ບຸນ ເກົ່າບົງ ຢູ່ ໂຮ້ຍອານ

ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ແຂ່ງຝົນ​ເຂົ້າ​ຮ່ວມ​ງານ​ບຸນ ເກົ່າບົງ ຢູ່ ໂຮ້ຍອານ

ຍສໝ - ເຖິງວ່າຈະມີຝົນຕົກໜັກ, ແຕ່ນັກທ່ອງທ່ຽວຕ່າງປະເທດຫຼາຍຄົນຍັງໃສ່ເສື້ອກັນຝົນ ແລະ ມ່ວນຊື່ນກັບການເຂົ້າຮ່ວມງານບຸນ ເກົ່າບົງ ທີ່ບ້ານຜັກ ຈ່າເກ (ຕາແສງ ເກີມຮ່າ, ນະຄອນ ໂຮ້ຍອານ) - ເຊິ່ງແມ່ນບ່ອນທີ່ໄດ້ຮັບຮັບລາງວັນເປັນບ້ານທ່ອງທ່ຽວທີ່ດີທີ່ສຸດຂອງໂລກ 2024 ໂດຍອົງການທ່ອງທ່ຽວສະຫະປະຊາຊາດ (UN Tourism) ມອບ.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-20614.html

In bài biết