ນັກຮຽນຮູ້ ອົດສະຕາລີ: ລັດຖະບານ ຫວຽດນາມ ມີການກະທຳຢ່າງຂ້ຽວຂາດ, ຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນ
![]() |
| ພາບປະກອບ |
ຫວຽດນາມ ມີລັດຖະບານທີ່ມີການກະທຳຢ່າງຂ້ຽວຂາດ, ຂະຫຍັນຂັນເຄື່ອນ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ສືບຕໍ່ມີການເຕີບໂຕຢ່າງແຮງໃນປີຕໍ່ໄປ. ນີ້ແມ່ນຂໍ້ສັງເກດຂອງທ່ານສາດສະດາຈານ ຈູຮ່ວາງລອງ, ຫົວໜ້າສູນຄົ້ນຄວ້ານະໂຍບາຍ ຫວຽດນາມ ຢູ່ ມະຫາວິທະຍາໄລ ອົດສະຕາລີ.
ຕາມທ່ານ ຈູຮ່ວາງລອງ ແລ້ວ, ລະດັບເຕີບໂຕຂອງ ຫວຽດນາມ ໃນປີ 2024, ຄາດວ່າບັນລຸປະມານ 6,8 – 7% ຕາມກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ນີ້ແມ່ນລະດັບເຕີບໂຕຢືນຢູ່ແຖວໜ້າບັນດາປະເທດສະມາຊິກ ອາຊຽນ. ດ້ວຍລະດັບເຕີບໂຕດັ່ງກ່າວ, ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດບັນລຸລະດັບການເຕີບໂຕຢ່າງແຮງທີ່ສຸດຢູ່ພາກພື້ນ ອາຊີ - ປາຊີຟິກ. ທ່ານຖືວ່າ, ໜຶ່ງໃນບັນດາສາຍເຫດຕົ້ນຕໍນຳມາເຊິ່ງໝາກຜົນດັ່ງກ່າວແມ່ນການບໍລິຫານຢ່າງຂ້ຽວຂາດ, ມີປະສິດທິຜົນຂອງລັດຖະບານ ຫວຽດນາມ.
ທ່ານ ຈູຮ່ວາງລອງ ໄດ້ຍົກໃຫ້ເຫັນ 3 ພື້ນຖານເພື່ອໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະສືບຕໍ່ບັນລຸທ່າເຕີບໂຕສູງໃນປີຕໍ່ໄປ. ທີ 1, ຫວຽດນາມ ພວມຢືນຢູ່ຕໍ່ໜ້າການປະຕິວັດຫັນກົງຈັດໃຫ້ກະທັດຮັດຄັ້ງໃຫຍ່ທີ່ສຸດນັບແຕ່ເມື່ອດຳເນີນການປ່ຽນແປງໃໝ່ໃນປີ 1986. ທີ 2, ຫວຽດນາມ ພວມມີແຫຼ່ງຊັບພະຍາກອນລ້ຳຄ່າທີ່ສຸດ ນັ້ນແມ່ນແຫຼ່ງຊັບພະຍາກອນມະນຸດຢ່າງຫຼວງຫຼາຍ, ຂະຫຍັນຂັນເຄື່ອນ, ຢູ່ໃນສັງຄົມທີ່ຍາມໃດກໍ່ເຊີດຊູການສຶກສາ ແລະ ນ້ຳໃຈຮັກຊາດ. ທີ 3 ແມ່ນ, ຫວຽດນາມ ພວມມານະພະຍາຍາມຍູ້ແຮງການພັດທະນາລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ.
| ນັກຮຽນຮູ້ ຫວຽດນາມ: ການປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີຢູ່ ຈີນ ຈະສືບຕໍ່ມີບາດກ້າວບຸກທະລຸຫຼາຍຢ່າງ ຍສໝ - ການປ່ຽນແປງໃໝ່ແມ່ນກຳລັງຜັກດັນແຖວໜ້ານຳພາການພັດທະນາຂອງປະເທດຊາດ, ພິເສດໃນຍຸກເສດຖະກິດພູມປັນຍາ. |
| ຫວຽດນາມ ແມ່ນຕະຫຼາດແຂກທ່ອງທ່ຽວທີ່ເຕີບໂຕໄວທີ່ສຸດຂອງ ອົດສະຕາລີ ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ໂຮ່ຈີມິນ, ຕາງໜ້າວິສາຫະກິດການທ່ອງທ່ຽວ, ຜູ້ໃຫ້ບໍລິການການທ່ອງທ່ຽວ, ຈຸດໝາຍປາຍມາງການທ່ອງທ່ຽວອົດສະຕາລີ ຈໍານວນ 28 ແຫ່ງ ໄດ້ມີການພົບປະ, ແນະນໍາບັນດາຜະລິດຕະພັນ ແລະ ສ້າງຕັ້ງບັນດາການນັດພົບການຄ້າ (B2B) ກັບບັນດາຄູ່ຮ່ວມມື ຫວຽດນາມ. |
ມີງດຶກ
