ບັນດາ “ພື້ນທີ່ ສີແດງ” ເຕັມໄປດ້ວຍນໍ້າໃຈ ລະຫວ່າງ ທະຫານ ກັບ ປະຊາຊົນ
![]() | ຫວຽດນາມ ຊຸກຍູ້ການພົວພັນກັບບັນດາປະເທດ, ບັນດາອົງການສາກົນ |
![]() | ທະຫານ ຫວຽດນາມ ມອບຫ້ອງຮຽນ ແລະ ຫ້ອງອາຫານໃຫ້ເດັກນ້ອຍຊາວ ອາຟຣີກາ |
ເມື່ອພາຍຸ ເລກ 3 ໄດ້ເກີດຂຶ້ນ ແລະ ເຮັດໃຫ້ ຝົນຕົກໜັກ, ກໍ່ໃຫ້ເກີດ ນໍ້າແກ່ງ ນໍ້າຊຸ, ດິນເຊາະເຈື່ອນ ໃນຫຼາຍໝູ່ບ້ານ ຢູ່ແຂວງຕ່າງໆ ທາງພາກເໜືອ, ໂດຍສະເພາະ ກະແສ ນໍ້າແກ່ງ ຍື່ງຂຶ້ນສູງ ແລະ ໄຫຼແຮງ ເຮັດໃຫ້ຂົວ ຟອງເຈົາ (ແຂວງ ຝູ໋ເຖາະ) 2 ຊ່ວງຖືກຫັກພັງລົງ, ສ້າງຄວາມສູນເສຍ ດ້ານຊີວິດ, ຊັບສິນ ແລະ ສ້າງຄວາມເສົ້າສະຫຼົດໃຈ ໃຫ້ກັບຄອບຄົວ ຈຳນວນຫຼາຍ. ຫຼັງຈາກ ເກີດເຫດ ພຽງ 15 ນາທີ, ທ່ານ ພົນໂທ ຟ້າມຮົ່ງເຈືອງ, ຜູ້ບັນຊາການທະຫານເຂດ ໄດ້ມີໜ້າ ຢ່າງທັນການ ເພື່ອຊີ້ນຳ ກອງພົນນ້ອຍຊ່າງແສງ 543, ກອງບັນຊາການທະຫານ ແຂວງ ຝູ໋ເຖາະ ລະດົມກຳລັງ ແລະ ພາຫະນະ ເຂົ້າຮ່ວມການຊ່ວຍເຫຼືອ ຜູ້ປະສົບເຄາະຮ້າຍ, ຊ່ວຍເຫຼືອຜູ້ຮັບບາດເຈັບ ແລະ ສົມ ທົບວາງແຜນການ ຕິດຕັ້ງຂົວ, ເຮືອບັກຂ້າມຟາກ ຊົ່ວຄາວ ເພື່ອຊ່ວຍເຫຼືອ ປະຊາຊົນ ໃນການໄປມາ.
![]() |
ນໍ້າໃຈ ລະຫວ່າງ ທະຫານ ກັບ ປະຊາຊົນ |
ພິເສດ, ຕອນເຊົ້າວັນທີ 10 ກັນຍາ, ໄພນໍ້າແກ່ງ ນໍ້າຊຸ ທີ່ເກີດຂຶ້ນ ໂດຍກະທັນຫັນ ຢູ່ໝູ່ບ້ານ ນູ, ເມືອງ ບ່າວອຽນ, ແຂວງ ລາວກາຍ, ໄດ້ເຮັດໃຫ້ ມີຄອບຄົວຖືກດິນເຈື່ອນທັບຖົມ 33 ຄອບຄົວ, ໄດ້ຮັບ ຜົນກະທົບ 40 ຄອບຄົວ, ມີຜູ້ເສຍຊີວິດ 60 ຄົນ, ຍັງ ສູນຫາຍ 7 ຄົນ. ໃນທັນທີ ທ່ີ ເກີດໄພພິບັດ, ໄດ້ມີກວ່າ 650 ຄົນ ລວມທັງ ທະຫານເຂດ 2, ທະຫານ ປ້ອງກັນຊາຍແດນ, ໜ່ວຍງານ ໝາດົມກິ່ນ, ຕຳຫຼວດ ແລະ ກອງທະຫານທ້ອງຖິ່ນ ໄດ້ຖືກລະດົມ ເພື່ອຊອກຫາກູ້ໄພ. ພາຍຫຼັງສຳເລັດ ວຽກງານ ກູ້ໄພ ຢູ່ໝູ່ບ້ານ ນູ, ກອງພົນໃຫຍ່ 12, ບໍລິສັດ ກໍ່ສ້າງ ເຈື່ອງເຊີນ (ກະຊວງ ປ້ອງກັນປະເທດ) ໄດ້ສົມທົບ ກັບອຳນາດການປົກຄອງ ທ້ອງຖິ່ນ ຢ່າງແໜ້ນແຟ້ນ ໃນຄວາມມານະພະຍາຍາມສຸດຂີດ ເພື່ອ ກໍ່ສ້າງ ເຮືອນຢູ່ ຈັດສັນໃໝ່ ໝູ່ບ້ານ ນູ ໃຫ້ສຳເລັດກ່ອນ ວັນທີ 31 ທັນ ວາ ດັ່ງທີ່ໄດ້ໃຫ້ຄຳໝັ້ນສັນຍາ ກັບທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ, ວັນທີ 15 ຕຸລານີ້, ກອງພົນໃຫຍ່ 12 ໄດ້ສຳເລັດການກໍ່ສ້າງ ແລະ ມຸງຫຼັງຄາ ເຮືອນຮ້ານ ຫຼັງທຳອິດ ໃນວັນທີ 22 ຕຸລາ-ໝາຍຄວາມວ່າ ຄົບໜຶ່ງເດືອນ ຫຼັງຈາກຄະນະກຳມະການ ປະຊາຊົນ ແຂວງ ລາວກາຍ ແລະ ສະຖານີ ໂທລະພາບ ຫວຽດນາມ ໄດ້ຈັດຕັ້ງພິທີ ເລີ່ມລົງມືກໍ່ສ້າງເຂດເຮືອນ ຈັດສັນໃໝ່ນີ້.
![]() |
ທະຫານປ້ອງກັນຊາຍແດນ ແຂວງ ກວ່າງຈີ້ ຊ່ວຍເຫຼືອ ຊາວປະມົງ ຊ່ວຍກຳປັ່ນຫາປາ ທີ່ຄ້າງນ້ຳຕື້ນ ໃຫ້ຄົງທີ່. ພາບ: VNA |
ທ່ານພົນຕີ ຫງວຽນຫືວຫງອກ, ຜູ້ບັນຊາການກອງພົນໃຫຍ່ 12 ໄດ້ກ່າວວ່າ: “ຢູ່ໝູ່ບ້ານ ນູ, ພວກຂ້າພະເຈົ້າໄດ້ລະດົມກຳລັງທະ ຫານ ເກືອບ 200 ຄົນ, ພ້ອມດ້ວຍອຸປະກອນ ໃຊ້ງານສະເພາະ ຫຼາຍຢ່າງ, ເຮັດວຽກທັງເວັນ ທັງຄືນ ໂດຍ ບໍ່ຫວັ່ນກົວ ຕໍ່ຝົນຕົກ ແດດກ້າ ດ້ວຍຄວາມມຸ່ງຫວັງ ປະຕິບັດໜ້າທ່ີໃຫ້ສຳເລັດ ແລະ ປະຕິບັດຖືກ ຕາມຄຳໝັ້ນສັນຍາ ຕໍ່ການນຳ ກະຊວງ ປ້ອງກັນປະເທດ, ຕໍ່ອຳນາດ ການປົກຄອງ ແຂວງ ລາວກາຍ, ພິເສດແມ່ນ ຕໍ່ພໍ່ແມ່ປະຊາຊົນ ໝູ່ບ້ານ ນູ, ຜູ້ປະສົບ ຄວາມເສຍຫາຍ, ເຈັບປວດ ຢ່າງໜັກໜ່ວງທ່ີສຸດ ຈາກ ພາຍຸ ແລະ ໄພນ້ຳຖ້ວມ”.
ທ້າຍເດືອນ ກັນຍາ ປີ 2024, ປະຊາຊົນ ເມືອງ ເຈິ໋ນອຽນ ແລະ ເມືອງ ອຽນບ໋າຍ (ແຂວງ ອຽນບ໋າຍ) ໄດ້ຢືນລຽບຕາມສອງຝາກ ຖະໜົນ ໂບກທຸງ, ໂບກມື ອໍາລາ ສະແດງຄວາມ ຂອບອົກຂອບໃຈ ທະຫານ ຜູ້ໄດ້ໃຫ້ການຊ່ວຍປະຊາຊົນ ກຳຈັດ ຜົນຢ້ອນຫຼັງ ຈາກຝົນຕົກນຳ້ແກ່ງ. ທ່ານ ເຈິ່ນຫງອກທື ປະທານ ຄະນະ ກຳມະການປະຊາຊົນ ເມືອງ ເຈິ໋ນອຽນ (ແຂວງ ອຽນບ໋າຍ) ກ່າວວ່າ: “ການຊ່ວຍເຫຼືອ ຢ່າງບໍ່ຮູ້ອິດເມື່ອຍ ໂດຍບໍ່ຫວັ່ນກົວ ຕໍ່ແດດຕໍ່ຝົນ ຂອງ ບັນດາໜ່ວຍທະຫານຄື: ກອງພັນໃຫຍ່ 148, ກອງພົນ 316 ທະຫານເຂດ 2, ກອງພົນນ້ອຍ 543 ທະຫານເຂດ 2, ກອງພັນໃຫຍ່ 121 ກອງບັນຊາການ ທະຫານ ແຂວງ ອຽນບ໋າຍ, ກຳລັງທະຫານບ້ານເມືືອງ ຈ້າມເຕົ໋າ ດ້ວຍກຳລັງ ເກືອບ 3000 ຄົນ ແລະ ເຄື່ອງຈັກ ເພື່ອຊ່ວຍໃຫ້ເມືອງ ເຈິ໋ນອຽນ ຜ່ານຜ່າຄວາມຫຍຸ້ງຍາກ ໃນເບື້ອງຕົ້ນ ຍ້ອນໄພທຳມະຊາດ”.
ພິເສດ, ຍ້ອນໄດ້ຮັບຜົນກະທົບ ຈາກພະຍຸ ເລກ 3, ແຂວງ ຕ່າງໆ ຢູ່ ແຄມທະເລພາກເໜືອ ແລະ ພາກກາງ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ບັນດາກຳລັງທະຫານ ກໍໄດ້ສົມທົບກັບປະຊາຊົນ ເຄື່ອນຍ້າຍຊັບສິນ, ນຳປະຊາຊົນໄປຢູ່ທີ່ປອດໄພ.
ນັ້ນແມ່ນບັນດາ “ພື້ນທ່ີ ສີແດງ” ທີ່ເຕັມໄປດ້ວຍນໍ້າໃຈ ສາມັກຄີ ຮັກແພງ ລະຫວ່າງ “ທະຫານ ລຸງໂຮ່” ກັບ ປະຊາຊົນ ໃນຍາມສັນຕິພາບ.
![]() | ຮ່າຕິ້ງ ຍາມໃດກໍ່ຮັກສາ, ປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບບັນດາທ້ອງຖິ່ນຂອງ ລາວ ຍສໝ - ຮ່າຕິ້ງ ຍາມໃດກໍ່ຮັກສາ, ປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບບັນດາທ້ອງຖິ່ນຂອງ ລາວ, ພິເສດແມ່ນແຂວງ ບໍລິຄຳໄຊ, ຄຳມ່ວນ, ນະຄອນຫຼວງວຽງຈັນ... ຮ່າຕິ້ງ ແລະ ບັນດາທ້ອງຖິ່ນຂອງລາວ ກໍ່ຈັດຕັ້ງການພົບປະເຮັດວຽກຢ່າງເປັນປະຈຳ, ແລກປ່ຽນຂໍ້ມູນ, ເພີ່ມທະວີການສົມທົບກັນຢ່າງຕັ້ງໜ້າ, ພິເສດແມ່ນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ, ການດຶງດູດການລົງທຶນ... |
![]() | ຂົວເຊື່ອມຕໍ່ຢ່າງໝັ້ນແກ່ນສຳລັບການທູດປະຊາຊົນ ແລະ ການພັດທະນາແບບຍືນຍົງ ຍສໝ - ໃນສະພາບການເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກ້ວາງຂວາງ ແລະ ບົດບາດຂອງການພົວພັນທາງການທູດປະຊາຊົນນັບມື້ນັບໄດ້ຮັບການຖືເປັນສຳຄັນ, ສະຫະພັນບັນດາອົງການມິດຕະພາບນະຄອນ ດານັງ (ສະຫະພັນມິດຕະພາບນະຄອນ ດານັງ) ໄດ້ສ້າງຂີດໝາຍຢ່າງເດັ່ນຊັດໃນໄລຍະ 2019-2024. ໂດຍຜ່ານບັນດາການເຄື່ອນໄຫວການທູດທີ່ມີຄວາມຫຼາກຫຼາຍ ແລະ ອຸດົມສົມບູນ, ສະຫະພັນມິດຕະພາບນະຄອນ ດານັງ ບໍ່ພຽງແຕ່ປະກອບສ່ວນຊຸກຍູ້ການພັດທະນາແບບຍືນຍົງຂອງນະຄອນເທົ່ານັ້ນ ຫາກຍັງໂຄສະນາຮູບພາບນະຄອນ ດານັງ - ນະຄອນທີ່ເປັນມິດ, ທີ່ຂະຫຍັນຂັນເຄື່ອນ, ໜ້າຢູ່ ໄປເຖິງເພື່ອນມິດສາກົນ. |
ມີງດຶກ