00:00 | 24/12/2024

ລັດຖະມົນຕີກະຊວງ ຍທຂ ຕ້ອນຮັບທູດສສ ຫວຽດນາມ ປະຈໍາ ສປປ ລາວຄົນໃໝ່

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ກົງສຸນໃຫຍ່ ຫວຽດນາມ ປະຈໍາ ພາກໃຕ້ຂອງລາວ
ສະຖານທູດ ຫວຽດນາມ ປະຈໍາ ຕ່າງປະເທດຫຼາຍແຫ່ງ ໄດ້ເປີດປຶ້ມໄຫວ້ອາໄລ ແລະ ຈັດພິທີໄຫວ້ອາໄລເຖິງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ທ່ານລັດຖະມົນຕີໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານຫງວຽນ ມິງ ເຕີມ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວຄົນໃໝ່, ພ້ອມທັງສະແດງຄວາມຂອບໃຈແລະຕີລາຄາສູງຕໍ່ການພົວພັນຮ່ວມມືພາຍໃຕ້ການພົວພັນຮ່ວມມືມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ,ຫວຽດນາມ-ລາວໄລຍະຜ່ານມາເວົ້າລວມ, ເວົ້າສະເພາະໃນຂະແໜງໂຍທາທິການ ແລະ ຂົນສົ່ງໃນການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເຊື່ອມຈອດກັບພາກພື້ນ ແລະ ສາກົນທັງປະກອບສ່ວນອັນສໍາຄັນເຂົ້າໃນການຮ່ວມມືພັດທະນາພື້ນຖານໂຄງລ່າງຮອບດ້ານໃນຂົງເຂດຄົມມະນາຄົມ ແລະ ຂົນສົ່ງ.

ລັດຖະມົນຕີກະຊວງ ຍທຂ ຕ້ອນຮັບທູດສສ ຫວຽດນາມ ປະຈໍາ ສປປ ລາວຄົນໃໝ່

ລັດຖະມົນຕີກະຊວງ ຍທຂ ຕ້ອນຮັບທູດສສ ຫວຽດນາມ ປະຈໍາ ສປປ ລາວຄົນໃໝ່

ໃນໂອກາດດັ່ງກ່າວ,ທັງສອງຝ່າຍໄດ້ປືກສາຫາລືແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການສົ່ງເສີມການພັດທະນາພື້ນຖານໂຄງລ່າງເພື່ອການເຊື່ອມໂຍງເຊື່ອມຈອດທາງບົກ, ທາງນໍ້າ, ທາງລົດໄຟ ແລະ ທາງອາກາດໂດຍສະເພາະແມ່ນການຊຸກຍູ້ການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ຮ່າໂນ້ຍ, ການຊອກຫາແຫຼ່ງທຶນຈາກບັນດາປະເທດຄູ່ຮ່ວມພັດທະນາ ເພື່ອພັດທະນາເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ-ທ່າແຂກ ຫາ ຊາຍແດນລາວ-ຫວຽດນາມ, ຊຸກຍູ້ການກໍ່ສ້າງເສັ້ນທາງພູທີເຜີ້ງ-ນາຊອນ ແລະການພັດທະນາທ່າທຽບເຮືອ 1, 2 ແລະ 3 ຂອງທ່າເຮືອຫວຸ້ງອ່າງໃຫ້ສາມາດຮັບໃຊ້ການບໍລິການຂົນສົ່ງສິນຄ້າ.

ໃນໂອກາດຄັ້ງນີ້, ທ່ານຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານງາມປະສົງ ເມືອງມະນີ ແລະ ມີຄວາມປິຕິຍິນດີທີ່ຖືກມອບໝາຍໃຫ້ຈັດຕັ້ງປະຕິບັດໜ້າທີ່ອັນສູງສົ່ງຂອງຕົນຢູ່ ສປປ ລາວ. ພ້ອມດຽວກັນນີ້, ທ່ານຫງວຽນ ມິງ ເຕີມ ສະເໜີໃນການຮ່ວມມື ແລະ ສະໜັບສະໜູນການກໍ່ສ້າງສວນມິດຕະພາບລາວ-ຫວຽດນາມ ຢູ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ນອກຈາກນັ້ນ, ສສຫວຽດນາມ ຈະສືບຕໍ່ໃນການສະໜັບສະໜູນ-ຮ່ວມມືກັບ ກະຊວງ ຍທຂ ໃນການພັດທະນາໂຄງລ່າງພື້ນຖານ, ການພັດທະນາທາງດ້ານບຸກຄະລາກອນ, ການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງໂຍທາທິການແລະ ຂົນສົ່ງໃຫ້ນັບມື້ນັບມີການພັດທະນາຂຶ້ນເລື້ອຍໆ.

ສະຖານທູດ ຫວຽດນາມ ປະຈໍາ ໄທ ອວຍພອນບຸນປີໃໝ່ລາວ ສະຖານທູດ ຫວຽດນາມ ປະຈໍາ ໄທ ອວຍພອນບຸນປີໃໝ່ລາວ

ຍສໝ - ຢູ່​ບາງກອກ, ວັນ​ທີ 6 ເມສາ, ຄະນະ​ພະນັກງານສະຖານທູດ​ ຫວຽດນາມ ປະຈຳ​ ໄທ ໂດຍ​ທ່ານອຸປະທູດ​ຊົ່ວຄາວນາງ ບຸ່ຍ​ທິ​ເຫ້ວ ນຳໜ້າ ໄດ້​ມາ​ຍັງສະຖານທູດ​ລາວ ປະຈຳ ​ໄທ ​ເພື່ອ​ອວຍພອນ​ບຸນປີ​ໃໝ່ປະເພນີຂອງ​ ລາວ.

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ນະຄອນປາກເຊ ອວຍພອນວັນຊາດ ສປປ ລາວ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ນະຄອນປາກເຊ ອວຍພອນວັນຊາດ ສປປ ລາວ

ຍສໝ - ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ນະຄອນປາກເຊ ນຳໂດຍສະຫາຍ ຫງວຽນວັນຈູງ ຫົວໜ້າກົງສູນໃຫຍ່ ໄດ້ໄປຢ້ຽມຢາມ ແລະອວຍພອນອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນ 4 ແຂວງພາກໃຕ້ຂອງລາວ (ຈໍາປາສັກ, ອັດຕະປື, ເຊກອງ, ສາລະວັນ).

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-20242.html

In bài biết