ວາງສະແດງຮູບພາບ 63 ແຜ່ນ ກ່ຽວກັບຄວາມສະເໝີພາບທາງເພດ ແລະ ການປ້ອງກັນ ແລະ ຮັບມືຄວາມຮຸນແຮງບົນພື້ນຖານທາງເພດ
| ຫວຽດນາມ - ລາວ: ເພີ່ມທະວີການຮ່ວມມືດ້ານການຫັນເປັນດີຈີຕອນ, ປະຕິຮູບລະບຽບການການບໍລິຫານ ແລະ ສື່ສານ | |
| ຊາວຫວຽດນາມ ອາໄສຢູ່ ໄທ ໄດ້ແຕ້ມຮູບ ລຸງໂຮ່ ກວ່າ 100 ຮູບ | 
ນີ້ແມ່ນງານວາງສະແດງຄັ້ງທຳອິດຢູ່ ຫວຽດນາມ ກ່ຽວກັບບົດບາດຂອງກຳລັງຕຳຫຼວດປະຊາຊົນໃນການປົກປ້ອງແມ່ຍິງ ແລະ ເດັກຈາກການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ.
![]()  |   		
|   			 ບັນດາຜູ້ແທນໄດ້ຕັດແຖບຜ້າເປີດງານວາງສະແດງຮູບພາບ  |   		
ງານວາງສະແດງໄດ້ວາງສະແດງຮູບພາບ 63 ແຜ່ນ, ໄດ້ຮັບແຮງບັນດານໃຈຈາກຄວາມຈິງທີ່ວ່າ 63% ຂອງແມ່ຍິງທີ່ເຄີຍແຕ່ງງານແຕ່ຖືກໃຊ້ຄວາມຮຸນແຮງໃນຊີວິດ, ໃນນັ້ນ ຍັງມີພຽງແຕ່ຫນ້ອຍກວ່າ 10% ຊອກຫາການຊ່ວຍເຫຼືອ (ອີງຕາມການສໍາຫຼວດກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຄັ້ງທີ 2 ໃນປີ 2019 ໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ກົມໃຫຍ່ສະຖິຕິ ແລະ ກອງທຶນປະຊາກອນຂອງສະຫະປະຊາຊາດ ໄດ້ປະຕິບັດ).
ບັນດາຮູບພາບໃນງານວາງສະແດງໄດ້ຖ່າຍທອດຂໍ້ຄວາມກ່ຽວກັບການປ້ອງກັນ ແລະ ຮັບມືຕໍ່ຄວາມຮຸນແຮງ, ດ້ວຍໂຄງຮ່າງ 2 ພາກຄື: “ເລື່ອງທີ່ຢາກລືມ” ແລະ “ມຸ່ງໄປເຖິງອະນາຄົດ”. ງານວາງສະແດງແມ່ນເພື່ອແນໃສ່ສົ່ງເສີມໃຫ້ແມ່ຍິງ ແລະ ເດັກຍິງທີ່ປະສົບກັບຄວາມຮຸນແຮງ ສາມາດຊອກຫາການໜູນຊ່ວຍຂອງຂະແໜງການຕຳຫຼວດ.
ເຂົ້າຮ່ວມ ແລະ ຕັດແຖບຜ້າເປີດງານວາງສະແດງມີ ທ່ານພົນໂທ ເຈີ່ນກວກຕໍ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ; ທ່ານນາງ Christine Arab, ຫົວໜ້າ UN Women ພາກພື້ນອາຊີ - ປາຊີຟິກ; ທ່ານນາງ Caroline Nyamayamombe, ຫົວໜ້າຜູ້ຕາງໜ້າ UN Women ປະຈຳ ຫວຽດນາມ.
![]()  |   		
|   			 ທ່ານພົນໂທ ເຈີ່ນກວກຕໍ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ.  |   		
ກ່າວຄຳປາໄສທີ່ເປີດ, ທ່ານພົນໂທ ເຈີ່ນກວກຕໍ ປາດຖະໜາວ່າ ງານວາງສະແດງຈະປະກອບສ່ວນຍົກສູງຄວາມຮັບຮູ້ ແລະ ຫັນປ່ຽນພຶດຕິກຳໃນການປ້ອງກັນ ແລະ ຮັບມືຕໍ່ຄວາມຮຸນແຮງບົນພື້ນຖານທາງເພດ; ພ້ອມກັນນັ້ນ, ກໍຢືນຢັນບົດບາດຂອງກຳລັງຕຳຫຼວດປະຊາຊົນສຳລັບໜ້າທີ່ປົກປັກຮັກສາສິດໃຫ້ແມ່ຍິງ ແລະ ເດັກນ້ອຍ. ທ່ານເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນບັນດານະໂຍບາຍລວມຂອງສະຫະປະຊາຊາດກ່ຽວກັບການຊຸກຍູ້ຄວາມສະເໝີພາບທາງເພດ ແລະ ມອບສິດໃຫ້ແມ່ຍິງດ້ວຍບົດບາດແມ່ນສະມາຊິກຂອງສະພາບໍລິຫານງານ UN Women ອາຍຸການ 2025 – 2027.
![]()  |   		
|   			 ທ່ານນາງ Christine Arab, ຫົວໜ້າ UN Women ພາກພື້ນອາຊີ - ປາຊີຟິກ ກ່າວຄຳປາໄສທີ່ງານວາງສະແດງ.  |   		
ທ່ານນາງ Christine Arab ຫົວໜ້າ UN Women ພາກພື້ນ ອາຊີ - ປາຊີຟິກ ຢືນຢັນວ່າ UN Women ພ້ອມແລ້ວທີ່ຈະໜູນຊ່ວຍກະຊວງຕຳຫຼວດ ຫວຽດນາມ ໃນການຍົກສູງຄວາມສາມາດ ແລະ ຜັນຂະຫຍາຍບັນດາຂໍ້ລິເລີ່ມທີ່ກ່ຽວຂ້ອງເຖິງການປ້ອງກັນ ແລະ ຮັບມືຕໍ່ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ; ຫັນລາຍການກະທຳແຫ່ງຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມສະຫງົບໃຫ້ປະກົດຜົນເປັນຈິງ. ທ່ານນາງປາດຖະໜາຢາກເຮັດໃຫ້ສາຍພົວພັນຮ່ວມມືກັບກະຊວງຕຳຫຼວດ ຫວຽດນາມ ກາຍເປັນແບບຢ່າງໃນລະດັບຊາດ, ພາກພື້ນ ແລະ ສາກົນ.
![]()  |   		
|   			 ບັນດາຜູ້ແທນໄດ້ໄປຢ້ຽມຊົມ ແລະ ໄດ້ຮັບຟັງການອະທິບາຍກ່ຽວກັບບັນດາຮູບພາບທີ່ວາງສະແດງຢູ່ງານວາງສະແດງ.  |   		
ງານວາງສະແດງໄດ້ດຳເນີນແຕ່ວັນທີ 27 ພະຈິກ 2024 ຫາວັນທີ 10 ທັນວາ 2024, ເປີດປະຕູໃຫ້ເຂົ້າຊົມຟຣີ ແຕ່ວັນຈັນເຖິງວັນເສົາ, ຢູ່ຫໍພິພິທະພັນຕຳຫຼວດປະຊາຊົນ (ເຮືອນເລກທີ 1 ເຈີ່ນບິ່ງຈ້ອງ, ເມືອງ ຮ່ວານກ໋ຽມ, ຮ່າໂນ້ຍ).
| ນາຍທະຫານຫວຽດນາມ 63 ຄົນ ກະກຽມໄປປະຕິບັດໜ້າທີ່ຢູ່ ຊູດັງໃຕ້  			 ຍສໝ - ໃນຕອນເຊົ້າວັນທີ 24 ມິຖຸນານີ້ ຢູ່ທ່າເຮືອ ຍາໂຣງ, ກ່ອນຈະໄປປະຕິບັດໜ້າທີ່ຢູ່ ຊູດັງໃຕ້, ບັນດານາຍທະຫານ ແລະ ແພດທະຫານໂຮງໝໍເຄື່ອນທີ່ຂັ້ນ 2 ເລກທີ 5 ໄດ້ຈັດພິທີຖະຫວາຍທູບທຽນ ແລະ ປຸກລະດົມຂະບວນການແຂ່ງຂັນສ້າງຜົນງານເພື່ອຖະຫວາຍແດ່ລຸງໂຮ່.  |   		
| ຫວຽດນາມ ສົ່ງອອກສິນຄ້າ ເກີນດຸນກວ່າ 6,3 ຕື້ໂດລາ ສະຫະລັດ  			 ຍສໝ - ຍອດວົງເງິນການຄ້າສິນຄ້າໃນ 4 ເດືອນຕົ້ນປີນີ້ ຄາດວ່າຈະມີຍອດມູນຄ່າການຄ້າປະມານ 6,35 ຕື້ USD, ໃນຂະນະທີ່ໄລຍະດຽວກັນຂອງປີກາຍມີຍອດມູນຄ່າການຄ້າ 2,35 ຕື້ USD.  |   		
ແທັງຮັ່ງ
                    


