ເພີ່ມທະວີການສົມທົບກັນລະຫວ່າງ VUFO ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ
![]() | ນະຄອນ ໂຮ່ຈິມິນ ເຊີດຊູການປະກອບສ່ວນຂອງບັນດານັກປັນຍາຊົນຫວຽດນາມ ຢູ່ຕ່າງປະເທດ |
![]() | VUFO, ສະຖານທູດ ມົງໂກນ ປະຈຳ ຫວຽດນາມ ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມື |
ກ່າວຄຳປາໄສທີ່ການເຮັດວຽກ, ທ່ານຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ຫງວຽນຫງອກຮຸ່ງ ເນັ້ນໜັກວ່າ ໃນປີ 2024, ຂະບວນການຂອງປະຊາຊົນໂລກ ຈະພັດທະນາຢ່າງເຂັ້ມແຂງດ້ວຍຄວາມມີໄຫວພິບ, ຄວາມຫຼາກຫຼາຍ, ແຕ່ກໍ່ຍັງປະເຊີນໜ້າກັບບັນດາສິ່ງທ້າທາຍຈາກການແກ່ງແຍ່ງຂອງປະເທດໃຫຍ່. VUFO ຕ້ອງປັບຕົວເຂົ້າກັບທ່າອ່ຽງໃໝ່ໂດຍໄວ, ພິເສດແມ່ນການພັດທະນາກຳລັງຄູ່ຮ່ວມມືໜຸ່ມໃນສະພາບການຄູ່ຮ່ວມມືຂອງ VUFO ພວມການເປັໍນແກ່ເຖົ້າ ຫຼ້າຫຼັງ
ໃນປີ 2024, VUFO ໄດ້ປະຕິບັດບັນດາໜ້າທີ່ຈຸດສຸມ, ລວມມີ ປັບປຸງອົງການແຕ່ສູນກາງເຖິງທ້ອງຖິ່ນ, ເພີ່ມທະວີການສົມທົບກັນ ແລະ ຍົກສູງຄຸນນະພາບຖັນແຖວພະນັກງານ. ອົງການນີ້ ກໍ່ຍູ້ແຮງການປະດິດຄິດສ້າງ, ວິທີຈັດຕັ້ງການເຄື່ອນໄຫວວຽກງານການທູດປະຊາຊົນ, ພ້ອມກັນນັ້ນ ກໍ່ໃຫ້ຄຳປຶກສາ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວວຽກງານການຕ່າງປະເທດຂັ້ນສູງຂອງພັກ, ລັດ. VUFO ໄດ້ຈັດຕັ້ງ 37 ຄະນະອອກໄປປະຕິບັດງານ, ຕ້ອນຮັບ 24 ຄະນະເຂົ້າມາ ແລະ 1.000 ກວ່າການເຄື່ອນໄຫວວຽກງານການທູດກັບທີ່, ເຊິ່ງໄດ້ຮັບການຕີລາສູງຈາກເພື່ອນມິດສາກົນ.
![]() |
ທ່ານຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫງວຽນຫງອກຮຸ່ງ ກ່າວຄຳປາໄສທີ່ການເຮັດວຽກ. |
ສຳລັບວຽກງານທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ, VUFO ໄດ້ສົມທົບກັນຢ່າງຕັ້ງໜ້າກັບບັນດາອົງການທີ່ກ່ຽວຂ້ອງ ແລະ ຄຸ້ມຄອງບັນດາການເຄື່ອນໄຫວຂົນຂວາຍ. ແຕ່ລະປີ, ບັນດາອົງການບໍ່ຂຶ້ນກັບລັດຖະບານ ໄດ້ຊ່ວຍເຫຼືອໃຫ້ ຫວຽດນາມ ກວ່າ 200 ລ້ານ USD, ໜູນຊ່ວຍການພັດທະນາເສດຖະກິດ - ສັງຄົມ ແລະ ຖ່າຍທອດຂໍ້ມູນກ່ຽວກັບ ຫວຽດນາມ ອອກສູ່ໂລກ.
ນອກຈາກນັ້ນ, ວຽກງານການຄົ້ນຄວ້າ, ໃຫ້ຄໍາປຶກສາ ແລະ ຂໍ້ມູນຂ່າວສານຕ່າງປະເທດກໍ່ໄດ້ຮັບການປ່ຽນແປງໃໝ່ຕາມທິດທາງທີ່ທັນສະໄໝ ແລະ ມີປະສິດທິຜົນກວ່າ. VUFO ກໍ່ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດຢ່າງເປັນເຈົ້າການ, ປັບປຸງການພົວພັນສາກົນ, ເປີດກວ້າງຄູ່ຮ່ວມມືກັບລັດຖະບານ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ບັນດາບຸກຄົນຕ່າງປະເທດ ພິເສດຖືເປັນສຳຄັນເຂົ້າເຖິງການທູດເສດຖະກິດ.
ຕາມທ່ານ ຫງວຽນຫງອກຮຸ່ງ, ໃນປີ 2024, VUFO ໄດ້ປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ, ມີບຸກທະລຸ, ປ່ຽນແປງໃໝ່ຫຼາຍຢ່າງ, ພ້ອມກັນນັ້ນ ກໍ່ມີຫຼາຍບາດກ້າວພັດທະນາແບບຍືນຍົງ. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ໄດ້ມີການສົມທົບກັນຢ່າງແໜ້ນແຟ້ນຂອງບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ.
ໃນປີ 2025, VUFO ຈະຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VII ແລະ ສືບຕໍ່ປັບປຸງກົງຈັກ, ກວດຄຶືນຄູ່ຮ່ວມມື, ບໍລິເວນ ແລະ ຈັດຕັ້ງກອງປະຊຸມສາກົນ ຄັ້ງທີ 5 ກັບບັນດາອົງການບໍ່ຂຶ້ນກັບລັດຖະບານ.
![]() |
ການພົບປະ ແລະ ເຮັດວຽກກັບຫົວໜ້າຄະນະອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2025-2028 ໂດຍສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງໃນວັນທີ 22 ພະຈິກ ຢູ່ຮ່າໂນ້ຍ. |
ທ່ານປະທານ VUFO ຟານແອງເຊີນ ຂອບໃຈບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດທີ່ເຂົ້າຮ່ວມການເຮັດວຽກ ແລະ ປາດຖະໜາວ່າ ບັນດາທ່ານເອກອັກຄະລັດຖະທູດ ແລະ ກົງສຸນໃຫຍ່ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ VUFO, ຮັກສາບັນດາກົນໄກພົບປະທາງໄກ, ແລກປ່ຽນຂໍ້ມູນຂ່າວສານ, ແນະນຳຄູ່ຮ່ວມມືຢ່າງເປັນປະຈຳ. ທ່ານເຊື່ອໝັ້ນວ່າ ໃນອາຍຸການຈະມາເຖິງ, ບັນດາສະຖານທູດ ແລະ ກົງສຸນໃຫຍ່ ຈະຕັ້ງໜ້າຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດ, ປະກອບສ່ວນເຂົ້າໃນວຽກງານການທູດ ເວົ້າລວມ ແລະ ວຽກງານການທູດປະຊາຊົນ ເວົ້າສະເພາະ.
![]() |
ທ່ານ ໂດ໊ຮຸ່ງຫວຽດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ, ຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳ ສປຊ ກ່າວຄຳປາໄສທີ່ການເຮັດວຽກ. |
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດ໊ຮຸ່ງຫວຽດ ຕີລາຄາສູງການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ແລະ VUFO, ແລະ ຖືວ່າ ການທູດປະຊາຊົນແມ່ນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ຂອງການທູດ ຫວຽດນາມ. ທ່ານສະເໜີເພີ່ມທະວີການຮ່ວມມືດ້ານການທູດປະຊາຊົນໃນບັນດາການເຄື່ອນໄຫວການທູດຂັ້ນສູງ, ເປີດກວ້າງຄູ່ຮ່ວມມືໃນບັນດາຂົງເຂດໃໝ່ຄື ການຫັນເປັນດີຈີຕອນ ແລະ ການຫັນເປັນສີຂຽວ, ຊອກຫາບັນດານິວເຄຼຍໃໝ່ໃຫ້ບັນດາຂະບວນການໜູນຊ່ວຍ ຫວຽດນາມ.
ທີ່ການເຮັດວຽກ, ບັນດາສະຖານທູດ ແລະ ກົງສຸນໃຫຍ່ ໄດ້ແບ່ງປັນສະພາບການຮ່ວມມື ແລະ ສະເໜີບັນດາວິທີແກ້ໄຂ ເພື່ອແນໃສ່ເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ກັບບັນດາປະເທດ ພ້ອມກັນນັ້ນ ກໍ່ສະເໜີບັນດາວິທີການ ແນໃສ່ເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະ ແຕ່ລະບໍລິເວນ, ພາກພື້ນສະເພາະອີກດ້ວຍ.
![]() | ຜູ້ຍິງຮັກສາດວງວິນຍານພາສາຫວຽດນາມ ຢູ່ຕ່າງປະເທດ ຍສໝ - ຈາກຄວາມຢ້ານທີ່ຈະສູນເສຍພາສາແມ່ຂອງບັນດາແມ່ຍິງທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ ໄປສູ່ຄວາມປະດິດສ້າງໃນການພັດທະນາຕຳລາສອນ ແລະ ການເຄື່ອນໄຫວການສອນພາສາຫວຽດນາມ, ທ່ານນາງປອ. ຫງວຽນຖຸ້ຍແອງ ໄດ້ກາຍເປັນສັນຍະລັກຢ່າງຕັ້ງໜ້າໃນຊຸມຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນການຮັກສາພາສາ ແລະ ວັດທະນະທໍາປະເທດຊາດ. ຊຸດປຶ້ມແບບຮຽນ “ສະບາຍດີພາສາຫວຽດນາມ” ແລະ ຄ້າຍພັກແລ້ງພາສາຫວຽດນາມ ແມ່ນເຄື່ອງມືທີ່ທ່ານນາງໃຊ້ເພື່ອເຜີຍແຜ່ຄວາມຮັກພາສາຫວຽດນາມ, ພິເສດແມ່ນບັນດາລຸ້ນໜຸ່ມ. |
![]() | ຊາວຫວຽດນາມ ຢູ່ຕ່າງປະເທດ ມຸ່ງໄປເຖິງປະຊາຊົນທີ່ຖືກຮັບຜົນກະທົບຈາກພະຍຸ ແລະນ້ຳຖ້ວມ ຢູ່ບ້ານເກີດເມືອງນອນ ຍສໝ- ວັນທີ 25 ກັນຍາ, ຄະນະການກຸສົນຂອງສະມາຄົມຊາວຫວຽດນາມ ປະຈຳເຂດ Kansai/ຍີ່ປຸ່ນ, ສະມາຄົມການກຸສົນ ແຊນວ່າງ ເບີລິນ / ເຢຍລະມັນ, ສະມາຄົມຕິດຕໍ່ພົວພັນກັບຊາວຫວຽດນາມ ຢູ່ຕ່າງປະເທດ ພ້ອມໂຮງຮຽນພາສາຫວຽດນາມ ໄມ້ໄຜ່.... ໄດ້ລົງໄປຢ້ຽມຢາມ, ຊຸກຍູ້, ບໍລິຈາກເຂົ້າສານ, ເຄື່ອງໃຊ້ປະຈຳ, ເຄື່ອງໃຊ້ໃນໂຮງຮຽນ ແລະ ມອບເງິນໜູນຊ່ວຍໃຫ້ບັນດາຄອບຄົວທີ່ຖືກຮັບຜົນກະທົບຈາກພະຍຸ ແລະ ນໍ້າຖ້ວມຢູ່ເມືອງ ... |
ແທັງຮັ່ງ