ເຊີນລາ ໜູນຊ່ວຍແຂວງ ຫົວພັນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ
ຄະນະຜູ້ແທນໄດ້ມອບເງິນເງິນຊ່ວຍເຫຼືອ 300,000,000 ກີບຈາກຄະນະຂົນຂວາຍປະຊາຊົນແຂວງເຊີນລາ ໃຫ້ແຂວງຫົວພັນ ເພື່ອຜ່ານຜ່າຄວາມເສຍຫາຍຈາກໄພທຳມະຊາດ. ສະຫາຍ ເລດິງຟອງ ໄດ້ສະແດງຄວາມເຫັນໃຈຢ່າງສຸດຊຶ້ງຕໍ່ຄວາມເສຍຫາຍຈາກໄພພິບັດທຳມະຊາດຂອງແຂວງຫົວພັນເມື່ອບໍ່ດົນມານີ້ ແລະ ຫວັງວ່າແຂວງຫົວພັນຈະຜ່ານຜ່າຄວາມຫຍຸ້ງຍາກ, ປະຊາຊົນມີຊີວິດການເປັນຢູ່ ແລະ ທຳການຜະລິດເປັນປົກກະຕິໂດຍໄວ.
 |
ການນຳຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. |
 |
ການນຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ເຊີນລາ ໄດ້ມອບເງິນໜູນຊ່ວຍແຂວງ ຫົວພັນ. |
ຜູ້ຕາງໜ້າແຂວງຫົວພັນ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງບັນດາການນຳຂອງຄະນະແນວໂຮມປະເທດຊາດຫວຽດນາມ ແຂວງ ທີ່ໄດ້ມາເປັນກຳລັງໃຈ, ໜູນຊ່ວຍແຂວງແກ້ໄຂຄວາມເສຍຫາຍ. ພ້ອມກັນນັ້ນ, ກໍ່ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງແຂວງຫົວພັນ ແລະ ແຂວງ ເຊີນລາ ເວົ້າສະເພາະ ນັບມື້ນັບໝັ້ນຄົງເຂັ້ມແຂງ ບໍລິສຸດຜຸດຜ່ອງຕະຫຼອດໄປ.
 |
ພາບປະກອບ |
| ສະຖານທູດບັນດາປະເທດໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ຍສໝ - ຕອນເຊົ້າວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບເຄື່ອງຊ່ວຍເຫຼືອສຸກເສີນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນສະທ້ອນຈາກພະຍຸລູກທີ 3 (YAGI). |
| ຄະນະຜູ້ແທນແຂວງ ອຸດົມໄຊ ມາຢ້ຽມຢາມແຂວງ ເຊີນລາ ຍສໝ - ວັນທີ 16 ມິຖຸນາ, ຄະນະຜູ້ແທນແຂວງ ອຸດົມໄຊ (ສປປ ລາວ) ນຳໂດຍສະຫາຍ ຄຳພຽງ ຢາຈົງວາ, ຮອງເລຂາຄະນະພັກແຂວງ ໄດ້ມາຢ້ຽມຢາມແຂວງ ເຊີນລາ. |
ມີງດຶກ