ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ອາໄລຫາເຖິງບັນດາແພດໝໍ ແລະພະຍາບານໂຮງໝໍແບັກມາຍ ທີ່ເສຍສະຫຼະຊີວິດໃນປີ 1972
![]() | ໂຄສະນາ ແລະເຜີຍແຜ່ພາບພົດຂອງປະເທດຊາດ, ວັດທະນະທຳ ແລະ ປະຊາຊົນ ຫວຽດນາມ ຢູ່ ອາເມລິກາ |
![]() | VUFO, ສະຖານທູດ ມົງໂກນ ປະຈຳ ຫວຽດນາມ ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມື |
ໃນເວລາ 12 ມື້ (ແຕ່ວັນທີ 18 ທັນວາ ຫາ ວັນທີ 29 ທັນວາ ປີ 1972), ໂຮງໝໍ ແບັກມາຍ ໄດ້ຖືກຖິ້ມລະເບີດ 4 ເທື່ອ. ໃນນັ້ນ, ການຖິ້ມລະເບີດໃນວັນທີ 22 ທັນວາ 1972 ແມ່ນແສນສາຫັດທີ່ສຸດ ເມື່ອມີຄົນເຈັບ 300 ກວ່າຄົນປິ່ນປົວຢູ່ຊັ້ນໃຕ້ດິນ. ລະເບີດໄດ້ພັງທະລາຍບັນດາເຂດອາຄານເຮັດວຽກ ແລະ ໂຮງໝໍ ຫລາຍຫລັງ, ທັບຖົມຫ້ອງໃຕ້ດິນຈຳນວນໜຶ່ງ ໃນນັ້ນມີທ່ານໝໍ, ພະຍາບານ, ນັກເຕັກນິກວິຊາການ ແລະ ແພດທີ່ພວມດູແລຄົນເຈັບ. ແພດໝໍ ແລະ ພະຍາບານ 28 ທ່ານໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ.
50 ກວ່າປີ ໄດ້ຜ່ານໄປ, ປະຈຸບັນ ໂຮງໝໍ ແບັກມາຍ ໄດ້ກາຍເປັນໜຶ່ງໃນບັນດາພະຍານຫຼັກຖານໃຫ້ການພົວພັນຮ່ວມມື ຫວຽດນາມ - ອາເມລິກາ, ພິເສດແມ່ນໃນຂົງເຂດການແພດ.
![]() |
ທ່ານເອກອັກຄະລັດຖະທູດ Marc Knapper ໄດ້ອາໄລຫາເຖິງບັນດາແພດໝໍ, ພະຍາບານຂອງໂຮງໝໍ ແບັກມາຍ ທີ່ເສຍສະຫຼະຊີວິດເພື່ອຊາດໃນປີ 1972. (ຮູບພາບ: ໂຮງໝໍ ແບັກມາຍ) |
ພິທີຈູດທູບທຽນໄດ້ດຳເນີນໄປເນື່ອງໃນໂອກາດການເຮັດວຽກຂອງທ່ານເອກອັກຄະລັດຖະທູດ Marc Knapper ກັບບັນດາການນໍາໂຮງໝໍ ແບັກມາຍ ເພື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານການແພດລະຫວ່າງສອງຝ່າຍ.
ທີ່ການເຮັດວຽກ, ທ່ານ ຮສ ປອ ດາວຊວນເກິ, ຜູ້ອຳນວຍການໂຮງໝໍ ແບັກມາຍ ໄດ້ຂອບໃຈບັນດາການໜູນຊ່ວຍຂອງ ອາເມລິກາ ສຳລັບຂະແໜງການແພດ ເວົ້າລວມ ແລະ ໂຮງໝໍ ແບັກມາຍ ເວົ້າສະເພາະ. ທ່ານໃຫ້ຮູ້ວ່າ ນອກຈາກຈະກາຍເປັນໜຶ່ງໃນໂຮງໝໍສອງແຫ່ງທຳອິດທີ່ໄດ້ຮັບເຄື່ອງວິເຄາະລຳດັບ gen ລຸ່ນໃໝ່ຂອງກະຊວງປ້ອງກັນປະເທດ ອາເມລິກາ, ໂຮງໝໍ ແບັກມາຍ ຈະສືບຕໍ່ໄດ້ຮັບບັນດາອຸປະກອນທີ່ຈຳເປັນ, ການໜູນຊ່ວຍດ້ານເຕັກນິກ ແລະ ບໍາລຸງສ້າງແພດໝໍ, ພະຍາບານ ຈາກ ອາເມລິກາ. ການຫນູນຊ່ວຍນີ້ ບໍ່ພຽງແຕ່ຊ່ວຍຍົກສູງຄວາມສາມາດໃຫ້ແກ່ໂຮງຫມໍ ແບັກມາຍ ເທົ່ານັ້ນ, ຫາກຍັງຫນູນຊ່ວຍໃຫ້ແກ່ບັນດາຂັ້ນລຸ່ມໂດຍຜ່ານການເຄື່ອນໄຫວຊີ້ນຳ ແລະ ການຖ່າຍທອດດ້ານເຕັກນິກ.
ທ່ານ ຮສຈ ປອ ດາວຊວນເກິ ໄດ້ສະແດງຄວາມປາດຖະໜາວ່າ ຝ່າຍອາເມລິກາ ຈະສືບຕໍ່ໜູນຊ່ວຍກ່ຽວກັບການບໍາລຸງສ້າງ, ຄົ້ນຄວ້າວິທະຍາສາດ, ຖ່າຍທອດເຕັກນິກ ເພື່ອຊ່ວຍໃຫ້ໂຮງໝໍສືບຕໍ່ຍົກສູງລະດັບວິຊາສະເພາະ ແລະ ການຮັບໃຊ້ຄົນເຈັບທີ່ດີກວ່າ.
ທ່ານເອກອັກຄະລັດຖະທູດ Marc Knapper ຕີລາຄາການພົວພັນຮ່ວມມືລະຫວ່າງບັນດາອົງການ ອາເມລິກາ ແລະ ໂຮງໝໍ ແບັກມາຍ ເປັນແບບຢ່າງໃນຂົງເຂດການແພດ, ເປັນຫຼັກຖານໃຫ້ແກ່ຜົນກະທົບຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ຢ່າງຕັ້ງໜ້າ. ຜ່ານການຮ່ວມມືຂອງ ອາເມລິກາ ແລະ ບັນດາອົງການອື່ນໆ, ອາເມລິກາ ໄດ້ໜູນຊ່ວຍການບໍລິການການແພດຫຼາຍຮູບແບບຢູ່ໂຮງໝໍ ແບັກມາຍ, ໃນນັ້ນ ມີການຊ່ວຍເຫຼືອໂຮງໝໍ ແບັກມາຍ ເວົ້າສະເພາະ ແລະ ຂະແໜງການແພດ ຫວຽດນາມ ເວົ້າລວມ ເພີ່ມທະວີກຳລັງຄວາມສາມາດກ່ຽວກັບການວິເຄາະລຳດັບ gen ແລະ ການກວດກາພະຍາດຕິດແປດ.
ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ ຈະໜູນຊ່ວຍການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ໂຮງໝໍ ແບັກມາຍ ຜ່ານການແນະນຳ ແບັກມາຍ ກັບບັນດາໂຮງໝໍໃຫຍ່ຂອງ ອາເມລິກາ.
![]() | ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຈັດຕັ້ງການໂອ້ລົມເຈລະຈາ ແລະ ການເຊື່ອມຕໍ່ວິສາຫະກິດ ຍສໝ - ທີ່ການໂອ້ລົມເຈລະຈາ, ບັນດາວິສາຫະກິດ ຫວຽດນາມ ແລະ ອາເມລິກາ ໄດ້ມີການແບ່ງປັນ, ແລກປ່ຽນຫຼາຍຢ່າງກ່ຽວກັບບັນດາກາລະໂອກາດຮ່ວມມື, ລະບຽບການກ່ຽວກັບການລົງທຶນ, ດຳເນີນທຸລະກິດຢູ່ ອາເມລິກາ. |
![]() | ສະມາຊິກສະພາສູງ ອາເມລິກາ ສະໜັບສະໜູນ ຫວຽດນາມ ເປັນເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຈະເລີນຮັ່ງມີ ຢ່າງສະເໝີຕົ້ນສະເໝີປາຍ ຍສໝ - ວັນທີ 4 ມິຖຸນານີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ່ງເຊີນ ໄດ້ໂອ້ລົມທາງໂທລະສັບກັບສະມາຊິກສະພາສູງ ທ່ານ Jeff Merkley, ປະທານອະນຸກຳມະການພາຍໃນ, ສິ່ງແວດລ້ອມ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງກຳມາທິການການຈັດສັນງົບປະມານ ຂອງສະພາສູງ ອາເມລິກາ. |