ຕ້ອງເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງລຸ້ນໜຸ່ມຫວຽດນາມ ແລະ ມົງໂກລີ
![]() | ສະຖານທູດຈີນ ມອບທຶນການສຶກສາໃຫ້ນັກຮຽນດີເດັ່ນຢູ່ໂຮງຮຽນພາກເໜືອ ຫວຽດນາມ 34 ແຫ່ງ |
![]() | VUFO, UNDP ຢູ່ ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືເພື່ອພັດທະນາ |
![]() |
ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບທ່ານ Jigjee Sereejav, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ມົງໂກນ ປະຈຳ ຫວຽດນາມ. (ພາບ: ດິງຮວ່າ) |
ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດມົງໂກນ Jigjee Sereejav ໄດ້ສະແດງຄວາມຊົມຊື່ນຕໍ່ບັນດາການພັດທະນາຢ່າງຕັ້ງໜ້າໃນການພົວພັນ ຫວຽດນາມ - ມົງໂກນ ຫວ່າງມໍ່ໆມານີ້. ໃນນັ້ນ, ພົ້ນເດັ່ນແມ່ນການເດີນທາງໄປຢ້ຽມຢາມຂັ້ນລັດຢູ່ຫວຽດນາມ ຂອງທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh (ເດືອນພະຈິກ 2023) ແລະ ການເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ມົງໂກນ ຂອງທ່ານເລຂາທິການໃຫຍ່ ໂຕເລີມ (ວັນທີ 30 ກັນຍາ – 1 ຕຸລາ 2024). ໃນຂອບເຂດການເດີນທາງໄປຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລີມ , 2 ປະເທດໄດ້ອອກຖະແຫຼງການຮ່ວມລະຫວ່າງ ຫວຽດນາມ ແລະ ມົງໂກນ ກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ. ໃນປີ 2023, 2 ປະເທດໄດ້ລົງນາມໃນສັນຍາຍົກເວັ້ນວີຊາໃຫ້ຜູ້ຖືໜັງສືຜ່ານແດນທຳມະດາ, ສ້າງເງື່ອນໄຂສະດວກໃຫ້ແກ່ການພົບປະ, ແລກປ່ຽນ ແລະ ການຮ່ວມມືລະຫວ່າງວິສາຫະກິດ ແລະ ປະຊາຊົນສອງປະເທດ.
ທ່ານເອກອັກຄະລັດຖະທູດ Jigjee Sereejav ປາດຖະໜາຢາກສົມທົບກັບ VUFO ເພື່ອຊຸກຍູ້ການພົວພັນຮ່ວມມື, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ - ມົງໂກນ, ພິເສດແມ່ນລຸ້ນໜຸ່ມ, ຜ່ານບັນດາການເຄື່ອນໄຫວວັດທະນະທຳ, ການສຶກສາ, ວັນນະຄະດີ, ສິລະປະ...
ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໃຫ້ຮູ້ວ່າ: ຫວຽດນາມ - ມົງໂກນ ຍັງມີຫຼາຍຂົງເຂດບົ່ມຊ້ອນເພື່ອພັດທະນາການຮ່ວມມື. ດ້ວຍປະຫວັດສາດສະຫງ່າອົງອາດ, ທໍາມະຊາດໃຫຍ່ໂຕມະໂຫຖານ, ປະສົບການໃນການຮັກສາສັນຕິພາບ, ສະຖຽນລະພາບປະເທດຊາດ, ການພັດທະນາເສດຖະກິດ - ສັງຄົມ, ມົງໂກນ ຍັງມີບັນດາທ່າແຮງທີ່ດຶງດູດຄູ່ຮ່ວມມື, ບັນດາອົງການຈັດຕັ້ງປະຊາຊົນ ແລະ ປະຊາຊົນ ຫວຽດນາມ.
![]() |
Các đại biểu trao quà lưu niệm. (Ảnh: Đinh Hòa) |
ທ່ານປະທານ VUFO ຫວັງວ່າ ສະຖານທູດ ມົງໂກນ ຈະໜູນຊ່ວຍໃນການເຊື່ອມຕໍ່ ແລະ ແນະນຳ VUFO ກັບບັນດາຄູ່ຮ່ວມມືຂອງມົງໂກນ, ຜ່ານນັ້ນ ກໍ່ສ້າງການພົວພັນຮ່ວມມືຢ່າງຍາວນານ, ຍືນຍົງ ແລະ ມີປະສິດທິຜົນ. ພ້ອມກັນນັ້ນ, VUFO ກໍ່ຫວັງວ່າ ຢາກສົມທົບກັບສະຖານທູດ ເພື່ອແນໃສ່ຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະ, ພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ.
ທ່ານປະທານ VUFO ແລະ ທ່ານເອກອັກຄະລັດຖະທູດ ມົງໂກນ ໄດ້ເປັນເອກະພາບກັນ ເພື່ອສືບຕໍ່ຍູ້ແຮງການຮ່ວມມືລະຫວ່າງ 2 ອົງການ, ລະຫວ່າງສະມາຄົມມິດຕະພາບ ຫວຽດນາມ - ມົງໂກນ ແລະ ສະມາຄົມມິດຕະພາບ ມົງໂກນ - ຫວຽດນາມ. ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ມົງໂກນ (ວັນທີ 17 ພະຈິກ1954 – ວັນທີ 17 ພະຈິກ 2024).
![]() | ຍສໝ - ວັນທີ 24 ກໍລະກົດ, ສະຖານທູດ ຫວຽດນາມ ປະຈໍາ ຕ່າງປະເທດຄື: ກູບາ, Algeria, ອາຟະລິກາໃຕ້ ໄດ້ເອົາທຸງລົງເຄິ່ງເສົາ, ປະກາດເປີດປຶ້ມໄຫວ້ອາໄລ ແລະ ຈັດພິທີໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ. |
![]() | ຮັບຮູ້ການປະກອບສ່ວນຂອງຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ ສຳລັບການສຶກສາ ຫວຽດນາມ ຍສໝ - ວັນທີ 1 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີ ກະຊວງສຶກສາ ແລະບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ມອບຫຼຽນກາລະນຶກ “ເພື່ອພາລະກິດການສຶກສາ” ໃຫ້ແກ່ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກນ້ອຍ ສະຫະປະຊາຊາດ (UNICEF) ປະຈໍາ ຫວຽດນາມ. ລາງວັນດັ່ງກ່າວແມ່ນເພື່ອຮັບຮູ້ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານສຳລັບການສຶກສາ, ເດັກນ້ອຍ ເວົ້າສະເພາະ ... |
ແທັງຮັ່ງ