ນັກຮຽນຮູ້ ຫວຽດນາມ: ການປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີຢູ່ ຈີນ ຈະສືບຕໍ່ມີບາດກ້າວບຸກທະລຸຫຼາຍຢ່າງ
ໃນຂະບວນການປະຕິຮູບເປີດປະຕູ, ຈີນ ໄດ້ຕັ້ງໜ້າ ແລະ ເປັນເຈົ້າການໃນການຮ່ຳຮຽນ ແລະ ດຶງດູດເຕັກໂນໂລຢີຈາກພາຍນອກ. ປະຈຸບັນ, ການປະຕິວັດວິທະຍາສາດເຕັກໂນໂລຢີໃໝ່ພວມກຳນົດສະພາບການແຂ່ງຂັນຂອງໂລກຄືນ. ການປ່ຽນແປງຢ່າງເລິກເຊິ່ງຂອງສະພາບການດ້ານການເມືອງ ແລະ ເສດຖະກິດສາກົນ, ກໍ່ຄືບັນດາຄວາມຮຽກຮ້ອງຕ້ອງການໃນການຫັນປ່ຽນກຳລັງຜັກດັນການເຕີບໂຕໃນໄລຍະການພັດທະນາໃໝ່, ຮຽກຮ້ອງໃຫ້ ຈີນ ຕ້ອງຍູ້ແຮງຂະບວນການປະດິດສ້າງ, ປະຕິບັດການເປັນເຈົ້າຕົນເອງ, ວ້າງຄວາມເຂັ້ມແຂງດ້ວຍຕົນເອງ ກ່ຽວກັບວິທະຍາສາດເຕັກໂນໂລຢີ ໂດຍໄວ.
ຄົ້ນຄວ້າກ່ຽວກັບບັນຫານີ້, ທ່ານນາງ ປະລິນຍາໂທ ຫງວຽນທິຮ່າເຟືອງ, ສະຖາບັນຄົ້ນຄວ້າ ຈີນ (ຂຶ້ນກັບສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ) ໃຫ້ຮູ້ວ່າ ການປ່ຽນແປງໃໝ່ກ່ຽວກັບວິທະຍາສາດເຕັກໂນໂລຢີ ແມ່ນໜຶ່ງໃນ 4 ນະວັດຕະກຳໃຫຍ່ທີ່ ຈີນ ໄດ້ວາງອອກ, ລວມມີ ການປ່ຽນແປງໃໝ່ລະບອບລະບຽບການ, ການປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີ ແລະ ປ່ຽນແປງໃໝ່ວັດທະນະທໍາ.
ກ່ຽວກັບຄວາມສຳຄັນຂອງວິທະຍາສາດເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີຕໍ່ ຈີນ ໃນປະຈຸບັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ເນັ້ນໜັກວ່າ ວິທະຍາສາດເຕັກໂນໂລຢີແມ່ນອາວຸດທີ່ໜ້າເກງຂາມຂອງປະເທດ. ປະຊາຊົນ ຈີນ ຢາກມີຊີວິດທີ່ດີ ແມ່ນຕ້ອງມີວິທະຍາສາດເຕັກໂນໂລຢີທີ່ໃຫຍ່ຫຼວງ, ເຂັ້ມແຂງ. "ຫຼັກແຫຼ່ງແກ່ນສານຂອງການຫັນເປັນທັນສະໄໝແບບຈີນ ແມ່ນຢູ່ໃນການຫັນວິທະຍາສາດ ແລະ ເຕັກໂນໂລຢີເປັນທັນສະໄໝ.
![]() |
ທ່ານນາງ ປະລິນຍາໂທ ຫງວຽນທິຮ່າເຟືອງ, ສະຖາບັນຄົ້ນຄວ້າ ຈີນ |
ການປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີ ແມ່ນກຳລັງຜັກດັນໃໝ່ເພື່ອຊຸກຍູ້ພື້ນຖານເສດຖະກິດຍົກສູງກ່ຽວກັບຄຸນນະພາບ, ສ້າງທ່າໄດ້ປຽບໃໝ່ໃນຍຸກສະໄໝໃໝ່, ຊ່ວຍໃຫ້ ຈີນ ຍຶດໝັ້ນສິດພັດທະນາເອກະລາດ, ຊຸກຍູ້ການພັດທະນາຄຸນນະພາບສູງ, ກໍ່ສ້າງລະບົບເສດຖະກິດຫັນເປັນທັນສະໄໝ, ປະກອບສ່ວນແກ້ໄຂບັນດາຄວາມຂັດແຍ່ງ, ບັນຫາຢ່າງເລິກເຊິ່ງຂອງພື້ນຖານເສດຖະກິດ. ຍິ່ງໄປກວ່ານັ້ນ, ຈີນ ຖືການເປັນເຈົ້າຕົນເອງກ່ຽວກັບວິທະຍາສາດເຕັກໂນໂລຢີລະດັບສູງແມ່ນການໜູນຊ່ວຍອັນສຳຄັນ ເພື່ອປະຕິບັດການຟື້ນຄວາມຈະເລີນຂອງປະເທດຊາດຄືນໃໝ່, ອະນຸຍາດໃຫ້ "ເດີນໄປຕາມທາງລັດເພື່ອຮັບຢູ່ທາງໜ້າ" ບືນຂຶ້ນທີ່ຕັ້ງທີ່ສູງກວ່າໃນນະວັດຕະກໍາ.
ປີ 2023, ກະແສຟອງການປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີ ລະເບີດຂຶ້ນ, ຍອດລາຍຈ່າຍ R&D ຂອງຈີນ ປະມານ 3.330 ຕື້ຢວນ,ເປັນອັນດັບທີ 2 ໃນໂລກ, ອັດຕາສ່ວນການໃຊ້ຈ່າຍ R&D ຕໍ່ GDP ຂອງທົ່ວສັງຄົມບັນລຸ 2,64%, ເກີນລະດັບສະເລ່ຍຂອງບັນດາປະເທດ OECD.
ຕາມທ່ານນາງ ປະລິນຍາໂທ ຫງວຽນທິຮ່າເຟືອງ ແລ້ວ, ຈີນ ບັນລຸໄດ້ບັນດາຜົນງານດ້ານວິທະຍາສາດເຕັກໂນໂລຢີອັນໃຫຍ່ຫຼວງໃນຫລາຍຂົງເຂດ; ບົດບາດນຳໜ້າຂອງການປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີ ໄດ້ຮັບການຍົກສູງກ່ວາອີກ. ອິດທິພົນສາກົນຂອງຜົນການຄົ້ນຄວ້າວິທະຍາສາດເຊັ່ນດຽວກັນກັບສູນນະວັດຕະກຳວິທະຍາສາດເຕັກໂນໂລຢີສາກົນນັບມື້ນັບເພີ່ມຂຶ້ນ.
"ຈີນ ນຳໜ້າກ່ຽວກັບເຕັກໂນໂລຢີລົດໄຟຟ້າ ແລະ ອຸປະກອນການແພດບາງປະເພດ, ທາງລົດໄຟຄວາມໄວສູງ, ຍານພາຫະນະພະລັງງານ... ປະລິມານການຜະລິດລົດໂອໂຕພະລັງງານໃຫມ່ກວມເອົາຫຼາຍກ່ວາ 60% ຂອງອັດຕາສ່ວນກວມຕະຫຼາດທົ່ວໂລກ, ເປັນອັນດັບຫນຶ່ງຂອງໂລກໃນ 9 ປີຕິດຕໍ່ກັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການຫັນເປັນສີຂຽວ ແລະ ການບອນຕ່ຳຂອງໂລກ. ໃນປີ 2024, ຈີນ ທົດລອງລົດແທັກຊີໄຟຟ້າທີ່ບໍ່ມີຄົນຂັບໄດ້ຢ່າງສຳເລັດຜົນ, ໂດຍມີໂອກາດທີ່ຈະກາຍເປັນທ້ອງຕະຫຼາດລົດບໍ່ມີຄົນຂັບໃຫຍ່ທີ່ສຸດໃນໂລກ”, ທ່ານນັກຮຽນຮູ້ຍິງ ໄດ້ຍົກຕົວຢ່າງ.
ຈີນ ຍັງໄດ້ບັນລຸຜົນສຳເລັດດ້ານການປ່ຽນແປງໃໝ່ຫຼາຍຢ່າງໃນດ້ານເຕັກໂນໂລຢີຫຼັກແຫຼ່ງ, ຂົງເຂດທີ່ກ້າວໜ້າເຊັ່ນ AI ແລະ ເຕັກໂນໂລຢີກວນເຕີມ. ປີ 2023, ຈີນ ມີວິສາຫະກິດປະມານ 15% ນຳໃຊ້ AI; 2024, ເປີດຕົວຊິບ AI 14nm ເພື່ອຝຶກອົບຮົມ AI ດ້ວຍລາຄາຕ່ຳ. ເຕັກໂນໂລຢີກວນເຕີມໄດ້ຖືກນໍາໃຊ້ເຂົ້າໃນຊີວິດຫຼາຍຢ່າງ. ມາຮອດປີ 2021, ຈີນ ໄດ້ຖືສິດທິບັດຫຼາຍກວ່າ 3.000 ສະບັບທີ່ກ່ຽວຂ້ອງເຖິງເຕັກໂນໂລຢີກວນເຕີມ, ທົບ 2 ເທົ່າກັບ ອາເມລິກາ ແລະ 3 ເທົ່າກັບ ຍີ່ປຸ່ນ. ໃນປີ 2023, ຄອມພິວເຕີກວນເຕີມໃໝ່ຂອງ ຈີນ ສາມາດແກ້ໄຂບັນດາວຽກງານທີ່ກ່ຽວຂ້ອງກັບ AI ໄວກວ່າ 180 ລ້ານເທົ່າໄວກວ່າຄອມພິວເຕີທີ່ດີທີ່ສຸດຂອງໂລກໃນປັດຈຸບັນ.
ກ່ຽວກັບແຜງວົງຈອນລວມ, ຜູ້ຜະລິດຊິບຊັ້ນນໍາຂອງຈີນ ເຊັ່ນ SMIC ແລະ YMTC ພວມພະຍາຍາມສ້າງຕ່ອງໂສ້ການຜະລິດ "Non-A" (ທີ່ບໍ່ມີ ອາເມລິກາ). ປີ 2024, ຈີນ ໄດ້ອະນຸມັດບ້ວງເງິນລົງທຶນໃໝ່ 40 ຕື້ USD ໃຫ້ແກ່ຂົງເຂດເຄິ່ງຊັກນຳໄຟຟ້າ. ແບບໂທລະສັບອັດສະລິຍະ Pura 70 ຂອງ Huawei ໄດ້ເປີດຕົວໃນທ້າຍເດືອນເມສາ 2024 ໃຊ້ເຄື່ອງອາໄຫຼ່ຫຼາຍຢ່າງໂດຍ ຈີນ ຜະລິດຫຼາຍກວ່າ ...
"ສາມາດເຫັນໄດ້ວ່າ ດ້ວຍສະພາບແວດລ້ອມນະໂຍບາຍທີ່ເອື້ອອໍານວຍ ແລະ ແຫຼ່ງຊັບພະຍາກອນຜູ້ມີຄວາມສາມາດແຖວໜ້າຂອງໂລກ, ພື້ນທີ່ທ້ອງຕະຫຼາດຂະຫນາດໃຫຍ່, ການລົງທຶນ R&D ຂະຫນາດໃຫຍ່, ການປ່ຽນແປງໃໝ່ວິທະຍາສາດ, ເຕັກໂນໂລຢີຂອງຈີນ ຈະສືບຕໍ່ໄດ້ຮັບການຊຸກຍູ້ ແລະ ມີຄວາມບຸກທະລຸຫຼາຍຢ່າງ", ທ່ານນັກຮຽນຮູ້ຍິງ ເນັ້ນໜັກ.
ແຕ່ແນວໃດກໍ່ຕາມ, ໃນສະພາບການແກ່ງແຍ້ງແຂ່ງຂັນສາກົນໃໝ່, ໄລຍະພັດທະນາໃໝ່, ພາລະກິດແຫ່ງການປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີຂອງຈີນ ກໍ່ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ.
![]() | ສູນວັດທະນະທຳຈີນຢູ່ຮ່າໂນ້ຍ: ຊຸກຍູ້ການແລກປ່ຽນວັດທະນະທຳ ແລະ ສິລະປະຫວຽດນາມ - ຈີນ ຍສໝ- ກົມຮ່ວມມືສາກົນ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫາກໍ່ມອບໃບອະນຸຍາດສ້າງຕັ້ງສູນວັດທະນະທຳຈີນຢູ່ຮ່າໂນ້ຍ ໃຫ້ທ່ານ ເຈືອງດຶກເຊີນ, ຜູ້ອຳນວຍການສູນຄົນໃໝ່. |
ມີງດຶກ