16:25 | 21/09/2024

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79 ແລະ ຢ້ຽມຢາມທາງລັດຖະກິດກູບາ

ໂທລະເລກ ແລະຈົດໝາຍອວຍພອນ 79 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ
ການນໍາບັນດາກະຊວງ, ຄະນະ, ຂະແໜງການ ຂອງລາວ ອວຍພອນ 79 ປີແຫ່ງ ວັນຊາດຫວຽດນາມ
ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79  ແລະ ຢ້ຽມຢາມທາງລັດຖະກິດກູບາ

ສະຫາຍເລຂາທິການໃຫຍ່ , ປະທານປະເທດ ໂຕເລີມ ແລະ ພັນລະຍາ. (ຮູບພາບ: TTXVN)

ການເດີນທາງໄປປະຕິບັດງານຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢູ່ ສະ​ຫະ​ປະ​ຊາ​ຊາດ ແມ່ນມີຄວາມໝາຍສຳຄັນ, ສືບຕໍ່ຢືນຢັນການປະກອບສ່ວນຂອງຫວຽດນາມ ໃຫ້ແກ່ອົງການຫຼາຍຝ່າຍທີ່ໃຫຍ່ທີ່ສຸດໃນໂລກ, ພ້ອມທັງສະແດງໃຫ້ເຫັນຂໍ້ລິເລີ່ມ ແລະຄວາມຕັ້ງໜ້າຂອງ ຫວຽດນາມ ໃນການເຂົ້າຮ່ວມການແກ້ໄຂບັນຫາພາກພື້ນ ແລະ ໂລກ.

ຄຽງ​ຄູ່​ກັນ​ນັ້ນ, ການ​ເດີນທາງ​ໄປ​ປະຕິບັດງານຢູ່​ອາ​ເມ​ລິ​ກາ​ ກໍ່ໄດ້​ດຳ​ເນີນ​ໃນ​ໂອກາດ​ຄົບຮອບ 1 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ ​ແລະ ພວມ​ຕັ້ງໜ້າ​ກະກຽມ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັການທູດ ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ​ ໃນປີ 2025. ນີ້​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ໃຫ້ 2 ຝ່າຍ​ພ້ອມກັນຫວນ​ຄືນ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ຈາກ​ກອບ​ການ​ພົວພັນ​ໃໝ່, ​ພ້ອມກັນນັ້ນ ກໍ່ປຶກສາ​ຫາລື​ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ໃຫຍ່​ເພື່ອ​ສືບ​ຕໍ່​ຮັກສາ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ, ໝັ້ນຄົງ, ​ແທດ​ຈິງ​ໃນ​ຫຼາຍ​ປີ​ຕໍ່ໜ້າ.

ໃນ​ຂະ​ນະ​ນັ້ນ, ການ​ຢ້ຽມ​ຢາມ​ຂັ້ນ​ລັດໄປຍັງກູບາ ຂອງສະຫາຍເລ​ຂາ​ທິ​ການ​ໃຫຍ່, ທ່ານ​ປະທານ​ປະ​ເທດໂຕເລີມ ແມ່ນ​ພະຍານ​ຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີທີ່ເປັນມູນເຊື້ອ ​ແລະ ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ - ກູ​ບາ ທີ່​ມີ​ມາ​ແຕ່​ດົນ​ນານ ແລະ ຍາມໃດ​ກໍ່ໄດ້​ຮັບ​ຖື​ວ່າ​ແມ່ນ​ຊັບສົມບັດ​ອັນລ້ຳຄ່າ ທີ່​ໄດ້​ຮັບ​ການ​ເພີ່ມພູນຄູນສ້າງຈາກ ພັກ, ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ, ພ້ອງທັງສະ​ແດງ​ໃຫ້​ເຫັນ​ຄວາມຖືເປັນສຳຄັນ​ທີ່​ສຸດ​ທີ່​ຫວຽດນາມ​ ມີຕໍ່​ກູ​ບາ ​ແລະ ທີ່ຕັ້ງຂອງກູ​ບາ ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ພັນລະຍາ ໄປຢ້ຽມຢາມທາງລັດຖະກິດຢູ່ ຈີນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ພັນລະຍາ ໄປຢ້ຽມຢາມທາງລັດຖະກິດຢູ່ ຈີນ

ຍສໝ - ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ແລະ ພັນ​ລະ​ຍາ​ ຈະ​ໄປ​ຢ້ຽມ​ຢາມທາງ​ລັດ​ຖະ​ກິດຢູ່ ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ຊົນ ​ຈີນ ​ແຕ່​ວັນ​ທີ 18 - 20 ສິງຫາ ປີ 2024.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນຄົນນຳໜ້າ ແລະ ສຸດອົກສຸດໃຈກັບພະນັກງານການທູດ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນຄົນນຳໜ້າ ແລະ ສຸດອົກສຸດໃຈກັບພະນັກງານການທູດ

ຍສໝ - ສຳລັບພະນັກງານ​ການ​ທູດ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເປັນ​ຄື​ອາຈານ​ທີ່​ເຄົາລົບ. ບັນດາບົດຂຽນ ແລະ ຄຳຕັກເຕືອນຂອງ ທ່ານເລຂາທິການໃຫຍ່ ແມ່ນປື້ມຄູ່ມື ເພື່ອໃຫ້ພະນັກງານການທູດ ໄດ້ຮ່ຳຮຽນ ແລະ ປະຕິບັດຕາມ.

ແທງຮັ່ງ

Link: https://huunghivietlao.thoidai.com.vn/detail-article-19618.html

In bài biết