ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ລະດົມການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸ Yagi
| ເພີ່ມຫຼາຍບ້ວງຊ່ວຍເຫຼືອຈາກສາກົນ ຊ່ວຍ ຫວຽດນາມ ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພະຍຸ Yagi | |
| ເກີນເທີ ໄດ້ຈັດຕັ້ງຄະນະຜູ້ແທນພົບປະແລກປ່ຽນມິດຕະພາບຢູ່ ຝຣັ່ງ | 
ເສີມຂະຫຍາຍປະເພນີວັດທະນະທຳ, ນ້ຳໃຈສາມັກຄີ “ໃບຕອງດີຕຸ້ມຫໍ່ເອົາໃບຕອງຂາດ”, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ບໍລິຈາກເກືອບ 250 ລ້ານດົ່ງ. ເງິນດັ່ງກ່າວຈະນຳໃຊ້ເພື່ອໜູນຊ່ວຍບັນດາຄອບຄົວທີ່ໄດ້ຮັບຜົນກະທົບຈາກພາຍຸ ແລະ ໄພນ້ຳຖ້ວມ ໂດຍຜ່ານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.
![]()  |   		
|   			 ພະນັກງານ, ຜູ້ແຮງງານຂອງອົງການປະຈໍາສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ບັນດາອົງການສະມາຊິກຢູ່ສູນກາງ ໜູນຊ່ວຍປະຊາຊົນຢູ່ເຂດປະສົບໄພນໍ້າຖ້ວມ. (ພາບ: Dinh Hoa)  |   		
ພ້ອມກັນນັ້ນ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ກໍ່ໄດ້ຮຽກຮ້ອງ, ປຸກລະດົມບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໜູນຊ່ວຍບັນດາທ້ອງຖິ່ນທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງຢ່າງຕັ້ງໜ້າ, ລວມມີ ບັນດາແຂວງເຊັ່ນ: ລາວກາຍ, ອຽນບ໋າຍ, ຕວຽນກວາງ, ຟູເຖາະ, ບັກຢາງ, ກາວບັ່ງ, ໄທງວຽນ... ບັນດາບ້ວງຊ່ວຍເຫຼືອຈະສຸມໃສ່ການກໍ່ສ້າງເຮືອນ, ໂຮງຮຽນ, ຫໍວັດທະນະທຳ, ສະໜອງນ້ຳສະອາດ ແລະ ຍົກສູງການຫາລ້ຽງຊີບໃຫ້ແກ່ປະຊາຊົນ.
ໄລ່ຮອດເວລາ 12:00 ໂມງຂອງວັນທີ 18 ກັນຍາ, ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ 46 ແຫ່ງ ໄດ້ຕອບສະໜອງຄຳຮຽກຮ້ອງຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ໃຫ້ຄຳໝັ້ນສັນຍາໜູນຊ່ວຍບັນດາໂຄງການກູ້ໄພສຸກເສີນ ດ້ວຍຍອດມູນຄ່າທັງໝົດກວ່າ 49 ຕື້ດົ່ງ (ປະມານ 2 ລ້ານ USD).
ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສືບຕໍ່ລະດົມອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ 60 ແຫ່ງ ເພື່ອໜູນຊ່ວຍປະຊາຊົນຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກລົມພາຍຸ Yagi.
|   			 ອົງການ UNICEF ຊ່ວຍເຫຼືອສຸກເສີນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸ Yagi ຍສໝ - ອົງການ UNICEF ໄດ້ສະໜອງອຸປະກອນໃນຂະແໜງນ້ຳເພື່ອໜູນຊ່ວຍບັນດາຄົວເຮືອນ, ໂຮງໝໍ, ຮາກຖານສາທາລະນະສຸກ ແລະ ໂຮງຮຽນຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກພາຍຸ Yagi.  |   		
ມີງດຶກ
                    