ອິນເດຍ ໄດ້ສົ່ງສິນຄ້າສຸກເສີນຈໍານວນ 35 ໂຕນ ໃນມູນຄ່າ 1 ລ້ານ ໂດລ່າສະຫະລັດ ເພື່ອຊ່ວຍເຫຼືອຫວຽດນາມ ພາຍຫຼັງພາຍຸຢາກິ
ງານບຸນ “ສະບາຍດີຫວຽດນາມ” ເຊື່ອມຕໍ່ຄວາມຮັກແພງມິດຕະພາບ ຫວຽດນາມ - ອິນເດຍ | |
ຫວຽດນາມ - ອິນເດຍ ຕິດພັນດ້ວຍປະຫວັດສາດ, ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ການຮ່ວມມື ແລະເຄົາລົບເຊິ່ງກັນ ແລະ ກັນ |
ໃນຂອບເຂດບັ້ນ Sadbhav (Goodwill), ລັດຖະບານອິນເດຍ ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອສຸກເສີນໄປໃຫ້ຫວຽດນາມ ໃນວັນທີ 15 ກັນຍານີ້ ເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບໃນຫຼາຍແຂວງ, ນະຄອນທາງພາກເໜືອຂອງຫວຽດນາມ ພາຍຫຼັງພາຍຸຢາກິ.
ເຄື່ອງມີນ້ຳໜັກ 35 ໂຕນຈາກອິນເດຍ ໄດ້ຂົນສົ່ງມາຮອດຮ່າໂນ້ຍ ໃນຕອນຄ່ຳວັນທີ 15 ກັນຍາ 2024 ເຄື່ອງຊ່ວຍເຫຼືອດັ່ງກ່າວລວມມີເຄື່ອງກອງນ້ຳ, ຜ້າຫົ່ມ, ມຸ້ງ, ຊຸດເຄື່ອງເຄື່ອງຄົວເຮືອນ, ຄຸນ້ຳ, ຖັງນ້ໍາທີ່ມີທໍ່ ແລະໄຟຟ້າແສງຕາເວັນໂດຍອີງໃສ່ຄວາມຕ້ອງການຂອງຊຸມຊົນທີ່ໄດ້ຮັບຜົນກະທົບ ແລະ ຄໍາສະເໜີຈາກອົງການທີ່ກ່ຽວຂ້ອງ, ເຄື່ອງດັ່ງກ່າວມີມູນຄ່າ 1 ລ້ານໂດລາສະຫະລັດ.
ຫວ່າງມໍ່ໆມານີ້, ຕາງໜ້າລັດຖະບານ ແລະ ປະຊາຊົນ ອິນເດຍ, ທ່ານ ນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ສົ່ງຄຳສະແດງຄວາມເຫັນໃຈ ແລະ ສະແດງຄວາມສາມັກຄີເຖິງ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິ້ງ. ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ ປອ. Jaishanka ໄດ້ສົ່ງຄຳສະແດງຄວາມເຫັນໃຈເຖິງ ທ່ານ ຮອງນາຍົກ, ລັດຖະມົນຕີການຕ່າງປະເທດຂອງ ຫວຽດນາມ ບຸຍແທ່ງເຊິ່ນ ກ່ຽວກັບການເສຍຫາຍທີ່ເກີດຈາກພາຍຸຢາກີ.
![]() |
ອິນເດຍ ສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳໃຫ້ ຫວຽດນາມ ດ້ວຍມູນຄ່າ 1 ລ້ານ ໂດລາສະຫະລັດ. |
ລັດຖະບານ ອິນເດຍ ຢືນຢັນວ່າ ການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ ຫວຽດນາມ ແມ່ນການຢັ້ງຢືນໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ຍາວນານລະຫວ່າງ 2 ປະເທດ, ໂດຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ບັ້ນ Sadbhav (Goodwill) ແມ່ນສ່ວນຫນຶ່ງຂອງຄວາມພະຍາຍາຂອງ ອິນເດຍ ເພື່ອປະກອບສ່ວນເຂົ້າໃນການຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ການບັນເທົາໄພພິບັດໃນພາກພື້ນ ອາຊຽນ, ສອດຄ່ອງກັບນະໂຍບາຍການເຄື່ອນໄຫວທີ່ມີມາແຕ່ດົນນານຂອງ ອິນເດຍ.
![]() |
ເຄື່ອງບັນເທົາທຸກລວມມີບັນດາເຄື່ອງໃຊ້ທີ່ຈຳເປັນເຊັ່ນ: ເຄື່ອງກອງນ້ຳ, ຜ້າຫົ່ມ, ມຸ້ງ, ເຄື່ອງຄົວເຮືອນ, ຖັງນ້ຳ, ຄຸ... |
ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ ໄດ້ມອບບັນດາເຄື່ອງຊ່ວຍເຫຼືອໃຫ້ທ່ານຫົວໜ້າກົມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເພື່ອມອບໃຫ້ກົມຄຸ້ມຄອງຄັນຄູ ແລະ ຕ້ານໄພພິບັດທຳມະຊາດຂອງກະຊວງນີ້ ແລະ ຜູ້ຕາງໜ້າແຂວງ ຕວ່ຽນກວ່າງ.
ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ຍົກໃຫ້ເຫັນການແບ່ງປັນຢ່າງເລິກເຊິ່ງຂອງປະຊາຄົມ ອິນເດຍ ຕໍ່ຜູ້ປະສົບເຄາະຮ້າຍຈາກພາຍຸຢາກິ ແລະ ແຈ້ງໃຫ້ຊາບວ່າ ບັນດາວິສາຫະກິດ ແລະ ບັນດາສະມາຊິກຂອງປະຊາຄົມ ອິນເດຍ ຢູ່ ຫວຽດນາມ ໄດ້ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນໃນຫຼາຍລະດັບໃຫ້ປະຊາຊົນທີ່ແຕກຕ່າງກັນໃຫ້ຜູ້ໄດ້ຮັບຜົນກະທົບຈາກພາຍຸຢາກິ ແລະ ອົງການເຈົ້າໜ້າທີ່ຂອງຫວຽດນາມ.
![]() | ສຸມທຸກກຳລັງເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກພະຍຸລູກທີ 3 |
![]() | ໜູນຊ່ວຍປະຊາຊົນຢູ່ ດ້ຽນບຽນ, ເຊີນລາ ແກ້ໄຂຜົນສະທ້ອນຈາກຝົນຕົກນ້ຳຖ້ວມ. |
ອ.ສະຫວັດ