ພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ໄປຢ້ຽມຢາມພັນລະຍາຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ
ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. | |
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ |
ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ຕອນເຊົ້າວັນທີ 10 ກັນຍາ, ຢູ່ເຮືອນສ່ວນຕົວຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ຖະໜົນ ທ່ຽນກວາງ, ຮ່າໂນ້ຍ, ທ່ານນາງ ນາລີ ສີສຸລິດ, ພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມທ່ານນາງ ໂງທິເມິ້ນ, ພັນລະຍາຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະໄດ້ຈູດທູບໃຕ້ທຽນອາໄລຫາທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ.
![]() |
ທ່ານນາງ ນາລີ ສີສຸລິດ ມັດແຂນຕາມປະເພນີລາວໃຫ້ທ່ານນາງ ໂງທິເມິ້ນ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນບັນຍາກາດທີ່ສະໜິດສະໜົມ, ທ່ານນາງ ນາລີ ສີສຸລິດ ໄດ້ສະແດງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງທ່ານນາງ ໂງທິເມິ້ນ ແລະຄອບຄົວ ຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ, ການນຳພິເສດ ແລະດີເລີດຂອງພັກ, ລັດ ແລະປະຊາຊົນຫວຽດນາມ ແລະມີການປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການພັດທະນາການພົວພັນຫວຽດນາມ - ລາວ.
ທ່ານນາງ ນາລີ ສີສຸລິດ ກໍຢື້ຢາມຖາມຂ່າວສຸຂະພາບຂອງທ່ານນາງ ໂງທິເມິ້ນ ພ້ອມດ້ວຍຄອບຄົວ; ສະແດງການແບ່ງປັນຕໍ່ການເສຍຫາຍຈາກພາຍຸນ້ຳຖ້ວມກໍ່ຂຶ້ນໃນຊຸມວັນຜ່ານມາຢູ່ບາງທ້ອງຖິ່ນຂອງຫວຽດນາມ ແລະມັດແຂນຕາມປະເພນີລາວໃຫ້ທ່ານນາງ ໂງທິເມິ້ນ ດ້ວຍຄຳອວຍພອນສຸຂະພາບ, ໂຊກດີ ແລະສະຫງົບສຸກ.
ພັນລະຍາຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈເຖິງພັນລະຍາຂອງສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນຈົດໝາຍທີ່ເຕັມໄປດ້ວຍນ້ຳໃຈພິເສດຫຼາຍຢ່າງ, ທ່ານນາງ ນາລີ ສີສຸລິດ ໄດ້ສະແດງຄວາມຮູ້ສຶກສະເທືອນໃຈ, ໂສກເສົ້າເສຍດາຍຢ່າງສຸດຊຶ້ງ ເມື່ອໄດ້ຍິນສາມີຂອງຕົນບອກຂ່າວກ່ຽວກັບການເສຍຊີວິດຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ວ່າ: “ເອື້ອຍ ເມິ້ນ ເອີຍ, ໃນເວລານັ້ນ ນ້ອງຕົກໃຈ ຕົກຕະລຶງ ປາກບໍ່ອອກ ແລະ ນ້ອງບໍ່ສາມາດກັ້ນນ້ຳຕາເອົາໄວ້ໄດ້! (...) ເອື້ອຍ ເມິ້ນ ທີ່ຮັກແພງເອີຍ, ທຸກຄົນຢູ່ ຫວຽດນາມ ແລະ ຫຼາຍໆຄົນຢູ່ ລາວ ຮູ້ຊື່ສຽງຮຽງນາມອ້າຍ ຈ້ອງ, ຮູ້ວ່າ ຕະຫຼອດຊີວິດຂອງເພິ່ນ ເພິ່ນໄດ້ອຸທິດທຸກສິ່ງຢ່າງເພື່ອປະເທດຊາດ ແລະ ເພື່ອປະຊາຊົນ ຫວຽດນາມ ຢ່າງລືມຄວາມອິດເມື່ອຍຈົນເຖິງນາທີສຸດທ້າຍຂອງຊີວິດເພິ່ນ”.
ຕາມພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ແລ້ວ: "ເປັນເວລາຫຼາຍປີຜ່ານມາ ໃນການເປັນຜູ້ນຳຂອງເພິ່ນ ເຖິງວ່າພາລະກິດຂອງເພິ່ນຢູ່ປະເທດ ຫວຽດນາມ ແຕ່ລະມື້ຈະມີຢ່າງຫຼວງຫຼາຍ (ຮ້ອຍວຽກພັນວຽກງານ) ກໍ່ຕາມ ແຕ່ເພິ່ນກໍ່ຍັງແບ່ງປັນເວລາຄິດເຖິງປະເທດລາວ ແລະ ຄົນລາວຢ່າງບໍ່ລົດລະ ເພິ່ນໄດ້ຊ່ວຍເຫຼືອລາວ ຂອງພວກນ້ອງທັງຄວາມຄິດສະຕິປັນຍາບົດຮຽນ ລວມທັງວັດຖູປັດໄຈຕ່າງໆ…. ອ້າຍຈ້ອງ ເຄີຍເວົ້າວ່າ “ຊ່ວຍເພື່ອນກໍ່ຄືຊ່ວຍຕົນເອງ”. |
![]() | ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ມີການຢ້ຽມຢາມ ແລະ ໂອ້ລົມຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຍສໝ - ໃນວັນທີ 29 ມິຖຸນາ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການຢ້ຽມຢາມ ແລະ ໂອ້ລົມກັບການນຳ, ພະນັກງານ, ຄູອາຈານ ແລະ ນັກສຶກສາຂອງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ. ການໂອ້ລົມໄດ້ຖ່າຍທອດສົດທີ່ຊ່ອງ VTV1, ສະຖານີໂທລະພາບຫວຽດນາມ. |
![]() | ສື່ມວນຊົນປະເທດລາວ ຕີລາຄາສູງຕໍ່ການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຍສໝ - ໜ້າທຳອິດຂອງບັນດາໜັງສືພິມໃຫຍ່ຂອງປະເທດລາວ ໃນວັນທີ 30 ມິຖຸນາ ໄດ້ພ້ອມກັນລົງບົດຂຽນ ກ່ຽວກັບການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ - ລັດ ລາວ; ຢືນຢັນວ່າ ຫວຽດນາມ ແລະ ລາວ ສືບຕໍ່ເພີ່ມທະວີ ແລະ ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງກວ່າເກົ່າ ແລະ ... |
ແສງເດືອນ