3 ຂໍ້ສະເໜີຂອງ VASEA ແນໃສ່ສ້າງແຫຼ່ງຊັບພະຍາກອນມະນຸດ, ຖ່າຍທອດເຕັກໂນໂລຢີໃຫ້ ຫວຽດນາມ
![]() | ຫວຽດນາມ - ອົດສະຕຣາລີ ສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືທ້ອງຖິ່ນ |
![]() | ຍູ້ແຮງວຽກງານຂໍ້ມູນຂ່າວສານການຕ່າງປະເທດກ່ຽວກັບສະພາບການສິດທິມະນຸດຂອງ ຫວຽດນາມ |
ຕາມທ່ານ ສຈ. ຫງຽມດຶກລອງ ແລ້ວ, ປະຈຸບັນ ມີນັກສຶກສາ ຫວຽດນາມ 21.000 ກວ່າຄົນພວມຮ່ຳຮຽນ ແລະ ບຳລຸງວິຊາຊີບຢູ່ ອົດສະຕາລີ. ມີນັກວິທະຍາສາດ, ຄູອາຈານ ແລະ ສາສະດາຈານຫຼາຍກວ່າ 500 ຄົນ ທີ່ພວມຄົ້ນຄວ້າ ແລະ ສິດສອນຢູ່ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າໃນ ອົດສະຕາລີ.
![]() |
ທ່ານ ສຈ. ຫງຽມດຶກລອງ, ປະທານສະມາຄົມນັກປັນຍາຊົນ ແລະ ນັກຊ່ຽວຊານ ຫວຽດນາມ ປະຈຳ ອົດສະຕາລີ, ຜູ້ອຳນວຍການສູນວິທະຍາສາດ ແລະ ເຕັກໂນໂລຢີນ້ຳ ແລະ ນ້ຳເສຍ, ມະຫາວິທະຍາໄລເຕັກໂນໂລຢີ Sydney, ອົດສະຕາລີ. |
ທ່ານ ສຈ. ຫງຽມດຶກລອງ ເນັ້ນໜັກວ່າ ມະຕິສະບັບເລກທີ 1334/QD-TTg ຂອງນາຍົກລັດຖະມົນຕີກ່ຽວກັບການອະນຸມັດໂຄງການ “ເສີມຂະຫຍາຍແຫຼ່ງຊັບພະຍາກອນຂອງຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດຊາດໃນສະພາບການໃໝ່” ແມ່ນກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ຊາວຫວຽດນາມ ຢູ່ຕ່າງປະເທດ.
ໃນນັ້ນ, ຢືນຢັນວ່າ ນັກປັນຍາຊົນຫວຽດນາມ ຢູ່ຕ່າງປະເທດແມ່ນແຫຼ່ງກຳລັງສຳຄັນ ເພື່ອປະກອບສ່ວນເຂົ້າໃນການພັດທະນາ, ປົກປັກຮັກສາປະເທດຊາດ. ເປັນເຈົ້າການໃນການສ້າງກົນໄກສິ່ງແວດລ້ອມທີ່ສະດວກໃຫ້ນັກປັນຍາຊົນຫວຽດນາມ ຢູ່ຕ່າງປະເທດ. ພ້ອມກັນນັ້ນ, ກໍ່ຊຸກຍູ້ໃຫ້ບັນດາສະມາຄົມຢ່າງເປັນທາງການທີ່ໄດ້ຮັບການໜູນຊ່ວຍໂດຍປະເທດປະຈຳຖິ່ນ.
ເພື່ອປະກອບສ່ວນໃນການສ້າງແຫຼ່ງຊັບພະຍາກອນມະນຸດ, ຖ່າຍທອດເຕັກໂນໂລຢີ ແລະ ການຮ່ວມມືກັບບັນດາອົງການຢູ່ ຫວຽດນາມ, ສະມາຄົມນັກປັນຍາຊົນ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ອົດສະຕາລີ (VASEA) ຈະນຳໃຊ້ແຫຼ່ງກຳລັງປັນຍາຊົນ ແລະ ເຄືອຂ່າຍນັກຊ່ຽວຊານຂອງຕົນ, ເພື່ອຮ່ວມເດີນທາງກັບເພື່ອນຮ່ວມງານຢູ່ ຫວຽດນາມ ເພື່ອຄົ້ນຄວ້າການນຳໃຊ້, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃໝ່ຂອງປະເທດ ແລະ ໃນໂລກ. ລະອຽດ, ໃນບັນດາຂົງເຂດຄື: ການຫັນເປັນດີຈີຕອນ, ທ້ອງຕະຫຼາດກາກບອນ, ສະພາບແວດລ້ອມ ແລະ ເສດຖະກິດສີຂຽວ, ສົ່ງຄວາມຮູ້ ແລະ ທັກສະໃໝ່.
VASEA ພ້ອມແລ້ວທີ່ຈະເປັນຂົວຕໍ່ໃຫ້ນັກສຶກສາຄົ້ນຄວ້າປະລິນຍາເອກຂອງຫວຽດນາມ ເພື່ອຊອກໄດ້ສາດສະດາຈານທີ່ເໝາະສົມທີ່ສຸດ. ໃນໄລຍະຈະມາເຖິງ, VASEA ຍັງຈະເປີດຊຸດອົບຮົມໄລຍະສັ້ນ ແລະ ບົດບັນລະຍາຍກ່ຽວກັບ ຫວຽດນາມ ໂດຍສຸມໃສ່ບັນດາບັນຫາໃໝ່.
ເພື່ອບັນລຸໄດ້ບັນດາເປົ້າໝາຍນີ້, ທ່ານ ສຈ. ຫງຽມດຶກລອງ ກ່າວວ່າ:
ທີໜຶ່ງ, ສ້າງກົນໄກໃຫ້ນັກປັນຍາຊົນຫວຽດນາມ ກັບຄືນ ຫວຽດນາມ ເພື່ອປະກອບສ່ວນເຂົ້າໃນບ້ານເກີດເມືອງນອນໃນໄລຍະສັ້ນ ແລະ ຍາວນານ, ໄດ້ຮັບການອະນຸຍາດໃຫ້ຖືສັນຊາດ ຫວຽດນາມ ຄືນ.
ທີສອງ, ອະນຸຍາດໃຫ້ສ້າງຕັ້ງບັນດາຫຼັກສູດການສອນບັນຍາຍ, ການຮ່ວມມືຄົ້ນຄວ້າໄລຍະສັ້ນເພື່ອໃຫ້ບັນດານັກວິທະຍາສາດຫວຽດນາມ ຢູ່ຕ່າງປະເທດ ເຮັດວຽກກັບບັນດາມະຫາວິທະຍາໄລ ແລະ ວິສາຫະກິດພາຍໃນປະເທດ. ຮຽກຮ້ອງພິຈາລະນາບາງກົນໄກພິເສດ ເພື່ອໝູນໃຊ້ບົດບາດທີ່ປຶກສາດ້ານວິທະຍາສາດຈາກບັນດາສາດສະດາຈານຄົນ ຫວຽດນາມ ແຖວໜ້າບັນດາຂະແໜງ ຢູ່ບັນດາປະເທດໃນໂລກ.
ທີສາມ, ລົງທຶນເຂົ້າໃນໂຄງການທົດລອງ, ເປີດມະຫາວິທະຍາໄລອອນລາຍຢູ່ຫວຽດນາມ ດ້ວຍເນື້ອໃນບົດສອນ, ບົດບັນຍາຍ ແລະ ແນະນຳວິທະຍາສາດຈາກບັນດາສາດສະດາຈານ ຫວຽດນາມ ໃນທົ່ວໂລກ.
“VASEA ພ້ອມແລ້ວທີ່ຈະເປັນຜູ້ນຳໜ້າ ແລະ ປະກອບສ່ວນເຂົ້າໃນບັນດາຕຳລາສອນທຳອິດ. ນີ້ແມ່ນບາດກ້າວບຸກທະລຸເພື່ອໃຫ້ ຫວຽດນາມ ມີມະຫາວິທະຍາໄລນຳໜ້າໃນໂລກໂດຍໄວ”, ທ່ານ ສຈ. ຫງຽມດຶກລອງ ແບ່ງປັນ.
![]() | ຫຼາຍຂໍ້ສະເໜີເພື່ອເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ບົນຊ່ອງທາງປະຊາຊົນ ຍສໝ - ວັນທີ 22 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໄດ້ຕ້ອນຮັບທ່ານ Takebe Tsutomu, ທີ່ປຶກສາພິເສດສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ເນື່ອງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. |
![]() | ສ້າງເວທີໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ ສະເໜີແຜນການພັດທະນາສີຂຽວ ແລະຍືນຍົງ ຍສໝ - ແຕ່ວັນທີ 21 – 24 ສິງຫາ 2024, ກອງປະຊຸມໃຫຍ່ຊາວຫວຽດນາມຢູ່ຕ່າງປະເທດໃນທົ່ວໂລກ ຄັ້ງທີ 4 ແລະ ເວທີນັກປັນຍາຊົນ ແລະ ນັກຊ່ຽວຊານຫວຽດນາມຢູ່ຕ່າງປະເທດ ປີ 2024 ຈະດຳເນີນຢູ່ຮ່າໂນ້ຍ. |
ມີງດຶກ