21:32 | 07/09/2024

ຮ່າ​ໂນ້ຍ​ ເກັບ​ລາຍ​ຮັບ​ໄດ້​ກວ່າ 2,18 ຕື້​ດົ່ງ ໃນ​ໂອກາດ​​ບຸນ​ວັນຊາດ​​ທີ 2 ກັນຍາ​

ນັກ​ສຶກ​ສາ ຮ່າ​ໂນ້ຍ - ຟູ​ກູ​ໂອ​ກະ ພົບປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະການ​ສຶກ​ສາ ນັກ​ສຶກ​ສາ ຮ່າ​ໂນ້ຍ - ຟູ​ກູ​ໂອ​ກະ ພົບປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະການ​ສຶກ​ສາ
ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ: ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ຫວຽດ​ນາມ - ຈີນ ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ: ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ຫວຽດ​ນາມ - ຈີນ

ຕົວ​ເລກ​ສະຖິຕິ​ຂອງ​ພະແນກ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ, ​ໃນ​ໂອກາດ​ວັນ​ຊາດ, ຂໍ້​ມູນ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຟື້ນ​ຕົວ​ຢ່າງ​ແຂງ​ແຮງ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ນະຄອນຫຼວງ​ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19. ໃນນັ້ນ, ນັກທ່ອງທ່ຽວສາກົນບັນລຸ 58.900 ເທື່ອຄົນ, ເພີ່ມຂຶ້ນ 35,8% ເມື່ອທຽບໃສ່ປີຜ່ານມາ.

ຢູ່​ບັນດາ​ສະຖານ​ທີ່​ພັກ​ນັກ​ທ່ອງ​ທ່ຽວ, ຜົນ​ການ​ດຳ​ເນີນ​ທຸລະ​ກິດ​ຍັງ​ໄດ້​ຮັບ​ຜົນ​ດີ​ຫຼາຍສົມຄວນ. ອັດຕາການເຂົ້າພັກໂດຍສະເລ່ຍຂອງໂຮງແຮມ ແລະ ຫ້ອງເຊົ່ານັກທ່ອງທ່ຽວບັນລຸປະມານ 61,2%, ເພີ່ມຂຶ້ນ 1,7% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2023. ໂຮງແຮມ 4-5 ດາວ ແລະ ຫ້ອງເຊົ່າຫຼູ ມີອັດຕາການເຂົ້າຫ້ອງພັກສູງເຖິງ 90 - 100%.

Du khách Ấn Độ tham quan tìm hiểu di tích lịch sử Văn Miếu chiều ngày 27/8 (Ảnh: T.L).  ແຂກ​ທ່ອງ​ທ່ຽວ​ອິນ​ເດຍ​ໄປ​ຢ້ຽມ​ຢາມ ​ແລະ​ຊອກ​ຮູ້​ ຮ່ອງຮອຍ​ປະ​ຫວັດ​ສາດ ຫວັ່ນມ້ຽວ​ໃນ​ຕອນ​ບ່າຍ​ວັນ​ທີ 27/8 (ພາບ: T.L).

ແຂກ​ທ່ອງ​ທ່ຽວ​ອິນ​ເດຍ ໄປ​ຢ້ຽມ​ຢາມ ​ແລະ ​ຊອກ​ຮູ້​ຮ່ອງຮອຍ​ປະ​ຫວັດ​ສາດ ວັນມ້ຽວ ​ໃນ​ຕອນ​ບ່າຍ​ວັນ​ທີ 27 ສິງຫາ (ພາບ: T.L).

ສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງຮ່າໂນ້ຍ ສືບຕໍ່ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍຄື: ສວນສັດຮ່າໂນ້ຍ ຕ້ອນຮັບນັກທ່ອງທ່ຽວ 76.671 ເທື່ອຄົນ; ​ເຂດຖະໜົນ​ຍ່າງ​ຢູ່​ເຂດ​ໜອງເຕົ່າ (ໜອງຮວ່ານກຽມ) ​ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ປະມານ 47.000 ເທື່ອຄົນ; ຮ່ອງຮອຍຄຸກ ຮວາລໍ່ ຕ້ອນຮັບແຂກທ່ອງທ່ຽວ 28.020 ເທື່ອຄົນ; ເຂດຮ່ອງຮອຍປະຫວັດສາດ ກຳແພງເມືອງເກົ່າ ຮວ່າງແທງທັງລອງ ແລະ ຮ່ອງຮອຍ ວັນມ້ຽວ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 22.000 ເທື່ອຄົນ.

ນອກຈາກນັ້ນ, ສະຖານທີ່ທ່ອງທ່ຽວໃໝ່ເຊັ່ນ: Lotte Mall Tay Ho, Vinhomes Ocean Park ແລະ ເຂດທ່ອງທ່ຽວຢູ່ຊານເມືອງກໍ່ດຶງດູດນັກທ່ອງທ່ຽວເປັນຈໍານວນຫຼວງຫຼາຍ. ພິເສດ, ພະແນກທ່ອງທ່ຽວ ຮ່າໂນ້ຍ ໄດ້ສົມທົບກັບຄະນະຄຸ້ມຄອງສຸສານປະທານ ໂຮ່ຈີມິນ ຈັດພິທີມອບຂອງຂວັນ 28.000 ອັນໃຫ້ແກ່ນັກທ່ອງທ່ຽວທີ່ມາຢ້ຽມຢາມສຸສານ. ການເຄື່ອນໄຫວນີ້ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຮັກແພງ, ໜ້າທີ່ຄວາມຮັບຜິດຊອບໃນການບໍລິການ ແລະ ຕ້ອນຮັບແຂກທ່ອງທ່ຽວເທົ່ານັ້ນ ແຕ່ຍັງໄດ້ປະກອບສ່ວນໂຄສະນາຮູບພາບການທ່ອງທ່ຽວຂອງນະຄອນຫຼວງໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວສາກົນ.

ໃນ​ໂອກາດ​ວັນ​ຊາດ, ລາຍການ​ແຫ່​ຂະ​ບວນ “ຊຸດເສື້ອຍາວເຊື່ອມສານ​ການທ່ອງທ່ຽວ​ກັບ​ມໍລະດົກ​ຮ່າ​ໂນ້ຍ ປີ 2024” ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ 150 ກວ່າ​ຄົນ​ນຸ່ງ​ຊຸດ​ເສື້ອຍາວທີ່ເປັນເອກະລັກ​ ເດີນ​ຕາມ​ຖະໜົນ​ຫົນທາງ​ເຕົ້າໂຮມກັນໄປ​ຍັງ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຮ່າ​ໂນ້ຍ. ກິດຈະກຳນີ້ບໍ່ພຽງແຕ່ເປັນການເຊີດຊູຄວາມງາມແບບເອກະລັກດັ້ງເດີມ ແລະ ທັນສະໄໝຂອງນະຄອນຫຼວງເທົ່ານັ້ນ ແຕ່ຍັງເປັນການປະກອບສ່ວນເຊື່ອມຕໍ່ການທ່ອງທ່ຽວກັບມໍລະດົກຢ່າງເປັນເອກະລັກ ແລະ ມີປະສິດທິຜົນ.

​ດ້ວຍ​ບັນດາ​ໝາກຜົນ​ທີ່​ໜ້າ​ປະ​ທັບ​ໃຈ​ນັ້ນ, ຂະ​ແໜງ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ຢືນຢັນການຟື້ນຟູ​ຢ່າງ​ແຮງ​​ອີກຄັ້ງໜຶ່ງພາຍຫຼັງ​ໂລກ​ລະບາດ​ແຜ່​ລະບາດ, ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຈຸດໝາຍ​ປາຍທາງການທ່ອງ​ທ່ຽວ​ທີ່​ດຶງ​ດູດ, ປອດ​ໄພ ​ແລະ ​ເປັນ​ມິດ​ຕໍ່​ບັນດາ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ຜົນສຳເລັດດັ່ງກ່າວຍັງສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາການທ່ອງທ່ຽວແບບຍືນຍົງຂອງນະຄອນຫຼວງໃນໄລຍະຈະມາເຖິງ, ມຸ່ງໄປເຖິງການສ້າງຮ່າໂນ້ຍ ໃຫ້ເປັນແຫຼ່ງທ່ອງທ່ຽວທີ່ “ປອດໄພ-ເປັນມິດ-ມີຄຸນນະພາບ-ດຶງດູດ”.

ສະຖານທູດ ຫວຽດນາມ ປະຈຳ ອີ​ຢິບ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດ 2 ກັນຍາ
ໂຮ້ຍ​ອານ​ ໄດ້​ຈັດ​ອັນ​ດັບ​ທີ 4 ໃນ​ບັນ​ຊີ​ລາຍ​ຊື່ 25 ນະຄອນ​ທີ່​ນິ​ຍົມ​ທີ່​ສຸດ​ໃນ​ໂລກ

ອ.ສະຫວັດ

Link: https://huunghivietlao.thoidai.com.vn/detail-article-19499.html

In bài biết