ສູນສຶກສາ ຫວຽດນາມວິທະຍາ (ມະຫາວິທະຍາໄລ ອຸດອນທານີ) ເຜີຍແຜ່ຄວາມຮັກພາສາ ຫວຽດນາມ ຢູ່ ໄທ
![]() | ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຜີຍແຜ່ຄຸນຄ່າວັດທະນະທຳ ຫວຽດນາມ ຢູ່ ຝລັ່ງ |
![]() | ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ໜູນຊ່ວຍຊາວ ຫວຽດນາມ ທີ່ໄດ້ຮັບຄວາມເສຍຫາຍຍ້ອນໄຟໄໝ້ຢູ່ ໂປໂລຍ |
ໂດຍແຈ້ງທີ່ການເຮັດວຽກ, ທ່ານ ປອ ວິບູນ ເພັນສຸກ, ຮອງອະທິການບໍດີມະຫາວິທະຍາໄລ ອຸດອນທານີ ໃຫ້ຮູ້ວ່າ: ໂຮງຮຽນມີການພົວພັນຮ່ວມມືກັບ 14 ຮາກຖານການສຶກສາຢູ່ ຫວຽດນາມ ເພື່ອແນໃສ່ດຳເນີນບັນດາການເຄື່ອນໄຫວແລກປ່ຽນຕາມໂຄງການຝຶກງານ ແລະ ການສຳຜັດວັດທະນະທຳທີ່ຫຼາກຫຼາຍໃນຊຸມປີຜ່ານມາ.
ປະຈຸບັນ, ມີຈຳນວນນັກສຶກສາ ຫວຽດນາມ 212 ຄົນພວມຮ່ຳຮຽນຢູ່ມະຫາວິທະຍາໄລ ອຸດອນທານີ ໃນຫຼາຍສາຂາວິຊາຕ່າງໆ. ພິເສດ, ນັບແຕ່ເດືອນ ພະຈິກ ປີກາຍ, ໂຮງຮຽນໄດ້ສ້າງຕັ້ງສູນສຶກສາ ຫວຽດນາມ ດ້ວຍຈຸດປະສົງປະສານສົມທົບການຄົ້ນຄວ້າ ແລະ ບຳລຸງສ້າງລົງເລິກຊະແໜງກ່ຽວກັບ ຫວຽດນາມ, ສະໜອງຂໍ້ມູນ ແລະ ຄວາມຮູ້ຫຼາຍດ້ານກ່ຽວກັບ ຫວຽດນາມ, ພ້ອມກັນນັ້ນ ກໍ່ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈ ແລະ ການຮ່ວມມືທີ່ດີງາມລະຫວ່າງສອງປະເທດ.
![]() |
ປຶ້ມສອນພາສາ ຫວຽດນາມ ຈຳນວນໜຶ່ງຢູ່ສູນສຶກສາ ຫວຽດນາມ. |
ຕາມທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ແລ້ວ, ສູນສຶກສາ ຫວຽດນາມ ຂຶ້ນກັບມະຫາວິທະຍາໄລ ອຸດອນທານີ ແມ່ນສູນສຶກສາ ຫວຽດນາມ ແຫ່ງທຳອິດໄດ້ຮັບການສ້າງຕັ້ງ ແລະ ດຳເນີນງານຢູ່ ໄທ. ທ່ານເອກອັກຄະລັດຖະທູດຫວັງວ່າໂຮງຮຽນຈະສົມທົບກັບກົງສຸນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ ເພື່ອໃຫ້ສູນດັ່ງກ່າວມີການເຄື່ອນໄຫວນັບມື້ນັບອຸດົມສົມບູນ. ໂດຍຜ່ານນັ້ນ ກໍ່ໄດ້ນຳເອົາຄວາມຮູ້ດ້ານສະຕິປັນຍາກ່ຽວກັບ ຫວຽດນາມ ມາໃຫ້ບັນດານັກສຶກສາ, ນັກຄົ້ນຄ້ວາ ຫຼື ຊາວໄທ ທີ່ຮັກແພງ ແລະ ຢາກຊອກຮູ້ກ່ຽວກັບ ຫວຽດນາມ.
ທ່ານນາງ ເຢືອງບິກຫງອກ, ສະມາຊິກຄະນະຄຸ້ມຄອງສູນ ໃຫ້ຮູ້ວ່າ: ສູນສຶກສາ ຫວຽດນາມ ໄດ້ມີບັນດາການເຄື່ອນໄຫວທີ່ພົ້ນເດັ່ນຄື: ຈັດຕັ້ງລາຍການບຸນເຕັດໃຫ້ບັນດານັກສຶກສາ ໄທ ພວມຮ່ຳຮຽນພາສາ ຫວຽດນາມ ຢູ່ສູນ ແລະ ບັນດານັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ປະເທດ ໄທ. ເຫດການໄດ້ດຶງດູດຄວາມສົນໃຈຂອງລຸ້ນໜຸ່ມ ໄທ ຫຼາຍຄົນມາຊອກຮູ້ກ່ຽວກັບວັດທະນະທຳ ແລະ ຊາວຫວຽດນາມ.
ສູນດັ່ງກ່າວກໍ່ໄດ້ຮ່ວມມື ແລະ ເຂົ້າຮ່ວມການແລກປ່ຽນນຳນັກສຶກສາ ໄທ ໄປຮຽນພາສາຫວຽດ ຢູ່ ຫວຽດນາມ ແລະ ໄດ້ຈັດຕັ້ງບັນດາການເຄື່ອນໄຫວໃຫ້ນັກສຶກສາ ຫວຽດນາມ ໄປຝຶກງານ ແລະ ສຶກສາໄລຍະສັ້ນຢູ່ ໄທ.
![]() |
ທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ (ກາງ) ມອບປື້ມຂອງ ສະຫາຍອະດີດເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃຫ້ສູນສຶກສາ ຫວຽດນາມ. |
ທ່ານນາງ ເຢືອງບິກຫງອກ ຫວັງວ່າ ໃນໄລຍະຈະມາເຖິງ, ສູນຈະຈັດຕັ້ງບັນດາຫຼັກສູດການຮຽນພາສາ ຫວຽດນາມ ພື້ນຖານເປັນປະຈຳໄລຍະ ແລະ ເປົ້າໝາຍສູງກວ່າໃນອະນາຄົດແມ່ນມຸ່ງໄປເຖິງການຄົ້ນຄວ້າກ່ຽວກັບພາສາ ແລະ ວັດທະນະທຳ ຫວຽດນາມ.
![]() | ທ່ານ ຟ້າມຮຶວຮວາ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ດານັງ ສະໄໝ 2024 - 2029. ຍສໝ - ວັນທີ 14 ມິຖຸນາ ຢູ່ໂຮງຮຽນນາໆຊາດ St. Nicholas School, ດານັງ ໄດ້ເປີດກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ໄທ ຄັ້ງທີ 5 ສະໄໝ 2024 – 2029 ຢູ່ນະຄອນ ດານັງ. |
![]() | ໄທ - ທ້ອງຕະຫຼາດນຳເຂົ້າໝາກທຸລຽນ ໃຫຍ່ອັນດັບທີ 2 ຂອງ ຫວຽດນາມ ໄທ ເປັນປະເທດສົ່ງອອກໝາກທຸລຽນໃຫຍ່ທີ່ສຸດຂອງໂລກ, ກາຍເປັນທ້ອງຕະຫຼາດນຳເຂົ້າໝາກທຸລຽນໃຫຍ່ອັນດັບສອງຂອງ ຫວຽດນາມ ໃນ 4 ເດືອນຕົ້ນ ປີ 2024. |
ມິງດຶກ