ການພົວພັນລະຫວ່າງຫວຽດນາມ - Nicaragua ຍັງມີຊ່ອງຫວ່າງຫຼາຍຢ່າງເພື່ອພັດທະນາ
![]() | ການຮ່ວມມືທ້ອງຖິ່ນແມ່ນຈຸດທີ່ປະກາຍແຈ້ງໃນການພົວພັນ ຫວຽດນາມ - ຝຣັ່ງ |
![]() | ຕັ້ງຫວັງພະລັງແຮງໃໝ່ໃຫ້ສຳລັບການພົວພັນລະຫວ່າງ ຫວຽດນາມ - ລັດເຊຍ ຜ່ານການຢ້ຽມຢາມຂອງທ່ານປະທານາທິບໍດີ Putin |
ກ່າວຄຳປາໄສທີ່ການພົບປະ, ທ່ານ ຟານແອງເຊີນ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການທີ່ລັດຖະບານ ສາທາລະນະລັດ ນິກາຣາກວາ ເປີດສະຖານທູດປະຈຳຫວຽດນາມ. ທ່ານ ຟານແອງເຊີນ ກ່າວວ່າ ປີ 2024 ຈະແມ່ນປີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ນິກາຣາກວາ (ກັນຍາ 1979 – ກັນຍາ 2024). ການນຳລຸ້ນກ່ອນຂອງ ຫວຽດນາມ-ນິກາຣາກວາ ໄດ້ແບ່ງປັນອຸດົມການທີ່ຄ້າຍຄືກັນໃນການຕໍ່ສູ້ປົດປ່ອຍຊາດ ແລະ ພັດທະນາປະເທດຊາດ. ຊາວຫວຽດນາມ ມີຄວາມຮັກແພງສະໜິດສະໜົມຕໍ່ປະເທດ, ປະຊາຊົນ ນິກາຣາກວາ. ນີ້ແມ່ນພື້ນຖານອັນສຳຄັນ ເພື່ອໃຫ້ສອງປະເທດສືບຕໍ່ປັບປຸງ, ຮັດແໜ້ນການພົວພັນຕື່ມອີກ.
![]() |
ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (ຂວາ) ໄດ້ຕ້ອນຮັບທ່ານ Mario José Armengol Campos, ເອກອັກຄະລັດ ຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ນິກາຣາກວາ ປະຈຳ ຫວຽດນາມ ໃນວັນທີ 18 ກໍລະກົດຢູ່ ຮ່າໂນ້ຍ. (ພາບ: Dinh Hoa) |
ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ກ່າວຄຳປາໄສວ່າ ຫວຽດນາມ-ນິກາຣາກວາ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການພັດທະນາການພົວພັນທາງການທູດເວົ້າລວມ ແລະ ການພົວພັນບົນຊ່ອງທາງປະຊາຊົນເວົ້າສະເພາະ. ທ່ານ ຟານແອງເຊີນ ປາດຖະໜາຢາກສົມທົບກັບສະຖານທູດ ນິກາຣາກວາ ປະຈຳ ຫວຽດນາມ ໃນການແນະນຳ, ເຊື່ອມຕໍ່ບັນດາຄູ່ຮ່ວມມື; ແບ່ງປັນຂໍ້ມູນ; ຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ວິສາຫະກິດ, ນັກຊ່ຽວຊານ, ນັກຮຽນຮູ້, ນັກສິລະປິນ... ຂອງສອງປະເທດ.
ຕາມທ່ານເອກອັກຄະລັດຖະທູດ ນິກາຣາກວາ Mario José Armengol Campos ແລ້ວ, ລັດຖະບານ ນິກາຣາກວາ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ; ປະຊາຊົນ ນິກາຣາກວາ ຍາມໃດກໍ່ນັບຖືຂະບວນການຕໍ່ສູ້ປົດປ່ອຍຊາດກ່ອນໜ້ານີ້ ແລະ ການພັດທະນາເສດຖະກິດໃນປະຈຸບັນຂອງ ຫວຽດນາມ. ສະມາຄົມມິດຕະພາບຫວຽດນາມ-ນິກາຣາກວາ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1984. ນີ້ແມ່ນຈຸດເວລາທີ່ ນິກາຣາກວາ ຕ້ອງການການສະໜັບສະໜູນຈາກເພື່ອນມິດສາກົນ. ສິ່ງດັ່ງກ່າວ ກໍ່ໄດ້ສະແດງໃຫ້ເຫັນຄວາມຮັກແພງ, ຄວາມຕິດພັນກັນຢ່າງເລິກເຊິ່ງລະຫວ່າງປະຊາຊົນສອງປະເທດ.
![]() |
ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ-ນິກາຣາກວາ ແມ່ນພື້ນຖານຊຸກຍູ້ການພົວພັນສອງຝ່າຍ |
ສະຖານທູດ ນິກາຣາກວາ ພ້ອມແລ້ວທີ່ຈະຮ່ວມມືກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ບັນດາອົງການ, ຄູ່ຮ່ວມມື ຫວຽດນາມ ເພື່ອຮັດແໜ້ນການພົວພັນດ້ານການເມືອງ, ການທູດລະຫວ່າງ 2 ລັດ; ຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ນິກາຣາກວາ ໃຫ້ຫຼາຍກວ່າອີກ.
![]() |
ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກ. |
![]() | ປະຊາຊົນ - ປັດໄຈຢ່າງໝັ້ນແກ່ນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານລະຫວ່າງ ຫວຽດນາມ ແລະ ລັດເຊຍ ຍສໝ - ປະຊາຊົນສອງປະເທດ ແມ່ນປັດໄຈຢ່າງໝັ້ນແກ່ນຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານ, ໝັ້ນແກ່ນ ແລະ ສາຍພົວພັນມິດແບບພິເສດລະຫວ່າງ ຫວຽດນາມ - ລັດເຊຍ |
![]() | ການພົບປະແລກປ່ຽນວັດທະນະທຳສິລະປະ, ກິລາ ເພື່ອຕິດພັນມິດຕະພາບລະຫວ່າງ ລາວກາຍ (ຫວຽດນາມ) ແລະ ເຫີ່ໂຊ່ເຢົາ (ຈີນ) ຍສໝ - ວັນທີ 11 ພຶດສະພາ, ຢູ່ແຂວງ ລາວກາຍ, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາສະເພາະ ລາວກາຍ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນສາກົນກ່ຽວກັບດ້ານສິລະປະ, ກິລາ ກັບໂຮງຮຽນມັດທະຍົມຊັ້ນສູງ ແລະ ໂຮງຮຽນມັດທະຍົມຊັ້ນສູງອາຊີວະສຶກສາ (ເມືອງ ເຫີ່ໂຊ່ເຢົາ, ແຂວງ ຢູນໜານ, ຈີນ). |
ມີງດຶກ