ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຕອບບຸນແທນຄຸນບັນດາທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ກວາງບິ່ງ ແລະ ເງ້ອານ.
![]() | ກວາງບິ່ງ (ຫວຽດນາມ) - ຄໍາມ່ວນ (ລາວ) ຊຸກຍູ້ການສຶກສາ, ປ້ອງກັນຊາດ ແລະ ຊາຍແດນ |
![]() | ຕັ້ງໜ້າຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ຢູ່ ລາວ ກັບຄືນເມືອບ້ານເກີດເມືອງນອນ |
ທີ່ແຂວງ ກວາງບິ່ງ, ເຂົ້າຮ່ວມພິທີມີທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ; ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ; ທ່ານ ເລືອງຫງອກບິ໋ງ, ປະທານສະຫະພັນບັນດາອົງການມິດຕະພາບແຂວງ ກວາງບິ່ງ ແລະ ຜູ້ຕາງໜ້າພະແນກການຕ່າງປະເທດ, ຫ້ອງການຄະນະກຳມະການປະຊາຊົນແຂວງ ກວາງບິ່ງ.
![]() |
ທ່ານ ຟານແອງເຊີນ (ທີສາມຈາກຊ້າຍ), ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຢື້ຢ້ຽມຖາມຂ່າວບັນດາທະຫານເສຍອົງຄະ ທີ່ພິທີມອບຂອງຂວັນ. |
ກ່າວຄຳປາໄສທີ່ພິທີມອບຂອງຂວັນ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໃຫ້ຮູ້ວ່າ: ວຽກງານຕອບບຸນແທນຄຸນ ແມ່ນທັງໜ້າທີ່ຮັບຜິດຊອບ ແລະ ແມ່ນການກະທຳທີ່ດີງາມສູງສົ່ງຂອງຊາວ ຫວຽດນາມ ເພື່ອແນໃສຕອບບຸນແທນຄຸນເຖິງບັນດານັກຮົບວິລະຊົນ ແລະ ບັນດາຜູ້ເສຍສະຫຼະຊີວິດເພື່ອຊາດ ແລະ ບັນດາຜູ້ທີ່ອຸທິດສ່ວນ, ເສຍສະຫຼະເລືອດເນື້ອສ່ວນໜຶ່ງເພື່ອຍາດເອົາເອກະລາດ ແລະ ເສລີພາບມາໃຫ້ປະເທດຊາດ.
![]() |
ທ່ານ ຫງວຽນງອກຮຸ່ງ (ທີ 4 ຈາກຂວາ), ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ ແລະ ທຶນການສຶກສາໃຫ້ບັນດານັກຮຽນທີ່ເປັນລູກຫຼານຂອງບັນດາຄອບຄົວນະໂຍບາຍ. |
ເນື່ອງໃນໂອກາດນີ້, ຈາກແຫຼ່ງທຶນອຸປະຖຳ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມອບເຮືອນແຫ່ງຄວາມຮັກແພງ 8 ຫຼັງ, ທຶນສຶກສາ 110 ພູດ ແລະ ຂອງຂວັນ 100 ພູດໃຫ້ບັນດາຄອບຄົວນະໂຍບາຍຢູ່ບໍລິເວນແຂວງ ກວາງບິ່ງ ດ້ວຍຍອດມູນຄ່າ 690 ລ້ານດົ່ງ.
ທ່ານປະທານສະຫະພັນບັນດາອົງການມິດຕະພາບແຂວງ ກວາງບິ່ງ ເລືອງຫງອກບິ໋ງ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ຄວາມຮັກແພງ ແລະ ຄວາມເອົາໃຈໃສ່ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ມີຕໍ່ແຂວງ ກວາງບິ່ງ, ໂດຍສະເພາະແມ່ນບັນດາທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ. ນີ້ແມ່ນແຫຼ່ງກຳລັງໜູນຊ່ວຍ ແລະ ໃຫ້ກຳລັງໃຈ, ການແບ່ງປັນກັບຄວາມສູນເສຍຂອງບັນດາທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ.
![]() |
ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມອບຂອງຂວັນ 190 ລ້ານດົ່ງໃຫ້ຜູ້ຕາງໜ້າແຂວງ ເງ້ອານ. |
ໃນຕອນບ່າຍວັນດຽວກັນ, ຢູ່ສະໜາມຫຼວງ ໂຊວຽດ ເງ້ຕິ໊ງ, ເທສະບານເມືອງ ຮຶງຫງວ່ຽນ (ເມືອງ ຮຶງຫງວ່ຽນ), ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສົມທົບກັບສະຫະພັນບັນດາອົງການມິດຕະພາບແຂວງ ເງ້ອານ ຈັດຕັ້ງການມອບຂອງຂວັນ 50 ພູດ (ແຕ່ລະພູດມີມູນຄ່າໜຶ່ງລ້ານດົ່ງ) ໃຫ້ທະຫານເສຍອົງຄະ 30 ຄົນຢູ່ເມືອງ ຮຶງຫງວ່ຽນ ແລະ ທະຫານເສຍອົງຄະ 20 ຄົນຢູ່ນະຄອນ ວິງ; ມອບເຮືອນແຫ່ງຄວາມຮັກແພງ 2 ຫຼັງໃຫ້ 2 ຄອບຄົວຂອງຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ເມືອງ ກອນກວງ ດ້ວຍຍອດມູນຄ່າ 190 ລ້ານດົ່ງ. ແຫຼ່ງກຳລັງອຸປະຖຳແມ່ນໄດ້ຮັບຈາກອົງການ Centre For Tropical Medicine (Oxford University Clinical Research Unit - Vietnam).
ກ່າວຄຳປາໄສທີ່ພິທີມອບຂອງຂວັນ, ທ່ານນາງ ໂຮ່ທິເຈົາລວານ, ຮອງຫົວໜ້າພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແຂວງ ເງ້ອານ ໄດ້ສົ່ງຄຳຂອບໃຈເຖິງພະນັກງານ, ລັດຖະກອນຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ຜູ້ອຸປະຖໍາທຸກຄົນ ທີ່ໄດ້ເອົາໃຈໃສ່ ແລະ ຮ່ວມເດິນທາງ, ຕອບບຸນແທນຄຸນມາຍັງບັນດາຄອບຄົວນະໂຍບາຍໃນແຂວງ. ແຂວງ ເງ້ອານ ເວົ້າລວມ ແລະ ເມືອງ ຮຶງຫງວ່ຽນ ເວົ້່າສະເພາະ ກໍ່ຈະຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອອາໄລຫາ ແລະ ຕອບບຸນແທນຄຸນເຖິງບັນດານັກຮົບວິລະຊົນ ແລະ ບັນດາລູກຫຼານດີເດັ່ນຂອງປະເທດຊາດທີ່ຕໍ່ສູ້ຢ່າງກ້າຫານ ແລະ ເສຍສະຫຼະຊີວິດຢ່າງພິລະອາດຫານ ເພື່ອຄວາມເອກະລາດ, ເສລີພາບຂອງປະເທດຊາດ.
![]() | ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ ຍສໝ - ວັນທີ 20 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ໃຫ້ການຕ້ອນຮັບການນໍາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ບັນດາອະດີດນັກສຶກສາ ຫວຽດນາມ ທີ່ຮໍ່າຮຽນຢູ່ສະຫະພັນ ລັດເຊຍ. |
![]() | ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ແລະ ກອງຮ້ອຍທະຫານປ້ອງກັນຊາຍແດນ 217 (ລາວ) ລາດຕະເວນສອງຝ່າຍ ເພື່ອປ້ອງກັນຊາຍແດນ ຍສໝ - ວັນທີ 6 ແລະ 7 ມິຖຸນາ, ຄ້າຍທະຫານປ້ອງກັນຊາຍແດນ ຈີ່ເລ, ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ໄດ້ສົມທົບກັບກອງຮ້ອຍທະຫານປ້ອງກັນຊາຍແດນ 217, ກອງບັນຊາການແຂວງ ຫົວພັນ, ລາວ ຈັດການລາດຕະເວນສອງຝ່າຍຢູ່ດ່ານຊາຍແດນຂອງ 2 ຫົວໜ່ວຍຮັບຜິດຊອບ. |
ມິງດຶກ