ສ້າງພື້ນທີ່ໃຫ້ແກ່ການພົບປະແລກປ່ຽນປະຊາຊົນ ຫວຽດນາມ - ລັດເຊຍ ຕື່ມອີກ
![]() | ເປີດສະຫຼອງວັນວັດທະນະທຳ ຫວຽດນາມ ຢູ່ສະຫະພັນ ລັດເຊຍ |
![]() | ຍົກສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ |
ກ່າວຄຳປາໄສທີ່ກອງປະຊຸມ, ທ່ານ ຫງວຽນວັນແຮງ ໄດ້ຕີລາຄາບາງໝາກຜົນຂອງສະມາຄົມໃນ 6 ເດືອນຕົ້ນ ປີ 2024 ເຊັ່ນ: ເປີດຕົວສາຂາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ “ຄວາມຝັນນ້ອຍໆ”; ຈັດຕັ້ງລາຍການ “ຈາກ ຮ່າໂນ້ຍ ເຖິງ Moscow” ຢູ່ມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ; ຈັດຕັ້ງສັບປະດາວັດທະນະທຳ ລັດເຊຍ ປີ 2024 ຢູ່ມະຫາວິທະຍາໄລ ຮ່າໂນ້ຍ...
![]() |
ລາຍການສະແດງໂດຍນັກສຶກສາມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໃນໂຄງການ “ຈາກ ຮ່າໂນ້ຍ ເຖິງ Moscow 2024”. |
ຈຸດພົ້ນເດັ່ນແມ່ນການເຄື່ອນໄຫວພົບປະມິດຕະພາບເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນທ້າຍເດືອນ 6 ຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin. ຜູ້ຕາງໜ້າການນຳສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ຢູ່ນະຄອນ ຮ່າໂນ້ຍ ແລະ ແຂກຮັບເຊີນເກືອບ 400 ຄົນ, ໃນນັ້ນມີບັນດາສະມາຊິກທີ່ມີຄວາມສະໜິດສະໜົມ, ຮັກແພງປະເທດຊາດ, ປະຊາຊົນ ແລະ ວັດທະນະທຳ ລັດເຊຍ ໄດ້ເຂົ້າຮ່ວມລາຍການທ່ານປະທານປະເທດ ຫວຽດນາມ ໂຕເລີມ ແລະ ທ່ານປະທານາທິບໍດີ ລັດເຊຍ Putin ພົບປະກັບບັນດາລຸ້ນອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ. ໂດຍຜ່ານນັ້ນ ກໍ່ປະກອບສ່ວນເຜີຍແຜ່ຄວາມຮັກແພງຕໍ່ປະເທດຊາດ ແລະ ວັດທະນະທຳ ລັດເຊຍ ໃຫ້ແກ່ລຸ້ນໜຸ່ມ.
![]() |
ວັນທີ 20 ມິຖຸນາ, ຢູ່ໂຮງລະຄອນໃຫຍ່ (ຮ່າໂນ້ຍ), ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ໄດ້ເຂົ້າຮ່ວມການພົບປະກັບບັນດາການນໍາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ບັນດາລຸ້ນອະດີດນັກສຶກສາ ຫວຽດນາມ ທີ່ເຄີຍຮໍ່າຮຽນຢູ່ ລັດເຊຍ. |
ໃນ 6 ເດືອນຕົ້ນ ປີ 2024, ສະມາຄົມກໍ່ໄດ້ຈັດຕັ້ງລາຍການຢ້ຽມຢາມໂຮງງານໄຟຟ້ານ້ຳຕົກ ຮ່ວາບິ່ງ - ເປັນຫຼັກຖານພະຍານໃຫ້ແກ່ນ້ຳໃຈມິດຕະພາບ ຫວຽດນາມ - ລັດເຊຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນ ຮ່າໂນ້ຍ ໄດ້ຮັບກຽດຈາກ UNESCO ເຊີດຊູເປັນ “ນະຄອນເພື່ອສັນຕິພາບ” (ວັນທີ 16 ກໍລະກົດ ປີ 1999 - ວັນທີ 16 ກໍລະກົດ ປີ 2024). ໂຄງການໄດ້ປະກອບສ່ວນໂຄສະນາເຜີຍແຜ່, ສຶກສາໃຫ້ລຸ້ນໜຸ່ມ ຫວຽດນາມ ແລະ ສະຫະພັນ ລັດເຊຍ ກ່ຽວກັບສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.
![]() |
ທ່ານ ຫງວຽນວັນແຮງ, ຜູ້ຕາງໜ້າການນຳສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ນະຄອນ ຮ່າໂນ້ຍ. |
ຕາມທ່ານ ຫງວຽນວັນແຮງ ແລ້ວ, ໃນຊຸມເດືອນທ້າຍ ປີ 2024, ສະມາຄົມຈະສືບຕໍ່ດຳເນີນບັນດາການເຄື່ອນໄຫວຫຼາຍຢ່າງທີ່ປະກອບສ່ວນແນະນຳຮູບພາບປະເທດຊາດ ແລະ ປະຊາຊົນ ຫວຽດນາມ, ຮູບພາບນະຄອນ ຮ່າໂນ້ຍ ວິລະຊົນ, “ອະລະຍະທຳ - ສີວິໄລ - ທັນສະໄໝ" ນະຄອນເພື່ອສັນຕິພາບມາສູ່ເພື່ອນມິດ ລັດເຊຍ ກໍ່ຄືເພື່ອນມິດສາກົນ.
ຄາດວ່າ, ສະມາຄົມຈະຈັດຕັ້ງງານປະກວດແຕ້ມຮູບສຳລັບເດັກນ້ອຍເຍົາວະຊົນ ຫວຽດນາມ - ລັດເຊຍ ຢູ່ສວນສາທາລະນະ ລອງບຽນ; ຈັດຕັ້ງການພົບປະແລກປ່ຽນວັດທະນະທຳອາຫານການກິນລະຫວ່າງ ຫວຽດນາມ - ລັດເຊຍ ຢູ່ສາຂາສະຖາບັນ Pushkin; ສົມທົບກັບສະຖານທູດ ລັດເຊຍ ຈັດຕັ້ງການພົບປະແລກປ່ຽນກິລາມິດຕະພາບ ຫວຽດນາມ - ລັດເຊຍ... ເພື່ອແນໃສ່ສ້າງພື້ນທີ່ດ້ານວັດທະນະທຳ ແລະ ໂອກາດການພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດ.
ພ້ອມກັນນັ້ນ, ສະມາຄົມຈະສຸມໃສ່ຜັນຂະຫຍາຍແຜນການສຳຄັນໃນໄລຍະ 6 ເດືອນທ້າຍ ປີ 2024 ທີ່ HAUFO ວາງອອກໃຫ້ສຳເລັດຜົນ, ສຸມໃສ່ 3 ເປົ້າໝາຍຕົ້ນຕໍຄື: ເຂົ້າຮ່ວມກໍ່ສ້າງກົນໄກນະໂຍບາຍໃນຂົງເຂດການຕ່າງປະເທດ ແລະ ການທູດປະຊາຊົນ ເພື່ອປະຕິບັດກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ) ແລະ ສ້າງມະຕິກ່ຽວກັບວຽກງານການທູດປະຊາຊົນນະຄອນຫຼວງຮອດ ປີ 2030, ວິໄສທັດຮອດ ປີ 2045; ຈັດຕັ້ງບັນດາການເຄື່ອນໄຫວສັນຕິພາບ, ຄວາມສາມັກຄີ ແລະ ມິດຕະພາບທີ່ມີຄຸນນະພາບສູງ ແລະ ມີປະສິດທິຜົນ; ເພີ່ມທະວີການໂຄສະນາເຜີຍແຜ່ວຽກງານການທູດປະຊາຊົນນະຄອນຫຼວງ.
ທ່ານ ຫງວຽນວັນແຮງ ປາດຖະໜາວ່າ ບັນດາການເຄື່ອນໄຫວຈະປະກອບສ່ວນແນະນຳ ແລະ ໂຄສະນາກ່ຽວກັບປະເທດຊາດ ແລະ ປະຊາຊົນ ຫວຽດນາມ ແລະ ສະຫະພັນ ລັດເຊຍ, ກ່ຽວກັບນະຄອນຫຼວງ “ອະລະຍະທຳ - ສີວິໄລ - ທັນສະໄໝ”, ນະຄອນເພື່ອສັນຕິພາບມາສູ່ເພື່ອນມິດ ລັດເຊຍ ກໍ່ຄືເພື່ອນສາກົນ.
![]() | ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ ຍສໝ - ວັນທີ 20 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ໃຫ້ການຕ້ອນຮັບການນໍາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ບັນດາອະດີດນັກສຶກສາ ຫວຽດນາມ ທີ່ຮໍ່າຮຽນຢູ່ສະຫະພັນ ລັດເຊຍ. |
![]() | ບັນດາລຸ້ນນັກສຶກສາ ຫວຽດນາມ ຢູ່ ລັດເຊຍ - ຂົວເຊື່ອມຕໍ່ມິດຕະພາບ ຍສໝ - ວັນທີ 20 ມີຖຸນາ, ຢູ່ ຮ່າໂນ້ຍ, ກ່າວຄຳປາໄສທີ່ການພົບປະກັບການນຳສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ບັນດາລຸ້ນອະດີດນັກສຶກສາ ຫວຽດນາມ ທີ່ຮ່ຳຮຽນຢູ່ ລັດເຊຍ ໂດຍສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ເປັນເຈົ້າພາບ, ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ຫວັງວ່າ ... |
ມິງດຶກ