ຫວຽດນາມ - ຍີ່ປຸ່ນ ສົມທົບກັນປະຕິບັດບັນດາການເຄື່ອນໄຫວຮ່ວມມື ແລະ ພົບປະແລກປ່ຽນຫຼາຍຢ່າງ
![]() | ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ |
![]() | ການພົບປະແລກປ່ຽນວັດທະນະທຳຕິດພັນປະຊາຄົມ ແລະ ປັບປຸງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ |
![]() |
ທ່ານຫົວໜ້າກຳມາທິການການຕ່າງປະເທດ ຫວຽດນາມ ຫວູຫາຍຮ່າ ແລະ ທ່ານ Yamamoto Gosei ປະທານສະຫະພັນ NSHN ຍີ່ປຸ່ນ -ຫວຽດນາມ. |
ທ່ານ ຫວູຫາຍຮ່າ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ຫວຽດນາມ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງພັກ ຢຸ່ຍເຕິນ ໃນການຊຸກຍູ້ການພົວພັນ ຫວຽດນາມ - ຍີ່ປຸ່ນ ໃນໄລຍະທີ່ຜ່ານມາ ແລະ ຖືວ່າ ການພົວພັນລະຫວ່າງ 2 ປະເທດສາມາດບັນລຸໄດ້ບັນດາບາດກ້າວການພັດທະນາຢ່າງແຮງໃນໄລຍະຜ່ານມາ.
ທ່ານ ຫວູຫາຍຮ່າ ສະແດງຄວາມດີໃຈ ແລະ ຕີລາຄາສູງການຢ້ຽມຢາມຂອງທ່ານປະທານສະຫະພັນ NSHN ຍີ່ປຸ່ນ - ຫວຽດນາມ ຂອງພັກ ຢຸ່ຍເຕິນ ຢູ່ ຫວຽດນາມ ພາຍຫຼັງທີ່ສະຫະພັນໄດ້ຮັບການສ້າງຕັ້ງ; ສະແດງຄວາມເຊື່ອໝັ້ນວ່າ ສະຫະພັນ NSHN ຍີ່ປຸ່ນ - ຫວຽດນາມແລະ ກຸ່ມ NSHN ຍີ່ປຸ່ນ - ຫວຽດນາມ ຈະຮ່ວມມືກັນຢ່າງແໜ້ນແຟ້ນ, ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື ແລະ ພົບປະແລກປ່ຽນຫຼາຍຢ່າງ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດ.
![]() |
ທ່ານຫົວໜ້າກຳມາທິການການຕ່າງປະເທດ ຫວຽດນາມ ຫວູຫາຍຮ່າ ໄດ້ໃຫ້ການຕ້ອນຮັບທ່ານ Yamamoto Gosei ປະທານສະຫະພັນ NSHN ຍີ່ປຸ່ນ - ຫວຽດນາມ. |
ທ່ານປະທານສະຫະພັນ NSHN ຍີ່ປຸ່ນ - ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຫົວໜ້າກຳມາທິການການຕ່າງປະເທດ ຫວຽດນາມ ທີ່ໄດ້ສະຫຼະເວລາມາຕ້ອນຮັບ; ຍິນດີປະກາດວ່າ, ສະພາແຫ່ງຊາດ ຍີ່ປຸ່ນ ຫາກໍ່ສິ້ນສຸດກອງປະຊຸມຄັ້ງທີ 6 ໃນວັນທີ 23 ມິຖຸນານີ້. ທີ່ກອງປະຊຸມຄັ້ງນີ້, ພັກ ຢຸ່ຍເຕິນ ໄດ້ສ້າງຕັ້ງສະຫະພັນ NSHN ຍີ່ປຸ່ນ - ຫວຽດນາມ ເພື່ອຊຸກຍູ້ການຮ່ວມມືດ້ານລັດຖະສະພາລະຫວ່າງ 2 ປະເທດ.
ທ່ານ ຫວູຫາຍຮ່າ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດຊຸກຍູ້ການພົວພັນກັບ ຍີ່ປຸ່ນ. ສອງປະເທດແບ່ງປັນຫຼາຍຜົນປະໂຫຍດສ່ວນລວມ ແລະ ມີຫຼາຍທັດສະນະລວມກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ. ສອງປະເທດຍັງມີຄວາມຄ້າຍຄືກັນດ້ານວັດທະນະທຳຫຼາຍຢ່າງ; ປະຊາຊົນສອງປະເທດມີຄຸນຄ່າລວມຫຼາຍຢ່າງ.
ທ່ານປະທານສະຫະພັນ NSHN ຍີ່ປຸ່ນ - ຫວຽດນາມ ໃຫ້ຮູ້ວ່າ: ການພົວພັນຕ່າງປະເທດ ຫວຽດນາມ - ຍີ່ປຸ່ນ ໄດ້ຮັບການຊຸກຍູ້ໃນຫຼາຍຮູບຫຼາຍແບບໃນໄລຍະມໍ່ໆມານີ້ ແລະ ສະແດງຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອແລກປ່ຽນ ແລະ ຊຸກຍູ້ບັນດາທິດທາງ ແລະ ມາດຕະການຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ພິເສດແມ່ນເພີ່ມທະວີການພົບປະແລກປ່ຽນລະຫວ່າງບັນດາສະມາຊິກລັດຖະສະພາ 2 ປະເທດ.
![]() |
ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກ. |
ທ່ານ ຫວູຫາຍຮ່າ ປາດຖະໜາ ແລະ ເຊື່ອໝັ້ນວ່າ: ສະຫະພັນ NSHN ຍີ່ປຸ່ນ - ຫວຽດນາມ ຂອງພັກ ຢຸ່ຍເຕິນ ຍາມໃດກໍ່ຈະສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນພາລະກິດແຫ່ງການພັດທະນາເສດຖະກິດ - ສັງຄົມ ຫວຽດນາມ ຢ່າງມີປະສິດທິຜົນ, ເພີ່ມທະວີການພົວພັນມິດຕະພາບ ໂດຍຜ່ານການຊຸກຍູ້ຮ່ວມມື, ການລົງທຶນ, ການຄ້າ, ODA.. ພິເສດແມ່ນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການພົບປະແລກປ່ຽນຢ່າງສະໜິດສະໜົມລະຫວ່າງການນຳລັດຖະບານ, ສະພາແຫ່ງຊາດ, ບັນດາທ້ອງຖິ່ນ ແລະ ປະຊາຊົນສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ ແລະ ໃນໂລກລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.
![]() | ເທື່ອທຽນເຫວ້ ໄດ້ປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີ ແລະ ຜັນຂະຫຍາຍສາຍພົວພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ຍສໝ - ນີ້ແມ່ນຂໍ້ສັງເກດຂອງທ່ານ Hitomi Tatsuya, ຜູ້ອຳນວຍການພະແນກພົວພັນຕ່າງປະເທດຂອງແຂວງ Nara (ຍີ່ປຸ່ນ) ທີ່ການພົບປະກັບການນຳຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ເນື່ອງໃນການຢ້ຽມຢາມ ແລະ ເຮັດວຽກຂອງຄະນະປະຕິບັດງານຢູ່ແຂວງ ເທື່ອທຽນເຫ້ວ ໃນວັນທີ 21 ມີນາ. |
![]() | ຍູ້ແຮງການຮ່ວມມືລະຫວ່າງຕຳຫຼວດທະເລ ຫວຽດນາມ ແລະ ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ຍສໝ - ຕອນບ່າຍວັນທີ 20 ທັນວາ, ຢູ່ ໂຕກຽວ (ຍີ່ປຸ່ນ), ທ່ານພົນຈັດຕະວາ ຫວູຈຸງກຽນ, ຮອງຜູ້ບັນຊາການກົດໝາຍຕຳຫຼວດທະເລ ຫວຽດນາມ ແລະ ທ່ານພົນເຮືອຕີ Watanabe Yasunori, ຮອງຜູ້ບັນຊາການຍຸດທະການກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ໄດ້ເປັນປະທານຮ່ວມທີ່ກອງປະຊຸມສອງຝ່າຍຄັ້ງທີ 10 ລະຫວ່າງຕຳຫຼວດທະເລ ຫວຽດນາມ ແລະ ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ. |
ມິງດຶກ