ການທ່ອງທ່ຽວ ຫວຽດນາມ ແມ່ນ “ດວງດາວທີ່ກຳລັງພົ້ນເດັ່ນຂຶ້ນ” ຢູ່ ອີຕາລີ
![]() | ວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນວັນບຸນກົງສຸນ Lyon 2024 |
![]() | ຫວຽດນາມ ຈະເປີດຫ້ອງການສົ່ງເສີມການທ່ອງທ່ຽວແຫ່ງທຳອິດຢູ່ ລາວ |
ເຂົ້າຮ່ວມເຫດການດັ່ງກ່າວ ມີຜູ້ຕາງໜ້າບັນດາວິສາຫະກິດການທ່ອງທ່ຽວ, ສະມາຄົມທ່ອງທ່ຽວ, ໂຮງແຮມ, ແລະ ສາຍການບິນຂອງ ອີຕາລີ ແລະ ຫວຽດນາມ.
ກ່າວຄຳປາໄສທີ່ພິທີ, ທ່ານ ຫງວຽນຈູງແຂ໋ງ, ຫົວໜ້າກົມການທ່ອງທ່ຽວແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ອີຕາລີ ແມ່ນທ້ອງຕະຫຼາດດັ້ງເດີມ ແລະ ສຳຄັນແຖວໜ້າຂອງການທ່ອງທ່ຽວ ຫວຽດນາມ ຢູ່ ເອີລົບ. ໃນປີ 2023, ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວ ອີຕາລີ ປະມານ 57.000 ຄົນ, ບັນລຸມາດຕາສ່ວນການຟື້ນຟູກ່ວາ 80% ເມື່ອທຽບໃສ່ໄລຍະກ່ອນການແຜ່ລະບາດຂອງພະຍາດໂຄວິດ-19.
ຕາມທ່ານ ຫງວຽນຈຸງແຂ໋ງ ແລ້ວ, ຫວຽດນາມ ແມ່ນປະເທດທີ່ອຸດົມສົມບູນໄປດ້ວຍຄວາມສາມາດບົ່ມຊ້ອນດ້ານທຳມະຊາດ, ວັດທະນະທຳ, ມີບັນດາຜະລິດຕະພັນດ້ານການທ່ອງທ່ຽວທີ່ເປັນເອກະລັກສະເພາະ ແລະ ໃຫມ່, ມີທ່າໄດ້ປຽບຫຼາຍຢ່າງເພື່ອພັດທະນາການທ່ອງທ່ຽວ. ການທ່ອງທ່ຽວກະສິກຳ, ການທ່ອງທ່ຽວຊຸມຊົນອີງໃສ່ທຳມະຊາດ ແລະ ລົງທັດສະນະຕົວຈິງດ້ານວັດທະນະທຳ, ວັດທະນະທຳໝູ່ບ້ານຫັດຖະກຳພື້ນເມືອງ, ບັນດາງານບຸນວັດທະນະທຳທີ່ເປັນເອກະລັກພິເສດ, ອາຫານທີ່ມີຊື່ສຽງຂອງ ຫວຽດນາມ ເຊັ່ນ: ເຝີ, ແນມ, ເຂົ້າປູ້ນຊີ້ນປີ້ງ, ເຂົ້າຈີ່... ແມ່ນໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວສາກົນ.
ທ່ານໄດ້ຢືນຢັນວ່າ ລາຍການແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ ອີຕາລີ ແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດທ່ອງທ່ຽວຂອງ 2 ປະເທດແບ່ງປັນຂໍ້ມູນຂ່າວສານອັບເດດ, ມຸ່ງໄປເຖິງການຮ່ວມມືດຳເນີນທຸລະກິດ, ເພີ່ມທະວີການແລກປ່ຽນການທ່ອງທ່ຽວ, ກະກຽມໃຫ້ແກ່ໄລຍະໃໝ່, ພັດທະນາເຂັ້ມແຂງກວ່າ. ສາຍການບິນໂດຍກົງສະດວກ, ຂັ້ນຕອນການເຂົ້າອອກເມືອງງ່າຍດາຍ, ແຫຼ່ງທ່ອງທ່ຽວ ແລະ ຜະລິດຕະພັນການທ່ອງທ່ຽວທີ່ດຶງດູດ, ການຕ້ອນຮັບອັນອົບອຸ່ນຂອງປະຊາຊົນແມ່ນເງື່ອນໄຂທີ່ເໝາະສົມເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວລະຫວ່າງສອງປະເທດ.
![]() |
ວິສາຫະກິດ ຫວຽດນາມ ແລະ ອີຕາລີ ໄດ້ແລກປ່ຽນທີ່ລາຍການແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ ອີຕາລີ. |
ທ່ານນາງ Alessandra Priante, ຜູ້ອຳນວຍການອົງການທ່ອງທ່ຽວແຫ່ງຊາດ ອີຕາລີ (ENIT), ຕີລາຄາວ່າ: ການທ່ອງທ່ຽວ ຫວຽດນາມ ແມ່ນ “ດວງດາວທີ່ກຳລັງຂຶ້ນ” ຢູ່ ອີຕາລີ. ໃນເວລາທີ່ຜ່ານມາ, ສະຖານທູດ ຫວຽດນາມ ປະຈຳ ອີຕາລີ ໄດ້ດຳເນີນຫຼາຍກິດຈະກຳເພື່ອຊຸກຍູ້ການຮ່ວມມື ແລະ ໂຄສະນາການທ່ອງທ່ຽວຢູ່ບັນດາທ້ອງຖິ່ນຄື: ການພິມຮູບຖ່າຍໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ທາງລົດໄຟຟ້າ Milan, ລົດ Ferrari ຢູ່ Macerata, ມອບປຶ້ມ, ມອບຮູບເງົາ, ແຈກຢາຍເຄື່ອງປັ້ນດິນເຜົາ. .
ຕາມທ່ານນາງ Alessandra Priante ແລ້ວ, ບັນດາການເຄື່ອນໄຫວດັ່ງກ່າວໄດ້ຮັບການຊົມເຊີຍ ແລະ ການສະໜັບສະໜູນຈາກປະຊາຊົນ ອີຕາລີ. ນາງສະເໜີໃຫ້ລັດຖະບານຂອງສອງປະເທດພິຈາລະນາລົງນາມໃນສັນຍາຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງຝ່າຍໃນໄລຍະໃໝ່ ແລະ ເຫັນດີເປັນເອກະພາບສະເໜີໃຫ້ການນຳຂອງສອງປະເທດຊຸກຍູ້ສາຍການບິນໂດຍກົງຈາກຫວຽດນາມ ໄປ ອີຕາລີ ໂດຍໄວ, ປະກອບສ່ວນເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ.
ທີ່ເຫດການ, ບັນດາວິສາຫະກິດທ່ອງທ່ຽວ ອີຕາລີ ໄດ້ສະແດງຄວາມສົນໃຈ ແລະ ໄດ້ຕັ້ງຄຳຖາມຫຼາຍຢ່າງ ເພື່ອແນໃສ່ບັນດານະໂຍບາຍ ແລະ ແຮງຈູງໃຈດ້ານການທ່ອງທ່ຽວຢູ່ ຫວຽດນາມ ໃຫ້ຈະແຈ້ງກວ່າ. ທ່ານ ຫງວຽນຈຸງແຂ໋ງ ໄດ້ຕອບບັນດາຄຳຖາມ ພ້ອມທັງແນະນຳບາງນະໂຍບາຍໃໝ່ຂອງລັດຖະບານ ຫວຽດນາມ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ນັກທ່ອງທ່ຽວສາກົນ ເວົ້າລວມ ແລະ ນັກທ່ອງທ່ຽວມາຈາກ ອີຕາລີ ເວົ້າສະເພາະ.
![]() | ການທ່ອງທ່ຽວ ດ້ຽນບຽນ ເລີ່ມຕົ້ນສີສັນໃໝ່ ຍສໝ - ແຕ່ວັນທີ 8 – 18 ກຸມພາ (ຄືແຕ່ວັນທີ 29 ເດືອນ 12 ຫາວັນທີ 9 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ), ຈຳນວນນັກທ່ອງທ່ຽວໃນບໍລິເວນແຂວງ ດ້ຽນບຽນ ໄດ້ເພີ່ມຂຶ້ນ 3,8 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. |
![]() | ຫວຽດນາມ ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວໃນກຸ່ມອາຊຽນ ຍສໝ - ວັນທີ 23 ມັງກອນນີ້, ກອງປະຊຸມອົງການທ່ອງທ່ຽວແຫ່ງຊາດອາຊຽນ ຄັ້ງທີ 59 ໄດ້ໄຂຂຶ້ນຢູ່ນະຄອນຫຼວງວຽງຈັນ. |
ມິງດຶກ