ຮ່າຕິ້ງ ຍາມໃດກໍ່ຮັກສາ, ປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບບັນດາທ້ອງຖິ່ນຂອງ ລາວ
ວັນທີ 12 ມິຖຸນາ, ຄະນະປະຕິບັດງານຂອງສະຖານທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໂດຍທ່ານ ເອກອັກຄະລັດຖະທູດ ນາງ ຄໍາເພົາ ເອີນທະວັນ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຂ່ຳນັບການນໍາແຂວງ ຮ່າຕິ້ງ.
ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ນາງ ຄໍາເພົາ ເອີນທະວັນ ໄດ້ສະແດງຄວາມຂອບອົກຂອບໃຈການຕ້ອນຮັບຢ່າງຈິງໃຈຂອງການນຳແຂວງ ຮ່າຕິ້ງ, ພ້ອມກັນນັ້ນ ກໍ່ສະແດງຄວາມປິຕິຊົມຊື່ນຕໍ່ບັນດາການພັດທະນາຂອງຫວຽດນາມ ເວົ້າລວມ ແລະ ຮ່າຕິ້ງ ເວົ້າສະເພາະ.
![]() |
ທ່ານປະທານຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ ຫວໍຈ້ອງຫາຍ ມອບຂອງທີ່ລະນຶກໃຫ້ທ່ານນາງ ເອກອັກຄະລັດຖະທູດ ຄໍາເພົາ ເອີນທະວັນ (ພາບ: Dinh Nhat) |
ທ່ານເອກອັກຄະລັດຖະທູດ ນາງ ຄໍາເພົາ ເອີນທະວັນ ໄດ້ແບ່ງປັນຂໍ້ມູນກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງລາວ, ການເຄື່ອນໄຫວຂອງສະຖານທູດ ລາວ ປະຈຳ ຫວຽດນາມ, ຜ່ານນັ້ນ ກໍ່ສະແດງຄວາມຂອບໃຈຕໍ່ການຮ່ວມມື, ຮ່ວມເດີນທາງ, ໜູນຊ່ວຍຂອງ ຫວຽດນາມ ໃນຂະບວນການພັດທະນາຂອງ ສປປ ລາວ.
ທ່ານເອກອັກຄະລັດຖະທູດ ນາງ ຄໍາເພົາ ເອີນທະວັນ ຫວັງວ່າໃນໄລຍະຈະມາເຖິງ, ສອງປະເທດ ລາວ-ຫວຽດນາມ ກໍ່ຄືບັນດາທ້ອງຖິ່ນຂອງ ລາວ ແລະ ຮ່າຕິ້ງ ສືບຕໍ່ເພີ່ມທະວີການຮ່ວມມືຮອບດ້ານ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດຂອງສອງປະເທດ ຫວຽດນາມ - ລາວ ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ທີ່ການພົບປະ, ຕາງໜ້າການນຳແຂວງ ຮ່າຕິ້ງ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ ຫວໍຈ້ອງຫາຍ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດ - ສັງຄົມ, ການປ້ອງກັນຊາດ-ຄວາມປອດໄພຂອງແຂວງ ຮ່າຕິ້ງ.
ທ່ານປະທານຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ ຫວໍຈ້ອງຫາຍ ເນັ້ນໜັກວ່າ ຮ່າຕິ້ງ ຍາມໃດກໍ່ຮັກສາ, ປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບບັນດາທ້ອງຖິ່ນຂອງ ລາວ, ພິເສດແມ່ນແຂວງ ບໍລິຄຳໄຊ, ຄຳມ່ວນ, ນະຄອນຫຼວງວຽງຈັນ... ຮ່າຕິ້ງ ແລະ ບັນດາທ້ອງຖິ່ນຂອງລາວ ກໍ່ຈັດຕັ້ງການພົບປະເຮັດວຽກເປັນປະຈຳ, ແລກປ່ຽນຂໍ້ມູນ, ເພີ່ມທະວີການສົມທົບກັນ ຢ່າງຕັ້ງໜ້າ, ພິເສດແມ່ນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ, ການດຶງດູດການລົງທຶນ...
ທ່ານປະທານຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ ຫວໍຈ້ອງຫາຍ ປາດຖະໜາວ່າ ທ່ານ ເອກອັກຄະລັດຖະທູດ ນາງ ຄໍາເພົາ ເອີນທະວັນ ແລະ ບັນດາຊະມາຊິກຂອງຄະນະຈະສືບຕໍ່ເພີ່ມທະວີການໜູນຊ່ວຍ, ຈັດຕັ້ງບັນດາການເຄື່ອນໄຫວຮ່ວມມືລະຫວ່າງ 2 ປະເທດ ແລະ ລະຫວ່າງແຂວງ ຮ່າຕິ້ງ ກັບບັນດາທ້ອງຖິ່ນຂອງ ລາວ ໃນທຸກຂົງເຂດ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ລາວ.
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຮ່າຕິ້ງ, ທ່ານນາງ ເອກອັກຄະລັດຖະທູດ ຄໍາເພົາ ເອີນທະວັນ ແລະ ຄະນະປະຕິບັດງານ ໄດ້ມາຖະຫວາຍທູບທຽນ, ດອກໄມ້ຢູ່ເຂດຮ່ອງຮອຍປະຫວັດສາດສາມແຍກ ດົ່ງລົກ (ເມືອງ ກ່ານລົກ).
![]() | ຮູບພາບທີ່ປະທັບໃຈໃນງານບຸນ ທ້ອງຖະໜົນ “ບ້ານເກີດຍາມລະດູບານດອກບົວເບັ່ງບານ” ຍສໝ - ບັນດານັກສິລະປິນ, ນັກສະແດງ, ນັກສິລະປະກອນທີ່ມາຈາກ 20 ເມືອງ, ນະຄອນ ໄດ້ນຳມາເຊິ່ງບັນຍາກາດຟົດຟື້ນ ດ້ວຍບັນດາລາຍການສະແດງທີ່ດຶງດູດ, ດ້ວຍບັນດາສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຢ້າວ ຢູ່ແຂວງ ເງ້ອານ ທີ່ງານບຸນຖະໜົນ “ບ້ານເກີດຍາມລະດູບານດອກບົວເບັ່ງບານ”. |
![]() | ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະພາສັນຕິພາບໂລກ ສືບຕໍ່ຮ່ວມມືເພື່ອສັນຕິພາບ ຍສໝ - ຕອນບ່າຍວັນທີ 8 ພຶດສະພາ ຢູ່ຮ່າໂນ້ຍ, ທ່ານ ຫງວຽນງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Pallab Sengupta ປະທານສະພາສັນຕິພາບໂລກ, ປະທານສະພາສັນຕິພາບໂລກ, ເລຂາທິການອົງການສາມັກຄີທົ່ວປວງຊົນ ອິນເດຍ (AIPSP). |
ມິງດຶກ