ທ່ານ ເຈີ່ນເຟຶອກເຊີນ ໄດ້ຮັບຫຼຽນໄຊອິດສະຫຼະ ຊັ້ນ III ຂອງລາວ
ກ່າວຄຳປາໄສທີ່ພິທີ, ທ່ານ ເຫຼັກໄຫຼ ສີວິໄລ, ເລຂາພັກແຂວງ, ເຈົ້າແຂວງໆເຊກອງ (ລາວ) ໄດ້ຢືນຢັນວ່າ ຄວາມຮັກແພງ, ຄວາມສົນໃຈໃນການຮ່ວມມື, ໜູນຊ່ວຍ, ຊ່ວຍເຫຼືອຂອງນະຄອນ ດານັງ ສຳລັບບັນດາແຂວງພາກໃຕ້, ພາກກາງຂອງລາວ, ໃນນັ້ນມີແຂວງ ເຊກອງ ໃນຊຸມປີມໍ່ໆມານີ້ ເເມ່ນລ້ຳຄ່າທີ່ສຸດ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາ, ປ່ຽນແປງໃໝ່ຂອງບັນດາທ້ອງຖິ່ນ.
![]() |
ທ່ານ ເຫຼັກໄຫຼ ສີວິໄລ, ເລຂາພັກແຂວງ, ເຈົ້າແຂວງໆ ເຊກອງ (ຂວາ) ໄດ້ປະດັບຫຼຽນໄຊອິດສະຫຼະ ຊັ້ນ III ໃຫ້ ທ່ານ ເຈີ່ນເຟຶອກເຊີນ, ຮອງປະທານຜູ້ປະຈຳສະພາປະຊາຊົນນະຄອນ ດານັງ (ຊ້າຍ). (ພາບ: danang.gov.vn) |
ຕາມທ່ານ ເຫຼັກໄຫຼ ສີວິໄລ ແລ້ວ, ນະຄອນ ດານັງ ໄດ້ມີການໜູນຊ່ວຍ, ປະກອບສ່ວນຫຼາຍຢ່າງໃຫ້ແຂວງເຊກອງ ໃນການພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນໃນບັນດາຂົງເຂດຄື: ການທ່ອງທ່ຽວ, ການຄ້າ, ກໍ່ສ້າງພື້ນຖານໂຄງລ່າງ, ບຳລຸງສ້າງຊັບພະຍາກອນມະນຸດ... ແຂວງເຊກອງ ມີຄວາມເຄົາລົບນັບຖືຢ່າງສູງຕໍ່ບັນດາການໜູນຊ່ວຍອັນລ້ຳຄ່ານີ້, ຍາມໃດກໍມານະພະຍາຍາມເສີມຂະຫຍາຍ, ພັດທະນາ, ສືບຕໍ່ລົງການຮ່ວມມືລະຫວ່າງ 2 ທ້ອງຖິ່ນຢ່າງເລິກເຊິ່ງກ່ວາອີກ.
![]() |
ທ່ານ ເຈີ່ນເຟຶອກເຊີນ, ຮອງປະທານຜູ້ປະຈຳສະພາປະຊາຊົນນະຄອນ ດານັງ. |
ໂດຍສະແດງຄວາມປິຕິຊົມຊື່ນ ແລະ ເປັນກຽດທີ່ໄດ້ຮັບຫຼຽນໄຊອິດສະຫຼະ ຊັ້ນ III ຂອງລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມອບໃຫ້, ທ່ານ ເຈີ່ນເຟຶອກເຊີນ, ຮອງປະທານຜູ້ປະຈຳສະພາປະຊາຊົນນະຄອນ ດານັງ ເນັ້ນໜັກວ່າ ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ມີສາຍພົວພັນທີ່ເປັນມູນເຊື້ອແບບພິເສດ, ແມ່ນສາຍພົວພັນທີ່ສັດຊື່ບໍລິສຸດ, ໃສແຈ້ງ, ເຄົາລົບນັບຖື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຜ່ານຫຼາຍໄລຍະ.
![]() |
ທ່ານ ເຫຼັກໄຫຼ ສີວິໄລ, ເລຂາພັກແຂວງ, ເຈົ້າແຂວງໆ ເຊກອງ. |
ຕາມທ່ານ ເຊີນ ແລ້ວ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເວົ້າລວມ, ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ດານັງ ເວົ້າສະເພາະ ຍາມໃດກໍ່ຖືເປັນສຳຄັນ ແລະ ເພີ່ມພູນຄູນສ້າງນ້ຳໃຈສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ, ຍິ່ງໃຫຍ່ລະຫວ່າງ ຫວຽດນາມ - ລາວ, ສາຍພົວພັນມິດຕະພາບ, ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງນະຄອນ ດານັງ ກັບບັນດາແຂວງພາກໃຕ້, ພາກກາງຂອງລາວ, ໃນນັ້ນມີແຂວງ ເຊກອງ. ພິເສດ, ນະຄອນ ດານັງ ຍາມໃດກໍ່ເຄົາລົບ, ຕີລາຄາສູງຄວາມເອົາໃຈໃສ່ການສົມທົບກັນຂອງຄະນະພັກ, ອຳນາດການປົກຄອງແຂວງເຊກອງ ໃນການຜັນຂະຫຍາຍບັນດາໂຄງການໜູນຊ່ວຍ, ແລກປ່ຽນ, ຮ່ວມມືລະຫວ່າງ 2 ທ້ອງຖິ່ນໃນໄລຍະມໍ່ໆມານີ້.
![]() |
ບັນດາຜູ້ແທນຖ່າຍຮູບລວມ, |
“ການທີ່ໄດ້ຮັບຫຼຽນໄຊອິດສະຫຼະ ຊັ້ນ III ຂອງລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນຄວາມພາກພູມໃຈ, ກຳລັງໃຈອັນໃຫຍ່ຫຼວງຢ່າງແທ້ຈິງສຳລັບຂ້າພະເຈົ້າ. ໃນຖານະຂອງຕົນ, ຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຈະສືບຕໍ່ມານະພະຍາຍາມຮ່ວມມືກັບເພື່ອນລາວ ເພື່ອປົກປັກຮັກສາຄວາມສາມັກຄີທີ່ສະໜິດແໜ້ນ, ພິເສດ ແລະ ສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ, ພ້ອມທັງລະຫວ່າງນະຄອນ ດານັງ ແລະ ບັນດາທ້ອງຖິ່ນຂອງລາວ ໃຫ້ນັບມື້ນັບພັດທະນາຢ່າງຮອບດ້ານ, ຍືນຍົງ”, ທ່ານ ເຈີ່ນເຟຶອກເຊີນ, ຮອງປະທານຜູ້ປະຈຳສະພາປະຊາຊົນນະຄອນ ດານັງ ແບ່ງປັນ.
![]() | ບຸນເຕັດພື້ນເມືອງບຸນປີໃໝ່ ແລະ Chol Chnam Thmay ໄດ້ຮັບການຈັດຕັ້ງຢູ່ຫຼາຍແຂວງ, ນະຄອນຢູ່ ຫວຽດນາມ ຍສໝ - ເດືອນເມສາ, ເນື່ອງໃນໂອກາດບຸນເຕັດພື້ນເມືອງ (ລາວ) ແລະ Chol Chnam Thmay (ກຳປູເຈຍ), ມີຫຼາຍຫຼາຍການພົບປະແລກປ່ຽນ, ພົບປະກັບນັກສຶກສາ ລາວ ແລະ ກຳປູເຈຍ ໄດເດຳເນີນຢູ່ບັນດາແຂວງ ໄທງວຽນ, ດົ່ງນາຍ, ແທງຮວ໋າ. ການເຄື່ອນໄຫວປະກອບສ່ວນເຂົ້າໃນການເພີ່ມທະວີການພົບປະແລກປ່ຽນ, ການຕິດພັນ, ຄວາມສາມັກຄີ ແລະ ມິດຕະພາບລະຫວ່າງ 3 ... |
![]() | ດາໜັງ ໄດ້ຮັບເງິນກ່ວາ 2,7 ຕື້ດົ່ງ ເພື່ອໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍອົງການ Catalyste+ ອຸປະຖຳ ຍສໝ - ຄະນະກຳມະການປະຊາຊົນນະຄອນ ດາໜັງ ຫາກໍ່ໄດ້ອອກມະຕິເລກທີ 615/QD-UBND ລົງວັນທີ 28 ມີນາ 2024 ເພື່ອຮັບກ່ວາ 2,7 ຕື້ດົ່ງຈາກລາຍການໜູນຊ່ວຍກໍ່ສ້າງກຳລັງຄວາມສາມາດໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ໄລຍະ 2024-2026 ໂດຍອົງການຈັດຕັ້ງ Catalyste+ ອຸປະຖຳ. |
ມິງດຶກ