ພະນັກງານ ແຂວງ ຫຼວງນ້ຳທາ (ລາວ) ຈຳນວນ 175 ຄົນ ໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ
![]() | ອົດສະຕາລີ ໜູນຊ່ວຍແມ່ຍິງ 30.000 ຄົນຢູ່ແຂວງ ລາວກາຍ, ເຊີນລາ ເພື່ອຍົກສູງປະສິດທິຜົນດ້ານເສດຖະກິດ |
![]() | ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທຫງວຽນ: 15 ປີແຫ່ງວັນສ້າງຂົວມິດຕະພາບ |
ວັນທີ 7 ມິຖຸນາ, ຢູ່ແຂວງ ຫຼວງນໍ້າທາ (ລາວ), ພະແນກສຶກສາທິການ ແລະ ກິລາແຂວງ ຫຼວງນໍ້າທາ ໄດ້ຈັດພິທີປິດຫ້ອງຮຽນພາສາ ຫວຽດນາມ ຂັ້ນພື້ນຖານ ຊຸດທີ VII ໃຫ້ແກ່ຜູ້ຮຽນ 23 ຄົນ, ໃນນັ້ນ ມີຍິງ 11 ຄົນ.
![]() |
ຜູ້ຮຽນໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ. |
ຜູ້ຮຽນແມ່ນພະນັກງານຂອງບັນດາພະແນກ, ຂະແໜງການ ແລະ ສະຫະພັນກຳມະບານພາຍໃນແຂວງລວມມີ: ຫ້ອງວ່າການແຂວງ, ສະຫະພັນກຳມະບານແຂວງ, ພະແນກສຶກສາທິການ ແລະ ກິລາ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກຍຸຕິທຳ, ພະແນກຖະແຫຼງຂ່າວ ແລະ ວັດທະນະທຳ, ພະແນກພາຍໃນ, ຕຳຫຼວດແຂວງ, ກອງທັບແຂວງ, ສະມາຄົມນັກຮົບເກົ່າ, ແນວລາວສ້າງຊາດ...
ຫ້ອງຮຽນພາສາ ຫວຽດນາມ ຂັ້ນພື້ນຖານແມ່ນເປີດທຸກໆປີ (ແຕ່ເດືອນ ມັງກອນ ຫາເດືອນ ມິຖຸນາ). ເນື້ອໃນຕົ້ນຕໍຂອງຫຼັກສູດແມ່ນເພື່ອຮຽນຮູ້ກ່ຽວກັບຊີວິດການເປັນຢູ່, ວັດທະນະທຳຂອງຊາດ ແລະ ປະຊາຊົນ ຫວຽດນາມ.
ຈຸດປະສົງຂອງຫ້ອງຮຽນແມ່ນເພື່ອຍົກສູງຄວາມສາມາດດ້ານພາສາ ຫວຽດນາມ ໃຫ້ແກ່ພະນັກງານ, ລັດຖະກອນ, ໂດຍຜ່ານນັ້ນ ກໍ່ຮັດແໜ້ນສາຍພົວພັນມິດຕະພາບ ຫວຽດນາມ - ລາວ; ຊ່ວຍໃຫ້ພະນັກງານແຂວງ ຫຼວງນ້ຳທາ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບພາສາ ແລະ ວັດທະນະທຳ ຫວຽດນາມ; ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນຂໍ້ມູນຂ່າວສານ ແລະ ພົບປະແລກປ່ຽນວັດທະນະທຳ ເມື່ອມີຄະນະຜູ້ແທນ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກ.
![]() |
ອາຈານ ຫງວຽນແທ່ງຫງອກ (ຊ້າຍ) ຮັບຂອງທີ່ລະນຶກຈາກຜູ້ຮຽນ. |
ມາຮອດປະຈຸບັນ, ພະແນກສຶກສາທິການ ແລະ ກິລາ ແຂວງ ຫຼວງນ້ຳທາ ໄດ້ປະຕິບັດສຳເລັດ 7 ຊຸດຮຽນພາສາ ຫວຽດນາມ ຂັ້ນພື້ນຖານໃຫ້ແກ່ພະນັກງານ, ລັດຖະກອນໃນແຂວງ ດ້ວຍຈຳນວນຜູ້ຮຽນ 175 ຄົນທີ່ໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ.
ໂດຍໄດ້ຮູ້ວ່າ, ຄູອາຈານຫຼັກຂອງຫ້ອງຮຽນເຫຼົ່ານີ້ແມ່ນອາຈານ ຫງວຽນແທ່ງຫງອກ (ເກີດປີ 1991), ຢູ່ຕາແສງ ເຫງຍເຟືອງ, ເມືອງ ລຸກນາມ (ບັກຢາງ). ອາຈານ ຫງອກ ໄດ້ຮ່ຳຮຽນ, ເຮັດວຽກ ແລະ ສອນຢູ່ ລາວ ເປັນເວລາ 10 ປີແລ້ວ.
![]() | ແຂວງ ຮ່າລອງ ຕ້ອນຮັບນັກທ່ອງທ່ຽວສາກົນນັບພັນຄົນມາພັກຜ່ອນຢ່ອນອາລົມ ຍສໝ - ຕອນເຊົ້າວັນບຸນກຸດປີໃໝ່, ອ່າວ ຮ່າລອງ (ກວາງນິງ) ໄດ້ຕ້ອນຮັບບັນດານັກທ່ອງທ່ຽວກຸ່ມທຳອິດ “ບຸກເຂົ້າ” ແລະລົງເຮືອໄປຢ້ຽມຢາມອ່າວມໍລະດົກ. |
![]() | ສານປະຊາຊົນສອງແຂວງ ຝູເຖາະ - ຫຼວງນ້ຳທາ ເພີ່ມທະວີການຮ່ວມມື ຍສໝ - ສອງຝ່າຍປາດຖະໜາຢາກສືບຕໍ່ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງສານຂອງສອງແຂວງ; ຍູ້ແຮງການແລກປ່ຽນບົດຮຽນປະສົບການຢ່າງເປັນປະຈໍາກ່ຽວກັບການພິພາກສາຄະດີຕ່າງໆ; ແລກປ່ຽນ, ຮໍ່າຮຽນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນ; ສ້າງເງື່ອນໄຂໃຫ້ພະນັກງານ-ລັດຖະກອນ ຂອງສານສອງແຂວງໄປທັດສະນະສຶກສາ, ຊອກຮູ້ວັດທະນະທຳ, ຮີດຄອງປະເພນີຂອງປະຊາຊົນສອງຊາດ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ແບ່ງປັນ ແລະຄວາມເຫັນອົກເຫັນໃຈກັນ... |
ມິງດຶກ