ທ່ານ ຄຳແພງ ໄຊສົແພງ ໄດ້ກ່າວຕໍ່ກອງປະຊຸມຄັ້ງນີ້ວ່າ: ຕໍ່ຜົນສຳເລັດໃນແຕ່ລະກິດຈະກຳຂອງໂຄງການດັ່ງກ່າວ ໄດ້ເຮັດໃຫ້ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ຢູ່ປະເທດພວກເຮົາເປັນທີ່ຮັບຮູ້, ເຂົ້າໃຈ ແລະ ໃຫ້ຄວາມສຳຄັນຫລາຍຂຶ້ນ ຈາກທຸກພາກສ່ວນຂອງສັງຄົມ.
ໃນວັນທີ 12 ກຸມພາ 2021 ກຸ່ມບໍລິສັດ ອຸດສາຫະກໍາເຟີນີເຈີລາວ ຈໍາກັດ ເຂດອຸດສາຫະກໍາ ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມ ຄະນະກໍາມະການຊີ້ນໍາໂຄງການສ້າງຕັ້ງໂຮງ ງານຕົວແບບ ແລະ ເຄືອຂ່າຍ ການຜະລິດ ປຸງແຕ່ງໄມ້ ຄັ້ງທີ 3 ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ມີຫົວໜ້າກົມ, ຮອງກົມ ແລະ ພາກທຸລະກິດກ່ຽວຂ້ອງ ເຂົ້າຮ່ວມ.
ຫວ່າງແລ້ວນີ້, ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ສຳລັບໄຂ້ຍຸງລາຍ ກໍຂໍການຮ່ວມມືນຳປະຊາຊົນລາວທຸກຄົນ ແລະ ອຳນາດການປົກ ຄອງທຸກຂັ້ນ ສືບຕໍ່ເອົາໃຈໃສ່ ກຳຈັດແຫລ່ງເພາະພັນ ຂອງໜອນນໍ້າຍຸງລາຍ ໂດຍປະຕິບັດ 05 ປໍ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງທີ່ນຳເຊື້ອພະຍາດໄຂ້ຍຸງລາຍ ຖ້າບໍ່ມີໂຕຍຸງທີ່ເປັນພາ ຫະນຳເຊື້ອພະຍາດ ປະຊາຊົນກໍ່ບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ.
ປັດຈຸບັນ, ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.903 ຄົນ ຢູ່ໃນ 35 ສູນ. ຂະນະດຽວກັນ ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 195 ຄົນ ແລະ ຜົນກວດວິເຄາະ ທັງໝົດແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 10 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່.
ໃນວັນທີ 11 ກຸມພາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງກ່ຽວ ກັບການຄວບຄຸມ ພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ມາຮອດວັນທີ 11 ກຸມພາ 2021, ທົ່ວໂລກມີການລາຍງານການລະບາດ ທັງໝົດ 219 ປະເທດ ແລະ ເຂດແຄ້ນ ແລະ ມີຜູ້ຕິດເຊື້ອ ພະຍາດດັ່ງກ່າວ ຫລາຍກວ່າ 107,8 ລ້ານຄົນ. ໃນນີ້, ເສຍຊິວິດແລ້ວຫລາຍກວ່າ 2,3 ລ້ານຄົນ ແລະ ປີ່ນປົວຫາຍດີ 79,9 ລ້ານກວ່າຄົນ.
ວັນທີ 9 ກຸມພາ 2021 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງ ໂທລະເລກອວຍພອນເຖິງ ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ ເນື່ອງໃນໂອກາດ ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ.
ຫວ່າງແລ້ວນີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມສະຫລຸບວຽກງານການເງິນ ປະຈໍາປີ 2020 ແລະ ທິດທາງແຜນການປະຈຳປີ 2021 ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ມີບັນດາຮອງລັດຖະມົນຕີ, ບັນດາທ່ານຕາງໜ້າ ກະຊວງ, ອົງການທຽບເທົ່າອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຖ້າສາມາດສືບຕໍ່ຄວບຄຸມ ພະຍາດລະບາດ ໄດ້ພາຍໃນປະເທດ ແລະ ພາກທຸລະກິດ ສາມາດສືບຕໍ່ຄ້າຂາຍກັບບັນດາປະ ເທດຄູ່ຄ້າ ຄາດວ່າ ເສດຖະກິດຂອງ ສປປ ລາວ ຈະສາມາດຟື້ນຕົວ ໃນລະດັບໃດໜຶ່ງໃນປີ 2021.
ໃນວັນທີ 1 ກຸມພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 435 ຕົວຢ່າງ, ໃນນັ້ນ 2 ຕົວຢ່າງ ຈາກບຸກຄົນທົ່ວໄປທີ່ມີອາການ, 74 ຕົວຢ່າງ ຈາກບຸກຄົນທົ່ວໄປທີ່ບໍ່ມີອາການ, ແຮງງານລາວ ທີ່ກັບມາແຕ່ໄທ ບໍ່ມີອາການ 172, ແຮງງານຈີນ ບໍ່ມີອາການ 155 ຕົວຢ່າງ, ແຮງງານໄທ 32 ຕົວຢ່າງ ຜົນກວດທັງໝົດແມ່ນບໍ່ພົບເຊື້ອ. ສັງລວມຜົນການວິເຄາະ ນັບແຕ່ເດືອນມັງກອນ 2020 ມາເຖິງ ວັນທີ 1 ກຸມພາ 2021 ໄດ້ເກັບຕົວຢ່າງມາ ກວດທັງໝົດ 104.212 ຕົວຢ່າງ, ໃນນັ້ນກວດພົບເຊື້ອໂຄວິດ-19 ຈໍານວນ ...
ປັດຈຸບັນ, ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ, ແຕ່ບໍ່ຄວນປະໝາດ ເພາະທົ່ວໂລກຍັງມີຕົວເລກ ຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສະເພາະ ຢູ່ປະເທດເຮົາ ມາຮອດວັນທີ 28 ມັງກອນ ຕົວເລກຜູ້ຕິດເຊື້ອສະສົມ ຈຳນວນ 44 ຄົນ, ໃນນັ້ນ ປິ່ນປົວຫາຍດີແລ້ວ 41 ຄົນ ແລະ ຍັງອີກ 3 ແມ່ນສືບຕໍ່ຮັບການປິ່ນປົ່ວ ຢູ່ໂຮງໝໍທີ່ກຳນົດໄວ້ຄື: ກໍລະນີ 42 ຕິດຕາມປິ່ນປົວ ຢູ່ທີ່ແຂວງຈໍາປາສັກ, ກໍລະນີ 43 ຕິດຕາມປິ່ນປົວ ຢູ່ທີ່ແຂວງຫລວງນໍ້າທາ ແລະ ກໍລະນີ 44 ຕິດຕາມປິ່ນປົວ ຢູ່ທີ່ນະຄອນຫລວງວຽຈັນ, ທັງ 3 ຄົນ ແມ່ນມີສຸຂະພາບແຂງແຮງດີ.
ຍສໝ - ກະຊວງສາທາລະນະສຸກລາວ ໄດ້ຮັບຢາວັກຊີນ Sputnik V ຈຳນວນ 1,000 ປະລິມານໂດຍຜ່ານກອງທຶນການລົງທືນໂດຍກົງຂອງສະຫະພັນຣັດເຊຍ, ເຊິ່ງເປັນການໃຫ້ຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ເປັນຄັ້ງທຳອິດໃນຊຸດຢາວັກຊີນຈຳນວນສອງລ້ານປະລິມານ ທີ່ລັດຖະບານສອງປະເທດໄດ້ຕົກລົງ.
ແຂວງທີ່ມີການລາຍງານ ຫລາຍກວ່າໝູ່ແມ່ນ ນະຄອນ ຫລວງວຽງຈັນ, ມີເຖິງ 23 ຄົນ, ຖັດລົງມາແມ່ນ ແຂວງອັດຕະປື 14 ຄົນ, ວຽງຈັນ 7 ຄົນ, ຫລວງພະບາງ 6 ຄົນ, ເຊກອງ 4 ຄົນ, ສາລະວັນ 3 ຄົນ, ສະຫວັນນະເຂດ 2 ຄົນ, ຄຳມ່ວນ 2 ຄົນ, ບໍລິຄຳໄຊ 2 ຄົນ, ອຸດົມໄຊ 2 ຄົນ ແລະ ຫລວງນ້ຳທາ 1 ຄົນ, ທັງໝົດນັ້ນ ບໍ່ມີຜູ້ເສຍຊີວິດ.
ກະຊວງ ສາທາລະນະສຸກ ລາວ ກໍຄື ຄະນະສະເພາະກິດ ຮຽກຮ້ອງໃຫ້ ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈ ສືບຕໍ່ປະຕິບັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງ ການກ່ຽວຂ້ອງວາງອອກ ຢ່າງເຂັ້ມງວດ ເປັນຕົ້ນ ໃຫ້ເອົາໃຈໃສ່ປະຕິບັດ ມາດຕະການປ້ອງກັນ ການຕິດເຊື້ອຢ່າງເຄັ່ງຄັດ ເພື່ອປ້ອງກັນ ແລະ ຄວບຄຸມ ສະພາບການລະບາດ ໃນປະເທດ ລາວ ບໍ່ໃຫ້ເກີດມີການຕິດເຊື້ອ ໃນປະເທດເປັນຮອບໃໝ່ ຄືກັບຫລາຍປະເທດໃນໂລກ ແລະ ປະເທດໃກ້ຄຽງ.
ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອລ້າ ຈຳນວນ 522.221 ໂດລາສະຫະລັດ ໃຫ້ໂຄງການດ້ານສາທາລະນະສຸກ ສອງໂຄງການ ຢູ່ແຂວງຊຽງຂວາງ ແລະ ແຂວງວຽງຈັນ ແລະ ສາມໂຄງການ ດ້ານການສຶກສາ ຢູ່ ແຂວງ ຫລວງນ້ຳທາ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ, ໂດຍຜ່ານໂຄງການ ເສີມສ້າງຄວາມໝັ້ນຄົງ ຂອງມະນຸດຂັ້ນຮາກຖານ (GGPs).
ໃນໂອກາດ ໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ທີ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 13-15 ມັງກອນ 2021, ຄະນະບໍລິຫານງານສູນກາງພັກ ຂອງບັນດາພັກເພື່ອນມິດ ໃນພາກພື້ນຕ່າງໆຂອງໂລກ ຈຳນວນ 50 ພັກ, 7 ອົງການຈັດຕັ້ງຂອງພັກ ແລະ ລັດ ຫວຽດນາມ ແລະ 1 ສຳພັນຄົນລາວ ຢູ່ຕ່າງປະເທດ ໄດ້ສົ່ງສານຊົມເຊີຍມາຍັງ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ເພື່ອສະແດງຄວາມ ຂໍ່ານັບຊົມເຊີຍຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ກໍຄື ຜົນງານໃນຕະຫລອດໄລຍະ 65 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນ ປະຕິວັດລາວ ແລະ ຜົນງານ ...
ໃນວັນທີ 20 ມັງກອນ 2021 ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ທາເກວະກະ ເຄໂຊ ໄດ້ຕາງໜ້າມອບລົດ ລາດຕະເວນ ໃຫ້ແກ່ ທ່ານ ວິໄລ ຫລ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນທີ່ກະຊວງ ປ້ອງກັນຄວາມສະຫງົບ ນະຄອນ ຫລວງວຽງຈັນ ພາຍໃຕ້ໂຄງການຊ່ວຍເຫລືອລ້າ ເພື່ອສົ່ງເສີມ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ຍີ່ປຸ່ນ ໃຫ້ແກ່ ສປປ ລາວ. (ໃນຂົງເຂດປ້ອງກັນຄວາມສະຫງົບ).
ໃນວັນທີ 21 ມັງກອນ 2021, ທ່ານ ນາງ ດຣ.ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງ ສາທາລະນະສຸກ ໄດ້ລາຍງານສະພາບ ການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ວ່າ: ການເກັບຕົວຢ່າງ ມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 20 ມັງກອນ 2021, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 149 ຄົນ, ໃນນັ້ນມີ 72 ຕົວ ຢ່າງຈາກ ບຸກຄົນທົ່ວໄປບໍ່ມີອາການ, ແຮງງານລາວ ກັບມາແຕ່ໄທບໍ່ມີອາການ 21 ຕົວຢ່າງ, ແຮງງານຈີນບໍ່ມີອາການ 53 ຕົວຢ່າງ ແລະ ແຮງງານ ຫວຽດນາມ 03 ຕົວຢ່າງ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.
ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ສະເພາະວັນທີ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 643 ຄົນ, ໃນນັ້ນມີ 386 ຕົວຢ່າງ ຈາກ ບຸກຄົນທົ່ວໄປທີ່ບໍ່ມີອາການ, ແຮງງານລາວມາແຕ່ໄທ ບໍ່ມີອາການ 72 ຕົວຢ່າງ ແລະ ແຮງງານຈີນ ທີ່ບໍ່ມີອາການ 185 ຕົວຢ່າງ ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ 2020 ຫາ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 98.951 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.
ນັບແຕ່ວັນທີ 26 ທັນວາ 2020 ຫາ 17 ມັງກອນ 2021 ມີຜູ້ຕິດເຊື້ອກໍລະນີ ສະສົມທັງໝົດ 53 ຄົນ. ໃນນັ້ນ, ນະຄອນຫລວງວຽງຈັນ 20 ຄົນ, ອັດຕະປື 6 ຄົນ, ເຊກອງ 6, ຫລວງພະບາງ 6 ຄົນ, ວຽງຈັນ 6 ຄົນ, ສະຫວັນນະເຂດ 2 ຄົນ, ຄຳມ່ວນ 2 ຄົນ, ອຸດົມໄຊ 2 ຄົນ, ຫລວງນໍ້າທາ 1 ຄົນ, ສາລະວັນ 1 ຄົນ ແລະ ບໍລິຄຳໄຊ 1 ຄົນ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນມາແຕ່ວັນທີ 13 ຮອດວັນທີ 15 ມັງກອນ 2021 ທີ່ນະຄອນຫລວງວຽງຈັນ ມາຮອດນີ້ໄດ້ປິດລົງ ຢ່າງສະຫງ່າງາມ. ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນກອງປະຊຸມໃຫຍ່ແຫ່ງ ຄວາມສາມັກຄີເປັນ ເອກະພາບສູງ; ແມ່ນກອງປະຊຸມໃຫຍ່ແຫ່ງໄຊຊະນະ; ແມ່ນກອງປະຊຸມໃຫຍ່ແຫ່ງ ການເສີມຂະຫຍາຍ ມານະຈິດປະຕິວັດ; ນີ້ແມ່ນກອງປະຊຸມໃຫຍ່ ແຫ່ງຄວາມເຊື່ອໝັ້ນ ຕໍ່ການສືບຕໍ່ນໍາພາປະເທດຊາດກ້າວຂຶ້ນ. ທົ່ວພັກ ແລະ ທົ່ວປວງຊົນລາວ ຕ່າງກໍຊື່ນຊົມຍິນດີ ແລະ ຕອບຮັບດ້ວຍບັນຍາກາດ ອັນຟົດຟື້ນ ຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້.
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດໍາເນີນມາເປັນເວລາ 3 ວັນເຕັມ ດ້ວຍຄວາມຮັບຜິດຊອບສູງ, ມາຮອດເວລານີ້ໄດ້ສິ້ນສຸດລົງ ດ້ວຍຜົນສໍາເລັດຢ່າງສະຫງ່າງາມ ຕາມຈຸດປະສົງຄາດໝາຍທີ່ວາງໄວ້.
ກອງປະຊຸມໃຫຍ່ ຂອງພວກເຮົາໄດ້ດຳເນີນ ການເລືອກຕັ້ງຄະນະ ບໍລິຫານງານສູນກາງພັກສະໄໝທີ XI ແລະ ໃນກອງປະຊຸມ ຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານ ສູນກາງພັກສະໄໝທີ XI ທີ່ຫາກໍສຳເລັດລົງ ໃນຕອນເຊົ້າມື້ນີ້ ກໍໄດ້ເລືອກຕັ້ງກົມການ ເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ເລືອກຕັ້ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ພ້ອມທັງເລືອກປະທານ ແລະ ຮອງປະທານຄະນະ ກວດກາສູນກາງພັກ ສະໄໝທີ XI. ໃນກອງປະຊຸມຄັ້ງນີ້, ສະຫາຍ ບຸນຍັງ ວໍລະຈິດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກສະໄໝທີX ໄດ້ສະໝັກໃຈບໍ່ສືບຕໍ່ ສະໝັກຮັບເລືອກຕັ້ງເຂົ້າ ໃນຄະນະບໍລິຫານງານ ສູນກາງພັກສະໄໝທີ XI ອີກ.
ປັດຈຸບັນນີ້, ທົ່ວປະເທດສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.660 ຄົນ. ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 14 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 97.529 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.
ການປະຕິບັດໜ້າທີ່ ຂອງສື່ມວນຊົນທັງລາວ ແລະ ຕ່າງປະເທດ ເຫັນວ່າປະຕິບັດໜ້າທີ່ ຂອງຕົນໄດ້ເປັນຢ່າງດີ, ໂດຍໄດ້ນຳເອົາເນື້ອໃນ, ຮູບພາບການເຄື່ອນໄຫວ ທຸກວາລະຂອງກອງປະຊຸມ ເຊິ່ງຜົນໄດ້ຮັບກໍເຫັນວ່າ ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆ ພາຍໃນປະເທດ ກໍຄືຕ່າງປະເທດ ໄດ້ຕິດຕາມໃຫ້ຄວາມສົນໃຈ, ເຊິ່ງສະແດງອອກ ຜ່ານສື່ສັງຄົມອອນລາຍ, ຜ່ານໜ້າຂ່າວ ທີ່ມີຄົນເຂົ້າຮັບ ຂໍ້ມູນຂ່າວສານ, ເຂົ້າເບິ່ງຮູບພາບ ເປັນຈຳນວນຫລວງຫລາຍທີ່ສຸດ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ໄຂຂຶ້ນໃນວັນທີ 13 ມັງກອນ 2021, ສະຫາຍ ບຸນຍັງ ວໍລະຈິດ ເນັ້ນວ່າ:ບັນດາວຽກງານ ເລັ່ງທວງອັນຮີນດ່ວນປະກອບມີ: ຕ້ອງຖືເອົາການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເປັນໜ້າທີ່ຈຸດສຸມ, ເຊິ່ງອັນສໍາຄັນ ການແກ້ໄຂບັນຫາດັ່ງກ່າວ ຕ້ອງບົນພື້ນຖານການ ປຸກສະຕິຕື່ນຕົວເພິ່ງຕົນເອງ, ເປັນເຈົ້າຕົນເອງ ແລະບືນຕົວຂຶ້ນສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ຂອງຄົນໃນຊາດ, ເດັດດ່ຽວຕີຖອຍແນວຄິດ ເອື່ອຍອີງຕໍ່ການຊ່ວຍເຫລືອ ແລະຄວາມບໍ່ເປັນເຈົ້າການ ບືນຕົວກ້າວຂຶ້ນດ້ວຍເຫື່ອແຮງ, ສະຕິປັນຍາຂອງຕົນ ທີ່ຍັງມີຢູ່ບໍ່ໜ້ອຍໃນ ຖັນແຖວສະມາ ຊິກພັກ-ພະນັກງານ ແລະປະຊາຊົນເຮົາ.
ທ່ານ ດຣ.ພູທອນ ເມືອງປາກ ກ່າວວ່າ: ປັດຈຸບັນ, ຢູ່ປະເທດຂອງພວກເຮົາ ມີຂະບວນການອັນສຳຄັນ ລະດັບຊາດຫລາຍຢ່າງ ເປັນຕົ້ນ ການດຳເນີນກອງປະຊຸມ ໃຫ່ຍຄັ້ງທີ XI ຂອງພັກ, ວັນສ້າງຕັ້ງກອງທັບ 20 ມັງກອນ ຄົບຮອບ 72 ປີ (1949-2021), ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (1955-2021) ຊຶ່ງຈະຕ້ອງໄດ້ຮຽກຮ້ອງ ໃຫ້ທົ່ວສັງຄົມຮ່ວມແຮງ, ຮ່ວມໃຈກັນປ້ອງກັນພະຍາດ COVID-19 ເພື່ອໃຫ້ປະເທດຂອງພວກເຮົາ ມີຄວາມສະຫງົບສຸກ ຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດ COVID-19.
ສະເພາະວັນທີ 10 ມັງກອນ 2021 ມີຜູ້ເດີນທາງເຂົ້າມາທັງໝົດ 2.564 ຄົນໃນນັ້ນ ຜ່ານດ່ານລາວ-ໄທ 1.258 ຄົນ(ແຮງງານລາວ ກັບມາແຕ່ໄທ 48 ຄົນ), ຜ່ານດ່ານລາວ-ຈີນ 32 ຄົນ, ດ່ານລາວ-ຫວຽດນາມ 1.131 ຄົນ, ຜ່ານສະໜາມບິນສາ ກົນວັດໄຕທັງໝົດ 143 ຄົນ ເປັນຄົນຈີນ ທັງໝົດໄດ້ແທກ ອຸນຫະພູມຮ່າງກາຍ, ບໍ່ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງ ທັງໝົດມາກວດເພື່ອຊອກຫາເຊື້ອ ໂຄວິດ-19 ຈາກນັ້ນໄດ້ນຳສົ່ງໄປ ສະຖານທີ່ຈຳກັດບໍລິເວນ 14 ວັນ.
ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 7-8 ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ບັນດາຄະນະລັດຖະບານ, ລັດຖະມົນຕີ, ພ້ອມດ້ວຍເຈົ້າແຂວງ, ຮອງເຈົ້າແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.
ໃນວັນທີ 7 ມັງກອນ 2021 ທ່ານ ນາງ ດຣ. ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ໄດ້ຕາງໜ້າ ໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ລາຍງານໃຫ້ຮູ້ວ່າ: ສໍາລັບການເຝົ້າ ລະວັງພະຍາດດັ່ງກ່າວ ຢູ່ ສປປ ລາວ ມາຮອດເວລາ 17:00 ໂມງຂອງວັນທີ 6 ມັງກອນ 2021 ໄດ້ມີຜູ້ເດີນທາງເຂົ້າມາ ຜ່ານດ່ານຕ່າງໆ ໃນທົ່ວປະເທດ ທັງໝົດ 3.006 ຄົນ. ໃນນັ້ນຜ່ານດ່ານລາວ-ໄທ ມີ 1.950 ຄົນ, ດ່ານ ລາວ-ຈີນ 33 ຄົນ, ດ່ານລາວ-ຫວຽດນາມ 909 ຄົນ ແລະ ຜ່ານສະ ໜາມບິນສາກົນວັດໄຕ 114 ຄົນ, ໂດຍທັງໝົດໄດ້ຮັບການ ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາ ການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວນຳສົ່ງໄປສະຖານ ທີ່ຈຳກັດບໍລິເວນຈົນຄົບ 14 ວັນ.
ເພື່ອຍົກລະດັບການສະກັດກັ້ນ ການລະບາດຂອງພະຍາດ ແລະ ຫຼຸດຄວາມສ່ຽງຈາກການອະນຸຍາດ ໃຫ້ລົດຂົນສົ່ງສິນຄ້າຜ່ານດ່ານສາກົນເຂົ້າມາແຂວງຈຳປາສັກ.