ໃນວັນທີ 16 ທັນວາ 2020 ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ເພີ່ມ ເຖິງຢ່າງໃດກໍຕາມ ຮຽກຮ້ອງໃຫ້ສືບຕໍ່ປະຕິບັດ ວິຖີການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ໂດຍສະເພາະ ອອກຈາກບ້ານ ຫລື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ ການຕິດເຊື້ອ ຄວນໃສ່ຜ້າປິດປາກ-ດັງ, ຮັກສາມາລະຍາດ ໃນການໄອ-ຈາມ, ເມື່ອໄອ ຫລື ຈາມ ຄວນໃຊ້ຂໍ້ພັບແຂນສອກປິດປາກ, ລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວລ້າງມື, ຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ, ກິນອາຫານທີ່ປຸງແຕ່ງສຸກໃໝ່ໆ ແລະ ອື່ນໆ.
ຄະນະເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ລາວ ຫາກໍມີການຢ້ຽມຢາມ ແລະ ຊອກຮູ້ໂອກາດລົງທຶນ, ຄວາມສາມາດໃນການເຊື່ອມຕໍ່ໃນຂົງເຂດ logistic ຢູ່ເຂດເສດຖະກິດພິເສດ ສະຫວັນ - ເຊໂນ, ແຂວງ ສະຫວັນນະເຂດ, ພາກກາງຂອງ ລາວ.
ການເຝົ້າລະວັງຮອດ 5 ໂມງແລງ ຂອງວັນທີ 14 ທັນວາ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 678 ຄົນ, ໃນນັ້ນມີ 148 ຕົວຢ່າງ ຈາກບຸກຄົນທົ່ວໄປບໍ່ມີອາການ, 272 ຕົວຢ່າງ ຈາກແຮງງານລາວມາແຕ່ໄທ, 138 ຕົວຢ່າງ ຈາກແຮງງານຈີນ, 117 ຕົວຢ່າງ ຈາກແຮງງານ ຫວຽດນາມ ແລະ ນຳເອົາ 03 ຕົວຢ່າງ ຈາກຜູ້ຕິດເຊື້ອ ເບີ 35, 37 ແລະ 39 ມາກວດຄືນ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 14 ທັນວາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 85.742 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ. ປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈໍານວນ 07 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກຳນົດໄວ້, ທຸກຄົນແມ່ນ ມີອາການເບົາບາງ.
ທ່ານ ນາງ ເບລິນດາ ແອນເຕ, ເອກອັກຄະລັດຖະທູດຟີລິບປິນ ປະຈຳ ສປປ ລາວ ໃນຖານະປະເທດປະສານງານ ແລະ ທູດອາວຸໂສ ກໍໄດ້ຕາງໜ້າໃຫ້ແກ່ບັນດາທູຕານຸທູດອາຊຽນ ສະແດງຄວາມຍິນດີ ແລະ ຂອບໃຈເປັນຢ່າງຍິ່ງ ມາຍັງທ່ານຮອງເຈົ້າແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແລກປ່ຽນຂໍ້ມູນທີ່ເປັນປະໂຫຍດ ກ່ຽວກັບສະພາບຈຸດພິເສດ
ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ປຶກສາຫາລືລະດັບສູງ ກ່ຽວກັບ ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເພື່ອກະກຽມໃຫ້ແກ່ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ 13 ໄດ້ຈັດຂຶ້ນໃນວັນທີ 11 ທັນວາ 2020 ເພື່ອພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳຄິດເຫັນໃສ່ຮ່າງ ແຜນພັດທະນາດັ່ງກ່າວ ໃຫ້ມີຄວາມເໝາະສົມ, ສອດຄ່ອງ, ແທດເໝາະ ແລະ ສາມາດຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໂດຍການເປັນ ປະທານຮ່ວມຂອງ ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ...
ໃນວັນທີ 11 ທັນວາ 2020 ນີ້, ຫ້ອງວ່າການສູນກາງພັກ ໄດ້ຈັດງານວາງສະແດງຮູບພາບ 45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງ ສປປ ລາວ ຢູ່ຫໍພິພິທະພັນໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ໂດຍມີທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ພ້ອມແຂກຖືກເຊີນ ເຂົ້າຮ່ວມ.
ໃນວັນທີ 11 ທັນວາ 2020 ກະຊວງສາທາລະນະສຸກ ຢືນຢັນວ່າ: ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ເຖິງຢ່າງໃດກໍຕາມ ຕົວເລກສະສົມຂອງ ຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກ ແມ່ນສູງກວ່າ 70 ລ້ານກວ່າຄົນແລ້ວ, ຍອດຜູ້ເສຍຊີວິດສູງກວ່າ 1,5 ລ້ານກວ່າຄົນ ແລະ ຍັງສືບຕໍ່ມີການຕິດເຊື້ອໃໝ່ ແລະ ເສຍຊີວິດເພີ່ມຂຶ້ນ ໃນແຕ່ລະວັນ, ສະພາບດັ່ງກ່າວ ສົ່ງຜົນກະທົບອັນໃຫຍ່ຫລວງ ທັງທາງກົງ ແລະ ທາງອ້ອມ ຕໍ່ທາງດ້ານເສດຖະກິດ ແລະ ການດຳລົງຊີວິດ ປະຈຳວັນຂອງປວງຊົນ ໃນທົ່ວໂລກ.
ໃນວັນທີ 9 ທັນວາ 2020 ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ Ms Leow Siu Lin ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ພ້ອມຄະນະ, ໃນໂອກາດມາເຄື່ອນໄຫວ ຢ້ຽມຢາມ ແຂວງຈຳປາສັກ.
ໃນວັນທີ 09 ທັນວາ 2020 ທີ່ທ່າເຮືອກອງຮ້ອຍທະຫານຊາຍແດນ 122, ໄດ້ຈັດຕັ້ງພິທີຕ້ອນຮັບ ສະຫາຍ ທ່ານ ພົນຕີ ຢວນຮ້າຜິງ ຫົວໜ້າກອງບັນ ຊາການໃຫຍ່ຕໍາຫຼວດລາດຕາເວນທາງນ້ຳແຂວງ ຢູນນານ ສປ ຈີນ ພ້ອມຄະ ນະ ເຂົ້າຮ່ວມຊົມການສະແດງຫັດແອບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມຊາຍແດນ ລໍາແມ່ນໍ້າຂອງຕອນເໜືອ ຮ່ວມມືລາວ-ຈີນ ກອງຮ້ອຍທະຫານຊາຍແດນ 122 ດ່ານບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
ໃນອາທິດຜ່ານມາ, ປະເທດລາວ ໄດ້ມີການທົດລອງສົ່ງກະແສໄຟຟ້າຈາກໂຄງການໄຟຟ້າແສງຕາເວັນເຂົ້າສູ່ລະບົບຂອງໄຟຟ້າລາວ ຢູ່ແຂວງສະຫວັນນະເຂດ.
ການເຝົ້າລະວັງພະຍາດ ໂຄວິດ-19 ຢູ່ ສປປ ລາວ ມາຮອດ 5 ໂມງແລງຂອງ ວັນທີ 9 ທັນວາ 2020 ມີຜູ້ເດີນທາງເຂົ້າມາປະເທດ ຜ່ານດ່ານຕ່າງໆ ທັງໝົດ 2.591 ຄົນ, ໃນນັ້ນຜ່ານດ່ານລາວ-ໄທ 1.683 ຄົນ, ຜ່ານດ່ານລາວ-ຈີນ 29 ຄົນ, ຜ່ານດ່ານ ລາວ-ຫວຽດນາມ 710 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ ມີ 169 ຄົນ. ທຸກຄົນແມ່ນໄດ້ ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ. ປັດຈຸບັນ, ມີຜູ້ຖືກຈຳກັດບໍລິເວນ ຈໍານວນ 2.420 ຄົນຢູ່ 40 ສູນທົ່ວປະເທດ, ໂດຍທັງໝົດໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
ໃນຕອນເຊົ້າຂອງວັນທີ 9 ທັນວາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບຍຸດທະສາດ ການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າ ເຈົ້າພະຍາ-ແມ່ນໍ້າຂອງ ຫລື ແອັກແມັກ (ACMECS) ຄັ້ງທີ 9 ຜ່ານຮູບແບບວີດີໂອທາງໄກ. ພາຍໃຕ້ຄຳຂວັນ “ຄູ່ຮ່ວມມື ເພື່ອການເຊື່ອມຈອດ ແລະ ຄວາມແຂງແກ່ນ” ໂດຍການເປັນປະທານ ຂອງສົມເດັດ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອາ ນາຈັກ ກໍາປູເຈຍ ໂດຍມີປະມຸກລັດ ແລະ ຫົວໜ້າ ລັດຖະບານ ພ້ອມດ້ວຍຄະນະຜູ້ແທນ ຈາກປະເທດສະມາຊິກຄື: ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ ...
ສະຫາຍ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໂດຍຕາງໜ້າໃຫ້ກົມ ການເມືອງສູນ ກາງພັກ ແລະ ຄະນະເລຂາທິການສູນກາງພັກ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນສຳເລັດ ແລະ ໝາກຜົນ ທີ່ຄະນະບໍລິຫານງານ ສູນກາງ ສະຫະພັນ ກຳມະບານລາວ ສະໄໝທີ VII ຍາດມາໄດ້ ຕະຫລອດໄລຍະ 5 ປີຜ່ານມາ ເຊິ່ງໄດ້ກາຍເປັນພື້ນຖານອັນສຳຄັນ ໃນການສືບຕໍ່ພັດທະນາ ວຽກງານກຳມະບານລາວ ໃນຕໍ່ໜ້າ.
ໃນວັນທີ 7 ທັນວາ 2020 ນີ້, ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ເປີດເຜີຍວ່າ: ສໍາລັບການຕິດຕາມ ຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ທີ່ກຳນົດໄວ້ ໃນຂອບເຂດທົ່ວປະເທດ, ປັດຈຸບັນ ທົ່ວປະເທດມີສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ຈໍານວນ 40 ແຫ່ງ, ມີຜູ້ຖືກຈຳກັດບໍລິເວນທັງໝົດ 2.740 ຄົນ ແລະ ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
ຍສໝ - ຄະນະກຳມະການສະເພາະກິດແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂຄວິດ-19 ລາວ ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງປິດລ້ອມທົ່ວເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດ ບໍ່ແຕນ ຢູ່ແຂວງຫລວງນ້ຳທ່າ, ບໍ່ອະນຸຍາດໃຫ້ເຂົ້າ-ອອກ ບັນດາບໍລິເວນດັ່ງກ່າວໃນຮອບເວລາ 14 ວັນ.
ການວາງພວງມະລາຄັ້ງນີ້, ກໍເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດ ກໍຄື ບັນດານັກຮົບປະຕິວັດ ທີ່ເສຍສະຫລະຊີວິດ ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງພິລະອາດຫານ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ.
ທ່ານ ພົນຈັດຕະວາ ອຸລາຫາ ທອງວັນທາ ຮອງຜູ້ອຳນວຍການໃຫຍ່ບໍລິສັດ ສະຕາໂທລະຄົມ ໄດ້ຢືນຢັນວ່າ: ບໍລິສັດ Star Telecom ກັບເຄື່ອງໝາຍການຄ້າ Unitel ຈະປະສານສົມທົບກັບບັນດາອົງການ, ໜ່ວຍງານທີ່ກ່ຽວຂ້ອງ ຂອງນະຄອນຫລວງພະບາງ ດຳເນີນການສຳຫລວດ ສະຖານະພາບໃນຂົງເຂດທີ່ຕົວເມືອງມີຄວາມຕ້ອງການ.
ຕາມການລາຍງານຈາກ ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ໃນວັນທີ 4 ທັນວາ 2020 ວ່າ: ນັບແຕ່ຕົ້ນເດືອນມັງກອນ ຫາ ວັນທີ 3 ທັນວາ 2020 ຢູ່ ສປປ ລາວ ມີຜູ້ຕິດເຊື່ອໄຂ້ຍຸງລາຍ 8.010 ຄົນ, ໃນນັ້ນ ເສຍຊີວິດ 12 ຄົນ. ສະເພາະໃນວັນທີ 3 ທັນວາ ປີ 2020 ຢືນຢັນແລ້ວພົບຜູ້ຕິດເຊື້ອ 15 ກໍລະນີ, ເຊິ່ງເປັນວ່າຈຳນວນຜູ້ຕິດເຊື້ອໄຂຍຸງລາຍ ຍັງມີຈຳນວນເພີ່ມຂຶ້ນໃນແຕ່ລະວັນ.
ໃນຕອນເຊົ້າວັນທີ 1 ທັນວາ 2020, ບັນດາການນຳພັກ-ລັດ ໄດ້ເຂົ້າວາງພວງມາລາ ຢູ່ທີ່ອະນຸສາວະລີ ນັກຮົບນິລະນາມ (ດາວແດງ) ແລະ ສຸສານນັກຮົບ ປະຕິວັດແຫ່ງຊາດ (ຫລັກ24) ເນື່ອງໃນໂອກາດ ສະຫລີມສະຫລອງ ວັນສະຖາປານາ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ທີ 2 ທັນວາ ຄົບຮອບ 45 ປີ, ໂດຍມີ ຄະນະບໍລິຫານງານ ສູນກາງພັກ ນຳໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານ ປະເທດ ແຫ່ງ ສປປ ລາວ, ຄະນະລັດຖະບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມບັນດາເຈົ້າຄອງ ນະຄອນຫລວງວຽງຈັນ.
ໃນປີ 2020 ປະເທດລາວ ມີພື້ນທີ່ຢັ້ງຢືນວ່າມີຄວາມອັນຕະລາຍ ຈາກລະເບີດບໍ່ທັນແຕກທັງໝົດ 853 ພື້ນທີ່ ຫລື ປະມານ 11.152 ເຮັກຕາ, ເທົ່າກັບ 22% ຂອງແຜນການ (50.000 ເຮັກຕາ) ທີ່ຢືນຢັນວ່າ ມີຄວາມອັນຕະລາຍ ຈາກລະເບີດບໍ່ທັນແຕກ ແລະ ໃນການດຳເນີນການ ກວດກູ້ລະເບີດບໍ່ທັນແຕກ ໄດ້ທັງໝົດ 3.328 ເຮັກຕາ, ເທົ່າກັບ 52% ຂອງແຜນການປີ (6.364 ເຮັກຕາ) ແລະ ສາມາດທຳລາຍໄດ້ທັງໝົດ 67.146 ໜ່ວຍ, ໃນນີ້ 50.089 ແມ່ນລະເບີດລູກຫວ່ານ.
ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 3 ຕັ້ງຢູ່ສາຍນໍ້າກົງ ເຂດບ້ານວັງແຄນ, ເມືອງພູວົງ, ແຂວງອັດຕະປື ມາຮອດປັດຈຸບັນ ການກໍ່ສ້າງ ໜ້າວຽກໂດຍລວມສໍາເລັດ ແລ້ວ 87,3% ຂອງໜ້າວຽກທັງໝົດ ພາຍຫລັງເລີ່ມລົງມື ກໍ່ສ້າງມາແຕ່ທ້າຍ ປີ 2017 ໂດຍແມ່ນ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ເປັນຜູ້ພັດທະນາ ໂຄງການດັ່ງກ່າວ ແລະ ໄດ້ຈ້າງຊ່ຽວຊານ ແລະ ວິຊາການຈາກບໍລິສັດ Poyry ມາເປັນທີ່ປຶກສາໃນການກໍ່ສ້າງ, ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ເປີດຜະລິດກະແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່ຈະມາເຖິງນີ້, ເຊິ່ງກະແສໄຟຟ້າ ທີ່ຜະລິດໄດ້ທັງໝົດ 54 MW (3x18 MW), ຈະສົ່ງຂາຍໃຫ້ ປະເທດຫວຽດນາມ.
ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳກົງ 1 ໜ້າວຽກໂດຍລວມ ສຳເລັດແລ້ວ 81,9%, ພາຍ ຫລັງເລີມລົງມີກໍ່ສ້າງ ມາແຕ່ທ້າຍເດືອນຕຸລາ 2017, ປັດຈຸບັນ ພວມດຳເນີນການ ກໍ່ສ້າງສັນເຂື່ອນ, ຕິດຕັ້ງປະຕູທາງນ້ຳລົ້ນ, ຕິດຕັ້ງຈັກ ເບີ 2, ຄອນກິດໄລນິງທໍ່ຫາຍໃຈ, ໂຄງສ້າງປະຕູນໍ້າ ທ້າຍເຮືອນຈັກ, ໂຄງສ້າງສະວິດຢາດ GIS ແລະ ວຽກດຶງສາຍ 115 ກິໂລໂວນ. ຄາດວ່າ ການກໍ່ສ້າງທັງໝົດ ຈະໃຫ້ສຳເລັດ 100% ໃນເດືອນ ກໍລະກົດ 2021 ກະແສໄຟຟ້າທັງໝົດ ຈະສົ່ງຂາຍໃຫ້ລັດວິສາຫະກິດໄຟຟ້າລາວ.
ໜັງສືພິມຂ່າວສານປະເທດລາວ ລາຍງານວ່າ: ໂຮງງານກັ່ນນໍ້າມັນແຫ່ງທຳອິດຂອງລາວ ຄາດວ່າຈະເປີດທົດລອງການຜະລິດນ້ຳມັນເຊື້ອໄຟ ໃນວັນທີ 30 ພະຈິກ 2020 ນີ້ ເພື່ອຊົມໃຊ້ຢູ່ພາຍໃນປະເທດ. ພ້ອມກັນນີ້, ເພື່ອຊ່ວຍຫລຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟ ຈາກຕ່າງປະເທດ, ທັງຫລຸດຜ່ອນລາຄານ້ຳມັນໃນຕະຫລາດພາຍໃນນຳອີກ, ໂດຍຈະຜະລິດ ນ້ຳມັນແອັດຊັງ, ກາຊວນ ແລະ ອາຍແກັດ ໃຫ້ໄດ້ 1 ລ້ານໂຕນຕໍ່ປີ.
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2020 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກ 2020 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດ ຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ, ເຊິ່ງກອງປະຊຸມ ໄດ້ຮັບຟັງການລາຍງານຈາກຂະແໜງການກ່ຽວຂ້ອງ ກ່ຽວກັບສະພາບພົ້ນເດັ່ນພາຍໃນ ແລະ ຕ່າງປະເທດ.
ໃນວັນທີ 24 ພະຈິກ 2020 ຢູ່ສຳນັກງານໜັງສືພິມ ພາສາຕ່າງປະເທດ ນະຄອນຫລວງວຽງຈັນ, ຫົວໜ້າອົງການຈັດຕັ້ງສື່ສິ່ງພິມ, ໂທລະພາບ ແລະ ວິທະຍຸ ໄດ້ເຂົ້າຮ່ວມກອງປະຊຸມ ສຸດຍອດສື່ມວນຊົນ ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຜ່ານລະບົບອອນລາຍ ຮ່ວມກັບຄະນະ ຜູ້ແທນຈາກ ສປ.ຈີນ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ທີ່ເປັນປະເທດສະມາຊິກ ຂອບຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ, ໂດຍການເປັນເຈົ້າພາບ ຂອງໜັງສືພິມປະຊາຊົນຈີນ (People's Daily) ຮ່ວມກັບກະຊວງ ຖະຫລງຂ່າວມຽນມາ ຜ່ານລະບົບອອນລາຍ ຫລື ວິດີໂອຄອນເຟຣີນ.
ຕະຫລອດໄລຍະ 11 ເດືອນກວ່າ ຂອງການລະບາດພະຍາດ, ລັດຖະບານ ໄດ້ເອົາໃຈໃສ່ເຝົ້າລະວັງ ຕິດຕາມຢ່າງໃກ້ຊິດ ແລະ ວາງມາດຕະການຕ່າງໆອອກມາ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19, ຄວບຄຸມແຕ່ຫົວທີ ໂດຍມີການປະເມີນ ແລະ ປັບປຸງມາດຕະການ ໃຫ້ສອດຄ່ອງກັບ ສະພາບການໃນແຕ່ລະໄລຍະ.
ອາຫານການກິນຂອງລາວກໍ່ມີຫຼາຍຈຸດທີ່ຄ້າຍຄືກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຖິງຢ່າງໃດກໍ່ຕາມພາຍໃຕ້ສີໄມ້ລາຍມືທີ່ຄ່ອງແຄ້ວຂອງຄົນລາວ ແລ້ວບັນດາເຍື່ອງອາຫານຄືວ່າແຊບກວ່າ ແລະມີລົດຊາດພິເສດສະເພາະ, ເຮັດໃຫ້ນັກທ່ອງທ່ຽວເມື່ອໄດ້ຮັບປະທານອາຫານຜູ້ໃດກໍ່ນິຍົມທີ່ສຸດ.
ຄະນະພັກ ໄດ້ເອົາໃຈໃສ່ຊີ້ນໍາ ວຽກງານສະຫວັດດີການ ສັງຄົມຢ່າງມີຈຸດສຸມ ແລະ ຕໍ່ເນື່ອງ ໄດ້ເຮັດໃຫ້ລະບອບປະກັນສັງຄົມ ມີການພັດທະນາ ເປັນທັນສະໄໝ, ຮັບປະກັນຄວາມວ່ອງໄວ, ໂປ່ງໃສ, ຍຸຕິທຳ ແລະ ຄວາມຍືນຍົງ, ລະບົບການອຸດໜູນ ປະກັນສັງຄົມປະເພດຕ່າງໆ ໄດ້ຮັບການປັບປຸງ ມີຄວາມເຂັ້ມແຂງ, ມີປະສິດ ທິພາບສູງຂື້ນ
ຕາງໜ້າມອບໂດຍ ທ່ານ ນາງ ເພຍ ບຣິໂຕ ຜູ້ຕາງໜ້າອົງການຢູນີເຊັບ ແລະ ຕາງໜ້າຮັບໂດຍ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີ ປະຈໍາສໍານັກງານ ນາຍົກລັດຖະມົນຕີ, ທັງເປັນຮອງປະທານ ຄຊກມດ, ມີ ທ່ານ ນາງ ແອນນາ ໄດເຊິນ ຮັກສາການຮອງຫົວໜ້າ ທູດປະເທດອົດສະຕາລີ ປະຈຳ ສປປ ລາວ.
ໂດຍອີງຕາມແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ປະຈໍາປີ 2020 ໃນວັນທີ 19 ພະຈິກ 2020, ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວ ພັນ ຕ່າງປະເທດສູນກາງພັກ ພ້ອມກັບພະນັກງານຫລັກແຫລ່ງ ຈາກບັນດາກະຊວງ- ອົງການ ຂັ້ນສູນກາງ ຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມ ແລກປ່ຽນບົດຮຽນທາງໄກ ກັບ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູ ນິດຈີນ.