ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອລ້າ ຈຳນວນ 522.221 ໂດລາສະຫະລັດ ໃຫ້ໂຄງການດ້ານສາທາລະນະສຸກ ສອງໂຄງການ ຢູ່ແຂວງຊຽງຂວາງ ແລະ ແຂວງວຽງຈັນ ແລະ ສາມໂຄງການ ດ້ານການສຶກສາ ຢູ່ ແຂວງ ຫລວງນ້ຳທາ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ, ໂດຍຜ່ານໂຄງການ ເສີມສ້າງຄວາມໝັ້ນຄົງ ຂອງມະນຸດຂັ້ນຮາກຖານ (GGPs).
ໃນໂອກາດ ໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ທີ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 13-15 ມັງກອນ 2021, ຄະນະບໍລິຫານງານສູນກາງພັກ ຂອງບັນດາພັກເພື່ອນມິດ ໃນພາກພື້ນຕ່າງໆຂອງໂລກ ຈຳນວນ 50 ພັກ, 7 ອົງການຈັດຕັ້ງຂອງພັກ ແລະ ລັດ ຫວຽດນາມ ແລະ 1 ສຳພັນຄົນລາວ ຢູ່ຕ່າງປະເທດ ໄດ້ສົ່ງສານຊົມເຊີຍມາຍັງ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ເພື່ອສະແດງຄວາມ ຂໍ່ານັບຊົມເຊີຍຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ກໍຄື ຜົນງານໃນຕະຫລອດໄລຍະ 65 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນ ປະຕິວັດລາວ ແລະ ຜົນງານ ...
ໃນວັນທີ 20 ມັງກອນ 2021 ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ທາເກວະກະ ເຄໂຊ ໄດ້ຕາງໜ້າມອບລົດ ລາດຕະເວນ ໃຫ້ແກ່ ທ່ານ ວິໄລ ຫລ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນທີ່ກະຊວງ ປ້ອງກັນຄວາມສະຫງົບ ນະຄອນ ຫລວງວຽງຈັນ ພາຍໃຕ້ໂຄງການຊ່ວຍເຫລືອລ້າ ເພື່ອສົ່ງເສີມ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ຍີ່ປຸ່ນ ໃຫ້ແກ່ ສປປ ລາວ. (ໃນຂົງເຂດປ້ອງກັນຄວາມສະຫງົບ).
ໃນວັນທີ 21 ມັງກອນ 2021, ທ່ານ ນາງ ດຣ.ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງ ສາທາລະນະສຸກ ໄດ້ລາຍງານສະພາບ ການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ວ່າ: ການເກັບຕົວຢ່າງ ມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 20 ມັງກອນ 2021, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 149 ຄົນ, ໃນນັ້ນມີ 72 ຕົວ ຢ່າງຈາກ ບຸກຄົນທົ່ວໄປບໍ່ມີອາການ, ແຮງງານລາວ ກັບມາແຕ່ໄທບໍ່ມີອາການ 21 ຕົວຢ່າງ, ແຮງງານຈີນບໍ່ມີອາການ 53 ຕົວຢ່າງ ແລະ ແຮງງານ ຫວຽດນາມ 03 ຕົວຢ່າງ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.
ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ສະເພາະວັນທີ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 643 ຄົນ, ໃນນັ້ນມີ 386 ຕົວຢ່າງ ຈາກ ບຸກຄົນທົ່ວໄປທີ່ບໍ່ມີອາການ, ແຮງງານລາວມາແຕ່ໄທ ບໍ່ມີອາການ 72 ຕົວຢ່າງ ແລະ ແຮງງານຈີນ ທີ່ບໍ່ມີອາການ 185 ຕົວຢ່າງ ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ 2020 ຫາ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 98.951 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.
ນັບແຕ່ວັນທີ 26 ທັນວາ 2020 ຫາ 17 ມັງກອນ 2021 ມີຜູ້ຕິດເຊື້ອກໍລະນີ ສະສົມທັງໝົດ 53 ຄົນ. ໃນນັ້ນ, ນະຄອນຫລວງວຽງຈັນ 20 ຄົນ, ອັດຕະປື 6 ຄົນ, ເຊກອງ 6, ຫລວງພະບາງ 6 ຄົນ, ວຽງຈັນ 6 ຄົນ, ສະຫວັນນະເຂດ 2 ຄົນ, ຄຳມ່ວນ 2 ຄົນ, ອຸດົມໄຊ 2 ຄົນ, ຫລວງນໍ້າທາ 1 ຄົນ, ສາລະວັນ 1 ຄົນ ແລະ ບໍລິຄຳໄຊ 1 ຄົນ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນມາແຕ່ວັນທີ 13 ຮອດວັນທີ 15 ມັງກອນ 2021 ທີ່ນະຄອນຫລວງວຽງຈັນ ມາຮອດນີ້ໄດ້ປິດລົງ ຢ່າງສະຫງ່າງາມ. ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນກອງປະຊຸມໃຫຍ່ແຫ່ງ ຄວາມສາມັກຄີເປັນ ເອກະພາບສູງ; ແມ່ນກອງປະຊຸມໃຫຍ່ແຫ່ງໄຊຊະນະ; ແມ່ນກອງປະຊຸມໃຫຍ່ແຫ່ງ ການເສີມຂະຫຍາຍ ມານະຈິດປະຕິວັດ; ນີ້ແມ່ນກອງປະຊຸມໃຫຍ່ ແຫ່ງຄວາມເຊື່ອໝັ້ນ ຕໍ່ການສືບຕໍ່ນໍາພາປະເທດຊາດກ້າວຂຶ້ນ. ທົ່ວພັກ ແລະ ທົ່ວປວງຊົນລາວ ຕ່າງກໍຊື່ນຊົມຍິນດີ ແລະ ຕອບຮັບດ້ວຍບັນຍາກາດ ອັນຟົດຟື້ນ ຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້.
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດໍາເນີນມາເປັນເວລາ 3 ວັນເຕັມ ດ້ວຍຄວາມຮັບຜິດຊອບສູງ, ມາຮອດເວລານີ້ໄດ້ສິ້ນສຸດລົງ ດ້ວຍຜົນສໍາເລັດຢ່າງສະຫງ່າງາມ ຕາມຈຸດປະສົງຄາດໝາຍທີ່ວາງໄວ້.
ກອງປະຊຸມໃຫຍ່ ຂອງພວກເຮົາໄດ້ດຳເນີນ ການເລືອກຕັ້ງຄະນະ ບໍລິຫານງານສູນກາງພັກສະໄໝທີ XI ແລະ ໃນກອງປະຊຸມ ຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານ ສູນກາງພັກສະໄໝທີ XI ທີ່ຫາກໍສຳເລັດລົງ ໃນຕອນເຊົ້າມື້ນີ້ ກໍໄດ້ເລືອກຕັ້ງກົມການ ເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ເລືອກຕັ້ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ພ້ອມທັງເລືອກປະທານ ແລະ ຮອງປະທານຄະນະ ກວດກາສູນກາງພັກ ສະໄໝທີ XI. ໃນກອງປະຊຸມຄັ້ງນີ້, ສະຫາຍ ບຸນຍັງ ວໍລະຈິດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກສະໄໝທີX ໄດ້ສະໝັກໃຈບໍ່ສືບຕໍ່ ສະໝັກຮັບເລືອກຕັ້ງເຂົ້າ ໃນຄະນະບໍລິຫານງານ ສູນກາງພັກສະໄໝທີ XI ອີກ.
ປັດຈຸບັນນີ້, ທົ່ວປະເທດສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.660 ຄົນ. ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 14 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 97.529 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.
ການປະຕິບັດໜ້າທີ່ ຂອງສື່ມວນຊົນທັງລາວ ແລະ ຕ່າງປະເທດ ເຫັນວ່າປະຕິບັດໜ້າທີ່ ຂອງຕົນໄດ້ເປັນຢ່າງດີ, ໂດຍໄດ້ນຳເອົາເນື້ອໃນ, ຮູບພາບການເຄື່ອນໄຫວ ທຸກວາລະຂອງກອງປະຊຸມ ເຊິ່ງຜົນໄດ້ຮັບກໍເຫັນວ່າ ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆ ພາຍໃນປະເທດ ກໍຄືຕ່າງປະເທດ ໄດ້ຕິດຕາມໃຫ້ຄວາມສົນໃຈ, ເຊິ່ງສະແດງອອກ ຜ່ານສື່ສັງຄົມອອນລາຍ, ຜ່ານໜ້າຂ່າວ ທີ່ມີຄົນເຂົ້າຮັບ ຂໍ້ມູນຂ່າວສານ, ເຂົ້າເບິ່ງຮູບພາບ ເປັນຈຳນວນຫລວງຫລາຍທີ່ສຸດ.
ຍສໝ - ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ກ່າວໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີັ XI ຂອງພັກປະຊາຊົນປະຕິວັດລາວ ທີ່ໄຂຂຶ້ນໃນວັນທີ 13 ມັງ ກອນ 2021 ນີ້ວ່າ: 7 ບັນຫາສຳຄັນຕົ້ນຕໍທີ່ຄວນເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າຄື:
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ໄຂຂຶ້ນໃນວັນທີ 13 ມັງກອນ 2021, ສະຫາຍ ບຸນຍັງ ວໍລະຈິດ ເນັ້ນວ່າ:ບັນດາວຽກງານ ເລັ່ງທວງອັນຮີນດ່ວນປະກອບມີ: ຕ້ອງຖືເອົາການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເປັນໜ້າທີ່ຈຸດສຸມ, ເຊິ່ງອັນສໍາຄັນ ການແກ້ໄຂບັນຫາດັ່ງກ່າວ ຕ້ອງບົນພື້ນຖານການ ປຸກສະຕິຕື່ນຕົວເພິ່ງຕົນເອງ, ເປັນເຈົ້າຕົນເອງ ແລະບືນຕົວຂຶ້ນສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ຂອງຄົນໃນຊາດ, ເດັດດ່ຽວຕີຖອຍແນວຄິດ ເອື່ອຍອີງຕໍ່ການຊ່ວຍເຫລືອ ແລະຄວາມບໍ່ເປັນເຈົ້າການ ບືນຕົວກ້າວຂຶ້ນດ້ວຍເຫື່ອແຮງ, ສະຕິປັນຍາຂອງຕົນ ທີ່ຍັງມີຢູ່ບໍ່ໜ້ອຍໃນ ຖັນແຖວສະມາ ຊິກພັກ-ພະນັກງານ ແລະປະຊາຊົນເຮົາ.
ທ່ານ ດຣ.ພູທອນ ເມືອງປາກ ກ່າວວ່າ: ປັດຈຸບັນ, ຢູ່ປະເທດຂອງພວກເຮົາ ມີຂະບວນການອັນສຳຄັນ ລະດັບຊາດຫລາຍຢ່າງ ເປັນຕົ້ນ ການດຳເນີນກອງປະຊຸມ ໃຫ່ຍຄັ້ງທີ XI ຂອງພັກ, ວັນສ້າງຕັ້ງກອງທັບ 20 ມັງກອນ ຄົບຮອບ 72 ປີ (1949-2021), ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (1955-2021) ຊຶ່ງຈະຕ້ອງໄດ້ຮຽກຮ້ອງ ໃຫ້ທົ່ວສັງຄົມຮ່ວມແຮງ, ຮ່ວມໃຈກັນປ້ອງກັນພະຍາດ COVID-19 ເພື່ອໃຫ້ປະເທດຂອງພວກເຮົາ ມີຄວາມສະຫງົບສຸກ ຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດ COVID-19.
ສະເພາະວັນທີ 10 ມັງກອນ 2021 ມີຜູ້ເດີນທາງເຂົ້າມາທັງໝົດ 2.564 ຄົນໃນນັ້ນ ຜ່ານດ່ານລາວ-ໄທ 1.258 ຄົນ(ແຮງງານລາວ ກັບມາແຕ່ໄທ 48 ຄົນ), ຜ່ານດ່ານລາວ-ຈີນ 32 ຄົນ, ດ່ານລາວ-ຫວຽດນາມ 1.131 ຄົນ, ຜ່ານສະໜາມບິນສາ ກົນວັດໄຕທັງໝົດ 143 ຄົນ ເປັນຄົນຈີນ ທັງໝົດໄດ້ແທກ ອຸນຫະພູມຮ່າງກາຍ, ບໍ່ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງ ທັງໝົດມາກວດເພື່ອຊອກຫາເຊື້ອ ໂຄວິດ-19 ຈາກນັ້ນໄດ້ນຳສົ່ງໄປ ສະຖານທີ່ຈຳກັດບໍລິເວນ 14 ວັນ.
ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 7-8 ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ບັນດາຄະນະລັດຖະບານ, ລັດຖະມົນຕີ, ພ້ອມດ້ວຍເຈົ້າແຂວງ, ຮອງເຈົ້າແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.
ໃນວັນທີ 7 ມັງກອນ 2021 ທ່ານ ນາງ ດຣ. ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ໄດ້ຕາງໜ້າ ໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ລາຍງານໃຫ້ຮູ້ວ່າ: ສໍາລັບການເຝົ້າ ລະວັງພະຍາດດັ່ງກ່າວ ຢູ່ ສປປ ລາວ ມາຮອດເວລາ 17:00 ໂມງຂອງວັນທີ 6 ມັງກອນ 2021 ໄດ້ມີຜູ້ເດີນທາງເຂົ້າມາ ຜ່ານດ່ານຕ່າງໆ ໃນທົ່ວປະເທດ ທັງໝົດ 3.006 ຄົນ. ໃນນັ້ນຜ່ານດ່ານລາວ-ໄທ ມີ 1.950 ຄົນ, ດ່ານ ລາວ-ຈີນ 33 ຄົນ, ດ່ານລາວ-ຫວຽດນາມ 909 ຄົນ ແລະ ຜ່ານສະ ໜາມບິນສາກົນວັດໄຕ 114 ຄົນ, ໂດຍທັງໝົດໄດ້ຮັບການ ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາ ການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວນຳສົ່ງໄປສະຖານ ທີ່ຈຳກັດບໍລິເວນຈົນຄົບ 14 ວັນ.
ເພື່ອຍົກລະດັບການສະກັດກັ້ນ ການລະບາດຂອງພະຍາດ ແລະ ຫຼຸດຄວາມສ່ຽງຈາກການອະນຸຍາດ ໃຫ້ລົດຂົນສົ່ງສິນຄ້າຜ່ານດ່ານສາກົນເຂົ້າມາແຂວງຈຳປາສັກ.
ປັດຈຸບັນ ທົ່ວປະເທດສູນ ຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 31 ສູນ, ມີຜູ້ຖືກຈຳກັດບໍລິເວນ ຢູ່ສູນ 2.246 ຄົນ, ໄດ້ເກັບຕົວ ຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ມາຮອດປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈຳນວນ 01 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍ ທີ່ຖືກກຳນົດໄວ້, ມີອາການເບົາບາງ, ສັງລວມການກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດວັນທີ 05 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 93.864 ຕົວຢ່າງ ກວດພົບເຊື້ອສະສົມ 41 ຄົນ.
ບັ້ນດໍາເນີນກອງປະຊຸມ ທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ຈຸດທີ 4 ທີ່ແຂວງວຽງຈັນ ໄດ້ສໍາເລັດລົງໃນວັນທີ 5 ມັງກອນ 2021 ພາຍຫລັງດໍາເນີນມາເປັນເວລາ 2 ວັນ (4-5 ມັງກອນ 2021) ທີ່ສະໂມສອນ ຫ້ອງວ່າການປົກຄອງ ແຂວງວຽງຈັນ ພາຍໃຕ້ການເປັນ ປະທານນໍາພາ-ຊີ້ນໍາ ຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ມີສະຫາຍ ຄໍາພັນ ສິດທິດໍາພາ ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ສະຫາຍ ພົຕ ...
ຍສໝ - ປະເທດລາວ ກຳລັງຈັດຕັ້ງການທົດສອບວັກຊີນ ຕ້ານພະຍາດ COVID – 19 ຄັ້ງທຳອິດ ສຳລັບ ບັນດາຜູ້ອາສາສະໝັກ ແລະ ສືບຕໍ່ຮັບເອົາວັກຊີນທີ່ບໍລິຈາກໂດຍປະເທດອື່ນ ເພື່ອໃຫ້ສາມາດສັກຢາວັກຊີນໃຫ້ແກ່ພົນລະເມືອງ ທີ່ຈະໄດ້ເລີ່ມແຕ່ເດືອນເມສາປີນີ້.
ຍສໝ - ບັນດາມາດຕະການໄດ້ຮັບການຍູ້ແຮງຈາກລາວໃນໄລຍະທີ່ຜ່ານມາ ເພື່ອແນໃສ່ສົ່ງເສີມການຜະລິດສິນຄ້າພາຍໃນປະເທດ ແມ່ນ ຫຼຸດຜ່ອນພາສີໃຫ້ແກ່ບັນດາວິສາຫະກິດ ຂະໜາດກາງ, ນ້ອຍ ແລະ ຈຸນລະວິສາຫະກິດ. ຈັດຕັ້ງບັນດາຊຸດຝຶກອົບຮົບໃຫ້ແກ່ຊາວກະສິກອນກ່ຽວກັບການປູກຟັງ, ຈັດຕັ້ງຮູບແບບ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແລະ ຈັດຕັ້ງບັນດາງານວາງສະແດງສິລະປະ.
ໃນວັນທີ 4 ມັງກອນ 2021 ນະຄອນຫລວງວຽງຈັນ, ອົງການອຸຍນິເຊບປະຈຳ ສປປ ລາວ ໄດ້ສະໜອງລະບົບ ໂທລະໂຄ່ງຊຸມຊົນ ລວມມີ ໂທລະໂຄງ, ເຄື່ອງຂະຫຍາຍສຽງ ແລະ ໄມໂຄໂຟນ ຈໍານວນ 50 ຊຸດ ໃຫ້ແກ່ສະຫະພັນແມ່ຍິງ 50 ບ້ານ ຢູ່ໃນແຂວງ ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ເມືອງສັງທອງ ນະຄອນຫລວງວຽງຈັນ, ເພື່ອນໍາໃຊ້ເຂົ້າໃນການໂຄສະນາ ໃຫ້ຄວາມຮູ້ແກ່ຊຸມຊົນ ກ່ຽວກັບພະຍາດ ໂຄວິດ-19 ແລະ ມາດຕະການຄວາມປອດໄພຕ່າງໆ ເພື່ອປ້ອງກັນການຕິດເຊື້ອ ພະຍາດດັ່ງກ່າວ. ພ້ອມກັນນີ້, ກໍເພື່ອປົກປ້ອງແມ່ຍິງ ແລະ ເດັກ ຈາກພະຍາດໂຄວິດ-19 ທັງເປັນການສົ່ງເສີມ ສິດທິຂອງເຂົາໃນຂັ້ນບ້ານ, ເຊິ່ງບັນດາແມ່ຍິງດັ່ງກ່າວ ຍັງຈະໄດ້ຮັບການຝຶກອົບຮົມ ກ່ຽວກັບການນຳໃຊ້ ອຸປະກອນດັ່ງກ່າວອີກດ້ວຍ.
ເຖິງແມ່ນວ່າຕົວເລກສະສົມ ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ມີຈໍານວນ 41 ຄົນ ແລະ ມາຮອດ ວັນທີ 4 ມັງກອນ 2021 ຈະບໍ່ມີຜູ້ຕິດເຊື້ອພະຍາດ ດັ່ງກ່າວເພີ່ມກໍຕາມ, ແຕ່ກະຊວງສາທາລະນະສຸກ ກໍໄດ້ຮຽກຮ້ອງໃຫ້ ທຸກພາກສ່ວນໃນສັງຄົມ ສືບຕໍ່ເອົາໃຈໃສ່ ປະຕິບັດມາດຕະ ການປ້ອງກັນ ພະຍາດນີ້ຢ່າງເຂັ້ມງວດ, ພາຍຫລັງເຫັນວ່າໄລຍະນີ້ ສະພາບອາກາດ ແມ່ນເຢັນລົງຫລາຍ, ເຊິ່ງຈະພາໃຫ້ເຊື້ອພະຍາດດັ່ງກ່າວ ເກາະຕົວ ຢູ່ໄດ້ດົນ ແລະ ສາມາດແຜ່ລາມ ໄດ້ງ່າຍ ຖ້າບໍ່ມີມາດຕະການປ້ອງກັນທີ່ດີ.
ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະເໜີວ່າ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້ານະຄອນຫຼວງວຽງຈັນ (ນວ) ໄດ້ວາງມາດຕະການລວມໂດຍ ເນັ້ນໃສ່ສົ່ງເສີມຄວາມຍືນຍົງ ແລະ ຄວາມຫຼາກຫຼາຍຂອງເສດຖະກິດ.
ພາຍຫຼັງທີ່ຈະໄດ້ຮັບວັກຊິນໃນເດືອນເມສາ 2021 ແມ່ນຈະໄດ້ສຸມໃສ່ສັກວັກຊິນດັ່ງກ່າວໃຫ້ກຸ່ມທີ່ມີຄວາມສ່ຽງສູງ ຫາ ປານກາງ, ຄາດຄະເນ ປະມານ 15-20% ຂອງປະຊາກອນ ລາວທັງໝົດ ຫຼືເທົ່າກັບ 1,4 ລ້ານຄົນ ຈະໄດ້ສັກວັກຊິນດັ່ງກ່າວ.
ຍສໝ - ອີງຕາມການລາຍງານຂອງສຳນັກຂ່າວສານຫວຽດນາມທີ່ນະຄອນຫຼວງວຽງຈັນ, ກະຊວງສາທາລະນະສຸກ ສປປ.ລາວ, ໃນວັນທີ 29 ທັນວາ, ໄດ້ປະກາດການຕັດສິນໃຈຂອງລັດຖະບານສປປ.ລາວ ກ່ຽວກັບການຍົກເລີກຄຳສັ່ງປິດລ້ອມຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ທາງພາກເໜືອຂອງປະເທດລາວ ຫຼັງຈາກໄດ້ປະຕິບັດການປິດລ້ອມ ໃນເວລາ 20 ວັນ.
ໃນວັນທີ 29 ທັນວາ 2020 ທີ່ນະຄອນຫລວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມທົບທວນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແຜນງານແຫ່ງຊາດ ຂອງ ສປປ ລາວ ແລະ ກຳນົດບຸລິມະສິດ ທີ່ຈະຮັບມືກັບສິ່ງທ້າທາຍ ທີ່ຍັງຄົງຄ້າງໃຫ້ສອດຄ່ອງກັບ ຄຳໝາຍໝັ້ນຕໍ່ກັບ ກອງປະຊຸມສາກົນ ວ່າດ້ວຍ ປະຊາກອນ ແລະ ການພັດທະນາ (ICPD 25) ທີ່ນະຄອນ ໄນໂຣບີ ແລະ ແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ (NSEDP) ຄັ້ງທີ 9. ພ້ອມນີ້ ຍັງໄດ້ມີການນຳ ສະເໜີຜົນສຳເລັດ ແລະ ສິ່ງທ້າທາຍທີ່ໃນການ ຈັດຕັ້ງປະຕິບັດແຜນງານ ໂດຍສະເພາະ ໄລຍະການລະບາດຂອງພະຍາດ ໂຄວິດ-19 ທີ່ສ້າງຄວາມຫຍຸ້ງຍາກໃນທົ່ວໂລກ.
ຜູ້ພັດທະນາໂຄງການ ກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7 ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະເລີ່ມການຟື້ນຟູ ຊີວິດການເປັນຢູ່ ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ນັບຕັ້ງແຕ່ ວັນທີ 1 ມັງກອນ 2021 ເປັນຕົ້ນໄປ ເຊິ່ງປະກອບມີ 3 ບ້ານຄື: ບ້ານສົມມີໄຊ (ຕາຕຸງ), ບ້ານຈະເລີນ ແລະ ບ້ານໄຊທອງ (ສົບກັ້ງ) ເມືອງຜົ້ງສາລີ, ມີປະຊາຊົນທີ່ໄດ້ຮັບ ຜົນກະທົບທັງໝົດ 222 ຄອບຄົວ, ພົນລະເມືອງ 1.400 ກວ່າຄົນ, ໃນນັ້ນ ບ້ານສົມມີໄຊ ມີ 77 ຄອບຄົວ, ບ້ານຈະເລີນ ມີ 68 ຄອບຄົວ ...
ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ໃນວັນທີ 29 ທັນວາ 2020 ສປປ ລາວ ເຮົາມີຜູ້ຕິດເຊື້ອເພີ່ມ 2 ກໍລະນີ, ນັບແຕ່ວັນທີ 1 ມັງກອນ ຫາ 29 ທັນວາ 2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 8.239 ຄົນ, ມີຜູ້ສຍຊີວິດ 13 ຄົນ ແລະ ປະຊາຊົນຍັງຈະສືບຕໍ່ ຕິດເຊື້ອເພີ່ມຂຶ້ນຖ້າທຸກຄົນໃນສັງຄົມ ບໍ່ຊ່ວຍກັນທຳລາຍແຫລ່ງ ເພາະພັນຂອງຍຸງລາຍ.