|
ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວຄໍາເຫັນທີ່ກອງປະຊຸມ
ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາພະນັກງານການນຳ, ຄະນະບໍລິຫານງານພັກ ແລະ ຂັ້ນຫົວໜ້າກົມມາຈາກບັນດາກະຊວງ, ອົງການໃນຂົງເຂດເສດຖະກິດ-ການຕ່າງປະເທດຫລາຍກວ່າ 200 ສະຫາຍ ເຂົ້າຮ່ວມ.
ກອງປະຊຸມໄດ້ເຊື່ອມຊຶມ 2 ເອກະສານສໍາຄັນຄື: ມະຕິກ່ຽວກັບການເພີ່ມທະວີການນໍາພາແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກແນໃສ່ເຊື່ອມຊຶມ ແລະ ເປັນເອກະພາບໃນລະດັບສູງກັບທິດທາງ, ວິທີການ ແລະ ມາດຕະການທີ່ສູນກາງວາງອອກ; ສ້າງຄວາມຕັດສິນໃຈເດັດດ່ຽວແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນຕໍ່ໜ້າ, ພ້ອມທັງຄົ້ນຄວ້າກໍານົດ ບັນດາມາດຕະການໃຫ້ເເທດກັບຕົວຈິງ ແລະ ມີປະສິດທິຜົນສູງເພື່ອແກ້ໄຂສະພາບການດັ່ງກ່າວສ້າງຂະບວນການຈັດຕັ້ງປະຕິບັດຢ່າງແຂງແຮງ, ທົ່ວເຖິງ ກໍ່ໃຫ້ເກີດການຫັນປ່ຽນຕົວຈິງທີ່ມີລັກສະນະບຸກທະລຸໃນທຸກຂົງເຂດວຽກງານເພື່ອຍູ້ແຮງດ້ານການພັດທະນາໃນດ້ານຕ່າງໆໃຫ້ບັນລຸຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວາງອອກ ແລະ ເອກະສານສະບັບທີສອງແມ່ນມະຕິວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ ແລະ ໜັກແໜ້ນ.
|
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດຄຳເຫັນ ແລະ ຂໍ້ສະເໜີແນະຕ່າງໆ ກ່ຽວກັບການປັບປຸງພາຍໃນ, ແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ, ຊອກໃຫ້ເຫັນບັນດາສາເຫດທີ່ເປັນພື້ນຖານ ແລະ ຕົ້ນຕໍ ເພື່ອວາງມາດຕະການ, ທິດທາງ, ວິທີການແກ້ໄຂທີ່ຖືກຕ້ອງ, ແທດຕົວຈິງ ແລະ ສາມາດປະຕິບັດໄດ້ຢ່າງມີປະສິດທິຜົນໃນການຈັດຕັ້ງປະຕິບັດວຽກງານໃນສະເພາະໜ້າ ແລະ ຍາວນານ.
ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະນໍາແຕ່ລະຂັ້ນຈົ່ງເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນເຈົ້າການ ໃນການຈັດຕັ້ງເຊື່ອມຊຶມເພື່ອກໍາແໜ້ນ ແລະ ນຳໄປຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ຢ່າງເປັນຂະບວນຟົດຟື້ນ, ແຂງແຮງ, ແທດເໝາະຕົວຈິງ ແລະ ມີຜົນສໍາເລັດຕາມຄາດໝາຍ.
(ແຫຼ່ງຂໍ້ມູນ: ຂປລ)