|
ກອງປະຊຸມກ່ຽວກັບບົດລາຍງານການຕິດຕາມເສດຖະກິດ ຂອງ ສປປ ລາວ (ພາບ: ຂປລ)
ບົດລາຍງານດັ່ງກ່າວ, ເປີດເຜີຍໃນກອງປະຊຸມໃນວັນທີ 18 ມັງກອນ 2019 ໂດຍລະບຸວ່າ: ການຫລຸດລົງຂອງການຂະຫຍາຍຕົວຂອງເສດຖະກິດແມ່ນມາຈາກຫລາຍປັດໄຈທັງພາຍໃນ ແລະ ພາຍນອກເປັນຕົ້ນແມ່ນຜົນກະທົບທາງລົບທີ່ເກີດຈາກບັນຫາໄພນໍ້າຖ້ວມທີ່ສ້າງຄວາມເສຍຫາຍຢ່າງກ້ວາງຂວາງໃນໄລຍະບໍ່ດົນມານີ້. ແຕ່ເຖິງແນວໃດກໍຕາມ, ຂະແໜງກໍ່ສ້າງທີ່ຕິດພັນກັບການສ້າງພື້ນຖານໂຄງລ່າງ, ການສົ່ງອອກໄຟຟ້າ ແລະ ຂະແໜງບໍລິການຍັງຄົງເປັນປັດໄຈຂັບເຄື່ອນສໍາຄັນຕໍ່ການຂະຫຍາຍຕົວຂອງເສດຖະກິດໃນ ປີ 2018.
ທ່ານ ນິໂຄລາ ພອນທາລາ ຫົວໜ້າຫ້ອງການທະນາຄານໂລກປະຈໍາ ສປປ ລາວ ກ່າວວ່າ: ການຂະຫຍາຍຕົວ ຂອງເສດຖະກິດຢູ່ ສປປ ລາວ ຍັງເຂັ້ມແຂງ, ເຊິ່ງລັດຖະບານຍາດໄດ້ຄວາມຄືບໜ້າສໍາຄັນຫລາຍຢ່າງໃນຂົງເຂດການປະຕິຮູບໂດຍສະເພາະການເກັບລາຍຮັບ. ເມື່ອເບິ່ງໄປຂ້າງໜ້າແລ້ວ, ສປປ ລາວ ຄວນລົງທຶນໃສ່ດ້ານມະນຸດເພື່ອເພີ່ມຜະລິດຕະພາບເຊິ່ງຖືເປັນກະແຈສຳຄັນຕໍ່ການສະໜັບສະໜູນການຂະຫຍາຍຕົວຂອງ ເສດຖະກິດໃນໄລຍະຍາວ ແລະ ເຮັດໃຫ້ຄວາມທຸກຍາກຫລຸດລົງຕື່ມອີກ.
ບົດລາຍງານດັ່ງກ່າວຍັງລະບຸຕື່ມວ່າ: ການຂາດດຸນງົບປະມານເຫັນວ່າຫລຸດລົງມາຢູ່ທີ່ 4,7% ຂອງ GDP ໃນປີ 2018 ຈາກ 5,3% ໃນປີ 2017. ໃນຂະນະດຽວກັນ, ອັດຕາເງິນເຟີ້ແມ່ນຢູ່ປະມານ 2,1% ໃນປີ 2018 ຈາກເງິນເຟີ້ສະເລ່ຍທີ່ 0,8% ໃນປີ 2017 ອັນເປັນຍ້ອນລາຄາສະເລ່ຍຂອງສະບຽງອາຫານ ແລະ ລາຄາຂາຍຍ່ອຍນໍ້າມັນທີ່ເພີ່ມສູງຂຶ້ນ ແລະ ສ່ວນໜຶ່ງມາຈາກການອ່ອນຄ່າຂອງເງິນກີບທຽບໃສ່ບັນດາສະກຸນເງິນຕາຕ່າງປະເທດທີ່ສໍາຄັນ.
(ແຫຼ່ງຂໍ້ມູນ: ຂປລ)