| ທະຫານຊາຍແດນຫວຽດນາມ - ລາວ ປະສານສົມທົບລາດຕະເວນ ຮັກສາຄວາມໝັ້ນຄົງຕາມຊາຍແດນ ເຊື່ອມໂຍງສາມເສດຖະກິດ ຫວຽດນາມ - ລາວ - ກຳປູເຈຍ, ເປີດກວ້າງໂອກາດການເຕີບໂຕ |
ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ເດີນທາງມາຢ້ຽມຢາມຫວຽດນາມ, ເຂົ້າຮ່ວມການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 10 ແລະ ເປັນສັກຂີພິຍານໃນການຝຶກຊ້ອມຮ່ວມດ້ານການປ້ອງກັນພົນລະເຮືອນລະຫວ່າງກອງທັບສາມປະເທດ ຄັ້ງທີ 5.
ກ່າວຕ້ອນຮັບສະຫາຍຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ພ້ອມດ້ວຍຄະນະຜູ້ແທນກະຊວງປ້ອງກັນປະເທດລາວ, ສະຫາຍ ເລ ມິງ ຮຶງ ໄດ້ສົ່ງຄຳອວຍພອນຊົມເຊີຍຕໍ່ບັນດາຜົນສຳເລັດສຳຄັນ ແລະ ຮອບດ້ານທີ່ພັກ, ລັດ ແລະ ປະຊາຊົນລາວຍາດມາໄດ້ໃນໄລຍະຜ່ານມາ. ສະຫາຍນາຍົກລັດຖະມົນຕີສະແດງຄວາມເຊື່ອໝັ້ນວ່າ ລາວຈະສືບຕໍ່ປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມໃຫ້ສຳເລັດ, ສ້າງສາປະເທດໃຫ້ມີຄວາມໝັ້ນຄົງ, ຮັ່ງມີ ແລະ ພັດທະນາ.
![]() |
| ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໃນການຕ້ອນຮັບສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. (ພາບ: ເຍິດ ບັກ/chinhphu.vn) |
ເມື່ອປະເມີນສາຍພົວພັນສອງຝ່າຍ, ສະຫາຍນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ສະແດງຄວາມຍິນດີຕໍ່ບັນດາບາດກ້າວພັດທະນາໃນທາງບວກຂອງສາຍພົວພັນພິເສດ ຫວຽດນາມ - ລາວ, ໃນນັ້ນ ການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ຍັງສືບຕໍ່ຮັກສາຖານະເປັນເສົາຄ້ຳສຳຄັນ.
ສະຫາຍນາຍົກລັດຖະມົນຕີ ໄດ້ຮັບຮູ້ບົດບາດຂອງກະຊວງປ້ອງກັນປະເທດ ແລະ ກອງທັບສອງປະເທດ ໃນການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ເສີມສ້າງຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ຄວາມໝັ້ນຄົງ ເພື່ອໃຫ້ແຕ່ລະປະເທດສຸມໃສ່ພັດທະນາເສດຖະກິດ - ສັງຄົມ.
ຕາມສະຫາຍນາຍົກລັດຖະມົນຕີ ແລ້ວ, ການຢ້ຽມຢາມຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ຈະປະກອບສ່ວນສືບຕໍ່ຫັນເນື້ອໃນຂອງ “ຄວາມຜູກພັນທາງຍຸດທະສາດ” ໃນສາຍພົວພັນລະຫວ່າງກະຊວງປ້ອງກັນປະເທດ ແລະ ກອງທັບສອງປະເທດ ໃຫ້ເປັນຮູບປະທຳຍິ່ງຂຶ້ນ.
ບົນພື້ນຖານບັນດາຜົນສຳເລັດດ້ານການຮ່ວມມືທີ່ຍາດມາໄດ້, ສະຫາຍນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ຍົກສູງປະສິດທິຜົນຂອງບັນດາກົນໄກ ແລະ ຂໍ້ຕົກລົງທີ່ມີຢູ່; ເພີ່ມທະວີຄວາມໄວ້ວາງໃຈທາງການເມືອງ ແລະ ຍຸດທະສາດ, ແບ່ງປັນ ແລະ ປົກປ້ອງຜົນປະໂຫຍດອັນຊອບທຳຂອງກັນ ແລະ ກັນ.
ກະຊວງປ້ອງກັນປະເທດຂອງສອງປະເທດຈຳເປັນຕ້ອງປະສານສົມທົບກັນເພື່ອຍົກສູງຄວາມສາມາດດ້ານການປ້ອງກັນ, ເປີດກວ້າງການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ, ພ້ອມທັງຊຸກຍູ້ການຮ່ວມມືໃນວຽກງານການເມືອງ, ສ້າງກຳລັງກອງທັບຂອງສອງປະເທດໃຫ້ນັບມື້ນັບເຂັ້ມແຂງ, ມີຄວາມຈົງຮັກພັກດີຢ່າງເດັດຂາດ ແລະ ເປັນກຳລັງທີ່ພັກ, ລັດ ແລະ ປະຊາຊົນຂອງແຕ່ລະປະເທດສາມາດໄວ້ວາງໃຈໄດ້.
ຝ່າຍລາວ, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ຂອບໃຈສະຫາຍນາຍົກລັດຖະມົນຕີ ເລ ມິງ ຮຶງ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ, ພ້ອມທັງຊົມເຊີຍຜົນສຳເລັດຂອງການຢ້ຽມຢາມລາວຢ່າງເປັນທາງການຄັ້ງທຳອິດຂອງສະຫາຍ ເລ ມິງ ຮຶງ ໃນຖານະນາຍົກລັດຖະມົນຕີຫວຽດນາມ.
ສະຫາຍຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ປະເມີນວ່າ ສາຍພົວພັນລະຫວ່າງສອງປະເທດກຳລັງສືບຕໍ່ພັດທະນາຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ, ໃນນັ້ນ ວຽກງານປ້ອງກັນຊາດມີບົດບາດສຳຄັນໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ.
ສະຫາຍພົນເອກ ໄດ້ສະແດງຄວາມຊາບຊຶ້ງ ແລະ ເຄົາລົບນັບຖືຕໍ່ການຊ່ວຍເຫຼືອອັນລ້ຳຄ່າທີ່ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ມອບໃຫ້ລາວໃນພາລະກິດສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດ, ໂດຍສະເພາະການຊ່ວຍເຫຼືອທີ່ປະກອບສ່ວນຍົກສູງຄວາມສາມາດດ້ານປ້ອງກັນຊາດ ແລະ ຄວາມສາມາດເພິ່ງພາຕົນເອງ, ເປັນເຈົ້າຕົນເອງຂອງລາວ.
ໂດຍຢືນຢັນຄວາມຕັ້ງໃຈທີ່ຈະສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດລາວຈະປະສານສົມທົບຢ່າງໃກ້ຊິດກັບກະຊວງປ້ອງກັນປະເທດຫວຽດນາມ ໃນການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ກໍຄືບັນດາເນື້ອໃນການຮ່ວມມືທີ່ສອງກະຊວງໄດ້ເຫັນດີຮ່ວມກັນ.
ການປະສານສົມທົບດັ່ງກ່າວ ແນໃສ່ສືບຕໍ່ສ້າງສາທະນຸບຳລຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດ ລາວ - ຫວຽດນາມ.
ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ເນັ້ນໜັກວ່າ ເຖິງແມ່ນສະພາບການພາກພື້ນ ແລະ ໂລກຈະມີການຜັນແປທີ່ສັບສົນພຽງໃດກໍຕາມ, ສາຍພົວພັນພິເສດລະຫວ່າງສອງປະເທດຈະໄດ້ຮັບການຮັກສາ ແລະ ສົ່ງເສີມຈາກສອງພັກ, ສອງລັດ, ກອງທັບ ແລະ ປະຊາຊົນຢ່າງສະເໝີໄປ.
ສອງຝ່າຍຍັງໄດ້ກຳນົດທິດທາງສືບຕໍ່ປະສານສົມທົບໃນການກະກຽມ ແລະ ຈັດບັນດາກິດຈະກຳໃນຂອບເຂດ “ປີແຫ່ງຄວາມສາມັກຄີ ແລະ ມິດຕະພາບ 2027”, ເນື່ອງໃນໂອກາດສະຫຼອງຄົບຮອບ 65 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 50 ປີແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ.
ບັນດາກິດຈະກຳດັ່ງກ່າວ ແນໃສ່ໂຄສະນາ, ສຶກສາອົບຮົມມູນເຊື້ອ, ຍົກສູງຄວາມຮັບຮູ້ຂອງປະຊາຊົນສອງປະເທດ, ໂດຍສະເພາະຄົນຮຸ່ນໜຸ່ມ ກ່ຽວກັບຄຸນຄ່າ ແລະ ຄວາມໝາຍຂອງສາຍພົວພັນສາມັກຄີ ແລະ ມິດຕະພາບພິເສດ ຫວຽດນາມ - ລາວ.
ຍສໝ - ຕອນບ່າຍວັນທີ 8/10, ທີ່ນະຄອນຫຼວງວຽງຈັນ (ລາວ), ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳໃນກອງປະຊຸມສົ່ງເສີມການລົງທຶນຫວຽດນາມ - ລາວ. ການນຳທັງສອງທ່ານໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການເພີ່ມທະວີຄວາມຜູກພັນທາງຍຸດທະສາດໃນຂົງເຂດເສດຖະກິດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ເລັ່ງລັດບັນດາໂຄງການຮ່ວມມືຈຸດສຸມລະຫວ່າງສອງປະເທດ. |
ຍສໝ -ຕອນບ່າຍວັນທີ 8/10, ທີ່ສຳນັກງານນາຍົກລັດຖະມົນຕີລາວ ໃນນະຄອນຫຼວງວຽງຈັນ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີລາວ ໄດ້ເປັນສັກຂີພິຍານໃນພິທີແລກປ່ຽນເອກະສານການຮ່ວມມື 11 ສະບັບ ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ພາຍຫຼັງການເຈລະຈາ. ບັນດາເອກະສານດັ່ງກ່າວກວມເອົາຫຼາຍຂົງເຂດ, ນັບແຕ່ຄົມມະນາຄົມ, ການສຶກສາ, ຄວາມໝັ້ນຄົງທາງໄຊເບີ ໄປຈົນເຖິງການເງິນ, ພະລັງງານ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນ. |
ດວງດີ
