![]() |
| ກອງປະຊຸມຄົບຄະນະຄັ້ງທີ 92 ຢູ່ ນິວຢອກ, ອາເມລິກາ, ວັນທີ 20 ກໍລະກົດ,ພາຍ: THX/TTXVN |
ກ່າວຄຳເຫັນທີ່ກອງປະຊຸມ ຕາງໜ້າໃຫ້ ອາຊຽນ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວແຈ້ງກ່ຽວກັບທາດແທ້ຂອງບັນດາການປະທະກັນປະຈຸບັນ ໄດ້ມີການປ່ຽນແປງ ແລະ ກາຍເປັນການຄາດເດົາໄດ້ຍາກ, ວາງອອກສິ່ງທ້າຍທາຍໃຫຍ່ກວ່າຕໍ່ກັບຄວາມມານະພະຍາຍາມສ້າງ ແລະ ຮັກສາສັນຕິພາບ. ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ອາຊຽນ ປາດຖະໜາຢາກໃຫ້ປະຊາຄົມສາກົນ ຈະມານະພະຍາຍາມຫຼາຍກວ່າອີກ ແລະ ໃຫ້ຄຳໝັ້ນສັນຍາຫຼາຍຝ່າຍກວ່າອີກ ເພື່ອແກ້ໄຂການປະທະກັນ ໂດຍຜ່ານວິທີການສຳຜັດຮອບດ້ານ ແລະ ສົມທົບກັນຢ່າງແໜ້ນແຟ້ນກວ່າ, ໃນນັ້ນ ຕ້ອງເພີ່ມທະວີບົດບາດຂອງບັນດາອົງການຈັດຕັ້ງພາກພື້ນ ໃນການຮັບປະກັນສັນຕິພາບ ແລະ ສະຖຽນລະພາບ.
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຢັ້ງຢືນຄືນຄຳໝັ້ນສັນຍາອັນໜັກແໜ້ນຂອງ ອາຊຽນ ສຳລັບບັນດາຄວາມມານະພະຍາຍາມຮັກສາສັນຕິພາບຂອງ ສປຊ, ພ້ອມແລ້ວທີ່ຈະຊຸກຍູ້ການເຂົ້າຮ່ວມ ແລະ ຮ່ວມມືກັບບັນດາຄູ່ເຈລະຈາ ແລະ ຄູ່ຮ່ວມມືຢູ່ນອກພາກພື້ນ, ນັບທັງການຮັບຮອງເອົາກົນໄກທີ່ພວມມີຢູ່ ໂດຍ ອາຊຽນ ນຳພາ ເພື່ອຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ພັດທະນາ, ພ້ອມທັງເພີ່ມທະວີກຳລັງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງພາກພື້ນ ຕໍ່ບັນດາສິ່ງທ້າທາຍທີ່ພວມພົ້ນຂຶ້ນ.
ດີງເລື້ອງ
ທ່ານອາດຈະມັກ
ຊຸກຍູ້ການຮ່ວມມືຮອບດ້ານ ແລະ ແທ້ຈິງ ລະຫວ່າງ ຫວຽດນາມ ແລະ ໂມຣິຕານີ
ພະລັງແຫ່ງຄວາມສາມັກຄີ ແລະ ການພັດທະນາຂອງຄຸມຊົນຄົນຫວຽດນາມ ຢູ່ ລາວ
ອານຢາງ ຈັດພິທີຕ້ອນຮັບ ແລະ ໄວ້ອາໄລອັດຖິວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ທີ່ກັບຄືນມາຈາກ ກຳປູເຈຍ
ຫວຽດນາມ – ອາເຊຣີ: ຍົກລະດັບການຮ່ວມມື, ເສີມຂະຫຍາຍຄຸນຄ່າແຫ່ງສາຍພົວພັນມູນເຊື້ອ
ນາຍທະຫານໜຸ່ມ ຫວຽດນາມ - ລາວ ພ້ອມກັນມີຄວາມເຊື່ອໝັ້ນ, ພ້ອມກັນພັດທະນາ
