| ADB ໜູນຊ່ວຍເງິນເປັນຈຳນວນ 683 ລ້ານ USD ເພື່ອສ້າງໂຮງງານຜະລິດໄຟຟ້າແຮງລົມແຫ່ງທຳອິດຢູ່ ລາວ | |
| ADB ຮັກສາການຄາດຄະເນການເຕີບໂຕເສດຖະກິດຂອງຫວຽດນາມ |
ວັນທີ 24 ກໍລະກົດ, ທະນາຄານພັດທະນາ ອາຊີ (ADB) ໄດ້ແຕ່ງຕັ້ງທ່ານ Shantanu Chakraborty ດຳລົງຕຳແໜ່ງເປັນຜູ້ອຳນວຍການແຫ່ງຊາດຄົນໃໝ່ປະຈຳ ຫວຽດນາມ.
ຕາມນັ້ນແລ້ວ, ທ່ານ Shantanu Chakraborty ເຂົ້າຮັບຕຳແໜ່ງໃນວັນທີ 24 ກໍລະກົດນີ້, ຈະນຳພາການເຄື່ອນໄຫວຂອງ ADB ຢູ່ຫວຽດນາມ, ເປັນຜູ້ຕາງໜ້າທະນາຄານໃນການສົນທະນາດ້ານນະໂຍບາຍ ແລະ ຊຸກຍູ້ສາຍພົວພັນຂອງທະນາຄານກັບລັດຖະບານ ແລະ ບັນດາຜູ້ມີສ່ວນກ່ຽວຂ້ອງອື່ນໆ.
![]() |
ທ່ານ Shantanu Chakraborty ຈະນຳພາການເຄື່ອນໄຫວຂອງ ADB ປະຈຳ ຫວຽດນາມ, ຕາງໜ້າໃຫ້ທະນາຄານໃນການເຈລະຈານະໂຍບາຍ ແລະ ຊຸກຍູ້ການພົວພັນຂອງທະນາຄານກັບລັດຖະບານ ແລະ ບັນດາອົງການກ່ຽວຂ້ອງ. ທ່ານຈະຕິດຕາມກວດກາເລື່ອງຜັນຂະຫຍາຍຍຸດທະສາດຄູ່ຮ່ວມມືລະດັບຊາດໃຫ້ແກ່ ຫວຽດນາມ ໄລຍະ 2023 – 2026, ສຸມໃສ່ເຂົ້າການຫັນປ່ຽນຂອງ ຫວຽນດາມ ເປັນພື້ນຖານເສດຖະກິດສີຂຽວ, ຂຸດຄົ້ນກຳລັງຄວາມສາມາດຂອງພາກພື້ນເອກະຊົນ ແລະ ຊຸກຍູ້ຄວາມຍຸຕິທຳທາງສັງຄົມ.
ທ່ານ Shantanu Chakraborty (ຖືສັນຊາດ ອິນເດຍ), ເປັນຜູ້ສືບທອດໜ້າທີ່ຂອງທ່ານ Andrew Jefries (ຖືສັນຊາດ ອາເມລິກາ), ຜູ້ຫາກໍ່ສິ້ນສຸດອາຍຸການເປັນຜູ້ອຳນວຍການແຫ່ງຊາດ ADB ປະຈຳ ຫວຽດນາມ.
ຄຳຮຸ່ງ
ທ່ານອາດຈະມັກ
ຂະຫຍາຍຊ່ອງທາງການຈຳໜ່າຍສິນຄ້າສາກົນ ໃຫ້ແກ່ສິນຄ້າຫວຽດນາມ
ຂຸດຄົ້ນກູ້ຊ່ວຍອັດຖິວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດໄດ້ 100 ສະຫາຍ ຢູ່ສວນສາທາລະນະ ເລທິ ຮ່ຽງ
ໄຂກອງປະຊຸມຄັ້ງທີສາມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV
ເລັ່ງດ່ວນກວດກາອັດຕະລັກອັດຖິເສຍສະຫຼະຊີວິດເພື່ອຊາດ ດ້ວຍວິທີກວດຊິວະພັນ ຢູ່ ແຂວງ ເລິມດົ່ງ
ການປະດິດສ້າງໃໝ່: "ເຄື່ອງຈັກ" ຊຸກດັນການເຕີບໂຕແບບໃໝ່
