|
ບັນຍາກາດການຕ້ອນຮັບ.(ພາບ: ຈຸງຫຽວ)
ທ່ານ ຫງວ໋ຽນ ກ໋ວກ ຢຸງ ຮອງລັດຖະມົນຕີສະແດງຄວາມຍິນດີ ກັບ ທ່ານນາງ ພິມພາ ແກ້ວມີໄຊ ທີ່ໄດ້ຮັບການແຕ່ງຕັ້ງເປັນກົງສຸນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີ໋ມິງ ແລະ ຫວັງວ່າ ທ່ານນາງ ພິມພາ ແກ້ວມີໄຊ ດ້ວຍປະສົບການຂອງນັກການທູດ ແລະ ຄວາມອາວຸໂສ ດ້ານການທູດອາຊີບ ຈະສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມື ກ່ຽວກັບການຄ້າ, ແລກປ່ຽນ... ລະຫວ່າງ ຫວຽດນາມ ແລະ ລາວ.
ຮອງລັດຖະມົນຕີ ຫງວ໋ຽນ ກ໋ວກ ຢຸງ ຢືນຢັນວ່າ: ກະຊວງການຕ່າງປະເທດ, ກົມກົງສຸນ ແລະ ພະແນກການຕ່າງປະເທດ ນະຄອນໂຮ່ຈີ໋ມິງ ຍາມໃດກໍ່ກຽມພ້ອມທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ທ່ານນາງ ພິມພາ ແກ້ວມີໄຊ ປະຕິບັດໃຫ້ສຳເລັດຢ່າງດີ ໃນສະໄໝເຮັດວຽກຢູ່ ຫວຽດນາມ.
ທ່ານນາງ ພິມພາ ແກ້ວມີໄຊ ສະແດງຄວາມຂອບອົກຂອບໃຈ ທ່ານ ຫງວ໋ຽນ ກ໋ວກ ຢຸງ ຮອງລັດຖະມົນຕີ ແລະ ຈະພະຍາຍາມປະກອບສ່ວນຊຸກຍູ້ສາຍພົວພັນ ທີ່ກຳລັງພັດທະນາຢ່າງຈົບງາມ ລະຫວ່າງ ສອງປະເທດ ໃນທຸກໆຂົງເຂດ ທີ່ທັງສອງປະເທດໃຫ້ຄວາມສົນໃຈ.
(ຫັດທະບູນ)